ສຳເລັດກອງປະຊຸມໃຫຍ່ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 12 ຄັ້ງ | ເວລາ | 2025-09-07 02:31:47
ສຳເລັດກອງປະຊຸມໃຫຍ່ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI
--------------------------
ກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ຄັ້ງທີ VI ໄດ້ເປີດຂຶ້ນ ແລະ ປິດລົງ ດ້ວຍຜົນສຳເລັດຢ່າງຈົບງາມໃນວັນທີ 4 ກັນຍາ ນີ້ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ຊຶ່ງເປັນກຽດເຂົ້າຮ່ວມໂດຍ ສະຫາຍ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດພ້ອມດ້ວຍບັນດາສະຫາຍສະມາຊິກພັກສົມບູນຈໍານວນ 197 ສະຫາຍ ຍິງ 81 ສະຫາຍ ແລະ ແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ໄດ້ມີຄວາມເປັນເອກະສັນຢ່າງສົມບູນ ຕໍ່ເນື້ອໃນລາຍງານການເມືອງ ໂດຍໄດ້ຢັ້ງຢືນວ່າໃນໄລຍະ 5 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຮັດໃຫ້ວຽກງານໄອຍະການປະຊາຊົນ ມີການພັດທະນາຢ່າງຮອບດ້ານ ເປັນຕົ້ນແມ່ນກົງຈັກການຈັດຕັ້ງ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງໜັກແໜ້ນຂຶ້ນກ່ວາເກົ່າ, ຖັນແຖວບຸກຄະລາກອນໄດ້ຮັບການຍົກລະດັບ, ການພັດທະນາທາງດ້ານຈໍານວນ ແລະ ຄຸນນະພາບຢ່າງເປັນລະບົບຕໍ່ເນື່ອງ; ໄປພ້ອມກັນນັ້ນ ການປັບປຸງກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາ ກໍໄດ້ຮັບການປັບປຸງມີຄຸນນະພາບສູງຂຶ້ນ, ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນລຸ 80% ຂອງຈໍານວນໜ່ວຍພັກທັງໝົດ; ການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນຫ້ອງການເຮັດວຽກຂອງອົງການໄອຍະການປະຊາຊົນທ້ອງຖິ່ນ ສ່ວນຫຼາຍແມ່ນໄດ້ຮັບການບໍາລຸງຮັກສາ ແລະ ມີຈໍານວນໜຶ່ງໄດ້ຮັບການກໍ່ສ້າງໃໝ່; ຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານແມ່ນໄດ້ຮັບການຍົກສູງຂຶ້ນສູ່ຄຸນນະພາບ ແລະ ຖືກຕ້ອງຕາມກົດໝາຍດີຂຶ້ນ, ສະແດງອອກໃນການພິຈາລະນາຕັດສິນຄະດີຂອງສານແຕ່ລະຂັ້ນ, ສານໄດ້ຕັດສິນ ແລະ ພິພາກສາເອົາຕາມຄໍາຖະແຫຼງຂອງໄອຍະການປະຊາຊົນ ບັນລຸ 95% ຂຶ້ນໄປ, ລື່ນຄາດໝາຍທີ່ວາງໄວ້; ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນເພື່ອນມິດຍຸດທະສາດ ຄື: ອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ, ສະຫະພັນ ຣັດເຊຍ ແລະ ສ ກູບາ ໄດ້ຮັບການເສີມຂະຫຍາຍ ແລະ ກ້າວສູ່ລວງເລິກ. ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ກອງປະຊຸມໃຫຍ່ໄດ້ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ປັບປຸງແກ້ໄຂ ຄື: ການສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຍັງບໍ່ທັນເລິກເຊິ່ງທົ່ວເຖິງ, ກົງຈັກການຈັດຕັ້ງອົງການໄອຍະການປະຊາຊົນ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນຍັງບໍ່ທັນເຂັ້ມແຂງ ແລະ ໜັກແໜ້ນ, ຖັນແຖວບຸກຄະລາກອນດ້ານຈໍານວນໄດ້ເພີ່ມຂຶ້ນແຕ່ຄຸນນະພາບຍັງຈໍາກັດ; ການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ບາງດ້ານຍັງບໍ່ທັນຍົກສູງຄຸນນະພາບເທົ່າທີ່ຄວນສະແດງອອກການຄົ້ນຄວ້າແກ້ໄຂຄະດີຈໍານວນໜຶ່ງຍັງຊັກຊ້າແກ່ຍາວ. ກອງປະຊຸມໃຫຍ່ໄດ້ເຫັນດີເຫັນພ້ອມຮັບຮອງເອົາທິດທາງໜ້າທີ່ ແລະ ບັນດາຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າຄື: ຮັບຮອງເອົາ 6 ແຜນງານ 27 ໂຄງການ 104 ກິດຈະກໍາ ໄລຍະແຕ່ປີ 2026 ຮອດປີ 2030 ເພື່ອສືບຕໍ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ.
ສະມາຊິກພັກສົມບູນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນ ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດທີ VI ຈໍານວນ 11 ສະຫາຍ ຄື: ສະຫາຍ ໄຊຊະນະ ໂຄດພູທອນ, ສະຫາຍ ບຸນທັນ ບຸນທະວິໄລ, ສະຫາຍ ຄໍາເພັດ ສົມວໍລະຈິດ, ສະຫາຍ ນາງ ພອນເພັດ ອຸ່ນແກ້ວ, ສະຫາຍ ນາງ ພອນທິບ ສາວະລີ, ສະຫາຍ ພຸດທະວົງ ບົວລະພາ, ສະຫາຍ ບົວລີ ເພັດມີໄຊ, ສະຫາຍ ສີສຸພັນ ສີວັນທອງ, ສະຫາຍ ບຸນມາ ດວງມາລາສິນ, ສະຫາຍ ໄພຄໍາ ວິໄລສຸກ ແລະ ສະຫາຍ ຄໍານູທອນ ສູນວິເລີດ. ກອງປະຊຸມຄັ້ງປະຖົມມະລືກຂອງຄະນະບໍລິຫານງານພັກຊຸດໃໝ່ໄດ້ປ່ອນບັດເລືອກຕັ້ງເອົາຄະນະປະຈໍາພັກ 3 ສະຫາຍ ຄື: ສະຫາຍ ໄຊຊະນະ ໂຄດພູທອນ, ສະຫາຍ ບຸນທັນ ບຸນທະວິໄລ ແລະ ສະຫາຍ ຄໍາເພັດ ສົມວໍລະຈິດ; ເລືອກເອົາສະຫາຍ ໄຊຊະນະ ໂຄດພູທອນ ເປັນເລຂາ, ສະຫາຍ ບຸນທັນ ບຸນທະວິໄລ ເປັນຮອງເລຂາ; ເລືອກເອົາສະຫາຍ ຄໍາເພັດ ສົມວໍລະຈິດ ເປັນປະທານກວດກາພັກ, ສະຫາຍ ນາງ ພອນທິບ ສາວະລີ ແລະ ສະຫາຍ ຄໍານູທອນ ສູນວິເລີດ ເປັນຮອງປະທານກວດກາພັກ ເພື່ອເປັນຄັນທຸງນໍາໜ້າ ນໍາພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໃຫ້ປະກົດຜົນເປັນຈິງ. ພ້ອມກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 5 ສະຫາຍ ເພື່ອເປັນຕົວແທນໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ກອງປະຊຸມໃຫຍ່ຄັ້ງນີ້ ສະຫາຍ ຄໍາພັນ ພົມມະທັດ ໄດ້ໂອ້ລົມ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນຕໍ່ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດຊຸດໃໝ່ ຈົ່ງພ້ອມກັນຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເກີດຜົນເປັນຈິງ. ພ້ອມທັງຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກ ພັກ, ພະນັກງານ - ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ຈົ່ງພ້ອມກັນເຊື່ອມຊຶມກໍາ
ແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່ຢ່າງເລິກເຊິ່ງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ພ້ອມກັນຜ່ານຜ່າອຸປະສັກສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ, ເພື່ອສືບຕໍ່ພັດທະນາວຽກງານອົງການໄອຍະການປະຊາຊົນ ໃຫ້ມີບາດກ້າວຫັນປ່ຽນທີ່ໜັກແໜ້ນຕາມທິດ “ສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ” ຢ່າງບໍ່ຢຸດຢັ້ງ.
(ຂ່າວ: ອອປສ)
ວັນທີ 04 ກັນຍາ 2025, ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ໄຂຂື້ນ ແລະ ປິດລົງດ້ວຍຜົນສຳເລັດອັນສະຫງ່າງາມ".
ກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ VI ຂອງອົງຄະນະພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນ ເປັນເວລາ 01 ວັນເຕັມ, ພາຍໃຕ້ການເປັນປະທານ ຂອງ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ແລະ ເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ເຂົ້າຮ່ວມເປັນຜູ້ຊີ້ນໍາກອງປະຊຸມ, ມີບັນດາສະຫາຍກໍາມະການສູນກາງພັກ, ສະຫາຍຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າຈາກອົງຄະນະພັກ ສະພາແຫ່ງຊາດ, ສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ຕາງໜ້າອົງຄະນະພັກບັນດາກະຊວງ, ອົງການ ພ້ອມດ້ວຍ ສະມາຊິກພັກສົມບູນທັງໝົດ ຈໍານວນ 197 ສະຫາຍ (ຍິງ 81 ສະຫາຍ) ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ ໄດ້ມີຄວາມເປັນເອກະສັນຢ່າງສົມບູນ ຕໍ່ເນື້ອໃນລາຍງານການເມືອງ ໂດຍໄດ້ຢັ້ງຢືນວ່າໃນໄລຍະ 05 ປີຜ່ານມາ ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກ ອົງການໄອຍະການປະຊາຊົນສູງສຸດ ໄດ້ເຮັດໃຫ້ວຽກງານໄອຍະການປະຊາຊົນ ມີການພັດທະນາຢ່າງຮອບດ້ານ ເປັນຕົ້ນແມ່ນກົງຈັກການຈັດຕັ້ງ ແຕ່ສູນກາງຮອດທ້ອງຖິ່ນ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງໜັກແໜ້ນດີຂຶ້ນກ່ວາເກົ່າ, ຖັນແຖວບຸກຄະລາກອນໄດ້ຮັບການຍົກລະດັບ, ການພັດທະນາທາງດ້ານຈໍານວນ ແລະ ຄຸນນະພາບຢ່າງເປັນລະບົບຕໍ່ເນື່ອງ; ໄປພ້ອມກັນນັ້ນ ການປັບປຸງກໍ່ສ້າງພັກທາງດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ ແລະ ແບບແຜນວິທີນໍາພາ ກໍໄດ້ຮັບການປັບປຸງມີຄຸນນະພາບສູງຂຶ້ນ, ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບັນລຸ 80% ຂອງຈໍານວນໜ່ວຍພັກທັງໝົດ; ການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນ ແມ່ນຫ້ອງການເຮັດວຽກຂອງອົງການໄອຍະການປະຊາຊົນທ້ອງຖິ່ນ ສ່ວນຫຼາຍແມ່ນໄດ້ຮັບການບໍາລຸງຮັກສາ ແລະ ມີຈໍານວນໜຶ່ງໄດ້ຮັບການກໍ່ສ້າງໃໝ່.
ຄຸນນະພາບການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແມ່ນໄດ້ຮັບການຍົກສູງຂຶ້ນສູ່ຄຸນນະພາບ ແລະ ຖືກຕ້ອງຕາມກົດໝາຍດີຂຶ້ນ, ສະແດງອອກໃນການພິຈາລະນາຕັດສິນຄະດີຂອງສານແຕ່ລະຂັ້ນ, ສານໄດ້ຕັດສິນ ແລະ ພິພາກສາເອົາຕາມຄໍາຖະແຫຼງຂອງໄອຍະການປະຊາຊົນ ບັນລຸ 95% ຂຶ້ນໄປ, ລື່ນຄາດໝາຍທີ່ວາງໄວ້.
ການພົວພັນຮ່ວມມືກັບຕ່າງປະເທດ ໂດຍສະເພາະແມ່ນເພື່ອນມິດຍຸດທະສາດ ຄື: ອົງການໄອຍະການປະຊາຊົນ ສສ ຫວຽດນາມ, ສປ ຈີນ, ສະຫະພັນລັດເຊຍ ແລະ ສ.ກູບາ ໄດ້ຮັບການເສີມຂະຫຍາຍ ແລະ ກ້າວສູ່ລວງເລິກ.
ຄຽງຄູ່ກັບຜົນສໍາເລັດດັ່ງກ່າວ ກອງປະຊຸມໃຫຍ່ໄດ້ເປັນເອກະພາບຕໍ່ການຕີລາຄາຂໍ້ຄົງຄ້າງຕ່າງໆ ທີ່ຈະຕ້ອງເອົາໃຈໃສ່ປັບປຸງແກ້ໄຂ ຄື: ການສຶກສາອົບຮົມການເມືອງ-ນໍາພາແນວຄິດຂອງສະມາຊິກພັກ, ພະນັກງານ-ລັດຖະກອນ ຍັງບໍ່ທັນເລິກເຊິ່ງທົ່ວເຖິງ, ກົງຈັກການຈັດຕັ້ງອົງການໄອຍະການປະຊາຊົນ ໂດຍສະເພາະຢູ່ຂັ້ນທ້ອງຖິ່ນ ຍັງບໍ່ທັນເຂັ້ມແຂງ ແລະ ໜັກແໜ້ນ, ຖັນແຖວບຸກຄະລາກອນດ້ານຈໍານວນໄດ້ເພີ່ມຂຶ້ນ ແຕ່ຄຸນນະພາບຍັງຈໍາກັດ. ການຕິດຕາມກວດກາການເຄົາລົບ, ປະຕິບັດກົດໝາຍ ແລະ ສັ່ງຟ້ອງຜູ້ຖືກຫາຂຶ້ນສານ ບາງດ້ານຍັງບໍ່ທັນຍົກສູງຄຸນນະພາບເທົ່າທີ່ຄວນ ສະແດງອອກການຄົ້ນຄວ້າແກ້ໄຂຄະດີຈໍານວນໜຶ່ງຍັງຊັກຊ້າແກ່ຍາວ.
ກອງປະຊຸມໃຫຍ່ ໄດ້ເຫັນດີເຫັນພ້ອມຮັບຮອງເອົາ ທິດທາງໜ້າທີ່ ແລະ ບັນດາຄາດໝາຍສູ້ຊົນ ໃນຊຸມປີຕໍ່ໜ້າຄື: ຮັບຮອງເອົາ 06 ແຜນງານ 27 ໂຄງການ 104 ກິດຈະກໍາ ໄລຍະແຕ່ປີ 2026 ຮອດປີ 2030 ເພື່ອສືບຕໍ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ.
ສະມາຊິກພັກສົມບູນ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໃຊ້ສິດປະຊາທິປະໄຕຢ່າງເຕັມສ່ວນ ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກ ຊຸດທີ ຈໍານວນ 11 ສະຫາຍ ຄື:
1. ສະຫາຍ ໄຊຊະນະ ໂຄດພູທອນ,
2. ສະຫາຍ ບຸນທັນ ບຸນທະວິໄລ,
3. ສະຫາຍ ຄໍາເພັດ ສົມວໍລະຈິດ,
4. ສະຫາຍນາງ ພອນເພັດ ອຸ່ນແກ້ວ,
5. ສະຫາຍນາງ ພອນທິບ ສາວະລີ,
6. ສະຫາຍ ພຸດທະວົງ ບົວລະພາ,
7. ສະຫາຍ ບົວລີ ເພັດມີໄຊ,
8. ສະຫາຍ ສີສຸພັນ ສີວັນທອງ,
9. ສະຫາຍ ບຸນມາ ດວງມາລາສິນ,
10. ສະຫາຍ ໄພຄໍາ ວິໄລສຸກ,
11. ສະຫາຍ ຄໍານູທອນ ສູນວິເລີດ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກຊຸດໃໝ່ ໄດ້ປ່ອນບັດເລືອກຕັ້ງເອົາ ຄະນະປະຈໍາພັກ 03 ສະຫາຍ ຄື:
1. ສະຫາຍ ໄຊຊະນະ ໂຄດພູທອນ,
2. ສະຫາຍ ບຸນທັນ ບຸນທະວິໄລ,
3. ສະຫາຍ ຄໍາເພັດ ສົມວໍລະຈິດ;
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກຊຸດໃໝ່ ໄດ້ເລືອກເອົາ:
1. ສະຫາຍ ໄຊຊະນະ ໂຄດພູທອນ ເປັນເລຂາ,
2.ສະຫາຍ ບຸນທັນ ບຸນທະວິໄລ ເປັນຮອງເລຂາ.
ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະບໍລິຫານງານພັກຊຸດໃໝ່ ໄດ້ເລືອກເອົາ:
1. ສະຫາຍ ຄໍາເພັດ ສົມວໍລະຈິດ ເປັນປະທານກວດກາພັກ,
2. ສະຫາຍ ນາງ ພອນທິບ ສາວະລີ ເປັນຮອງປະທານກວດກາພັກ,
3. ສະຫາຍ ຄໍານູທອນ ສູນວິເລີດ ເປັນຮອງປະທານກວດກາພັກ.
ພ້ອມກັນນັ້ນ ກອງປະຊຸມໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນຈໍານວນ 05 ສະຫາຍ ເພື່ອເປັນຕົວແທນ ໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ກອງປະຊຸມໃຫຍ່ຄັ້ງນີ້ ມີຄວາມອົບອຸ່ນ, ເປັນກຽດຢ່າງສູງ ແລະ ຮູ້ບຸນຄຸນເປັນຢ່າງຍິ່ງທີ່ໄດ້ຂໍ່ານັບຮັບຕ້ອນ ແລະ ຮັບຟັງການໂອ້ລົມຂອງ ສະຫາຍ ປອ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ ເຊິ່ງໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ຕໍ່ອົງຄະນະພັກອົງການໄອຍະການປະຊາຊົນສູງສຸດ ທີ່ເປັນທັດສະນະແນວຄິດຊີ້ນໍາ, ເປັນຄໍາສັ່ງ ຂອງກົມການເມືອງສູນກາງພັກ ຊຶ່ງຈະໄດ້ນຳໄປຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດ, ປະກອບສ່ວນເຮັດໃຫ້ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ເກີດຜົນເປັນຈິງ.
ກອງປະຊຸມໃຫຍ່ຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ບັນດາສະຫາຍຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະຈັດຕັ້ງສູນກາງພັກ, ຕາງໜ້າອົງຄະນະພັກ ສະພາແຫ່ງຊາດ, ສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ຜູ້ຕາງໜ້າຈາກອົງຄະນະພັກ ກະຊວງ, ອົງການ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້. ພິເສດຂໍສະແດງຄວາມຂອບອົກຂອບໃຈ ແລະ ຮູ້ບຸນຄຸນຢ່າງຍິ່ງ ຕໍ່ບັນດາສະຫາຍພະນັກງານອາວຸໂສ ບໍານານ, ອະດີດການນໍາອົງການໄອຍະການປະຊາຊົນສູງສຸດ ໄດ້ໃຫ້ກຽດເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງນີ້ ຕາມການເຊື້ອເຊີນ.
ກອງປະຊຸມໃຫຍ່ຮຽກຮ້ອງມາຍັງຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວລະບົບອົງການໄອຍະການປະຊາຊົນ ຈົ່ງພ້ອມກັນເຊື່ອມຊຶມກໍາແໜ້ນເນື້ອໃນມະຕິກອງປະຊຸມໃຫຍ່, ເພີ່ມທະວີຄວາມສາມັກຄີເປັນເອກະພາບຢ່າງແໜ້ນແຟ້ນ, ຜ່ານຜ່າອຸປະສັກສູ້ຊົນຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງນີ້ໃຫ້ປະກົດຜົນເປັນຈິງ ເພື່ອສືບຕໍ່ພັດທະນາວຽກງານໄອຍະການປະຊາຊົນ ໃຫ້ມີບາດກ້າວຫັນປ່ຽນທີ່ໜັກແໜ້ນຕາມທິດ “ ສືບຕໍ່ຫັນວຽກງານໄອຍະການປະຊາຊົນລົງສູ່ຮາກຖານ ເພື່ອສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ ຕາມທິດກ້າວໜ້າ ແລະ ທັນສະໄໝເທື່ອລະກ້າວ” ຢ່າງບໍ່ຢຸດຢັ້ງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ