ເປີດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 10 ຄັ້ງ | ເວລາ | 2025-09-07 01:33:57
ຂປລ. ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ 2025 ຢູ່ສະໂມສອນໃຫຍ່ຂອງແຂວງ, ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ຮັກສາການແທນເລຂາພັກແຂວງ, ຮັກສາການແທນເຈົ້າແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີແຂກຖືກເຊີນຈາກສູນກາງ, ແຂວງອ້ອມຂ້າງ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ໃນໂອກາດນີ້, ສະຫາຍ ບຸນຫລາຍ ບຸດທິ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນ, ຊຶ່ງໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະ 5 ປີ (2021-2025) ຜ່ານມາ; ຕີລາຄາຜົນສຳເລັດດ້ານດີ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ; ພ້ອມທັງ ຖອດຖອນເອົາເປັນບົດຮຽນເພື່ອນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ ບົນພື້ນຖານການວິເຄາະວິໄຈ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງເຊກອງ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ແລະ ຫລຸດພົ້ນຈາກຄວາມດ້ອຍພັດທະນາ. ພ້ອມນີ້, ຜູ້ແທນສົມບູນກອງປະຊຸມໃຫຍ່ ກໍຈະໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ສະໄໝທີ XI) ເຊິ່ງເປັນການນຳສູງສຸດຂັ້ນທ້ອງຖິ່ນ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ນໍາພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດດຽວກັນ, ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ຜ່ານຮ່າງລາຍງານການເມືອງ ໂດຍຍົກໃຫ້ເຫັນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ; ຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ, ທະຫານ -ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງສູນກາງພັກ, ສະພາເເຫ່ງຊາດ ເເລະ ລັດຖະ ບານ ກ່ຽວກັບການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນ 5 ປີ ບັນລຸໄດ້ 4.9%; ລະບົບການເງິນຫັນໄປສູ່ທັນສະໄໝ, ການເກັບລາຍຮັບເຂົ້າງົບປະມານ 5 ປີ ບັນລຸ 1.732,74 ຕື້ກີບ ລື່ນແຜນເກືອບ 3 ເທົ່າຕົວ ແລະ ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ລື່ນແຜນ 23%; ບັນດາພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ; ຂະບວນການຜະລິດກະສິກໍາເປັນສິນຄ້າ (ປູກຝັງ-ລ້ຽງສັດ) ໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ເເລະ ຟົດຟື້ນ; ການປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGs) ຂົງເຂດການສຶກສາ, ສາທາລະນະສຸກ ກໍມີຄວາມຄືບໜ້າເປັນທີ່ໜ້າພໍໃຈ; ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ລວມເຖິງການປະຕິບັດນະໂຍບາຍປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ-ສັງຄົມ ໃນຂົງເຂດການບໍລິການ, ການຜະລິດເປັນສິນຄ້າ, ຫັດຖະກໍາ ແລະ ການປຸງແຕ່ງ ຊຶ່ງເປັນການປະກອບສ່ວນແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ຂ່າວ: ສັນຍາ, ພາບ: ອັດສະວິນ
ວັນທີ 28 ສິງຫາ 2025, ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໄຂຂຶ້ນຢ່າງເປັນທາງການ ຢູ່ສະໂມສອນໃຫຍ່ຂອງແຂວງ".
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI, ພາຍໃຕ້ການເປັນປະທານ ຂອງສະຫາຍ ບຸນຫລາຍ ບຸດທິ ຮັກສາການແທນເລຂາພັກແຂວງ, ຮັກສາການແທນເຈົ້າແຂວງເຊກອງ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີແຂກຖືກເຊີນຈາກສູນກາງ, ແຂວງອ້ອມຂ້າງ, ພະນັກງານອາວຸໂສບໍານານ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ບຸນຫລາຍ ບຸດທິ ໄດ້ກ່າວໄຂກອງປະຊຸມວ່າ:
1. ກອງປະຊຸມໃຫຍ່ ຄັ້ງທີ XI ອົງຄະນະພັກແຂວງຄັ້ງນີ້ ແມ່ນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນ, ຊຶ່ງໄດ້ທົບທວນຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ໃນໄລຍະ 05 ປີ (2021-2025) ຜ່ານມາ;
2. ຕີລາຄາຜົນສຳເລັດດ້ານດີ, ຂໍ້ຂາດຕົກບົກຜ່ອງ ແລະ ຊອກໃຫ້ເຫັນສາເຫດ ເພື່ອຈະນຳໄປແກ້ໄຂໃຫ້ຖືກຕ້ອງ, ວ່ອງໄວ ແລະ ທັນການ;
3. ພ້ອມທັງ ຖອດຖອນເອົາເປັນບົດຮຽນເພື່ອນຳພາ-ຊີ້ນຳວຽກງານໃນຕໍ່ໜ້າ ບົນພື້ນຖານການວິເຄາະວິໄຈ ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ສອດຄ່ອງກັບແນວທາງຂອງພັກ, ແຜນນະໂຍບາຍຂອງລັດ ແນໃສ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ແຂວງເຊກອງ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ແລະ ຫລຸດພົ້ນຈາກຄວາມດ້ອຍພັດທະນາ.
ຜູ້ແທນສົມບູນກອງປະຊຸມໃຫຍ່ ກໍຈະໄດ້ໃຊ້ສິດປະຊາທິປະໄຕຂອງຕົນ ເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ (ສະໄໝທີ XI) ເຊິ່ງເປັນການນຳສູງສຸດຂັ້ນທ້ອງຖິ່ນ ເພື່ອເປັນໃຈກາງເຕົ້າໂຮມຄວາມສາມັກຄີ ແລະ ນໍາພາ-ຊີ້ນຳຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.
ໃນໂອກາດດຽວກັນ, ສະຫາຍ ດົງເພັດ ພະຍົນ ຮອງເລຂາຄະນະບໍລິຫານງານພັກແຂວງ ກໍໄດ້ຜ່ານຮ່າງລາຍງານການເມືອງ ໂດຍ:
1. ຍົກໃຫ້ເຫັນການເຄື່ອນໄຫວວຽກງານໄລຍະ 5 ປີຜ່ານມາ; ຄະນະບໍລິຫານງານພັກແຂວງ ສະໄໝທີ X ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາສະມາຊິກພັກ, ພະນັກງານ, ທະຫານ -ຕໍາຫລວດ ຕະຫລອດຮອດປະຊາຊົນບັນດາເຜົ່າໃນທົ່ວແຂວງ ຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງອົງຄະນະພັກແຂວງ ສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ ເຮັດໃຫ້ແຂວງເຊກອງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ;
2. ເປັນເຈົ້າການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງຂອງສູນກາງພັກ, ສະພາເເຫ່ງຊາດ ເເລະ ລັດຖະບານ ກ່ຽວກັບການເເກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫລື GDP ໃນ 5 ປີ ບັນລຸໄດ້ 4.9%;
3. ລະບົບການເງິນຫັນໄປສູ່ທັນສະໄໝ, ການເກັບລາຍຮັບເຂົ້າງົບປະມານ 5 ປີ ບັນລຸ 1.732,74 ຕື້ກີບ ລື່ນແຜນເກືອບ 03 ເທົ່າຕົວ ແລະ ດ້ານລາຍຈ່າຍປະຕິບັດໄດ້ 2.204,74 ຕື້ກີບ ລື່ນແຜນ 23%;
4. ບັນດາພື້ນຖານໂຄງລ່າງໄດ້ຮັບການພັດທະນາຢ່າງເປັນຮູບປະທໍາ; ຂະບວນການຜະລິດກະສິກໍາເປັນສິນຄ້າ (ປູກຝັງ-ລ້ຽງສັດ) ໄດ້ຮັບການສົ່ງເສີມຢ່າງກ້ວາງຂວາງ ເເລະ ຟົດຟື້ນ;
5. ການປະຕິບັດເປົ້າໝາຍພັດທະນາເເບບຍືນຍົງ (SDGs) ຂົງເຂດການສຶກສາ, ສາທາລະນະສຸກ ກໍມີຄວາມຄືບໜ້າເປັນທີ່ໜ້າພໍໃຈ;
6. ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ ລວມເຖິງການປະຕິບັດນະໂຍບາຍປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ-ສັງຄົມ ໃນຂົງເຂດການບໍລິການ, ການຜະລິດເປັນສິນຄ້າ, ຫັດຖະກໍາ ແລະ ການປຸງແຕ່ງ ຊຶ່ງເປັນການປະກອບສ່ວນແກ້ໄຂຄວາມທຸກຍາກ ແລະ ສ້າງວຽກເຮັດງານທໍາ ໃຫ້ປະຊາຊົນມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ການພັດທະນາເສດຖະກິດ ຂອງແຂວງເຊກອງ ໃນໄລຍະ 05 ປີ (2021-2025) ຜ່ານມາ ເຖິງວ່າຈະຜະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານ ແຕ່ເສດຖະກິດຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ສະເລ່ຍໃນລະດັບ 4,9%. ໃນນີ້, ປີ 2021 ຂະຫຍາຍຕົວ 3,3%; ປີ 2022 ຂະຫຍາຍຕົວ 3,5%; ປີ 2023 ຂະຫຍາຍຕົວ 5,5%; ປີ 2024 ຂະຫຍາຍຕົວ 6% ແລະ ໃນປີ 2025 ຄາດຄະເນຈະຂະຫຍາຍຕົວໃນລະດັບ 6,2% ລວມຍອດມູນຄ່າຜະລິດຕະພັນພາຍໃນ ສະເລ່ຍຕໍ່ຫົວຄົນ 24,25 ລ້ານກີບ.
ສະຫາຍ ຂັນຕີ ສີລະວົງສາ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາ 2025 ນີ້ວ່າ:
1. ໃນໄລຍະ 5 ປີຜ່ານມາ, ສາມາດລະດົມແຫລ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງທັງໝົດ 4.547,40 ຕື້ກີບ ປະຕິບັດໄດ້ລື່ນແຜນ 45,75% (ແຜນ 5 ປີ 3.120 ຕື້ກີບ) ໃນນັ້ນ, ການລົງທຶນຂອງລັດ 384,37 ຕື້ກີບ, ລື່ນແຜນ 54,36% (ແຜນ 5 ປີ 249 ຕື້ກີບ);
2. ທຶນຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) 444,47 ຕື້ກີບ ຫລື 20,17 ລ້ານໂດລາ, ລື່ນແຜນ 42,45% (ແຜນ 05 ປີ 312 ຕື້ກີບ);
3. ທຶນເອກະຊົນພາຍໃນ ແລະ ຕ່າງປະເທດ (FDI) 3.718,56 ຕື້ກີບ ຫລື 167,01 ລ້ານໂດລາ, ປະຕິບັດໄດ້ລື່ນແຜນ 45,14% (ແຜນ 5 ປີ 2.562 ຕື້ກີບ);
4. ການຜະລິດເຂົ້າເປືອກລວມປະຕິບັດໄດ້ 173.862 ໂຕນ, ສະເລ່ຍເຂົ້າກິນ 315 ກິໂລກຣາມ/ຄົນ/ປີ (ພົນລະເມືອງ 137.474 ຄົນ);
5. ພືດສະບຽງອາຫານ 173.823 ໂຕນ ທຽບໃສ່ແຜນການ 05 ປີ ເທົ່າກັບ 71,40% (ແຜນ 243.465 ໂຕນ);
6. ການສະໜອງຊີ້ນ, ໄຂ່, ປາ ແລະ ສັດນໍ້າໄດ້ທັງໝົດ 26.388 ໂຕນ ທຽບໃສ່ແຜນ 05 ປີ ເທົ່າກັບ 57,75% (ແຜນການ 45.603 ໂຕນ);
7. ການຜະລິດເປັນສິນຄ້າ ສາມາດປະຕິບັດໄດ້ 1.428.649 ໂຕນ, ທຽບໃສ່ແຜນ 05 ປີ ເພີ່ມຂຶ້ນ 200% (ແຜນການ 443.589 ໂຕນ);
8. ອັນພົ້ນເດັ່ນແມ່ນມັນຕົ້ນ 1.038.166 ໂຕນ ເພີ່ມຂຶ້ນ 185% (ແຜນ 21.805 ໂຕນ); ກ້ວຍ 37.941 ໂຕນ ເພີ່ມຂຶ້ນ 74%; ໂສມ 1.492 ໂຕນ ເພີ່ມຂື້ນ 79%; ຜັກກະລໍ່າປີ 107.942 ໂຕນ ເພີ່ມຂຶ້ນ 91%;
9. ພ້ອມນີ້, ກໍໄດ້ສຸມໃສ່ພັດທະນາແຫລ່ງຜະລິດໄຟຟ້າ ແລະ ຂະຫຍາຍລະບົບສາຍສົ່ງ, ຄຸ້ມຄອງບັນດາໂຄງການຂຸດຄົ້ນບໍ່ແຮ່ໃຫ້ປະຕິບັດຕາມສັນຍາ ແລະ ລະບຽບກົດໝາຍ;
10. ເປັນເຈົ້າການຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງ ທີ່ມີແລ້ວ ແລະ ໂຮງງານທີ່ສ້າງຕັ້ງໃໝ່ໃຫ້ເຄື່ອນໄຫວເປັນລະບົບ;
11. ເອົາໃຈໃສ່ຕິດຕາມ, ກວດກາ ແລະ ຄຸ້ມຄອງລາຄາສິນຄ້າ ໃນທ້ອງຕະຫລາດ ລວມທັງການສະໜອງສິນຄ້າ ເພື່ອຕອບສະໜອງກັບຄວາມຕ້ອງການບໍລິໂພກພາຍໃນແຂວງໃຫ້ພຽງພໍ.
ສະຫາຍ ຄໍາຮູ້ ອ່ອນມະນີ ກໍາມະການພັກແຂວງ, ຫົວໜ້າພະແນກການເງິນແຂວງ ໄດ້ຍົກໃຫ້ເຫັນຜົນສໍາເລັດການຈັດເກັບລາຍຮັບ ດ້ວຍລະບົບທັນສະໄໝ ໃນໂອກາດປະກອບຄໍາເຫັນ ຕໍ່ກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາວ່າ:
1. ຜ່ານມາ, ພະແນກການເງິນແຂວງ ໄດ້ເອົາໃຈໃສ່ປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຕິດພັນກັບການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໂດຍໄດ້ສຸມໃສ່ສ້າງຄວາມເຂັ້ມແຂງດ້ານການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ປະຕິບັດມາດຕະການປະຢັດ, ຕ້ານການຟູມເຟືອຍ, ແກ້ໄຂບັນຫາໜີ້ສິນພາຍໃນ ແລະ ສ້າງສະຖຽນລະພາບທາງດ້ານການເງິນ; ປັບປຸງການເກັບລາຍຮັບ ຕາມທິດຫັນເປັນທັນສະໄໝ ເປັນຕົ້ນ ແມ່ນວຽກງານພາສີ, ສວຍສາອາກອນ ແລະ ຊັບສິນ;
2. ປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ການປ້ອນຖານຂໍ້ມູນ ແລະ ນຳໃຊ້ເຄື່ອງມືທີ່ທັນສະໄໝເຂົ້າໃນການຄຸ້ມຄອງແບບລວມສູນ, ທົ່ວແຂວງມີຫົວໜ່ວຍທຸລະກິດຢູ່ໃນການຄຸ້ມຄອງທັງໝົດຈໍານວນ 1.559 ຫົວໜ່ວຍ ເຂົ້າໃນລະບົບ Taxris ໄດ້ 87,24% ແລະ ໄດ້ອອກເລກປະຈຳຕົວຜູ້ເສຍອາກອນ (TIN) ໄດ້ 1.360 ຫົວໜ່ວຍ;
3. ຂະຫຍາຍຖານລາຍຮັບ ບັນດາຫົວໜ່ວຍຈຸລະວິສາຫະກິດ ທີ່ລາຍຮັບ 400 ລ້ານກີບຂຶ້ນໄປ ເຂົ້າຢູ່ໃນລະບົບອາກອນມູນຄ່າເພີ່ມ ແລະ ການຊຳລະອາກອນຜ່ານລະບົບ (TAXRIS) ສໍາເລັດໃນທົ່ວແຂວງ ແລະ 4 ຕົວເມືອງ.
ໃນໄລຍະ 05 ປີ (2021-2025) ແຂວງເຊກອງ ສາມາດຈັດເກັບລາຍຮັບເຂົ້າງົບປະມານທັງພູດສູນກາງ ແລະ ພູດທ້ອງຖິ່ນທັງໝົດ 1,732.74 ຕື້ກີບ ທຽບໃສ່ແຜນ 5 ປີ ລື່ນແຜນ 260.40% (ແຜນ 05 ປິ 480,78 ຕື້ກີບ) ໃນນີ້, ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນສາມາດເກັບໄດ້ 263.59 ຕື້ກີບ ລື່ນແຜນ 292.42% (ແຜນ 5 ປິ 67.17 ຕື້ກີບ) ແລະ ລາຍຮັບພູດຂອງແຂວງສາມາດເກັບໄດ້ 1,469.15 ຕື້ກີບ ທຽບໃສ່ແຜນ 05 ປີ ລື່ນແຜນ 255.21% (ແຜນ 5 ປິ 413.60 ຕື້ກີບ); ສ່ວນດ້ານລາຍຈ່າຍປະຕິບັດໄດ້ 2,204.74 ຕື້ກີບ ລື່ນແຜນ 23% (ແຜນ 05 ປິ 1,778.92 ຕື້ກີບ).
ໃນ 05 ປີຕໍ່ໝ້າ (2026-2030) ຂະແໜງການເງິນແຂວງ:
1. ຈະສືບຕໍ່ສ້າງຄວາມເຂັ້ມແຂງດ້ານການຈັດເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ; ສ້າງເງື່ອນໄຂອໍານວຍຄວາມສະດວກ ແລະ ສົ່ງເສີມໃຫ້ວິສາຫະກິດທຸກປະເພດຫັນມາຖືບັນຊີທີ່ຖືກຕ້ອງ;
2. ສ້າງກົນໄກ, ລະບົບດໍາເນີນ ແລະ ປະຕິບັດມາດຕະການຢ່າງເດັດຂາດ ຕໍ່ພະນັກງານລັດ ແລະ ຜູ້ປະກອບການ ທີ່ເຮັດຜິດລະບຽບວິໄນດ້ານແຜນການ-ການເງິນ; ສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ 3,542.92 ຕື້ກີບ ແລະ ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 2,115.38 ຕື້ກີບ (ບໍ່ລວມເງິນລົງທຶນ);
3. ສ້າງໃຫ້ແຂວງເຊກອງ, ເມືອງດາກຈຶງ ແລະ ເມືອງກະລຶມ ກ້າວເປັນແຂວງສົມດຸ່ນ, ເກີນດຸ່ນ ແລະ ເປັນເມືອງກຸ້ມຕົນເອງ ທາງດ້ານງົບປະມານ.
ສະຫາຍ ຂັນຕີ ສີລະວົງສາ ກໍາມະການປະຈໍາພັກແຂວງ ຮອງເຈົ້າແຂວງໆເຊກອງ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງເຊກອງ ຄັ້ງທີ XI ໃນວັນທີ 28 ສິງຫາ 2025 ນີ້ວ່າ:
1. ໃນ 05 ປີຕໍ່ໜ້າ, ແຂວງເຊກອງ ຈະສຸມໃສ່ພັດທະນາເສດຖະກິດ ຕາມທິດສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ດ້ວຍການສຸມໃສ່ສ້າງຖານການຜະລິດ ແລະ ການບໍລິການໃຫ້ຂະຫຍາຍຕົວ ແລະ ມີຄຸນນະພາບສູງຂຶ້ນ ແລະ ປັບປຸງຄຸ້ມຄອງວຽກງານການເງິນໃຫ້ມີຄວາມທັນສະໄໝ;
2. ເພີ່ມທະວີການລະດົມລາຍຮັບພາຍໃນ, ຄຸ້ມຄອງ, ຈັດສັນ ແລະ ນໍາໃຊ້ແຫລ່ງທຶນຢ່າງມີປະສິດທິຜົນ;
3. ປັບປຸງບັນຍາກາດການລົງທຶນ, ສົ່ງເສີມທຸລະກິດພາກເອກະຊົນໃຫ້ກາຍເປັນພື້ນຖານເສດຖະກິດຢ່າງເຂັ້ມແຂງ, ຍົກສູງກໍາລັງແຮງ ແລະ ຄວາມສາມາດແຂ່ງຂັນພາຍໃນໃຫ້ສູງຂຶ້ນ ເພື່ອຂັບເຄື່ອນການພັດທະນາເສດຖະກິດ ແລະ ການສ້າງວຽກເຮັດງານທໍາຫລາຍຂຶ້ນ;
4. ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ ເພີ່ມຂຶ້ນ ໃນລະດັບ 06% ຕໍ່ປີ ໃນນີ້, ຂະແໜງກະສິກໍາ ຂະຫຍາຍຕົວເພີ່ມຂຶ້ນ 6,4%, ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ 6,8%, ຂະແໜງບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 4,9% ແລະ ເຮັດໃຫ້ລາຍຮັບສະເລ່ຍຂອງປະຊາກອນ ບັນລຸ 32,13 ລ້ານກີບ ຫລື 1.488 ໂດລາ ໃນປີ 2030.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI, ເປີດຂຶ້ນຢ່າງເປັນທາງການໃນວັນທີ 28 ສິງຫາ ແລະ ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 29 ສິງຫາ 2025”.
ສະຫາຍ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ລາຍງານວ່າ:
1. ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງເຊກອງ ຄັ້ງທີ XI ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 172 ສະຫາຍ (ຍິງ 33 ສະຫາຍ), ຊຶ່ງເປັນຕົວແທນໃຫ້ສະມາຊິກພັກ 11,080 ສະຫາຍໃນທົ່ວແຂວງ;
2. ຜູ້ແທນສົມບູນໄດ້ປ່ອນບັດເລືອກເອົາຄະນະບໍລິຫານງານພັກແຂວງ ສະໄໝທີ XI ຈໍານວນ 33 ສະຫາຍ(ຍິງ 07 ສະຫາຍ).
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ (ຍິງ 02 ສະຫາຍ):
1. ສະຫາຍ ບຸນຫຼາຍ ບຸດທິ;
2. ສະຫາຍ ຂັນຕິ ສີລະວົງສາ;
3. ສະຫາຍ ສີສຸພັນ ມະຫາວົງ;
4. ສະຫາຍ ພົຈວ ທອງສີ ກຸນສະນະ;
5. ສະຫາຍ ນາງ ສີສະຫງ່າ ແກ້ວດວງດີ;
6. ສະຫາຍ ປອ ສາກົນ ພອນປະເສີດ;
7. ສະຫາຍ ນາງ ຄຳເສັງ ທຳມະວົງສາ;
8. ສະຫາຍ ວົງເດືອນ ຈັນທະບຸນຊຽງ;
9. ສະຫາຍ ດາວວີ ສ້ອຍທະລັງສີ;
10. ສະຫາຍ ປອ ຕຸລາວັນ ວົງໄຊ;
11. ສະຫາຍ ບຸນທະວີ ນະຄອນສີ.
ກອງປະຊຸມຄັ້ງປະຖົມມະລຶກໄດ້ ເລືອກເອົາ:
1. ສະຫາຍ ບຸນຫລາຍ ບຸດທິ ເປັນເລຂາຄະນະພັກແຂວງ;
2. ສະຫາຍ ຂັນຕີ ສີລະວົງສາ ເປັນຮອງເລຂາຄະນະພັກແຂວງ;
3. ສະຫາຍ ສີສຸພັນ ມະຫາວົງ ເປັນຮອງເລຂາຄະນະພັກແຂວງ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະກວດກາພັກແຂວງ:
1. ສະຫາຍ ສາກົນ ພອນປະເສີດ ເປັນປະທານກວດກາພັກແຂວງ;
2. ສະຫາຍ ອ່ອນມະນີວັນ ຈັນດາວົງ ເປັນຮອງປະທານກວດກາພັກແຂວງ;
3. ສະຫາຍ ສົມສະຫວັນ ຊຸມພົນພັກດີ ເປັນຮອງປະທານກວດກາພັກແຂວງ;
4. ສະຫາຍ ສົມບູນ ບຸນປອນ ເປັນຮອງປະທານກວດກາພັກແຂວງ.
ພ້ອມນີ້, ກອງປະຊຸມໄດ້ເລືອກເອົາຜູ້ແທນສົມບູນ ຈຳນວນ 19 ສະຫາຍ ແລະ ຜູ້ແທນສໍາຮອງ 03 ສະຫາຍໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ.
ສະຫາຍ ສອນໄຊ ສີພັນດອນ ໄດ້ມີຄໍາເຫັນໂອ້ລົມເນັ້ນໜັກໃຫ້ຄະນະພັກຊຸດໃໝ່, ຜູ້ແທນກອງປະຊຸມ ກໍຄືສະມາຊິກພັກໃນທົ່ວແຂວງ:
1. ເພີ່ມທະວີຄວາມສາມັກຄີເອກະພາບ, ຍົກສູງຄວາມສາມາດໃນການນໍາພາ, ຄວາມເປັນແບບຢ່າງນໍາໜ້າ ຂອງຄະນະພັກທຸກຂັ້ນ, ເສີມຂະຫຍາຍມູນເຊື້ອວິລະຊົນເຂົ້າໃນທຸກຂົງເຂດວຽກງານ, ຍູ້ແຮງການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ;
2. ສ້າງພື້ນຖານເສດຖະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ແກ້ໄຂບັນຫາເຄັ່ງຮ້ອນ ກໍຄືຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ;
3. ຂຸດຄົ້ນທ່າແຮງບົ່ມຊ້ອນພາຍໃນແຂວງ ແນໃສ່ການວາງແຜນພັດທະນາເຂດແຄວ້ນຢ່າງມີຈຸດສຸມທີ່ຊັດເຈນ;
4. ເອົາໃຈໃສ່ການພັດທະນາດ້ານວັດທະນະທໍາ-ສັງຄົມ ໂດຍສຸມໃສ່ປະຕິບັດບັນດາຄາດໝາຍຕົວຊີ້ວັດການພັດທະນາແບບຍືນຍົງ;
5. ຍູ້ແຮງວຽກງານສ້າງຕັ້ງຕາແສງ ເພື່ອສ້າງຄວາມເຂັ້ມແຂງໃຫ້ລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນ ຕິດພັນກັບວຽກງານພັດທະນາຊົນນະບົດຮອບ ດ້ານ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 03 ສ້າງ ຕາມ 04 ເນື້ອໃນ 04 ຄາດໝາຍໃຫ້ປະກົດຜົນເປັນຈິງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ