ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 16 ຄັ້ງ | ເວລາ | 2025-09-07 22:49:56
ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ (Miguel Diaz-Canel Bermudez) ເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກກອມມູນິດກູບາ ປະທານປະເທດແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ລັດຖະກິດ ສປປ ລາວ ໃນວັນທີ 6-7 ກັນຍາ 2025 ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ໃນຕອນເຊົ້າຂອງວັນທີ 7 ກັນຍານີ້, ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ທີ່ ທໍານຽບປະທານປະເທດ; ຫຼັງຈາກນັ້ນ, ສະຫາຍ ທອງລຸນ ສີສຸລິດ ແລະ ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງສອງປະເທດ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ໄດ້ແລກປ່ຽນທັດສະນະ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສ ກູບາ ໃນຕໍ່ໜ້າ ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໃນໂອກາດດັ່ງກ່າວ, ສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມຖານອ້າຍນ້ອງ ແລະ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມຄັ້ງນີ້ ຊຶ່ງເປັນຄັ້ງທີ 3 ຂອງ ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ໃນການເດີນທາງມາຢ້ຽມຢາມ ສປປ ລາວ, ພ້ອມທັງໄດ້ຝາກຄໍາຢ້ຽມຢາມຖາມຂ່າວເຖິງບັນດາການນໍາພັກ-ລັດທີ່ກ່ຽວຂ້ອງ ຂອງ ສ ກູບາ.
ໃນການພົບປະຄັ້ງນີ້, ຜູ້ນໍາທັງສອງໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງສອງປະເທດໃຫ້ກັນຊາບ, ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ ທີ່ສອງປະເທດຍາດມາໄດ້ໃນຕະຫຼອດໄລຍະຜ່ານມາ. ສອງຝ່າຍໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ເພີ່ມທະວີຮັດແໜ້ນສູງຂຶ້ນຢ່າງບໍ່ຢຸດຢັ້ງ ໃນຖານະທີ່ເປັນປະເທດເພື່ອນມິດຍຸດທະສາດທີ່ມີອຸດົມການດຽວກັນ ໂດຍເຫັນໄດ້ຈາກການພົວພັນຮ່ວມມືທາງດ້ານການເມືອງແມ່ນຢູ່ໃນລະດັບດີເລີດ ແລະ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງສອງປະເທດຢ່າງເປັນປະຈໍາ. ສອງຝ່າຍໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນທາງດ້ານນິຕິບັນຍັດ, ຕຸລາການ, ເສດຖະກິດ-ການຄ້າ, ສາທາລະນະສຸກ, ການສຶກສາ, ກິລາ, ກະສິກໍາ ແລະ ດ້ານວັດທະນະທໍາ-ສັງຄົມ ລະຫວ່າງ ສອງປະເທດ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ, ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມ ບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ປະເທດຊາດ ແລະ ປະຊາຊົນຂອງສອງປະເທດ.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ພັກ, ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນລໍ້າຄ່າທີ່ພັກ, ລັດຖະບານ ແລະ ປະຊາຊົນກູບາອ້າຍນ້ອງໃຫ້ແກ່ພັກ, ລັດຖະບານ ແລະ ປະຊາຊົນລາວ ນັບຕັ້ງແຕ່ໄລຍະຕໍ່ສູ້ກູ້ຊາດເພື່ອປົດປ່ອຍປະເທດຊາດ ຈົນເຖິງປັດຈຸບັນ, ພ້ອມທັງຢືນຢັນຄືນເຖິງ ນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ເປັນມູນເຊື້ອອັນດີງາມ ແລະ ຄວາມສາມັກຄີ ລະຫວ່າງ ສປປ ລາວ ແລະ ສ ກູບາ ໃຫ້ເຂົ້າສູ່ລວງເລິກຍິ່ງໆຂຶ້ນໃນອະນາຄົດ ແລະ ສະແດງຄວາມໝາຍໝັ້ນວ່າຈະຢືນຄຽງບ່າຄຽງໄຫຼ່ກັບປະຊາຊົນກູບາອ້າຍນ້ອງ ເພື່ອກ້າວໄປສູ່ຄວາມສໍາເລັດອັນໃໝ່ຮ່ວມກັນ ກໍຄື ການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ. ໃນໂອກາດດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ຖືໂອກາດເຊື້ອເຊີນ ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ເພື່ອເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ທີ່ຈະມີຂຶ້ນໃນທ້າຍປີ 2025 ນີ້.
ໃນຂະນະດຽວກັນ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີ ທີ່ໄດ້ພົບປະເຮັດວຽກກັບ ສະຫາຍ ທອງລຸນ ສີສຸລິດ ແລະ ຄະນະ ໃນຄັ້ງນີ້ ຊຶ່ງເຕັມໄປດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ໄດ້ຮັບໝາກຜົນສູງເປັນທີ່ໜ້າເພິ່ງພໍໃຈ, ຢືນຢັນວ່າ ຈະສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມທີ່ມີມາແຕ່ດົນນານ ລະຫວ່າງ ສອງປະເທດ ໃຫ້ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ ສປປ ລາວ ທີ່ຍາມໃດກໍໄດ້ໃຫ້ການຊຸກຍູ້ຮ່ວມມື ແລະ ສະຫນັບສະໜູນ ສ ກູບາ ຜ່ານຜ່າບັນດາອຸປະສັກ ແລະ ສິ່ງທ້າທາຍອື່ນໆ, ຊຶ່ງເປັນມູນເຊື້ອ ແລະ ຜົນງານອັນດີງາມຂອງ ປະທານ ໄກສອນ ພົມວິຫານ ແລະ ປະທານ ຟີແດນ ກາສໂຕຣ ຜູ້ນໍາທີ່ຍິ່ງໃຫຍ່ຂອງສອງປະເທດໄດ້ສ້າງໄວ້.
ໃນໂອກາດຢ້ຽມຢາມຄັ້ງນີ້, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ແລະ ຄະນະ ໄດ້ໄປວາງພວງມາລາຢູ່ອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ ຮູບຫຼໍ່ ປະທານ ໄກສອນ ພົມວິຫານ. ໃນຕອນແລງຂອງວັນດຽວກັນ, ສະຫາຍ ທອງລຸນ ສີສຸລິດ ກໍໄດ້ຈັດງານລ້ຽງຕ້ອນຮັບ ເປັນກຽດໃຫ້ແກ່ ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ພ້ອມດ້ວຍຄະນະ ຢ່າງອົບອຸ່ນ ແລະ ສົມກຽດ. ຫຼັງຈາກນັ້ນ, ສະຫາຍ ມີເກນ ດີເອັດຊ-ກາແນນ ເບີຣມູເດັດຊ ແລະ ຄະນະ ກໍໄດ້ເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ແສງຈັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ