ກອງປະຊຸມ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 52 ຄັ້ງ | ເວລາ | 2024-12-22 00:00:00
ກອງປະຊຸມຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ (ຄຊດລ) ໄດ້ຈັດຂຶ້ນໃນວັນທີ 3 ພະຈິກ ນີ້ ທີີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ປະທານ ຄຊດລ, ມີບັນດາທ່ານຮອງນາຍົກ ລັດຖະມົນຕີ ຮອງປະທານ ຄຊດລ, ບັນດາທ່ານລັດຖະມົນຕີ ກຳມະການ ຄຊດລ ແລະ ຕາງໜ້າ ເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດັ່ງກ່າວ, ທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຫົວໜ້າຄະນະຊ່ວຍວຽກ ຄຊດລ, ໄດ້ລາຍງານສະພາບໂດຍລວມຂອງການຫັນເປັນດີຈີຕອນຂອງ ສປປ ລາວ ຕໍ່ກອງປະຊຸມ ຊຶ່ງໃນໄລຍະຜ່ານມາບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງ ໄດ້ມີຄວາມເອົາໃຈໃສ່ວຽກງານການຫັນເປັນດີຈີຕອນໃນດ້ານຕ່າງໆ, ໂດຍສະເພາະໄດ້ມີຫຼາຍນິຕິກຳ ແລະ ການພັດທະນາທີ່ກ່ຽວຂ້ອງ ແລະ ຮອງຮັບບັນດາວຽກງານກ່ຽວກັບ ເຕັກໂນໂລຊີ, ໄອຊີທີ, ວິທະຍາສາດ, ການຄ້າ, ການຊຳລະ, ການທຸລະກຳ, ການປົກປ້ອງທາງເອເລັກໂຕຣນິກ ແລະ ຊັບພະຍາກອນໄອຊີທີ ຊຶ່ງເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດດີຈີຕອນ ຂອງປະເທດ. ທ່ານ ແກ້ວວີສຸກ ໂສລະພົມ ໄດ້ສືບຕໍ່ສະເໜີ ດຳລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ຄະນະກຳມະການລະດັບຊາດ ເພື່ອການຫັນເປັນດີຈີຕອນ ຂອງ ສປປ ລາວ ສະບັບເລກທີ 301/ນຍ, ລົງວັນທີ 31 ຕຸລາ 2023 ແລະ ສະເໜີ ຂໍ້ຕົກລົງວ່າດ້ວຍການມອບຄວາມຮັບຜິດຊອບພາຍໃນ ຄຊດລ ສະບັບເລກທີ 002/ຄຊດລ, ລົງວັນທີ 31 ຕຸລາ 2023.
ໃນໂອກາດນີ້ ພາກສ່ວນຕ່າງໆທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮ່ວມກັນປຶກສາຫາລື, ນຳສະເໜີ, ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບວຽກງານການຫັນເປັນດີຈີຕອນຂອງຂະແໜງການຕົນ ທີ່ກຳລັງຂຸ້ນຂ້ຽວພັດທະນາ ແລະ ປັບປຸງລະບົບຕ່າງໆ, ເປັນຕົ້ນແມ່ນການສະເໜີຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບການທົດລອງການຫັນເປັນດີຈີຕອນຂອງແຮ່ຫາຍາກ, ການສ້າງສູນຂໍ້ມູນແຫ່ງຊາດ, ການພັດທະນາລະບົບສູນກາງແລກປ່ຽນຂໍ້ມູນແຫ່ງຊາດ ແລະ ລະບົບການຢັ້ງຢືນຕົວຕົນດີຈີຕອນ; ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສະເໜີກ່ຽວກັບການຄຸ້ມຄອງ ການຄ້າອອນລາຍ ແລະ ລາຍງານກ່ຽວກັບ ASEAN DEFA; ກະຊວງການເງິນ ສະເໜີກ່ຽວກັບການປັບປຸງລະບົບຄຸ້ມຄອງງົບປະມານແຫ່ງລັດ (ລາຍຮັບ-ລາຍຈ່າຍ) ໃຫ້ເປັນດີຈີຕອນ; ທະນາຄານ ແຫ່ງ ສປປ ລາວ ສະເໜີກ່ຽວກັບ ການພັດທະນາລະບົບຄຸ້ມຄອງ ແລະ ຕິດຕາມກະແສການຊຳລະກັບຕ່າງປະເທດ; ແລະ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສະເໜີກ່ຽວກັບ ການສ້າງຖານຂໍ້ມູນທີ່ດິນ.
ໃນຕອນທ້າຍ ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະ ທິດຊີ້ນຳຂອງ ທ່ານປະທານກອງປະຊຸມ ໂດຍທ່ານໄດ້ເນັ້ນໜັກໃຫ້ ຄຊດລ ເອົາໃຈໃສ່ຫຼາຍດ້ານ ໂດຍສະເພາະແມ່ນເລັ່ງໃສ່ໃຫ້ແຕ່ລະກະຊວງ, ອົງການ, ແຂວງ ແລະ ນະຄອນຫຼວງ ແຕ່ງຕັ້ງຄະນະຫັນເປັນດີຈີຕອນ ປະຈໍາພາກສ່ວນຕົນ. ພ້ອມນັ້ນ ກໍໄດ້ມອບໃຫ້ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເລັ່ງຮ່າງດໍາລັດການຫັນເປັນດີຈີຕອນ ແລະ ຄໍາແນະນໍາການຫັນເປັນດີຈີຕອນ, ພ້ອມທັງຊ່ວຍສູນກາງ ແລະ ແຂວງ ໃນການຫັນເປັນດີຈີຕອນ, ອອກຕົວຊີ້ວັດ ແລະ ປະເມີນການຫັນເປັນດີຈີຕອນ ປະຈໍາປີ ໃນທົ່ວປະເທດ. ທ່ານປະທານກອງປະຊຸມ ຍັງໄດ້ຮັບຮອງ ແລະ ມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ເຊັນສັນຍາ ແລະ ຈັດຕັ້ງປະຕິບັດ ໂຄງການທົດລອງການຫັນເປັນດີຈີຕອນຂອງແຮ່ຫາຍາກ ແລະ ການສ້າງສູນຂໍ້ມູນແຫ່ງຊາດ; ມອບໃຫ້ ກະຊວງການເງິນ ແລະ ກະຊວງແຜນການ ແລະ ການລົງທຶນ ຄົ້ນຄວ້າງົບປະມານ ທີ່ຕິດພັນກັບວຽກງານການຫັນເປັນດີຈີຕອນຂອງແຕ່ລະຂະແໜງການ. ການລົງທຶນໃສ່ວຽກງານດັ່ງກ່າວແມ່ນໃຫ້ມີການລວມສູນ, ໄປໃນທິດທາງດຽວກັນ, ສາມາດເຊື່ອມໂຍງ, ນໍາໃຊ້ຮ່ວມກັນໄດ້, ຫຼີກເວັ້ນການລົງທຶນຊໍ້າຊ້ອນ, ທຸກແຜນງານ, ໂຄງການຕ້ອງໄດ້ຜ່ານການປະເມີນ ແລະ ເຫັນດີຈາກຄະນະລະດັບຊາດ ເພື່ອການຫັນເປັນດີຈີຕອນ. ຄົ້ນຄວ້າໃນການເພີ່ມເພດານການລົງທຶນ ແລະ ເພດານງົບປະ ມານໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນໃຈກາງໃນການຊຸກຍູ້ການຫັນເປັນດີຈີຕອນ ແລະ ສະໜອງພື້ນຖານໂຄງລ່າງທີ່ຈໍາເປັນ ເປັນຕົ້ນສູນຂໍ້ມູນແຫ່ງຊາດ, ໂຄງຂ່າຍພາກລັດ, ລະບົບຫ້ອງການທັນສະໄໝ ໃຫ້ແຕ່ລະພາກສ່ວນທັງສູນກາງ ແລະ ທ້ອງຖິ່ນ ເລັ່ງສະເໜີສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ຫັນເປັນດີຈີຕອນ; ມອບໃຫ້ແຕ່ລະກະຊວງ ເລັ່ງສ້າງ, ປັບປຸງ ແລະ ຂະຫຍາຍ ລະບົບຖານຂໍ້ມູນ ຂອງແຕ່ລະຂະແຫນງການ, ເອົາໃຈໃສ່ ຮັບປະກັນ ເຮັດໃຫ້ບັນດາລະບົບຖານຂໍ້ມູນດັ່ງກ່າວນັ້ນ ສາມາດເຊື່ອມໂຍງ ແລກປ່ຽນຂໍ້ມູນກັນໄດ້, ເລັ່ງສ້າງບົບຖານຂໍ້ມູນບັດປະຈຳຕົວແບບເອເລັກໂຕຣນິກ (e-ID), ເລັ່ງປັບປຸງ ແລະ ຂະຫຍາຍລະບົບຖາມຂໍ້ມູນການເງິນ (ລະບົບສ່ວຍສາອາກອນ, ລະບົບພາສີ, ລະບົບຄັງເງິນ) ແລະ ເຊື່ອມຕໍ່ກັບລະບົບຖານຂໍ້ມູນທີ່ດິນ, ຖານຂໍ້ມູນພາຫະນະ, ຖານຂໍ້ມູນແຮງງານ ເພື່ອໃຫ້ມີການເກັບຄ່າທຳນຽມ, ຄ່າບໍລິການ ແລະ ອາກອນ, ພາສີ ໄດ້ຢ່າງຖືກຕ້ອງຄົບຖ້ວນ, ເລັ່ງປັບປຸງຂະຫຍາຍ ແລະ ເຊື່ອມຕໍ່ຖານຂໍ້ມູນການຄ້າ, ຖານຂໍ້ມູນພາສີ ແລະ ຖານຂໍ້ມູນທະນາຄານ ເພື່ອໃຫ້ໂຕເລກການສົ່ງອອກສິນຄ້າ ແລະ ໂຕເລກການຊຳລະກັບຄືນປະເທດ ຜ່ານລະບົບທະນາຄານ ເພີ່ມຂຶ້ນເກີນ 40%; ພ້ອມນັ້ນ ກໍຕ້ອງໄດ້ເອົາໃຈໃສ່ໃນການສ້າງລະບົບຖານຂໍ້ມູນ ຢູ່ແຕ່ລະຂະແໜງການ ແລະ ການເຊື່ອມໂຍງບັນດາລະບົບຖານຂໍ້ມູນເຂົ້າຫາກັນ, ພ້ອມທັງໃຫ້ຄົ້ນຄວ້າ ຊອກຫາແຫຼ່ງທຶນ, ແຫຼ່ງງົບປະມານ, ການຊ່ວຍເຫຼືອ ຈາກປະເທດເພື່ອນມິດຍຸດທະສາດ ແລະ ສາກົນ, ການຮ່ວມມືແບບ PPP ກັບພາກເອກະຊົນພາຍໃນປະເທດ, ເພື່ອປະກອບງົບປະມານເຂົ້າໃສ່ໃນການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ໂຄງ ການທີ່ເປັນບຸລິມະສິດ. ໃຫ້ຕິດຕາມ, ກວດກາ, ປະເມີນ ແລະ ລາຍງານການຈັດຕັ້ງປະຕິບັດບັນດາໂຄງການໃຫ້ມີຄວາມປະຢັດ, ມີປະສິດທິພາບ ປະສິດທິຜົນ ແລະ ຫຼີກລ່ຽງການລົງທຶນຊ້ຳຊ້ອນ. ຄຽງຄູ່ກັບການຫັນເປັນດີຈີຕອນ ແລະ ການພັດທະນາເສດຖະກິດດີຈີຕອນ ທີ່ຈະສ້າງຜົນປະໂຫຍດມະຫາສານໃຫ້ປະເທດເຮົາແລ້ວ, ກໍຕ້ອງໄດ້ເອົາໃຈໃສ່ ບັນຫາຄວາມປອດໄພທາງໄຊເບີ, ອາຊະຍາກຳທາງອອນລາຍ, ການໂຈລະກຳ-ການຮົ່ວໄຫຼຂອງຂໍ້ມູນລັບ, ການນຳໃຊ້ເຕັກໂນໂລຊີດີຈີຕອນ ໃນທາງທີ່ບໍ່ຖືກຕ້ອງ, ບໍ່ສ້າງ ສັນ, ບັນຫາຂ່າວປອມ, ບັນຫາຂ່າວອະກຸສົນ, ບັນຫາຫາງສຽງບໍ່ດີຜ່ານສື່ສັງຄົມອອນລາຍ ທີ່ມີຜົນກະທົບຕໍ່ຄວາມສະຫງົບສຸກ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ຄວາມໝັ້ນຄົງທາງການເມືອງ, ຄວາມໝັ້ນຄົງຂອງຊາດ ຊຶ່ງບັນດາວຽກງານທັງໝົດ ແມ່ນວຽກທີ່ຕ້ອງການເຕັກນິກລະດັບສູງ ແລະ ມີການພັດທະນາໄວ, ສະນັ້ນ ຕ້ອງໄດ້ເອົາໃຈໃສ່ໃນການກໍ່ສ້າງບຳລຸງພະນັກງານວິຊາການ, ເລັ່ງສ້າງນັກຮຽນ ນັກສຶກສາ ໃນພາກວິຊາເຕັກໂນໂລຊີດີຈີຕອນ ແລະ ສ້າງແຮງງານທີ່ມີທັກສະທາງດ້ານດີຈີຕອນ ໂດຍໄວ.
(ຂ່າວ: ກະຊວງເຕັກໂນໂລຊີ ແລະ ການສື່ສານ; ພາບ: ພັດ ລໍວັນໄຊ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ