ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການແລ້ວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2025-09-07 02:20:00
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ເປີດຂຶ້ນຢ່າງເປັນທາງການແລ້ວ
------------------------------
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 02 ກັນຍາ 2025, ທີ່ຫໍວັດທະນະທໍາໄກສອນ ພົມວິຫານ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ແລະ ພາຍໃຕ້ການເປັນປະທານກອງປະຊຸມຂອງສະຫາຍ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ, ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ມີບັນດາສະຫາຍ ຕາງໜ້າ ຈາກສູນກາງ, ຄະນະພັກ-ຄະນະນຳຈາກແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງຈໍາປາສັກ ,ກອງພົນທະຫານຮາບທີ 4 ແລະ ບັນດາສະຫາຍຜູ້ແທນສົມບູນຈຳນວນ 481 ສະຫາຍ, ຍິງ 86 ສະຫາຍ ປະກອບມີ 11 ເຜົ່າໂດຍແບ່ງຕາມໝວດພາສາຄື: ໝວດພາສາລາວໄຕມີ ເຜົ່າລາວ 337 ສະຫາຍ, ຍິງ 65 ສະຫາຍ, ເຜົ່າຜູ້ໄທ 94 ສະຫາຍ, ຍິງ 16 ສະຫາຍ, ເຜົ່າໄຕ 1 ສະຫາຍ, ໄຕເໜືອ 1 ສະຫາຍ, ໝວດພາສາມອນຂະແມປະກອບມີ ເຜົ່າກະຕາງ 15 ສະຫາຍ, ຍິງ 1 ສະຫາຍ, ມັງກອງ 12 ສະຫາຍ, ຍິງ 3 ສະຫາຍ, ເຜົ່າບຣູ 12 ສະຫາຍ, ຍິງ 1 ສະຫາຍ, ເຜົ່າຕະໂອ໊ຍ 5 ສະຫາຍ, ເຜົ່າກຶມມຸ 1 ສະຫາຍ, ເຜົ່າສ່ວຍ 2 ສະຫາຍ ແລະ ເຜົ່າຕຣີ 1 ສະຫາຍ ທີ່່ເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວແຂວງຈຳນວນ 35,453 ສະຫາຍ, ຍິງ 10,412 ສະຫາຍ.
ໂອກາດນີ້, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ ກໍ່ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ຢ່າງເປັນທາງການວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ພວກເຮົາ ໄດ້ອອກແຮງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງສະຫວັນນະເຂດ, ພວກເຮົາໄດ້ປະເຊີນໜ້າກັບສິ່ງທ້າທາຍທົດສອບຫຼາຍດ້ານ, ສໍາລັບກອງປະຊຸມໃຫຍ່ຂອງພວກເຮົາຄັ້ງນີ້ ຈະໄດ້ຮັບຟັງຮ່າງລາຍງານການເມືອງ ແລະແຜນພັດທະນາເສດຖະກິດ-ສັງຄົມ ແລ້ວຍັງຈະໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາ ຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ. ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ.
ພ້ອມນັ້ນ, ສະຫາຍ ບຸນໂຈມ ອຸບົນປະເສີດ ກໍ່ຍັງໄດ້ຜ່ານຮ່າງບົດລາຍງານການເມືອງທັງ 02 ພາກວ່າ: ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ IX ໄລຍະ 5 ປີຜ່ານມາ (2021-2025). ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ IX ຂອງອົງຄະນະພັກແຂວງ, ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍບັນດາເນື້ອໃນມະຕິກອງປະຊຸມດັ່ງກ່າວ ໂດຍຕິດພັນກັບມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI ເຊິ່ງໄດ້ກໍານົດອອກເປັນ 6 ເປົ້າໝາຍໃຫຍ່ ແລະ 24 ແຜນວຽກຈຸດສຸມ. ໃນນີ້, ໄດ້ນໍາພາ-ຊີ້ນໍາ ຫັນເອົາແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໄປຈັດຕັ້ງຜັນຂະຫຍາຍດ້ວຍການໂຄສະນາເຂົ້າສູ່ລວງເລິກ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ກາຍເປັນໜ້າທີ່ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ດ້ານເສດຖະກິດຄະນະພັກທຸກຂັ້ນ ໄດ້ເອົາໃຈໃສ່ຂຸດຄົ້ນຂີດຄວາມສາມາດ ແລະ ທ່າແຮງບົ່ມຊ້ອນຂອງແຂວງ ບວກກັບ ກໍາລັງແຮງຂອງທຸກພາກສ່ວນສັງຄົມ ເຮັດໃຫ້ການຂະຫຍາຍຕົວຂອງເສດຖະກິດຂອງແຂວງ ຂະຫຍາຍຕົວດ້ວຍອັດຕາການເຕີບໂຕສະເລ່ຍ ໃນລະດັບ 8%, ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 40,698 ຕື້ກີບ, ສະເລ່ຍລາຍໄດ້ 35.79 ລ້ານກີບຕໍ່ຄົນຕໍ່ປີ, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 15,844 ຕື້ກີບ ເທົ່າກັບ 135.78% ແລະ ການຄຸ້ມຄອງລາຍຈ່າຍປະຕິບັດໄດ້ 5,175 ຕື້ກີບ, ເທົ່າກັບ 96.57% ຂອງແຜນ, ແຫຼ່ງທຶນພັດທະນາແຂວງ ບັນລຸໄດ້ 52,708 ຕື້ກີບ ຫຼືເທົ່າກັບ 155.66%, ພື້ນຖານໂຄງລ່າງ, ການບໍລິການຄົມມະນາຄົມ ແລະ ຂົນສົ່ງ ໄດ້ຮັບການປັບປຸງກໍ່ສ້າງອອກສູ່ຊົນນະບົດ, ເສັ້ນທາງແຕ່ເທດສະບານແຂວງຫາບັນດາເມືອງ ແລະ ເມືອງຫາບ້ານ ທຽວໄດ້ສອງລະດູ ເພີ່ມຂຶ້ນມາເປັນ 878 ບ້ານ, ເທົ່າກັບ 84.91% ຂອງບ້ານທັງໝົດໃນທົ່ວແຂວງ ຍັງເຫຼືອ 78 ບ້ານທີ່ຍັງບໍ່ສາມາດທຽວໄດ້ 2 ລະດູ, ການຂະຫຍາຍຕາໜ່າງໄຟຟ້າເຂົ້າບ້ານໃຫ້ປະຊາຊົນ ໄດ້ເພີ່ມຂຶ້ນ ຈຳນວນ 32 ບ້ານ, ລວມເປັນ 1,002 ບ້ານ ເທົ່າກັບ 96.90% ຂອງບ້ານທົ່ວແຂວງ. ໄດ້ຊຸກຍູ້ສົ່ງເສີມ ການເອື້ອອໍານວຍຄວາມສະດວກ ແລະ ຍາດແຍ່ງເອົາການລົງທຶນຕ່າງປະເທດ ເຂົ້າໃນເຂດເສດຖະກິດພິເສດແຂວງສະຫວັນນະເຂດ ເພີ່ມຂຶ້ນ 51 ຫົວໜ່ວຍ, ລື່ນແຜນການ 27.50% ດ້ວຍມູນຄ່າການລົງທຶນ 97.40 ລ້ານໂດລາສະຫະລັດ. ນອກຈາກນີ້, ຍັງໄດ້ສຸມໃສ່ປະຕິບັດຍຸດທະສາດ ແລະ ນະໂຍບາຍການສຶກສາ ເຊິ່ງມີຜົນສໍາເລັດບັນລຸໄດ້ 9 ຄາດໝາຍ ແລະ ຍັງ 7 ຄາດໝາຍ. ວຽກງານສາທາລະນະສຸກ ແມ່ນໄດ້ຮັບການຂະຫຍາຍຕົວພັດທະນາຢ່າງຕໍ່ເນື່ອງ ແລະ ທົ່ວເຖິງ ໂດຍພື້ນຖານ, ສາມາດຈັດຕັ້ງປະຕິບັດບັນລຸໄດ້ 10 ຄາດໝາຍ ແລະ ຍັງ 1 ຄາດໝາຍ, ມາຮອດປະຈຸບັນ ທົ່ວແຂວງ ມີທັງໝົດ 1,034 ບ້ານ ແລະ ມີ 174,668 ຄອບຄົວ ໃນນັ້ນ, ມີຄອບຄົວພົ້ນທຸກ ກວມເອົາຫຼາຍກວ່າ 88%, ບ້ານພົ້ນທຸກ 823 ບ້ານ ກວມ 79.59%, ມີບ້ານພັດທະນາ 304 ບ້ານ ກວມ 29.43%, ສ້າງເມືອງພົ້ນທຸກ ເພີ່ມຂຶ້ນ 5 ເມືອງ ລວມເປັນ 11 ເມືອງ ແລະ ມີເງື່ອນໄຂຈະພົ້ນທຸກໃນຕໍ່ໜ້າ 4 ເມືອງຄື: ນອງ, ເຊໂປນ, ພີນ ແລະ ພະລານໄຊ. ສ້າງເມືອງເຂັ້ມແຂງຮອບດ້ານມີ ນະຄອນໄກສອນພົມວິຫານ ແລະ ເມືອງສອງຄອນ. ສ່ວນການສ້າງເງື່ອນໄຂໃຫ້ເມືອງນອງ ກາຍເປັນເມືອງພົ້ນທຸກ ປະຕິບັດໄດ້ 20 ບ້ານ ເທົ່າກັບ 29.41% ຂອງບ້ານທັງໝົດໃນທົ່ວເມືອງ.
ພ້ອມນີ້ ພາຍໃນກອງປະຊຸມ ຍັງໄດ້ຮັບຟັງການ ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຄັ້ງທີ X ຈາກສະຫາຍ ແສນສັກ ສຸລິສັກ ກຳມະການປະຈໍາພັກແຂວງ ຮອງເຈົ້າແຂວງສະຫວັນນະເຂດຕື່ມອີກ; ຮັບຟັງການປະກອບຄຳຄິດຄຳເຫັນຈາກຕາງໜ້າຂົງເຂດ ປກສ, ກ່ຽວກັບການສ້າງບ້ານປ້ອງກັນຊາດເຂັ້ມແຂງ-ປ້ອງກັນຄວາມສະຫງົບດີ ຕິດພັນກັບການສ້າງບ້ານປອດຢາເສບຕິດ ຢູ່ແຂວງສະຫວັນນະເຂດ, ການພັດທະນາຊົນນະບົດແບບໃໝ່ຮອບດ້ານ ຢູ່ຈຸດສຸມຈຽງຕູບ ເມືອງເຊໂປນ, ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການປູກ ແລະ ຜະລິດເບ້ຍຢາງພາລາ ໃຫ້ກາຍເປັນສິນຄ້າ ຢູ່ບ້ານນາແດງ ເມືອງໄຊບູລີ, ການຜະລິດເຂົ້າໜຽວລາວຄຸນະພາບ ເພື່ອສົ່ງອອກຕ່າງປະເທດ ຂອງກຸ່ມບໍລິສັດໂຊກໄຊ ບ້ານນາຄໍານົນ ເມືອງສອງຄອນ ແລະ ຮັບຟັງການລາຍງານຈາກ ສະຫາຍ ເກຍ ອູ໊ສິດທິເດດ ວິລະຊົນແຮງງານ ເຈົ້າຂອງໂຮງງານນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ທີ່ໄດ້ປະກອບສ່ວນທຶນຮອນສ່ວນຕົວ ເຂົ້າໃສ່ການພັດທະນາພື້ນຖານໂຄງລ່າງແກ້ໄຂຄວາມທຸກຍາກ ຢູ່ເຂດຊົນນະບົດ, ຫ່າງໄກສອກຫຼີກ ແລະ ທຸລະກັນດານພາຍໃນແຂວງສະຫວັນນະເຂດ.
ແຫຼ່ງ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດຄັ້ງທີ X ໄດ້ສຳເລັດລົງດ້ວຍຄວາມຈົບງາມໃນຕອນເຊົ້າວັນທີ 3 ກັນຍາ 2025ນີ້ ຢູ່ທີ່ຫໍວັດທະນະທຳໄກສອນພົມວິຫານ, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນໂຈມອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ, ໂດຍໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ, ມີສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ຜູ້ແທນ ແລະ ແຂກກອງປະຊຸມເຂົ້າຮ່ວມ.
ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລຶກ, ຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ສະໄໝທີ X ປະກອບມີ 41 ສະຫາຍ. ໃນນັ້ນ, ເພດຍິງ 4 ສະຫາຍ, ເຜົ່າລາວ 29 ສະຫາຍ, ເຜົ່າຜູ້ໄທ 6 ສະຫາຍ, ເຜົ່າກະຕາງ 3 ສະຫາຍ, ເຜົ່າກະເລິງ, ມັງກອງ ແລະ ເຜົ່າບຣູ 1 ສະຫາຍ. ໃນນີ້, ໄດ້ເລືອກເອົາຄະນະກຳມະການປະຈຳພັກແຂວງຈຳນວນ 13 ສະຫາຍ ປະກອບມີ: .ສະຫາຍ ບຸນໂຈມ ອຸບົນປະເສີດ, ສະຫາຍ ໂພໄຊ ໄຂຄຳພິທູນ, ສະຫາຍ ນາງ ດາວວອນ ໄຊສຸລຽນ, ສະຫາຍ ຄຳວິໃສ ຜຸຍຍະວົງ, ສະຫາຍ ແສນສັກ ສຸລິສັກ, ສະຫາຍ ທອງໃສ ໄຊຍະວົງຄຳດີ, ສະຫາຍ ຄຳຜຸຍ ສີບຸນເຮືອງ, ສະຫາຍ ແສນສັກ ພິມວົງສາ, ສະຫາຍ ວາລິຍະ ສີຈັນທອງທິບ, ສະຫາຍ ສາລີ ວິນລາວັນ, ສະຫາຍ ພູລຳພອນ ສີຫາວົງ, ສະຫາຍ ພົຈວ ພັນວິໄລ ລາດສະຍົນ ຯລະ ສະຫາຍ ພັອ ລຳພົງ ໄຊທອງ.
ໃນກອງປະຊຸມ, ໄດ້ເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ໂພໄຊ ໄຂຄຳພິທູນ ແລະ ສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາ ສະຫາຍ ແສນສັກ ພິມວົງສາ ເປັນປະທານກວດກາພັກ. ພ້ອມນີ້ ກອງປະຊຸມຍັງໄດ້ເລືອກເອົາ ສະຫາຍ ສີວິໄລ ຈັນທຳມະຈັກ, ສະຫາຍ ນາງ ກິ່ນນາລອນ ວົງຄຳໂພສາ ແລະ ສະຫາຍ ສຸກສາຄອນ ມະນີສອນ ເປັນຮອງປະທານກວດກາພັກ. ພ້ອມນີ້ ໃນກອງປະຊຸມ ຍັງໄດ້ມີການປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງສູນກາງພັກຈຳນວນ 47 ສະຫາຍ.
ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ຈິດມະນີ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳໃນຫຼາຍບັນຫາສຳຄັນຕໍ່ຄະນະບໍລິຫານງານພັກແຂວງສະຫວັນນະເຂດ ຊຸດທີ X ເພື່ອພ້ອມກັນນຳພາ-ຊີ້ນຳພາແຂວງ ໃຫ້ສືບຕໍ່ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງຕາມທິດທາງແຜນການທີ່ພັກວາງໄວ້.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)
ວັນທີ 03 ກັນຍາ 2025, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງສະຫວັນນະເຂດ ຄັ້ງທີ X ໄດ້ສຳເລັດລົງດ້ວຍຄວາມຈົບງາມ".
ສະຫາຍ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນກອງປະຊຸມຄັ້ງປະຖົມມະລືກ ຄະນະບໍລິຫານງານພັກແຂວງ ສະຫວັນນະເຂດ ສະໄໝທີ X ປະກອບມີ 41 ສະຫາຍ (ເພດຍິງ 04 ສະຫາຍ), ເຜົ່າລາວ 29 ສະຫາຍ, ເຜົ່າຜູ້ໄທ 06 ສະຫາຍ, ເຜົ່າກະຕາງ 03 ສະຫາຍ, ເຜົ່າກະເລິງ, ມັງກອງ ແລະ ເຜົ່າບຣູ 01 ສະຫາຍ.
ໃນນີ້ໄດ້ເລືອກເອົາຄະນະກຳມະການປະຈຳພັກແຂວງຈຳນວນ 13 ສະຫາຍ ປະກອບມີ:
1. ສະຫາຍ ບຸນໂຈມ ອຸບົນປະເສີດ,
2. ສະຫາຍ ໂພໄຊ ໄຂຄຳພິທູນ,
3. ສະຫາຍ ນາງ ດາວວອນ ໄຊສຸລຽນ,
4. ສະຫາຍ ຄຳວິໃສ ຜຸຍຍະວົງ,
5. ສະຫາຍ ແສນສັກ ສຸລິສັກ,
6. ສະຫາຍ ທອງໃສ ໄຊຍະວົງຄຳດີ,
7. ສະຫາຍ ຄຳຜຸຍ ສີບຸນເຮືອງ,
8. ສະຫາຍ ແສນສັກ ພິມວົງສາ,
9. ສະຫາຍ ວາລິຍະ ສີຈັນທອງທິບ,
10. ສະຫາຍ ສາລີ ວິນລາວັນ,
11. ສະຫາຍ ພູລຳພອນ ສີຫາວົງ,
12. ສະຫາຍ ພົຈວ ພັນວິໄລ ລາດສະຍົນ,
13. ສະຫາຍ ພັອ ລຳພົງ ໄຊທອງ.
ກອງປະຊຸມໄດ້ເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ບຸນໂຈມ ອຸບົນປະເສີດ ເປັນເລຂາຄະນະບໍລິຫານງານພັກແຂວງ,
2. ສະຫາຍ ໂພໄຊ ໄຂຄຳພິທູນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,
3. ສະຫາຍ ນາງ ດາວວອນ ໄຊສຸລຽນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ກອງປະຊຸມໄດ້ເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ແສນສັກ ພິມວົງສາ ເປັນປະທານກວດກາພັກ,
2. ສະຫາຍ ສີວິໄລ ຈັນທຳມະຈັກ, ເປັນຮອງປະທານກວດກາພັກ;
3. ສະຫາຍ ນາງ ກິ່ນນາລອນ ວົງຄຳໂພສາ, ເປັນຮອງປະທານກວດກາພັກ;
4. ສະຫາຍ ນາງ ເທວີ ໂພທິກຸມມານ, ເປັນຮອງປະທານກວດກາພັກ;
5. ສະຫາຍ ສຸກສາຄອນ ມະນີສອນ, ເປັນຮອງປະທານກວດກາພັກ.
ຈາກນັ້ນໃນກອງປະຊຸມ ສະຫາຍ ບຸນໂຈມ ອຸບົນປະເສີດ ກໍ່ໄດ້ຕາງໜ້າໃຫ້ຄະນະບໍລິຫານງານພັກແຂວງສະຫວັນນະເຂດຊຸດໃໝ່ ຂຶ້ນກ່າວຮັບໜ້າທີ່ພ້ອມທັງປະຕິຍານຕົນວ່າ:
1. ຈະເອົາໃຈໃສ່ສຸມທຸກສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເຂົ້າໃນການຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ , ຄຳສັ່ງ ຂອງພັກ - ລັດ , ມະຕິກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ X ຫັນເປັນແຜນງານ, ໂຄງການລະອຽດ ເພື່ອພັດທະນາແຂວງສະຫວັນນະເຂດ ໃຫ້ມີບາດກ້າວຂະຫຍາຍຕົວ;
2. ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ພາຍໃນຄະນະບໍລິຫານງານພັກແຂວງ ແລະ ຄວາມສາມັກຄີເປັນເອກະພາບ ໃນທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນຢ່າງໜັກແໜ້ນຍິ່ງຂື້ນ ພ້ອມກັນຕັດສິນໃຈປະຕິບັດພາລະໜ້າທີ່ອັນສູງສົ່ງ ຂອງກອງປະຊຸມໃຫຍ່ທີ່ໄດ້ມອບໝາຍໃຫ້ມີຜົນສຳເລັດ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ