ນາຍົກລັດຖະມົນຕີ ຊີ້ນຳການນຳແຂວງອັດຕະປື ເພື່ອແກ້ໄຂບັນຫາເສດຖະກິດ-ການເງິນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2026-03-14 12:36:16
ໃນວັນທີ 9 ພະຈິກ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຫົວໜ້າຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ (ຫົວໜ້າຄະນະສະເພາະກິດ 19/ກມສພ) ໄດ້ໃຫ້ກຽດພົບປະໂອ້ລົມ ແລະ ຊີ້ນໍາ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ຕໍ່ການນຳຫຼັກແຫຼ່ງແຂວງອັດຕະປື ທີ່ນຳໂດຍທ່ານ ພົນຕີວັນທອງ ກອງມະນີວ່າການເຈົ້າແຂວງອັດຕະປື ເຂົ້າຮ່ວມຮັບຟັງການໂອ້ລົມ.
ໃນໂອກາດນີ້, ທ່ານວ່າການເຈົ້າແຂວງ ໄດ້ລາຍງານໃຫ້ຊາບກ່ຽວກັບຄວາມຄືບໜ້າ ໃນການແກ້ໄຂບັນຫາເຄັ່ງຮ້ອນ ຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງໆພາຍໃນແຂວງຊຶ່ງອັນພົ້ນເດັ່ນເຫັນວ່າ: ແຂວງສາມາດຂະຫຍາຍຫົວໜ່ວຍທຸລະກິດເຂົ້າດ້ວຍລະບົບແທັກຣິສ (TaxRis)ໄດ້ 625 ຫົວໜ່ວຍເທົ່າກັບ 100%,ການຄຸ້ມຄອງຫົວໜ່ວຍເຂົ້າສູ່ລະບົບອາກອນມູນຄ່າເພີ່ມ ແມ່ນໄດ້ສ້າງບົດບັນທຶກຮັບຮອງເຂົ້າລະບົບອາກອນມູນຄ່າເພີ່ມສໍາເລັດແລ້ວ 100% ຂອງຫົວໜ່ວຍທັງໝົດ; ການຈັດເກັບລາຍຮັບ ປະຕິບັດໄດ້ 620 ກວ່າຕື້ກີບ ເທົ່າກັບ112,85% ຂອງແຜນການປີ; ປະຕິບັດແຜນລາຍຈ່າຍໄດ້ເກືອບ 350 ຕື້ກີບ ເທົ່າກັບ 77% ຂອງແຜນການ; ໄດ້ປະຕິບັດມາດຕະການປະຢັດແລະ ຕ້ານການຟຸ່ມເຟືອຍ ໂດຍສະເພາະການຄຸ້ມຄອງ, ການຖອນ ແລະ ປະກອບລົດບໍລິຫານຂອງລັດແມ່ນມີຄວາມຄືບໜ້າດີ ຊຶ່ງຄາດວ່າຈະສຳເລັດພາຍໃນປີ 2023; ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດ ສໍາເລັດ 76% ຂອງແຜນການປີ; ການຂົນຂວາຍການລົງທຶນ ໄດ້ອະນຸມັດ 9 ໂຄງການ (ແຂວງອະນຸມັດ 7 ໂຄງການ ແລະ ສູນກາງອະນຸມັດ 2 ໂຄງການ) ມູນຄ່າການລົງທຶນ 555.000 ໂດລາ ແລະ 43,72 ຕື້ກີບ. ຂະແໜງການກ່ຽວຂ້ອງ ໄດ້ລົງກວດກາຄຸ້ມຄອງລາຄາສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນຢູ່ຂອງປະຊາຊົນຕາມທ້ອງຕະຫຼາດ ຢ່າງເປັນປົກກະຕິ ຊຶ່ງໂດຍລວມແມ່ນສາມາດຄຸ້ມຄອງໄດ້ໂດຍພື້ນຖານ; ໄດ້ເອົາໃຈໃສ່ຄຸ້ມຄອງຮ້ານແລກປ່ຽນເງິນຕາ ໂດຍລົງເກັບກໍາບັນດາຕົວແທນຮ້ານຮັບ-ໂອນ ເງິນດ່ວນ, ຮ້ານແລກປ່ຽນເງິນຕາ ທີ່ໄດ້ຮັບອະນຸຍາດຈາກທະນາຄານທຸລະກິດ ລວມ 7 ຮ້ານ ໄດ້ເຊັນບົດບັນທຶກ ແລະ ສຶກສາອົບຮົມຮ້ານບໍລິການຝາກ, ໂອນ, ຖອນ ຫ້າມບໍ່ໃຫ້ເຄື່ອນໄຫວແລກປ່ຽນເງິນຕາ ຈຳນວນ 10 ຮ້ານ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ກໍໄດ້ໃຫ້ກຽດມີຄຳເຫັນເຈາະຈີ້ມ ແລະ ໃຫ້ຜູ້ເຂົ້າຮ່ວມ ປະກອບຄຳຄິດເຫັນ, ພ້ອມທັງ ໂອ້ລົມຕໍ່ຜູ້ເຂົ້າກອງປະຊຸມຄັ້ງນີ້ຊຶ່ງໄດ້ຍົກເຫັນເຫັນສະພາບການພົ້ນເດັ່ນ ໃນການເຄື່ອນໄຫວວຽກງານ ຂອງສູນກາງພັກ ແລະ ລັດຖະບານ ກໍຄືອົງການປົກຄອງທຸກຂັ້ນ ທີ່ໄດ້ສຸມໃສ່ແກ້ໄຂບັນຫາຫຍຸ້ງຍາກຕ່າງໆ ໃນໄລຍະຜ່ານມາ ກໍຄືປັດຈຸບັນ, ລວມທັງ ບົດຮຽນ ແລະ ມູນເຊື້ອປະຫວັດສາດອັນດີງາມ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ,ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ອັນສຳຄັນ, ທ່ານໄດ້ໃຫ້ທິດຊີ້ນຳຕໍ່ການນຳຫຼັກແຫຼ່ງຂອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດ ໃຫ້ທຸກຊັ້ນຄົນໃນສັງຄົມມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກຕ້ອງ ຕໍ່ແນວທາງຂອງພັກ ແລະ ນະໂຍບາຍຂອງລັດ, ລວມທັງຂໍ້ຈຳກັດ ແລະ ສິ່ງທ້າທາຍຕ່າງໆ; ສືບຕໍ່ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງການຄວາມສະຫງົບ, ຮັກສາຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ; ສືບຕໍ່ປະຕິບັດບັນດາມາດຕະການທີ່ລັດຖະບານ ກໍຄືຄະນະສະເພາະກິດ 19/ກມສພ ວາງອອກ ກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ ກໍຄືວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ; ສືບຕໍ່ເກັບລາຍຮັບເຂົ້າງົບປະມານ ໂດຍສະເພາະພູດຂອງສູນກາງ ໃຫ້ບັນລຸຕາມແຜນ ຫຼື ລື່ນແຜນທີ່ກຳນົດໄວ້; ເຄັ່ງຄັດຄຸ້ມຄອງບໍລິສັດນຳເຂົ້າ-ສົ່ງອອກສິນຄ້າ, ລວມທັງການຊໍາລະສະສາງສິນຄ້າທີ່ສົ່ງອອກ ໃຫ້ຜ່ານລະບົບທະນາຄານ; ຫຼຸດຜ່ອນການນຳເຂົ້າສິນຄ້າທີ່ບໍ່ຈຳເປັນ ໂດຍສະເພາະ ສິນຄ້າຟູມເຟືອຍ, ສິນຄ້າທີ່ສາມາດຜະລິດເອງໄດ້ ໄປຄຽງຄູ່ກັບສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ ໃຫ້ຫຼາຍຂຶ້ນ ແລະ ກາຍເປັນຄ່ານິຍົມໃໝ່ເທື່ອລະກ້າວ ໂດຍການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດ (ການປູກ-ການລ້ຽງ) ເພື່ອສະໜອງຮັບໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ເປັນຂະບວນການກວ້າງຂວາງ, ນຳໃຊ້ເຕັກນິກວິທະຍາສາດຍົກສະມັດຖະພາບ ແລະ ມີຕະຫຼາດຮອງຮັບຄັກແນ່; ເຄັ່ງຄັດການຄຸ້ມຄອງ ແລະ ຕິດຕາມກວດກາ ການແລກປ່ຽນເງິນຕາ ທີ່ຜິດຕໍ່ລະບຽບກົດໝາຍ; ຕິດຕາມກວດກາ ການປະຕິບັດພັນທະ ແລະ ການພັດທະນາ ຂອງບັນດາໂຄງການລົງທຶນ ແລະ ຫົວໜ່ວຍທຸລະກິດຕ່າງໆ ໂດຍມີການລາຍງານ ແລະ ສະເໜີມາດຕະການ ຕໍ່ໂຄງການທີ່ບໍ່ມີການເຄື່ອນໄຫວ ຫຼື ເຄື່ອນໄຫວ ແຕ່ບໍ່ມີປະສິດທິຜົນ; ກຳນົດແຈ້ງ ກ່ຽວກັບແຜນໂຄງການລົງທຶນຂອງລັດ ປີ 2024 ຊຶ່ງການກໍານົດໂຄງການ ແມ່ນໃຫ້ມີການຈັດລຽງບູລິມະສິດ ບົນພື້ນຖານຄວາມສາມາດທາງດ້ານງົບປະມານຕົວຈິງ; ເອົາໃຈໃສ່ພັດທະນາ, ສົ່ງເສີມ ແລະ ດຶງດູດການທ່ອງທ່ຽວພາຍໃນແຂວງໃຫ້ຫຼາຍຂຶ້ນ, ມີສະຖານທີ່ ແລະ ກິດຈະກຳທີ່ຫຼາກຫຼາຍ, ມີການບໍລິການທີ່ດີ ເພື່ອສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວ; ສືບຕໍ່ພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບມື້ດີຂຶ້ນ ໄປຄຽງຄູ່ກັບການສົ່ງເສີມວຽກງານການຮຽນ-ການສອນ ໃຫ້ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ; ສືບຕໍ່ພົວພັນຮ່ວມມືກັບປະເທດໃກ້ຄຽງ ໂດຍສະເພາະບັນດາແຂວງຊາຍແດນ ແລະ ແຂວງທີ່ມີທ່າແຮງ ເພື່ອຍາດແຍ່ງເອົາການຮ່ວມມືແລະ ຊ່ວຍເຫຼືອ ມາພັດທະນາທ້ອງຖິ່ນຂອງຕົນໃຫ້ຫຼາຍຂຶ້ນ. ນອກນັ້ນ ໃຫ້ພ້ອມກັນກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໂດຍສະເພາະການກະກຽມດ້ານເນື້ອໃນ, ບຸກຄະລາກອນ, ຂະບວນການ ແລະ ອື່ນໆ ໃຫ້ຄົບຖ້ວນສົມບູນ, ເປັນຂະບວນການ,ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ.
(ແຫຼ່ງ:ປະຊາຊົນ, ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ

