ສໍາເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສວສສຊ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2025-09-07 01:43:04 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-07 01:43:04
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 3 ກັນຍານີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ພາຍໃຕ້ຄໍາຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັ້ງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ” ໂດຍການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດ ເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈຳພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມ.
ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ຂອງການຈັດຕັ້ງນຳພາວຽກງານຮອບດ້ານ ຂອງອົງຄະນະພັກ ສວສສຊ ເປັນການທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດໃນຊຸມປີຕໍ່ໜ້າ.
ກອງປະຊຸມໃຫຍ່ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສໍາຄັນ ແລະ ຕົກລົງຮັບຮອງຢ່າງເອກະສັນທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ຊຶ່ງໄດ້ຕີລາຄາຜົນສໍາເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກ ຂອງ ສປປ ລາວ, ໂຄງການຄົ້ນຄວ້າຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດ ຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ. ໄປຄຽງຄູ່ກັນ ກອງປະຊຸມຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ຊຶ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດ ເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ. ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບຳລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ, ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.
ກອງປະຊຸມໄດ້ຮັບຟັງລາຍງານ ແລະ ບົດປະກອບຄໍາເຫັນຈາກຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ. ການລາຍງານ ແລະ ປະກອບຄໍາຄິດເຫັນສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ແລະ ເປັນເອກະພາບຕໍ່ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ເຂົ້າໃນຂົງເຂດການ ຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.
(ຂ່າວ-ພາບ: ແສງຈັນ)
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ອົງຄະນະພັກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ (ສວສສຊ) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 3 ກັນຍານີ້ ທີ່ຫ້ອງ ປະຊຸມໃຫຍ່ຂອງຫ້ອງວ່າການສູນກາງພັກ ນະຄອນຫຼວງວຽງຈັນ ແລະ ສໍາເລັດຜົນຢ່າງຈົບງາມໃນວັນດຽວກັນ, ພາຍໃຕ້ຄໍາຂວັນ “ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານວຽກງານຄົ້ນຄວ້າ, ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ແກ່ພັກ ແລະ ລັດຖະບານ, ສ້າງຜະລິດຕະພັນທີ່ມີຄຸນນະພາບອອກສູ່ສັງຄົມທັງພາຍໃນ ແລະ ຕ່າງປະເທດ” ໂດຍການເປັນປະທານຂອງ ສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ ເລຂາຄະນະພັກ ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ; ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ຄະນະປະຈຳພັກ, ກຳມະການຄະນະພັກ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນຈາກຄະນະຈັດຕັ້ງສູນກາງພັກ, ຄະນະໂຄສະນາອົບຮົມສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ຄະນະພົວພັນການຕ່າງປະເທດສູນກາງພັກ ເຂົ້າຮ່ວມທັງໝົດຈໍານວນ 183 ສະຫາຍ ຍິງ 79 ສະຫາຍ. ໃນນີ້ ມີຜູ້ແທນກອງປະຊຸມ 148 ສະຫາຍ, ຍິງ 65 ສະຫາຍ.
ສະຫາຍ ກອງແກ້ວ ໄຊສົງຄາມ ໄດ້ກ່າວເປີດກອງປະຊຸມ ພ້ອມທັງຜ່ານບົດລາຍງານການເມືອງວ່າ: ກອງປະຊຸມໃຫຍ່ຄັ້ງນີ້ ເປັນເຫດການປະຫວັດສາດໜຶ່ງ ທີ່ມີຄວາມໝາຍຄວາມສຳຄັນ ຂອງການຈັດຕັ້ງນຳພາວຽກງານຮອບດ້ານ ຂອງອົງຄະນະພັກ ສວສສຊ ເປັນການທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ລັດໃນຊຸມປີຕໍ່ໜ້າ.
ກອງປະຊຸມໃຫຍ່ໄດ້ດຳເນີນໄປພາຍໃຕ້ບັນຍາກາດແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ມີຄວາມຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສໍາຄັນ ແລະ ຕົກລົງຮັບຮອງຢ່າງເອກະສັນທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດຂອງ ສວສສຊ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ ຊຶ່ງໄດ້ຕີລາຄາຜົນສໍາເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກ ຂອງ ສປປ ລາວ, ໂຄງການຄົ້ນຄວ້າຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດ ຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ຊຶ່ງໄດ້ສ້າງໜໍ່ແໜງສໍາຄັນໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ. ໄປຄຽງຄູ່ກັນ ກອງປະຊຸມຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ຊຶ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດ ເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ. ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບຳລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ; ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ, ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.
ກອງປະຊຸມໄດ້ຮັບຟັງລາຍງານ ແລະ ບົດປະກອບຄໍາເຫັນຈາກຜູ້ຕາງໜ້າຂອງ 3 ອົງການຈັດຕັ້ງມະຫາຊົນ ແລະ ຜູ້ຕາງໜ້າຈາກຂົງເຂດການຄົ້ນຄວ້າ ລ້ວນແຕ່ສະແດງໃຫ້ເຫັນເຖິງຄວາມເປັນເອກະພາບຕໍ່ບົດລາຍງານການເມືອງ, ທິດທາງແຜນການ ແລະ ວຽກງານຮອບດ້ານຕໍ່ກອງປະຊຸມ. ການລາຍງານ ແລະ ປະກອບຄໍາຄິດເຫັນສ່ວນຫຼາຍໄດ້ລົງເລິກ ລາຍງານຜົນສຳເລັດແຫ່ງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ I ແລະ ເປັນເອກະພາບຕໍ່ມະຕິກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ II ຂອງ ສວສສຊ ເຂົ້າໃນຂົງເຂດການ ຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ອັນໄດ້ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນຂຶ້ນ.
ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານພັກຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ຊຶ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 13 ສະຫາຍ; ໃນກອງປະຊຸມ ເລືອກໄດ້ 11 ສະຫາຍ, ໃນກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນກັນເລືອກເອົາສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາ, ສະຫາຍ ສະຖາບັນດິດ ອິນສີຊຽງໃໝ່ ເປັນຮອງເລຂາ, ສະຫາຍ ໄຊສົງຄາມ ມະໂນທຳ ເປັນປະທານກວດກາພັກ ແລະ ສະຫາຍ ບຸນລັດ ແກ້ວອາສາ ເປັນຮອງປະທານກວດກາພັກ.
ກອງປະຊຸມໄດ້ຮັບຟັງການໂອ້ລົມຈາກສະຫາຍ ນາງ ສີໃສ ລືເດດມູນສອນ ຊຶ່ງມີບາງຄວາມໝາຍສໍາຄັນ ວ່າ: ເພື່ອປະຕິບັດໜ້າທີ່ການເມືອງດັ່ງກ່າວໃຫ້ສຳເລັດ ແລະ ປະກອບສ່ວນບູລະນະແນວທາງ ນະໂຍບາຍຂອງພັກ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມນັ້ນ ຄະນະພັກ ສວສສຊ ແລະ ຜູ້ແທນກອງປະຊຸມ ຈະຕ້ອງໄດ້ກຳແໜ້ນບາງບັນຫາ ຄື: 1. ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງແນວຄິດໃຫ້ສະມາຊິກພະນັກງານ, ນັກຄົ້ນຄວ້າ, ນັກວິທະຍາສາດ ໃຫ້ຮັບຮູ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດລະບຽບ, ກົດໝາຍ ແລະ ລະບຽບການຕ່າງໆ, 2. ຄະນະພັກຊຸດໃໝ່ ຕ້ອງຢຶດໝັ້ນຫຼັກການຂອງພັກຢ່າງໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ຮັດກຸມ, ມີປະສິດທິພາບ, 3. ຄະນະພັກ ສວສສຊ ຕ້ອງເພີ່ມທະວີການຈັດຕັ້ງນໍາພາ-ຊີ້ນຳ ແລະ ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານວຽກງານການຄົ້ນຄວ້າວິທະຍາສາດໃນຕໍ່ໜ້າໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ໃຫ້ເປັນຄັງປັນຍາທີ່ເຂັ້ມແຂງໃຫ້ ແກ່ພັກ ແລະ ລັດຖະບານ, 4. ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໃນການບຳລຸງກໍ່ສ້າງພະນັກງານບຸກຄະລາກອນໃຫ້ມີລະດັບຄວາມຮູ້ຄວາມ ສາມາດສູງ ເພື່ອກໍ່ສ້າງຖັນແຖວນັກຄົ້ນຄວ້າ, ນັກຊ່ຽວຊານ, ນັກວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ, ສາມາດຄົ້ນຄວ້າທາງດ້ານທິດສະດີ, ພຶດຕິກຳ ແລະ ການປະຍຸກນໍາໃຊ້ ຮັບໃຊ້ການວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, 5. ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງ, ເລິກເຊິ່ງ ແລະ ຫຼາຍຮູບແບບ ໂດຍສະເພາະການຮ່ວມມືດ້ານການຄົ້ນຄວ້າວິທະຍາສາດເສດຖະກິດ-ສັງຄົມ, ເດັກໃນ ໂລຊີ ແລະ ອື່ນໆ.
(ຂ່າວ: ແສງຈັນ)
ຜົນສໍາເລັດກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ເຊິ່ງໄດ້ໄຂຂຶ້ນໃນວັນທີ 03 ກັນຍາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການສູນກາງພັກ, ນະຄອນຫຼວງວຽງຈັນ.
(ໜຶ່ງ). ກອງປະຊຸມໃຫຍ່ ສະມາຊິກພັກ ຄັ້ງທີ II ອົງຄະນະພັກ ດຳເນີນພາຍໄຕ້ການເປັນປະທານ ຂອງສະຫາຍ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລຂາຄະນະພັກ, ປະທານສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ໂດຍການໃຫ້ກຽດເຂົ້າຮ່ວມ ຂອງສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີບັນດາການນໍາພັກ-ລັດ, ອະດີດການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ສະມາຊິກພັກສົມບູນ ແລະ ສຳຮອງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ 183 ສະຫາຍ (ຍິງ 75 ສະຫາຍ).
(ສອງ). ກອງປະຊຸມໃຫຍ່ຄັ້ງນີ້, ໄດ້:
(1). ທົບທວນຜົນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງຕົນໃນສະໄໝທີ່ຜ່ານມາ ແລະ ວາງແຜນກຳນົດທິດທາງ, ເປົ້າໝາຍ ໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ຂອງລັດ ໃນຊຸມປີຕໍ່ໜ້າ, ກອງປະຊຸມມີຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບສູງໃນການຄົ້ນຄວ້າບັນຫາສໍາຄັນ ແລະ ແລະ ຕົກລົງຮັບຮອງຢ່າງເອກະສັນ ທີ່ກອງປະຊຸມໄດ້ຍົກຂຶ້ນໃນຮ່າງບົດລາຍງານການເມືອງ, ແຜນພັດທະນາວຽກງານຄົ້ນຄວ້າວິທະຍາສາດ ຂອງສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ແລະ ບົດສຳຫຼວດການນໍາພາລວມ ຂອງຄະນະພັກຊຸດເກົ່າຢ່າງເລິກເຊິ່ງ, ກົງໄປກົງມາ;
(2). ຕີລາຄາຜົນສໍາເລັດ, ຜົນງານອັນພົ້ນເດັ່ນຮອບດ້ານທີ່ສ້າງໄດ້ໄລຍະຜ່ານມາ ເປັນຕົ້ນການຄົ້ນຄວ້າປັບປຸງເນື້ອໃນລັດຖະທຳມະນູນ ແຫ່ງ ສປປ ລາວ, ການແກ້ໄຂສະພາບເງິນເຟີ້ ແລະ ການເໜັງຕີງຂອງອັດຕາແລກປ່ຽນ, ການຕິດຕາມສະພາບເສດຖະກິດມະຫາພາກຂອງ ສປປ ລາວ, ໂຄງການຄົ້ນຄວ້າ ຂອງສະພາທິດສະດີສູນກາງພັກ, ສະພາວິທະຍາສາດແຫ່ງຊາດ ແລະ ອື່ນໆ ທີ່ນອນໃນພາລະບົດບາດຂອງສະຖາບັນ ຈໍານວນ 81 ຫົວຂໍ້ (ໂຄງການ) ເຊິ່ງໄດ້ສ້າງໜໍ່ແໜງສໍາຄັນໃນການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານຕໍ່ວຽກງານຄົ້ນຄວ້າວິທະຍາສາດເທື່ອລະກ້າວໃນຊຸມປີຂ້າງໜ້າ;
(3). ຄຽງຄູ່ກັນນັ້ນ, ກອງປະຊຸມ ຍັງໄດ້ເປັນເອກະພາບຢ່າງພາວະວິໄສຕໍ່ດ້ານຂໍ້ຄົງຄ້າງ, ຂໍ້ຂາດຕົກບົກພ່ອງໃນການນໍາພາ-ຊີ້ນໍາຂອງຄະນະພັກ ເຊິ່ງເຮັດໃຫ້ວຽກງານຈຸດສຸມບາງດ້ານບໍ່ສາມາດບັນລຸຜົນສຳເລັດຕາມຄາດໝາຍທີ່ວາງອອກ, ພ້ອມທັງຊີ້ໃຫ້ເຫັນບັນດາສາເຫດຕົ້ນຕໍ ເພື່ອກຳນົດທິດທາງມາດຕະການແກ້ໄຂທີ່ສອດຄ່ອງ ແລະ ແທດເໝາະ ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ເພື່ອຍູ້ແຮງການຫັນປ່ຽນຢ່າງຕັ້ງໜ້າ ກອງປະຊຸມໄດ້ຮັບຮອງເອົາບົດຮຽນທີ່ສໍາຄັນຈາກພຶດຕິກຳຕົວຈິງ ເພື່ອເປັນບ່ອນອີງໃນການປັບປຸງການນໍາພາ-ຊີ້ນໍາ ແລະ ຈັດຕັ້ງປະຕິບັດນະໂຍບາຍຂອງຄະນະພັກ ເປັນຕົ້ນແມ່ນການຍົກສູງຄວາມສາມາດນໍາພາ ຂອງຄະນະພັກແຕ່ລະຂັ້ນ, ການປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກ, ການຈັດວາງ ແລະ ຄຸ້ມຄອງບຸກຄະລາກອນ ຕ້ອງໄດ້ຮັບການຈັດຕັ້ງໃຫ້ຄົບຖ້ວນ ແລະ ເປັນລະບົບ, ມີການບຳລຸງກໍ່ສ້າງສືບທອດປ່ຽນແທນຢ່າງເໝາະສົມ;
(4). ການປັບປຸງຄຸນນະພາບວຽກງານຄົ້ນຄວ້າວິທະຍາສາດ ຕ້ອງສົມທົບແໜ້ນລະຫວ່າງການຈັດຕັ້ງປະຕິບັດໂຄງການຢ່າງເຂັ້ມງວດ ກັບການຍົກລະດັບຄວາມຮູ້ ຄວາມສາມາດທາງດ້ານວິຊາການຂອງນັກຄົ້ນຄວ້າໃຫ້ສູງຂຶ້ນ, ມີຈຸດສຸມ, ມີກົນໄກທີ່ເໝາະສົມ ແລະ ສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພິ່ງຕົນເອງ, ເປັນເຈົ້າຕົນເອງ, ມີການຮ່ວມມື ແລະ ມີລະບົບເຄືອຂ່າຍຄົ້ນຄວ້າທີ່ມີຄວາມເຂັ້ມແຂງ ສາມາດສະໜອງຂໍ້ມູນຂ່າວສານ, ຜົນງານຄົ້ນຄວ້າ ແລະ ແລກປ່ຽນບົດ ຮຽນທາງດ້ານວິຊາການຢູ່ພາຍໃນ ແລະ ຕ່າງປະເທດກວ້າງຂວາງຍິ່ງຂຶ້ນ ຮັບປະກັນໃຫ້ສະຖາບັນກາຍເປັນຄັງປັນຍາທີ່ເຂັ້ມແຂງຂອງພັກ ແລະ ລັດຖະບານຢ່າງແທ້ຈິງ.
(ສາມ). ຜູ້ແທນກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທັງຖືກຕ້ອງຕາມມາດຕະຖານເງື່ອນໄຂທີ່ກຳນົດໄວ້ ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງທັງໝົດ 13 ສະຫາຍ ແລະ ເລືອກເອົາຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຳນວນ 11 ສະຫາຍ.
ໃນກອງປະຊຸມຄົບຄະນະຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ເປັນເອກະສັນກັນເລືອກເອົາເລຂາ, ຮອງເລຂາຄະນະພັກ ດັ່ງນີ້:
(1). ເລືອກເອົາຄະນະປະຈໍາພັກ 03 ສະຫາຍ:
1. ສະຫາຍ ກອງແກ້ວ ໄຊສົງຄາມ ເປັນເລຂາຄະນະພັກ; 2. ສະຫາຍ ສະຖາບັນດິດ ອິນສີຊຽງໃໜ່ ເປັນຮອງເລຂາຄະນະພັກ;
3. ສະຫາຍ ໄຊສົງຄາມ ມະໂນທໍາ ເປັນຄະນະພັກ;
(2). ເລືອກເອົາ ຄະນະກວດກາ 03 ສະຫາຍ:
1. ສະຫາຍ ໄຊສົງຄາມ ມະໂນທໍາ ເປັນປະທານກວດກາພັກ;
2. ສະຫາຍ ບຸນລັດ ແກ້ວອາສາ ເປັນຮອງປະທານກວດກາ;
3. ສະຫາຍ ຄໍາປະເສີດ ທໍາມະວົງ ເປັນຄະນະກວດກາ.
(ສີ່). ໂອກາດນີ້, ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໂອ້ລົມໃຫ້ທິດຊີ້ນໍາຕໍ່ຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຜ:
1. ສະຫາຍໄດ້ຕີລາຄາສູງຕໍ່ຄະນະພັກ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ທີ່ໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິ, ຄໍາສັ່ງຂອງພັກ ເຂົ້າສູ່ວຽກງານຂະແໜງການຂອງຕົນ;
2. ໂດຍສະເພາະແມ່ນ ໄດ້ການຄົ້ນຄວ້າວິທະຍາສາດເສດຖະກິດ ແລະ ສັງຄົມ ຮັບໃຊ້ເຂົ້າໃນການຄົ້ນຄວ້າທິດສະດີຂອງພັກ, ຊຸກຍູ້ການປະຕິບັດແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດຂອງລັດ;
3. ພ້ອມນີ້, ຜູ້ແທນກອງປະຊຸມ ຈະຕ້ອງໄດ້ກຳແໜ້ນບາງບັນຫາສໍາຄັນ ເປັນຕົ້ນ ຄະນະພັກຊຸດໃໝ່ ຕ້ອງເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ສະມາຊິກພະນັກງານ, ນັກຄົ້ນຄວ້າ, ນັກວິທະຍາສາດ ໃຫ້ຮັບຮູ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ, ກົດລະບຽບ, ກົດໝາຍ ແລະ ລະບຽບການຕ່າງໆ;
4. ປັບປຸງການຈັດຕັ້ງພັກແຕ່ລະຂັ້ນໃຫ້ເຂັ້ມແຂງ, ຄົບຖ້ວນ ແລະ ແລະ ມີຫຼາຍຮຸ່ນ ເພື່ອກໍ່ສ້າງຮຸ່ນສືບທອດ ປ່ຽນແທນ, ປັບປຸງກົງຈັກ, ຕຳແໜ່ງງານ ໃຫ້ກະທັດຮັດ, ມີປະສິດທິພາບ, ຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງ ແລະ ປະຕິບັດໜ້າທີ່ວຽກງານຢ່າງມີຜົນສຳເລັດ;
5. ເອົາໃຈໃສ່ຕິດຕາມກວດກາການຜັນແປ ຂອງສະພາບແນວຄິດຂອງສະມາຊິກພັກ, ພະນັກງານລັດຖະກອນ ເພື່ອມີວິທີການນໍາພາ, ແກ້ໄຂທີ່ຖືກຕ້ອງ ແລະ ທັນການ ກໍ່ສ້າງສະມາຊິກພັກ ພະນັກງານມີຄວາມປອດໃສ ເຂັ້ມແຂງ ແລະ ໜັກແໜ້ນຍິ່ງຂຶ້ນ;
6. ຄະນະພັກຊຸດໃໝ່ ຕ້ອງຢຶດໝັ້ນຫຼັກການຂອງພັກຢ່າງໜັກແໜ້ນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ, ມີການແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງລະອຽດ, ຈະແຈ້ງ, ປັບປຸງແບບແຜນວິທີນຳພາ-ວິທີເຮັດວຽກໃຫ້ຮັດກຸມ, ມີປະສິດທິພາບ;
7. ເອົາໃຈໃສ່ວຽກງານຕິດຕາມ-ກວດກາພັກ, ກວດກາລັດ, ການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ເປັນປົກກະຕິ, ຮັກສາມູນເຊື້ອອັນດີ ແລະ ເສີມຂະຫຍາຍຜົນສໍາເລັດດ້ານການຄົ້ນຄວ້າໃຫ້ຍິ່ງໃຫຍ່ກວ່າເກົ່າ;
8. ຕ້ອງຖືສຳຄັນ ແລະ ເອົາໃຈໃສ່ໃນການບຳລຸງກໍ່ສ້າງພະນັກງານບຸກຄະລາກອນໃຫ້ມີລະດັບຄວາມຮູ້ ຄວາມ ສາມາດສູງ ເພື່ອກໍ່ສ້າງຖັນແຖວນັກຄົ້ນຄວ້າ, ນັກຊ່ຽວຊານ, ນັກວິທະຍາສາດ ໃຫ້ມີຄວາມເຂັ້ມແຂງ, ສາມາດຄົ້ນຄວ້າທາງດ້ານທິດສະດີ, ພຶດຕິກຳ ແລະ ການປະຍຸກນໍາໃຊ້ ຮັບໃຊ້ການວາງແຜນ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຜົນ, ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ, ພາກພື້ນ ແລະ ສາກົນ ໃຫ້ກວ້າງຂວາງ, ເລິກເຊິ່ງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ