ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 12 ຄັ້ງ | ເວລາ | 2025-09-07 01:55:12
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງແຮງງານ ແລະ ສະຫວັັດດີການສັງຄົມ (ຮສສ) ຄັ້ງທີ VII ເປີດຂຶ້ນຢ່າງເປັນທາງການໃນວັນທີ 4 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງສະຫາຍ ໂພໄຊ ໄຊຍະສອນ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງ ຮສສ, ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາອະດີດການນໍາກະຊວງ, ຜູ້ແທນສົມບູນຈໍານວນ 131 ສະຫາຍ ຍິງ 59 ສະຫາຍເຂົ້າຮ່ວມ.
ສະຫາຍ ໂພໄຊ ໄຊຍະສອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການວ່າ: ກອງປະຊຸມຄັ້ງນີ້ຈະໄດ້ທົບທວນຕີລາຄາການຊີ້ນໍາ-ນໍາພາການຈັດຕັ້ງປະຕິບັດວຽກງານຂອງອົງຄະນະພັກກະຊວງໃນໄລຍະຜ່ານມາ ເພື່ອພ້ອມກັນກໍານົດທິດທາງແຜນການໃນຕໍ່ໜ້າຢ່າງມີຈຸດສຸມ, ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ຕໍ່ວຽກງານແຮງງານ ແລະ ສະຫວັັດດີການສັງຄົມ ເພື່ອການຫັນປ່ຽນຢ່າງຕັ້ງໜ້າຕາມຈຸດໝາຍສັງຄົມນິຍົມ. ກອງປະຊຸມບັນດາຜູ້ແທນໄດ້ມີຄວາມເປັນເອກະພາບ ແລະ ພ້ອມກັນຮັບຮອງເອົາບັນດາເນື້ອໃນເອກະສານ ຮ່າງລາຍງານການເມືອງ, ຮ່າງແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ ແລະ ບົດສຳຫຼວດການນໍາພາລວມຂອງຄະ ນະບໍລິຫານງານພັກກະຊວງສະໄໝທີ VI ຜ່ານມາ ຊຶ່ງໄດ້ມີການວິເຄາະວິໄຈຢ່າງເລິກເຊິ່ງ ແລະ ພາວະວິໃສ, ຊອກໃຫ້ເຫັນບັນດາສາເຫດທີ່ເປັນດ້ານອ່ອນ-ຂໍ້ຄົງຄ້າງ ເພື່ອນຳມາຖອດຖອນເປັນບົດຮຽນ ແລະ ວິທີແກ້ໄຂໃນຊຸມປີຕໍ່ໜ້າ.
ສະຫາຍ ນາງ ແກ້ວ ຈັນທະວິໄຊ ກຳມະການຄະນະພັກກະຊວງ ຮອງລັດຖະມົນຕີກະຊວງ ຮສສ ໄດ້ ຜ່ານຮ່າງລາຍງານການເມືອງວ່າ: ໂດຍປະຕິບັດຕາມ 6 ຄາດໝາຍສູ້ຊົນຂອງມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງສະໄໝທີ VI ແລະ 5 ເປົ້າໝາຍ, 12 ແຜນວຽກຈຸດສຸມຂອງແຜນພັດທະນາ ຮສສ 5 ປີຄັ້ງທີ 5 (2021-2025) ແລະ 7 ໜ້າວຽກໃນແຜນດຳເນີນງານຂອງອົງຄະນະພັກກະຊວງໄລຍະ 5 ປີ (2021-2025) ຢ່າງຕັ້ງໜ້າ ສາມາດສະຫຼຸບໄດ້ດັ່ງນີ້: ດ້ານວຽກງານວິຊາສະເພາະ ໄດ້ຊີ້ນຳການຈັດຕັ້ງປະຕິບັດ 4 ທິດທາງ ລວມ, 5 ເປົ້າໝາຍ, 12 ແຜນວຽກຈຸດສຸມ, 78 ຄາດໝາຍ, 186 ໂຄງການຢ່າງມີປະສິດທິຜົນ ສາມາດບັນລຸໂຕເລກຄາດໝາຍດັ່ງນີ້: ຂົງເຂດແຮງງານກຳນົດ 27 ຄາດໝາຍ, ປະຕິບັດໄດ້ 26 ຄາດໝາຍ ເທົ່າກັບ 96.29%, ຂອງແຜນການ, ໃນນີ້ລື່ນແຜນການ 9 ຄາດໝາຍ, ບັນລຸຕາມແຜນການ 11 ຄາດໝາຍ ແລະ ບໍ່ບັນລຸ 6 ຄາດໝາຍ; ຂົງເຂດສະຫວັດດີການສັງຄົມກໍານົດ 32 ຄາດໝາຍ, ປະຕິບັດໄດ້ 30 ຄາດໝາຍ ເທົ່າກັບ 93.75% ຂອງແຜນການ, ໃນນີ້ລື່ນແຜນການ 5 ຄາດໝາຍ, ບັນລຸຕາມແຜນການ 14 ຄາດໝາຍ ແລະ ບໍ່ບັນລຸຕາມແຜນການ 13 ຄາດໝາຍ; (ໃນຂົງເຂດນີ້ມີ 2 ຄາດໝາຍ ວຽກກາແດງບໍ່ໄດ້ຈັດຕັ້ງປະຕິບັດ ເພາະໄດ້ໂອນຂຶ້ນກັບການຄຸ້ມຄອງຂອງ ຫສນຍ ໃນໄລຍະກາງໄໝ). ຂົງເຂດຄຸ້ມຄອງ-ບໍລິຫານ ແລະ ນິຕິກໍາ ກຳນົດ 19 ຄາດໝາຍປະຕິບັດໄດ້ 100% ຂອງແຜນການ, ໃນນີ້ລື່ນແຜນການ 1 ຄາດໝາຍ, ບັນລຸຕາມແຜນ 12 ຄາດໝາຍ ແລະ ບໍ່ບັນລຸ 6 ຄາດໝາຍ. ສັງລວມແລ້ວໃນ 5 ປີຜ່ານມາ ສາມາດປະຕິບັດຕົວເລກຄາດໝາຍສູ້ຊົນໄດ້ທັງໝົດ 76 ຄາດໝາຍ ເທົ່າກັບ 97.43%.
ໃນວາລະກອງປະຊຸມຍັງໄດ້ພ້ອມກັນປະກອບຄຳຄິດ-ຄຳເຫັນຢ່າງເລິກຊຶ່ງ ແລະ ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຊຸດໃໝ່ ເພື່ອສືບຕໍ່ນຳພາ-ຊີ້ນໍາປະຕິບັດແນວທາງການເມືອງຂອງພັກໃຫ້ປະກົດຜົນເປັນຈິງ ແລະ ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ, ສຳຮອງໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ສະຫາຍ ໂພໄຊ ໄຊຍະສອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກກະຊວງແຮງງານ ແລະ ສະຫວັັດດີການສັງຄົມ (ຮສສ) ຊຶ່ງກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ໄດ້ປິດລົງດ້ວຍຜົນສຳເລັດຢ່າງຈົບງານໃນຕອນແລງຂອງວັນທີ 4 ກັນຍານີ້, ເປັນກຽດເຂົ້າຮ່ວມໂດຍສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານຜົນການປ່ອນບັດເລືອກຕັ້ງຂອງກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງ ຮສສ ຄັ້ງທີ VII ໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກກະຊວງຊຸດໃໝ່ ຊຶ່ງມີຜູ້ສະໝັກ 14 ສະຫາຍ ຍິງ 4 ສະຫາຍ, ເລືອກເອົາ 11 ສະຫາຍຍິງ 2 ສະຫາຍ, ເລືອກເອົາຄະນະປະຈຳພັກ 3 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະພາບກັນ ເລືອກເອົາສະຫາຍ ໂພໄຊ ໄຊຍະສອນ ເປັນເລຂາຄະນະບໍລິຫານງານພັກກະຊວງ, ເລືອກເອົາສະຫາຍ ນາງ ແກ້ວ ຈັນທະວິໄຊ ເປັນຮອງເລຂາພັກ ແລະ ເລືອກເອົາສະຫາຍ ພົງໄຊສັກ ອິນຖາລາດ ເປັນປະທານກວດກາພັກ, ເລືອກເອົາສະຫາຍ ວິໂລພົງ ສີສົມຫວັງ ເປັນຮອງປະທານກວດກາພັກ. ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 7 ສະຫາຍ ແລະ ສຳຮອງ 2 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກຕໍ່ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີຄວາມເອົາໃຈໃສ່ໃນການປັບປຸງລະບົບການເມືອງຂອງຕົນໃຫ້ມີຄວາມເຂັ້ມແຂງ ແຂງແຮງ; ເອົາໃຈໃສ່ປັບປຸງບູລະນະກົງຈັກການຈັດຕັ້ງຂອງພັກ ແລະ ບັນດາອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນສະເພາະໜ້າ ແລະ ຍາວນານ ຮັບປະກັນໃຫ້ທຸກການຈັດຕັ້ງຂອງພັກ-ລັດ ແລະ ອົງການຈັດຕັ້ງມະຫາຊົນມີຄວາມສະຫງົບ, ໜັກແໜ້ນ ຮັບປະກັນຕາມທິດພັກນໍາພາ, ລັດຄຸ້ມຄອງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນຢ່າງເຕັມສ່ວນ; ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກຂອງການຈັດຕັ້ງພັກ-ລັດທຸກຂັ້ນໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ; ປັບປຸງກົງຈັກການຈັດຕັ້ງຂອງຂະແໜງແຮງງານ ແລະ ສະຫວັດດີການສັງຄົມແຕ່ສູນກາງລົງຮອດທ້ອງຖິ່ນໃຫ້ໜັກແໜ້ນ, ເຂັ້ມແຂງຕາມທິດກະທັດຮັດສົມເຫດ-ສົມຜົນ ແລະ ເຄື່ອນໄຫວຢ່າງມີປະສິດທິພາບສູງ; ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາການພັດທະ ນາສີມືແຮງງານລາວໃຫ້ມີຄວາມຊໍານິຊໍານານງານໄດ້ທັງປະລິມານ ແລະ ຄຸນນະພາບໄປຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານ; ສືບຕໍ່ເອົາໃຈໃສ່ນໍາພາ-ຊີ້ນໍາພັດທະນາລະບົບປົກປ້ອງສັງຄົມໃຫ້ເຂັ້ມແຂງ, ມີປະສິດທິພາບ, ຫັນເປັນທັນສະໄໝ ແລະ ຮັບປະກັນໃຫ້ພົນລະເມືອງລາວເຂົ້າເຖິງການບໍລິການຂັ້ນພື້ນຖານຢ່າງທົ່ວເຖິງ; ປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕຢ່າງທົ່ວເຖິງ ແລະ ທັນການ. ພາຍຫຼັງສໍາເລັດກອງປະຊຸມໃຫຍ່ຄັ້ງນີ້ແລ້ວໃຫ້ຮີບຮ້ອນແບ່ງວຽກ-ແບ່ງງານ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກກະຊວງໃຫ້ລະອຽດ, ຈະແຈ້ງ, ເພື່ອນໍາພາ-ຊີ້ນໍາ ແລະ ອື່ນໆ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ບຸນຕອມ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ