ເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 19 ຄັ້ງ | ເວລາ | 2026-03-14 13:10:08
ພິທີເປີດງານບຸນນະມັດສະການພະທາດຫຼວງວຽງຈັນ ແລະ ງານວາງສະແດງສິນຄ້າ ປະຈຳປີ 2023 ແລະ ປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ໄດ້ຈັດຂຶ້ນໃນວັນທີ 23 ພະຈິກ ນີ້ ທີ່ເດີ່ນພະທາດຫຼວງວຽງຈັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາການນຳພັກ-ລັດ, ພະເຖລາ ນຸເຖລະ, ທູຕານຸທູດ, ອົງການຈັດຕັ້ງສາກົນ ປະຈໍາ ລາວ ແລະ ມວນຊົນ ເຂົ້າຮ່ວມ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ກ່າວວ່າ: ໃນຮີດ 12 ຄອງ 14 ຂອງລາວ ງານບຸນນະມັດສະການພະທາດຫຼວງ ແມ່ນກິດຈະກຳໜຶ່ງ ໃນຮີດຄອງປະເພນີ, ວັດທະນະທຳອັນດີງາມຂອງຊາວລາວເຮົາ ຊຶ່ງໄດ້ສືບທອດປະຕິບັດກັນມາຄຽງຄູ່ກັບຄົນລາວ ແລະ ຊາວ ນວ, ນັບແຕ່ມື້ພະທາດຫຼວງແຫ່ງນີ້ໄດ້ຮັບການສ້າງຂຶ້ນ ແລະ ຕິດພັນກັບນະຄອນຫຼວງ ໃນໄລຍະທີ່ພະເຈົ້າໄຊຍະເສດຖາທິລາດ ມານຳພາປະຕິສັງຂອນພະທາດຫຼວງແຫ່ງນີ້ ແລະ ໄດ້ສະເຫຼີມສະຫຼອງໃຫຍ່ ໃນປີ ຄ.ສ 1560 ໃນໂອກາດທີ່ໄດ້ມີການຍ້າຍນະຄອນຫຼວງ ຈາກຊຽງທອງ ມາຢູ່ນະຄອນວຽງຈັນ ເລົ່າຂານກັນວ່າເວ ລານັ້ນເພິ່ນໄດ້ນຳພາຈັດພິທີສະເຫຼີມສະຫຼອງ ພະມະຫາເຈດີເປັນການໃຫຍ່ຕະຫຼອດ 7 ມື້ 7 ຄືນ (ອັນໄດ້ກາຍມາເປັນງານປະເພນີ ບຸນພະທາດຫຼວງວຽງຈັນ ເມື່ອຮອດເດືອນ 12 ລາວ ນັບແຕ່ມື້ຂຶ້ນ 8 ຄໍ່າຂອງທຸກໆປີສືບຕໍ່ກັນມາ) ແລະ ມາຮອດປີນີ້ພໍດີ ຄົບຮອບ 463 ປີ ຂອງນະຄອນຫຼວງວຽງຈັນ.
ຄຽງຄູ່ກັນນີ້, ໃນງານປະເພນີ ບຸນດັ່ງກ່າວປີນີ້ຈັດຂຶ້ນ ເພື່ອສືບຕໍ່ສົ່ງເສີມ, ອະນຸລັກຮັກສາວັດທະນະທຳ-ຮີດຄອງປະເພນີ ອັນດີງາມຂອງຊາດ, ຮັກສາມູນເຊື້ອຄວາມສາມັກຄີ ນ້ຳໃຈໂອບເອື້ອອາລີ ຮັກແຂກແພງຄົນຂອງຊົນຊາວລາວ. ອົງການປົກຄອງ ນວ ໂດຍໄດ້ຮັບການເຫັນດີຈາກສູນກາງພັກ ແລະ ທັງເປັນການສືບສານປະເພນີ ແລະ ຄວາມເຊື່ອຖືຂອງຊຸມຊົນຊາວລາວໃນການໃຫ້ທານ, ການຮ່ວມກັນສ້າງສາວັດວາອາຮາມສ້າງຄວາມຮຸ່ງເຮືອງເຫຼືອງເຫຼື້ອມໃຫ້ບ້ານເມືອງ ພ້ອມນຳເອົາໝາກຜົນການເພີ່ມພູນຜະລິດຜົນເກັບກ່ຽວມາໄດ້ໃນຕະຫຼອດປີມາແລກປ່ຽນຊື້-ຂາຍນຳກັນ; ການຈັດງານປີ້ນີ້ ໄດ້ກຳນົດຂອບເວລາໃນການດຳເນີນພິທີທາງສາສະໜາ ແລະ ບັນດາກິດຈະກຳປິ່ນອ້ອມ ທາງການເປັນເວລາ 5 ວັນ, ໂດຍເລີ່ມແຕ່ວັນທີ 23 ພະຈິກ 2023 ຊຶ່ງຈະໄດ້ມີການຄົບງັນ ແລະ ມີບັນດາກິດຈະກຳທາງສາສະໜາ ຄື: ໃນຕອນແລງ ວັນທີ 25 ພະຈິກ ມີພິທີ ສູດປະລິຕະມຸງຄຸນ ຢູ່ດ້ານໃນກົມມະລຽນພະທາດ; ວັນທີ 26 ພະຈິກ ມີພິທີ ແຫ່ຜາສາດເຜິ້ງ ໃນພາກບ່າຍ ເລີ່ມແຕ່ເວລາ 13:00 ໂມງ ເປັນຕົ້ນໄປ; ໃນມື້ສຸດທ້າຍຂອງງານບຸນ ຄືວັນທີ 27 ພະຈິກ ມີພິທີໃສ່ບາດໃນຕອນເຊົ້າ. ຈາກນັ້ນ, ຕອນບ່າຍ ມີພິທີແຫ່ລູກຄີ ແລະ ແຂ່ງຂັນກິລາພື້ນບ້ານ (ຕີຄີ), ຕອນຄ່ຳ ດຳເນີນພິທີວຽນທຽນ ແລະ ຈູດທູບທຽນບັ້ງໄຟ ສັກກາລະບູຊາ ພະທາດຫຼວງ, ຖືວ່າ ສິ້ນສຸດງານບຸນຢ່າງເປັນທາງການ. ພ້ອມນັ້ນ, ຕະຫຼອດໄລຍະຈັດງານບຸນ ຍັງມີກິດຈະກຳ ການສະແດງສິລະປະວັນນະຄະດີ (ຢູ່ເວທີກາງ) ພິເສດໃນຄໍ່າຄືນ ຂອງວັນທີ 25 ພະຈິກ ແລະ 27 ພະຈິກ ກໍຈະມີການປະກວດ ບົດເພງ ແລະ ນັກຮ້ອງສຽງດີ ນວ ແລະ ອື່ນໆ.
ໃນໂອກາດດຽວກັນນີ້, ທ່ານນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ກໍໄດ້ກ່າວເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການວ່າ: ພັກ ແລະ ລັດຖະບານລາວ ຍາມໃດ ກໍໄດ້ເອົາໃຈໃສ່ຖືເອົາການທ່ອງທ່ຽວເປັນຂະແໜງການເສດຖະກິດໜຶ່ງ, ເປັນກຳລັງເເຮງຍູ້ດັນຂັບເຄື່ອນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ເປັນຂະແໜງການໜຶ່ງທີ່ພາໃຫ້ມີການສະສົມເງິນຕາ, ມີການໝູນວຽນເງິນຕາພາຍໃນປະເທດເປັນຢ່າງດີ, ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນໃນຂົງເຂດວຽກງານບໍລິການ, ການຜະລິດ, ເປັນຕົ້ນແມ່ນການຜະລິດກະສິກຳ ແລະ ຫັດຖະກຳ ໂດຍຖືເປັນການສົ່ງອອກກັບທີ່, ທັງເປັນການກະຈາຍລາຍໄດ້ໄປສູ່ທ້ອງຖິ່ນ ກໍຄືເຂດຊົນນະບົດຫ່າງໄກສອກຫຼີກ ແລະ ຍັງຖືເອົາວຽກງານການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວ ເປັນການຂະຫຍາຍຕົວ ແລະ ເປີດກວ້າງການພົວພັນຮ່ວມມືກັບພາຍນອກອີກດ້ວຍ.
ສຳລັບ ສປປ ລາວ ໄດ້ເປີດປີທ່ອງທ່ຽວລາວມາແລ້ວ 3 ຄັ້ງ, ສໍາລັບປີ 2024 ແມ່ນເປັນຄັ້ງທີ 4 ຊຶ່ງໄດ້ກໍານົດຄໍາຂວັນຄື: ທ່ອງທ່ຽວລາວ ປອດໄພ, ຊື່ນໃຈໃນວັດທະນະທຳ, ທຳມະຊາດ ເເລະ ປະຫວັດສາດ ໂດຍເອົາຊ້າງເຜືອກຖືແຄນເປັນສັນຍາລັກນຳໂຊກ. ພ້ອມນັ້ນ, ເພື່ອເປັນການຕ້ອນຮັບການທ່ອງທ່ຽວໃຫ້ມີຄວາມຄຶກຄື້ນ ກະຊວງ ຖວທ ກໍໄດ້ເອົາໃຈໃສ່ເປັນເຈົ້າການ ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງ ພາກລັດ, ພາກທຸລະກິດ ຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ກຳນົດເອົາ 79 ກິດຈະກໍາ. ໃນນີ້, ມີ 14 ກິດຈະກຳລະດັບຊາດ ແລະ 65 ກິດຈະກໍາລະດັບແຂວງ ເພື່ອສ້າງຂະບວນການໃຫ້ຟົດຟື້ນ ໃນຂອບເຂດທົ່ວປະເທດ ພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງ ຕາມສະພາບທ່າແຮງຂອງການ ທ່ອງທ່ຽວຂອງຕົນ.
ຄຽງຄູ່ກັນນີ້, ການເປີດປີທ່ອງທ່ຽວ 2024 ຍັງເປັນກິດຈະກໍາໜຶ່ງທີ່ສໍາຄັນທີ່ສຸດ ນອກຈາກຈະເປັນການສົ່ງເສີມການທ່ອງທ່ຽວແລ້ວ ຍັງແນໃສ່ເພື່ອເປັນການອະນຸລັກວັດທະນະທໍາ, ຮີດຄອງປະເພນີອັນດີງາມ, ການເຜີຍເເຜ່ປະຫວັດສາດອັນຍາວນານ, ການປົກປັກຮັກສາທຳມະຊາດໃຫ້ມີຄວາມຍືນຍົງ ຂອງ ສປປ ລາວ ແລະ ເປັນການສ້າງຄວາມຄຶກຄື້ນເພື່ອກະຕຸ້ນເສດຖະກິດທາງກົງ , ທາງອ້ອມ ແລະ ການມີສ່ວນຮ່ວມຂອງທຸກພາກສ່ວນອີກດ້ວຍ.
ຈາກນັ້ນ, ທ່ານ ສອນໄຊ ສີພັນດອນ ໄດ້ຂຶ້ນມີຄຳເຫັນເພື່ອກ່າວເປີດງານປະເພນີບຸນນະມັດສະການພະທາດຫຼວງວຽງຈັນ ປະຈຳປີ 2023 ແລະ ເປີດປີທ່ອງທ່ຽວລາວ 2024 ຢ່າງເປັນທາງການ ພ້ອມທັງຮ່ວມຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ພ້ອມນີ້ຍັງໄດ້ນຳພາແຂກເຂົ້າຮ່ວມຢ້ຽມຊົມຮ້ານວາງສະແດງສິນຄ້າເຄື່ອງຫັດຖະກຳຂອງປະຊາ
ຊົນບັນດາເຜົ່າທີ່ມາວາງສະແດງ ແລະ ຈຳໜ່າຍໃນງານດັ່ງກ່າວເພື່ອຊຸກຍູ້ສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນຕື່ມອີກ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ວັນເພັງ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

