ປະທານປະເທດ ສຳເລັດເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2026-03-14 09:41:01
ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ ທີ່ເປີດຂຶ້ນ ໃນລະຫວ່າງທີ 17-18 ຕຸລາ ນີ້, ພາຍໃຕ້ຫົວຂໍ້: “ການຮ່ວມມື ທີ່ມີຄຸນນະພາບສູງ ຂອບໜຶ່ງແລວ ໜຶ່ງເສັ້ນທາງ: ຮ່ວມກັນເພື່ອພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ (High-Quality Belt and Road Cooperation: Together for common Development and Prosperity)”, ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໃນໂອກາດຄົບຮອບ 10 ປີ (2013-2023) ຂອງຂໍ້ລິເລີ່ມດັ່ງກ່າວນີ້ ໂດຍມີບັນດາຄະນະຜູ້ແທນຂັ້ນສູງຈາກບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ທີ່ເປັນຄູ່ຮ່ວມມືຂອງຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ຫຼາຍກວ່າ 150 ປະເທດ ແລະ 30 ອົງການຈັດຕັ້ງສາກົນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ຮ່ວມກັນເພື່ອຊອກຫາຊ່ອງທາງ ແລະ ກາລະໂອກາດໃນການສົ່ງເສີມການຮ່ວມມື ເພື່ອຟື້ນຟູເສດຖະກິດ ຂອງແຕ່ລະປະເທດ ກໍຄືຟື້ນຟູເສດຖະກິດໂລກ ພາຍຫຼັງການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຜ່ອນຄາຍລົງ, ໂດຍໄດ້ປຶກສາຫາລືກັນ ໃນ 3 ຫົວຂໍ້ສຳຄັນ ຄື: 1/. ການເຊື່ອມຈອດໃນເສດຖະກິດໂລກແບບເປີດກ້ວາງ (Connectivity in an Open Global Economy), 2/. ເສັ້ນທາງສາຍໄໝສີຂຽວ ເພື່ອຄວາມກົມກຽວກັບທຳມະຊາດ (Green Silk Road for Harmony with Nature), ແລະ 3/. ເສດຖະກິດດີຈີຕອນ ເປັນແຫຼ່ງຂອງການຂະຫຍາຍຕົວໃໝ່ (Digital Economy as a New Source of Growth). ໃນກອງປະຊຸມຄັ້ງນີ້ ໄດ້ມີຄະນະຜູ້ແທນ ຈາກບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງ ຂອງ ສປປ ລາວ ເຂົ້າຮ່ວມບັນດາກອງປະຊຸມປິ່ນອ້ອມຕ່າງໆ ທີ່ຕິດພັນກັບຂະແໜງການຂອງຕົນ ທີ່ໄດ້ຈັດຂຶ້ນຄຽງຄູ່ກອງປະຊຸມ. ໃນພິທີເປີດ ທ່ານ ປະທານ ສີ ຈິ້ນຜິງ ໄດ້ກ່າວຄໍາເຫັນ ໂດຍໄດ້ເນັ້ນການກໍ່ສ້າງ ໜຶ່ງແລວ ໜຶ່ງເສັ້ນທາງ ແມ່ນເປັນໄປຕາມ 3 ຫຼັກການ ຄື: ການປຶກສາຫາລືຢ່າງກວ້າງຂວາງ, ການປະກອບສ່ວນຮ່ວມ ແລະ ມີຜົນປະໂຫຍດຮ່ວມກັນ. ພ້ອມດຽວກັນນີ້, ທ່ານປະທານ ຍັງໄດ້ປະກາດ 8 ແຜນປະຕິບັດງານຮ່ວມມືກັບປະເທດຕ່າງໆໃນຕໍ່ໜ້າ ເພື່ອຊຸກຍູ້ການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ໃຫ້ມີຄຸນນະພາບສູງຂຶ້ນ ຄື: 1) ການສ້າງເຄືອຂ່າຍການເຊື່ອມຈອດຫຼາຍມິຕິ ຂອງໜຶ່ງແລວ ໜຶ່ງເສັ້ນທາງ, 2) ການສ້າງເສດຖະກິດໂລກແບບເປີດກວ້າງ, 3) ສ້າງກົນໄກການຮ່ວມມືທີ່ເປັນຮູບປະທໍາ ໃນການສະໜັບສະໜູນ ສ້າງໜຶ່ງແລວ ໜຶ່ງເສັ້ນທາງທີ່ມີຄຸນນະພາບສູງ, 4) ສົ່ງເສີມການພັດທະນາສີຂຽວ, 5) ຊຸກຍູ້ວິທະຍາສາດ ແລະ ເຕັກໂນໂລຊີນະວັດຕະກໍາ, 6) ສົ່ງເສີມການແລກປ່ຽນລະຫວ່າງປະຊາຊົນກັບປະຊາຊົນ, 7) ສ້າງຂອບການຮ່ວມມື ໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄວາມເຊື່ອຖື ແລະ 8) ສ້າງຄວາມເຂັ້ມແຂງໃນການສ້າງສະຖາບັນ ເພື່ອການຮ່ວມມືສາກົນ ໜຶ່ງແລວ ໜຶ່ງເສັ້ນທາງ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ປະທານປະເທດ ໄດ້ປະກອບຄຳເຫັນຕໍ່ກອງປະຊຸມດັ່ງກ່າວ ໃນພາກເວທີປຶກສາຫາລືລະດັບສູງ ພາຍໃຕ້ຫົວຂໍ້: “ການເຊື່ອມຈອດ ໃນເສດຖະກິດໂລກແບບເປີດ ກວ້າງ (Connectivity in an Open Global Economy)” ໂດຍໄດ້ເນັ້ນໃສ່ຄວາມສໍາຄັນ ແລະ ຜົນສໍາເລັດຂອງການຮ່ວມມື ພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ໃນໄລຍະ 10 ປີຜ່ານມາ ຊຶ່ງເຫັນວ່າ ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ມີບົດບາດສຳຄັນ ໃນການສົ່ງເສີມການຮ່ວມມືດ້ານການພັດທະນາ, ສົ່ງເສີມກົນໄກການຮ່ວມມືຫຼາຍຝ່າຍ ໃນລະດັບສາກົນ ແລະ ພາກພື້ນຢ່າງມີປະສິດທິຜົນ. ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ ໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາໃນຫຼາຍດ້ານ, ອັນພົ້ນເດັ່ນ ກໍແມ່ນການພັດທະນາພື້ນຖານໂຄງລ່າງເຊື່ອມໂຍງ-ເຊື່ອມຈອດໃຫ້ເຫັນຢ່າງເປັນຮູບປະທຳ ທີ່ປະເທດກຳລັງພັດທະນາ ລວມທັງ ສປປ ລາວ, ໂດຍສະເພາະ ສປປ ລາວ ໄດ້ປະຕິບັດໂຄງການດັ່ງກ່າວຢ່າງເປັນຮູບປະທໍາ ເຊັ່ນ: ໂຄງການທາງລົດໄຟ ລາວ-ຈີນ, ໂຄງການທາງດ່ວນໃນປະເທດ, ໂຄງການພັດທະນາແລວເສດຖະກິດ ລາວ-ຈີນ, ການຄ້າໃນຂົງ ເຂດກະສິກຳ, ພະລັງງານສະອາດ ແລະ ອື່ນໆ ຊຶ່ງເຫັນວ່າ ເປັນການຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມື ດ້ານເສດຖະກິດ, ການຄ້າ, ການລົງທຶນຕະຫຼອດຮອດການຖ່າຍທອດເຕັກໂນໂລຊີ ທີ່ກ້າວໜ້າ, ການແລກປ່ຽນວັດທະນະທຳ-ສັງຄົມ ກໍຄື ການໄປມາ ຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ, ອັນເປັນການສົ່ງເສີມອຸດສາຫະກຳທ່ອງທ່ຽວ, ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຊື່ອໝັ້ນຊຶ່ງກັນ ແລະ ກັນໃຫ້ນັບມື້ນັບເລິກເຊິ່ງຍິ່ງຂຶ້ນ. ສປປ ລາວ ຕີລາຄາສູງຕໍ່ຄວາມສຳຄັນ ແລະ ສະໜັບສະໜູນຍຸດທະສາດ ໜຶ່ງແລວທາງໜຶ່ງເສັ້ນທາງ ໃນການເພີ່ມທະວີການເຊື່ອມຈອດ ລວມທັງ 8 ແຜນປະຕິບັດງານ ທີ່ ປະທານ ສີ ຈິ້ນຜິງ ໄດ້ປະກາດໃນພິທີເປີດດັ່ງກ່າວ. ສປປ ລາວ ພ້ອມແລ້ວທີ່ຈະຮ່ວມມືກັບປະເທດເພື່ອນມິດ ໃນການປະຕິບັດ ໂຄງການຕ່າງໆ ຕາມຄວາມສາມາດຂອງຕົນ.
ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ (BRI) ແມ່ນຖືກນໍາສະເໜີຂຶ້ນໃນປີ 2013 ໂດຍທ່ານ ປະທານ ສີ ຈິນຜີງ ດ້ວຍວິໄສທັດໃນການສານຕໍ່ເນື້ອໃນຈິດໃຈ ຂອງເສັ້ນທາງສາຍໄໝບູຮານ. ໂດຍກໍານົດເອົາການເສີມຂະຫຍາຍການເຊື່ອມຈອດໃຫ້ເປັນຫົວຂໍ້ ຂອງຂໍ້ລິເລີ່ມດັ່ງກ່າວ, ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ມີເປົ້າໝາຍແນ່ໃສ່ຊຸກຍູ້ສົ່ງເສີມການເຊື່ອມຈອດລະຫວ່າງບັນດາປະເທດໃນດ້ານນະໂຍບາຍ, ພື້ນຖານໂຄງລ່າງ, ການຄ້າ, ການເງິນ ແລະ ການແລກປ່ຽນລະຫວ່າງຄົນກັບຄົນ ໃຫ້ດີຂຶ້ນກວ່າເກົ່າ. ຂໍ້ລິເລີ່ມດັ່ງກ່າວ ເປັນສ່ວນໜຶ່ງຂອງຄວາມພະຍາຍາມຮ່ວມກັນ ຂອງບັນດາປະເທດຄູ່ຮ່ວມມືເພື່ອສ້າງພື້ນຖານໃໝ່ ໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ, ເພີ່ມກຳລັງແຮງໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດສາກົນ ແລະ ປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງໂລກ.
ແຫຼ່ງ: ປະຊາຊົນ, ຂ່າວ: ກະຊວງການຕ່າງປະເທດ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ



