ກອງປະຊຸມໃຫຍ່ ສະມາຊິກພັກ ອົງຄະນະພັກອົງການກວດສອບແຫ່ງລັດ ຄັ້ງທີ III
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2025-09-07 01:06:32
ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 25 ສິງຫາ ນີ້ ທີ່ ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ສະຫາຍ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ, ມີແຂກຖືກເຊີນ, ຜູ້ແທນກອງປະຊຸມ ແລະ ພະນັກງານປະຕິວັດອາວຸໂສບຳນານ ເຂົ້າຮ່ວມ.
ສະຫາຍ ວຽງທະວີສອນ ເທບພະຈັນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ ໂດຍມີເນື້້ອໃນບາງຕອນສໍາຄັນວ່າ: ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ໄດ້ເປີດຂຶ້ນຢ່າງເປັນທາງການ ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫຼັກການນໍາພາ ແລະ ການຈັດຕັ້ງຂອງພັກ, ແນໃສ່ປັບປຸງພັກ ທາງດ້ານການເມືອງ, ແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ; ແມ່ນບັ້ນດໍາເນີນຊີວິດການເມືອງພາຍໃນຄະນະພັກ, ສະມາຊິກພັກ ທີ່ຈະເຮັດໃຫ້ມີຄຸນນະພາບ, ບົດບາດຄວາມສາມາດການນໍາພາຂອງຄະນະພັກ ໄດ້ຮັບການເຊີດຊູສູງຂຶ້ນໃນແຕ່ລະຂົງເຂດວຽກງານ.
ກອງປະຊຸມໄດ້ເປີດຂຶ້ນ ຢ່າງສະຫງ່າຜ່າເຜີຍ, ໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງສະເຫຼີມສະຫຼອງ, ອອກແຮງສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຕ່າງໆຂອງພັກ, ຂອງຊາດ ທີ່ຫາກໍຜ່ານພົ້ນໄປ ແລະ ຈະມາເຖິງໃນມໍ່ໆນີ້ ເວົ້າສະເພາະການຈັດຕັ້ງຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ໂດຍຖືເອົາຫຼັກການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ດໍາເນີນເປັນເວລາໜຶ່ງວັນ; ຕະຫຼອດເວລາດໍາເນີນກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ອົງຄະນະພັກ ອົງການກວດສອບແຫ່ງລັດ ຈະໄດ້ຮັບຟັງລາຍງານການເມືອງ, ບົດສຳຫຼວດການນໍາພາ ຊຶ່ງຈະກວມລວມທັງດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ຮັບຮອງທິດທາງແຜນການ, ຄາດໝາຍສູ້ຊົນ ຂອງຄະນະພັກ ອົງການກວດສອບແຫ່ງລັດ ແຕ່ນີ້ຮອດປີ 2030; ພ້ອມນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາເຫັນ ຂອງບັນດາສະຫາຍຜູ້ແທນສົມບູນ ຕາງໜ້າໃຫ້ຄະນະພັກ ແລະ ກົມວິຊາສະເພາະ, ກົມປິ່ນອ້ອມຈໍານວນໜຶ່ງ.
ກອງປະຊຸມ ຈະໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາກໍາມະການຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດຊຸດໃໝ່, ປ່ອນບັດເອົາຜູ້ແທນສົມບູນ, ສໍາຮອງ ໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ຮັບຟັງການໂອ້ລົມຈາກ ສະຫາຍ ພົນເອກ ວິໄລ ຫຼ້າຄຳຟອງ ຕາງໜ້າຄະນະພັກຂັ້ນເທິງ.
ໃນໂອກາດນີ້, ສະຫາຍ ວຽງທະວີສອນ ເທບພະຈັນ ຍັງໄດ້ຮຽກຮ້ອງມາຍັງບັນດາສະຫາຍຜູ້ແທນກອງປະຊຸມ ຈົ່ງພ້ອມກັນເຊີດຊູຄວາມຮັບຜິດຊອບການເມືອງ, ດ້ວຍການເສີມຂະຫຍາຍສິດປະຊາທິປະໄຕ, ສຸມສະຕິບັນຍາ, ເຫື່ອແຮງຂອງຕົນເຂົ້າໃນການຄົ້ນຄວ້າ, ຕົກລົງຮັບຮອງບັນຫາທີ່ສໍາຄັນຕ່າງໆທີ່ກອງປະຊຸມໄດ້ກຳນົດໃຫ້ບັນລຸຈຸດປະສົງ ແລະ ມີຜົນສໍາເລັດຕາມລະດັບຄາດໝາຍ.
ວັນທີ 25 ສິງຫາ 2025, ກອງປະຊຸມໃຫຍ່ ສະມາຊິກພັກຄະນະພັກ ອົງການກວດສອບແຫ່ງລັດ ຄັ້ງທີ III".
(ໜຶ່ງ). ກອງປະຊຸມໄດ້ພ້ອມກັນໃຊ້ສິດ ປ່ອນບັດເລືອກຕັ້ງເອົາກຳມະການຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດຊຸດໃໝ່ ຈຳນວນທັງໝົດ 13 ສະຫາຍ ເປັນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ແລະ ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະສັນ:
(1). ເລືອກເອົາ ຄະນະປະຈຳພັກ ອົງການກວດສອບແຫ່ງລັດ 03 ສະຫາຍ:
1. ສະຫາຍ ວຽງທະວີສອນ ເທບພະຈັນ ເປັນເລຂາຄະນະບໍລິຫານງານພັກ,
2. ສະຫາຍ ຕ້ອຍ ພົນທິລາດ ເປັນຮອງເລຂາຄະນະບໍລິຫານງານພັກ,
3. ສະຫາຍ ບຸນເລີດ ເທບວົງສາ ເປັນປະທານກວດກາ ຄະນະບໍລິຫານງານພັກ;
(2). ເລືອກເອົາ ປະທານກວດກາ ແລະ ຮອງປະທານຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ:
1. ສະຫາຍ ບຸນເລີດ ເທບວົງສາ ເປັນປະທານກວດກາ ຄະນະບໍລິຫານງານພັກ,
2. ສະຫາຍ ໄພຍະເວດ ໂພທິສານ ເປັນຮອງປະທານກວດກາ ຄະນະບໍລິຫານງານພັກ.
(ສອງ). ໂອກາດທີ່ມີຄວາມໝາຍສຳຄັນ, ສະຫາຍ ວິໄລ ຫຼ້າຄຳຟອງ ໄດ້ເນັ້ນໜັກຕໍ່ບັນດາສະຫາຍຄະນະພັກຊຸດໃໝ່ ດັ່ງນີ້:
(1). ໃຫ້ຕັ້ງໜ້າຊີ້ນໍາ-ນໍາພາ ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ເປັນແຜນງານ, ໂຄງການ ແລະ ສ້າງເປັນນິຕິກຳລະອຽດ ເລີ່ມຕັ້ງແຕ່ການຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃນຄະນະບໍລິຫານງານພັກ ລົງໄປເຖິງຄະນະພັກແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ທີ່ນອນໃນການຄຸ້ມຄອງໃຫ້ເລິກເຊິ່ງ ແລະ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບກັນທາງດ້ານທັດສະນະ, ການກະທຳ, ສາມາດຍູ້ຂະບວນຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີປະສິດທິຜົນ;
(2). ໃຫ້ແບ່ງວຽກ, ແບ່ງຄວາມຮັບຜິດຊອບ ພາຍໃນຄະນະບໍລິຫານງານພັກ, ຄະນະປະຈໍາພັກໃຫ້ລະອຽດ, ຈະແຈ້ງ; ຕ້ອງເຊີດຊູຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງ, ທຸ້ມເທເຫື່ອແຮງ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ, ມີຄວາມເສຍສະຫຼະ ເພື່ອເຮັດສໍາເລັດໜ້າທີ່ ທີ່ຖືກມອບໝາຍໃຫ້;
(3). ຕ້ອງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນໍາພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເດັດຂາດແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ ທີ່ຈະນຳຜົນເສຍຫາຍມາສູ່ຕົນເອງ ແລະ ກົມກອງ;
(4). ຕ້ອງສືບຕໍ່ຕັ້ງໜ້າການຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິດທໍາປະຕິວັດ, ເປັນແບບຢ່າງນໍາໜ້າ ດ້ານຄວາມຈົ່ງຮັກພັກດີ ແລະ ຄວາມຊື່ສັດບໍລິສຸດ ຕໍ່ອຸດົມການຂອງພັກ ແລະ ຜົນປະໂຫຍດຂອງປະເທດຊາດ; ມີຄວາມສາມັກຄີຮັກແພງ ແລະ ມີຄວາມຈິງໃຈ ຕໍ່ໝູ່ຄະນະ ແລະ ຊ່ວຍເຫຼືອ ກໍ່ ສ້າງໝູ່ຄະນະໃຫ້ມີຄວາມເຂັ້ມແຂງ; ດໍາລົງຊີວິດແບບປອດໃສຂາວສະອາດ, ດຸໝັ່ນຊື່ສັດ, ຕັ້ງໜ້າຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບດ້ານຕ່າງໆຂອງຕົນ ໃຫ້ສູງຂຶ້ນ ຢ່າງບໍ່ຢຸດຢັ້ງ;
(5). ສືບຕໍ່ເສີມຂະຫຍາຍມູນເຊື້ອ ແຫ່ງຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນ ແລະ ຄວາມສາມັກຄີກັບທຸກພາກສ່ວນໃຫ້ແໜ້ນແຟ້ນ, ເຊີດຊູຊ່ວຍເຫຼືອ, ເຄົາລົບເຊິ່ງກັນ ແລະ ກັນ ບົນພື້ນຖານແນວທາງຂອງພັກ.
ສິ່ງສຳຄັນ, ການຖືກເລືອກເຂົ້າມາຢູ່ໃນຄະນະບໍລິຫານງານພັກ ອົງການກວດສອບແຫ່ງລັດ ເພື່ອເຮັດໜ້າທີ່ອັນສຳຄັນ ຂອງພັກ, ຂອງລັດ ຕາມພາລະບົດບາດ, ໜ້າທີ່, ຂອບເຂດສິດຂອງຕົນ ໂດຍສະເພາະການດຳເນີນການກວດສອບ, ການຄຸ້ມຄອງ, ການນຳໃຊ້ງົບປະມານການເງິນ ແລະ ຊັບສິນຂອງລັດໃຫ້ມີປະສິດທິພາບ, ປະສິດທິຜົນ, ປະຢັດ, ໂປ່ງໃສ ແລະ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວ ແລະ ໝັ້ນຄົງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ