ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 13 ຄັ້ງ | ເວລາ | 2025-09-07 01:24:04
ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 26 ສິງຫາ 2025 ໂດຍການເປັນປະທານຂອງ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ; ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີຖືກເຊີນທີ່ມາຈາກສູນກາງ ແລະ ຕາງໜ້າຄະນະບໍລິຫານງານພັກນະຄອນຫຼວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນເຂົ້າຮ່ວມ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະ ກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫລອດໄລຍະ 5 ປີ ຜ່ານມາ;
ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດ ໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີອອກສະໝັກຮັບເລືອກຕັ້ງ ທັງໝົດ 40 ສະຫາຍ, ຍິງ 5 ສະຫາຍ, ເລືອກໄດ້ 35 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ສະໄໝທີ VIII ໄດ້ເປັນເອກະສັນຢ່າງ ສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 11 ສະຫາຍ.
ໃນນັ້ນ, ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ ສະຫາຍ ສອນທະນູ ທຳມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ; ສະຫາຍ ຄຳແຫວນ ປັນຍານຸວົງ ແລະ ສະຫາຍ ເລື່ອນວິໄລ ຈັນທະລາພັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ເລືອກເອົາ ສະຫາຍ ພັນໂທ ສົມສົດ ແສງອາພອນ ເປັນປະທານກວດກາພັກແຂວງ; ສະຫາຍ ຄໍາຕັນ ສີສົມຈິດ, ສະຫາຍ ສົມພຽນ ສອນພາ, ສະຫາຍ ຄໍາໃສ ຄໍາພູບານ, ສະຫາຍ ທະນູວັນ ວົງມະນີ ເປັນຮອງປະທານກວດກາ.
ທີ່ມາ:ໜັງສືພິມບໍລິຄຳໄຊ
ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ອັດລົງດ້ວຍຜົນສຳເລັດ ຢ່າງຈົບງາມ ໃນວັນທີ 26 ສິງຫາ 2025".
(ໜຶ່ງ). ກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງບໍລິຄໍາໄຊ ດຳເນີນ 02 ວັນ ພາຍໄຕ້ການເປັນປະທານຂອງ ສະຫາຍ ສອນທະນູ ທຳມະວົງ ກໍາມະການສູນກາງພັກ, ເລຂາຄະນະພັກແຂວງ, ເຈົ້າແຂວງບໍລິຄຳໄຊ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ສີໃສ ລືເດດມູນສອນ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຜູ້ຊີ້ນໍາແຂວງບໍລິຄໍາໄຊ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກ ແລະ ແຂກທີຖືກເຊີນທີ່ມາຈາກສູນກາງ ແລະ ຕາງ ໜ້າຄະນະລິຫານງານພັກນະຄອນຫລວງ, ແຂວງວຽງຈັນ, ແຂວງໄຊສົມບູນ, ແຂວງຊຽງຂວາງ ແລະ ແຂວງຄຳມ່ວນ ເຂົ້າຮ່ວມ.
(ສອງ). ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງບໍລິຄຳໄຊ ຄັ້ງທີ VIII ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ປະ ກອບຄຳຄິດຄຳເຫັນຢ່າງຕັ້ງໜ້າ ແລະ ເປັນເອກະສັນ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາເສດ ຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມຂອງຄະນະພັກຊຸດເກົ່າ, ຕີລາຄາດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ, ສາເຫດ, ບົດຮຽນໃນການນໍາພາ-ຊີ້ນໍາຕະຫລອດໄລຍະ 05 ປີ ຜ່ານມາ; ພ້ອມທັງໄດ້ຮັບຟັງລາຍງານ ແລະ ການປະກອບຄໍາຄິດຄໍາເຫັນ ຈາກຜູ້ຕາງໜ້າຂອງຫລາຍຮາກຖານພັກ ເຊິ່ງແຕ່ລະຮາກຖານ ລ້ວນແຕ່ສະແດງເຖິງຄວາມເປັນ ເອກະພາບຕໍ່ລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ບົດສໍາຫລວດການນໍາພາລວມ ຂອງ ຄະນະພັກຊຸດເກົ່າ; ການລາຍງານ ແລະ ການປະກອບຄຳເຫັນສ່ວນໃຫຍ່ ໄດ້ລົງເລິກລາຍງານຜົນສຳເລັດ ແຫ່ງການ ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ສະໄໝຜ່ານມາ ແລະ ຍົກໃຫ້ເຫັນບາງຂໍ້ຄົງຄ້າງ ທີ່ຈະຕ້ອງສືບຕໍ່ແກ້ໄຂ ອັນໄດ້ເຮັດໃຫ້ກອງປະຊຸມ ມີເນື້ອໃນອຸດົມສົມບູນຂຶ້ນຕື່ມ ແລະ ມີຄວາມເປັນເອກະສັນຮັບຮອງເອົາທິດທາງແຜນ ພັດທະນາເສດຖະກິດ-ສັງຄົມ. ບັນດາສະຫາຍຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ ໃນທົ່ວແຂວງ ທີ່ໄດ້ສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງຕົນ ແລະ ໄດ້ມີຜົນສໍາເລັດຫລາຍ ດ້ານຢ່າງສະຫງ່າງາມ.
(ສາມ). ກອງປະຊຸມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ບົນພື້ນຖານຫລັກການລວມສູນປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂ ທີ່ໄດ້ກຳນົດ ໄວ້ ເຊິ່ງປະກອບດ້ວຍຜູ້ເກົ່າ, ຜູ້ໃໝ່, ຜູ້ອາວຸໂສ, ຜູ້ກາງ ແລະ ຜູ້ໜຸ່ມແໜ້ນ, ມີທັງເພດຍິງ ແລະ ຊົນເຜົ່າ ໂດຍມີຜູ້ສະໝັກຮັບເລືອກຕັ້ງ ທັງໝົດ 40 ສະຫາຍ (ຍິງ 05 ສະຫາຍ), ເລືອກໄດ້ 35 ສະຫາຍ (ຍິງ 04 ສະຫາຍ).
(1). ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກແຂວງບໍລິຄຳໄຊ ສະໄໝທີ VIII ໄດ້ເປັນເອກະສັນຢ່າງ ສົມບູນ ເລືອກຕັ້ງຄະນະປະຈໍາພັກແຂວງ 11 ສະຫາຍ.
(2). ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ສອນທະນູ ທຳມະວົງ ເປັນເລຂາຄະນະບໍລິຫານງານພັກແຂວງ;
2. ສະຫາຍ ຄຳແຫວນ ປັນຍານຸວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ;
3. ສະຫາຍ ເລື່ອນວິໄລ ຈັນທະລາພັນ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,
(3). ກອງປະຊຸມເຫັນດີເປັນເອກະພາບ ເລືອກເອົາ:
1. ສະຫາຍ ພັນໂທ ສົມສົດ ແສງອາພອນ, ເປັນປະທານກວດກາພັກແຂວງ,
2. ສະຫາຍ ຄໍາຕັນ ສີສົມຈິດ, ເປັນຮອງປະທານກວດກາ;
3. ສະຫາຍ ສົມພຽນ ສອນພາ, ເປັນຮອງປະທານກວດກາ;
4. ສະຫາຍ ຄໍາໃສ ຄໍາພູບານ, ເປັນຮອງປະທານກວດກາ;
5. ສະຫາຍ ທະນູວັນ ວົງມະນີ, ເປັນຮອງປະທານກວດກາ.
(4). ພ້ອມນີ້, ກອງປະຊຸມຍັງໄດ້ ປອນບັດຄັດເລືອກ ເອົາຜູ້ແທນສົມບູນຈຳນວນ 24 ສະຫາຍ ແລະ ສຳຮອງ 04 ສະຫາຍ ເພື່ອໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.
(ສີ່). ສະຫາຍນາງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍໄດ້ມີຄໍາເຫັນໂອ້ລົມ ໂດຍສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກຊຸດເກົ່າ ທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາ ເຜົ່າໃນທົ່ວແຂວງ ເປັນເຈົ້າການ ປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສໍາເລັດຫລາຍດ້ານ, ພ້ອມກັນນັ້ນ ສະຫາຍກໍຊີ້ນໍາຄະນະພັກຊຸດໃໝ່ ໃຫ້ສືບຕໍ່ປັບປຸງ, ແກ້ໄຂ; ຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນໍາເອົາທິດນໍາທີ່ເປັນເອກະ ພາບພາຍໃນກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກ ແຂວງບໍລິຄໍາໄຊໃນຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ມີປະສິດທິຜົນ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ