ອົງຄະນະພັກກະຊວງຍຸຕິທໍາ ດຳເນີນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2025-09-07 00:40:22 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-07 00:40:22
ອົງຄະນະພັກກະຊວງຍຸຕິທໍາ ດຳເນີນ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI
ຂປລ. ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງຍຸຕິທໍາ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 28 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ໂດຍມີ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະປະຈໍາພັກກະຊວງ, ຄະນະບໍລິຫານງານພັກກະຊວງ, ອະ ດີດການນໍາ, ພ້ອມດ້ວຍ ບັນດາຜູ້ແທນສົມບູນ ເຂົ້າຮ່ວມ.
ສະຫາຍ ໄພວີ ສີບົວລິພາ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ເປັນກອງປະຊຸມທີ່ມີຄວາມໝາຍສໍາຄັນຍິ່ງ ໃນຊີວິດການເມືອງຂອງພັກ ກໍຄື ອົງຄະນະພັກກະຊວງຍຸຕິທໍາ, ເປັນການຕີລາຄາຄືນການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາໃນໄລຍະ 5 ປີ ຜ່ານມາ ທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນອົງຄະນະພັກກະຊວງຍຸຕິທໍາ ເພື່ອສ້າງການຫັນປ່ຽນທີ່ຕັ້ງໜ້າ ໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ໃນ 5 ປີ ຕໍ່ໜ້າ.
ສະຫາຍ ເກດສະໜາ ພົມມະຈັນ ກໍາມະການຄະນະປະຈໍາພັກກະຊວງ, ປະທານກວດກາພັກກະຊວງ ໄດ້ຜ່ານຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະໄໝ V ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນ 5 ປີຕໍ່ໜ້າ. ລວມເຖິງໝາກຜົນແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍໄດ້ກຳນົດເປັນ 3 ທິດທາງ ແລະ ຄາດໝາຍສູ້ຊົນຕົ້ນຕໍ ຄື: ກໍ່ສ້າງ ແລະ ປັບປຸງພັກໃນທົ່ວອົງຄະນະພັກກະຊວງຍຸຕິທຳ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບ ແຜນນຳພາທີ່ມີວິທະຍາສາດ, ປະດິດສ້າງ, ແທດຕົວຈິງ; ຍົກສູງຄຸນນະພາບໃນການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ ເພື່ອໃຫ້ຂະແໜງການຍຸຕິທຳ ສາມາດປະຕິບັດແນວທາງນະໂຍບາຍຂອງພັກທີ່ວ່າ: “ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ” ໃຫ້ມີປະສິດທິຜົນສູງ; ສຸມໃສ່ກໍ່ສ້າງ ແລະ ຍົກລະດັບພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນ ສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີນ້ຳໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ມີຄວາມຮູ້, ຄວາມສາມາດ ສົມຄູ່ກັບຕຳແໜ່ງງານ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະສະຫາຍ. ພ້ອມກັນນັ້ນ, ຄະນະບໍລິຫານງານພັກກະຊວງ ໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນດ້ວຍຄວາມເປັນເຈົ້າການ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ; ໄດ້ນໍາພາການຄົ້ນຄວ້າ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນ 7 ແຜນງານ 52 ໂຄງການຊຶ່ງຄະນະບໍລິຫານງານພັກກະຊວງ ໄດ້ຊີ້ນຳການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ.
ໃນກອງປະຊຸມ, ຍັງຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກກະຊວງຍຸຕິທໍາ ຊຸດໃໝ່ ສະໄໝທີ VI. ພ້ອມທັງ ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ຕື່ມອີກ.
ຂໍ້ມູນ-ພາບ: ວັນເພັງ
ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງຍຸຕິທໍາ, ເປີດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 28 ສິງຫາ 2025"
ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ດຳເນີນພາຍໃຕ້ການເປັນປະທານຂອງ ສະຫາຍ ໄພວີ ສີບົວລິພາ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ສີໃສ ລືເດດມູນສອນ ກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະຈັດຕັ້ງສູນກາງພັກ.
ສະຫາຍ ໄພວີ ສີບົວລິພາ ກ່າວເປີດກອງປະຊຸມວ່າ ກອງປະຊຸມໃຫຍ່ຜູ້ແທນສະມາຊິກພັກ ຄັ້ງທີ VI ຂອງອົງຄະນະພັກກະຊວງຍຸຕິທໍາ ເປັນກອງປະຊຸມທີ່ມີຄວາມໝາຍ-ສໍາຄັນຍິ່ງ ໃນຊີວິດການເມືອງຂອງພັກກໍຄືອົງຄະນະພັກກະຊວງຍຸຕິທໍາ, ເປັນການຕີລາຄາຄືນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທໍາໃນໄລຍະ 05 ປີ ຜ່ານມາທັງເປັນບັ້ນດໍາເນີນຊີວິດການເມືອງພາຍໃນອົງຄະນະພັກກະຊວງຍຸຕິທໍາເພື່ອສ້າງການຫັນປ່ຽນທີ່ຕັ້ງໜ້າ ໃນການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາ ໃນ 05 ປີ ຕໍ່ໜ້າ.
ສະຫາຍ ເກດສະໜາ ພົມມະຈັນ ກໍາມະການຄະນະປະຈໍາພັກກະຊວງ ປະທານກວດກາພັກກະຊວງໄດ້ຂຶ້ນນໍາສະເໜີຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານພັກກະຊວງຍຸຕິທໍາສະໄໝ V ຊຶ່ງໄດ້ຍົກໃຫ້ເຫັນບັນດາຜົນສໍາເລັດດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງສືບຕໍ່ແກ້ໄຂໃນ 05 ປີຕໍ່ໜ້າ, ໝາກຜົນແຫ່ງການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ໂດຍໄດ້ກຳນົດເປັນ 03 ທິດທາງ ແລະ ຄາດໝາຍສູ້ຊົນຕົ້ນຕໍຄື:
1. ກໍ່ສ້າງ ແລະ ປັບປຸງພັກໃນທົ່ວອົງຄະນະພັກກະຊວງຍຸຕິທຳ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີຄວາມສາມັກຄີເປັນເອກະພາບສູງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນນຳພາທີ່ມີວິທະຍາສາດ, ປະດິດສ້າງ, ແທດຕົວຈິງ;
2. ຍົກສູງຄຸນນະພາບໃນການພັດທະນາວຽກງານກົດໝາຍ ແລະ ຍຸຕິທຳ ເພື່ອໃຫ້ຂະແໜງການຍຸຕິທຳ ສາມາດປະຕິບັດແນວທາງນະໂຍບາຍຂອງພັກທີ່ວ່າ: “ຍົກສູງປະສິດທິພາບການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ” ໃຫ້ມີປະສິດທິຜົນສູງ;
3. ສຸມໃສ່ກໍ່ສ້າງ ແລະ ຍົກລະດັບພະນັກງານ ໃຫ້ມີຄວາມໜັກແໜ້ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີນ້ຳໃຈຮັບໃຊ້ຊາດຮັບໃຊ້ປະຊາຊົນ ດ້ວຍຄວາມບໍລິສຸດໃຈ, ມີຄວາມຮູ້, ຄວາມສາມາດ ສົມຄູ່ກັບຕຳແໜ່ງງານ ແລະ ໜ້າທີ່ຮັບຜິດຊອບຂອງແຕ່ລະສະຫາຍ;
4. ພ້ອມກັນນັ້ນ, ຄະນະບໍລິຫານງານພັກກະຊວງໄດ້ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂັ້ນຕົນ ດ້ວຍຄວາມເປັນເຈົ້າການ ບົນຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ;
5. ໄດ້ນໍາພາການຄົ້ນຄວ້າ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ເປັນ 07 ແຜນງານ 52 ໂຄງການຊຶ່ງຄະນະບໍລິຫານງານພັກກະຊວງໄດ້ຊີ້ນຳການຈັດຕັ້ງປະຕິບັດວຽກງານຕາມພາລະບົດບາດ.
ສະຫາຍ ຄໍາພັນ ບຸນພາຄົມ ກໍາມະການຄະນະປະຈໍາພັກກະຊວງໄດ້ນໍາສະເໜີແຜນພັດທະນາວຽກງານກົດໝາຍ ແລະ ຍຸຕິທໍາ 05 ປີ ຄັ້ງທີ V.
ໂອກາດນີ້, ຜູ້ແທນເຂົ້າຮ່ວມກອງປະຊຸມໄດ້ຮັບຟັງຮ່າງບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ V ແລະ ຈະໄດ້ພ້ອມກັນຄົ້ນຄວ້າປະກອບຄໍາຄິດຄໍາເຫັນ ຕໍ່ 03 ເອກະສານຢ່າງມີປະຊາທິປະໄຕ ແລະ ເຫັນດີຮັບຮອງເອົາບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ V ແລະ ແຜນພັດທະນາວຽກງານກົດໝາຍ ແລະ ຍຸຕິທໍາ ໄລຍະ 2025-2030.
ໃນນັ້ນ, ໄດ້ຕີລາດ້ານດີ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃນ 05 ປີຜ່ານມາ ພ້ອມໄດ້ເປັນເອກະສັນຮັບຮອງເອົາທິດທາງລວມ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມແຕ່ລະດ້ານໃນ 05 ປີຕໍ່ໜ້າ (2025-2030).
ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະໄໝທີ VI ຊຸດໃໝ່, ປ່ອນບັດເລືອກຕັ້ງເອົາຜູ້ແທນສົມບູນ ແລະ ສໍາຮອງ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂອກາດນີ້, ຍັງຈະໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນໍາຂອງສະຫາຍ ນາງ ສີໃສ ລືເດດມູນສອນ.
ກອງປະຊຸມຈະໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມໃນວັນດຽວກັນ.
ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ VI ອົງຄະນະພັກກະຊວງຍຸຕິທໍາ".
ກອງປະຊຸມໃຫຍ່ຄັ້ງນີ້, ໄດ້ຢັ້ງຢືນເຖິງໝາກຜົນລວມຍອດແຫ່ງສະຕິປັນຍາ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບສູງຂອງບັນດາສະຫາຍສະມາຊິກພັກ ກໍຄືພະນັກງານ-ລັດຖະກອນ ໃນທົ່ວຂະແໜງຍຸຕິທຳ, ສະແດງໃຫ້ເຫັນເຖິງຄວາມຕັດສິນໃຈ ແລະ ມານະຈິດອັນແຂງແກ່ນທີ່ກຽມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນ, ປະຕິບັດຕາມກົດລະບຽບ, ມະຕິ, ຄຳສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ.
ກອງປະຊຸມ, ຜູ້ແທນໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນ ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະໄໝທີ VI ຊຸດໃໝ່ ບົນພື້ນຖານຫຼັກການ, ມາດຕະຖານ ແລະ ເງື່ອນໄຂ ທີ່ໄດ້ກໍານົດໄວ້ ຊຶ່ງມີຜູ້ອອກຮັບສະໝັກເລືອກຕັ້ງ 17 ສະຫາຍ (ຍິງ 03 ສະຫາຍ), ເລືອກເອົາ ຈໍານວນ 13 ສະຫາຍ (ຍິງ 02 ສະຫາຍ).
ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກຕັ້ງເອົາເລືອກເອົາຄະນະປະຈໍາພັກ 03 ສະຫາຍ
1. ສະຫາຍ ໄພວີ ສີບົວລິພາ ເປັນເລຂາຄະນະບໍລິຫານງານພັກກະຊວງຍຸຕິທໍາ ສະໄໝທີ VI;
2. ສະຫາຍ ຄໍາພັນ ບຸນພາຄົມ ເປັນຮອງເລຂາ,
3. ສະຫາຍ ນາງ ສີສຸດາ ໂສພາວັນດີ ເປັນຄະນະປະຈໍາພັກ ແລະ ປະທານກວດກາພັກກະຊວງ
ກອງປະຊຸມຍັງໄດ້ເລືອກຕັ້ງເອົາເລືອກເອົາຄະນະກວດກາພັກກະຊວງ 03 ສະຫາຍ:
1. ສະຫາຍ ນາງ ສີສຸດາ ໂສພາວັນດີ ເປັນປະທານກວດກາພັກກະຊວງ;
2. ສະຫາຍ ບີ່ວ່າງ ຈົ່ງເຈີ ເປັນຮອງປະທານກວດກາ;
3. ສະຫາຍ ສຸວັນນະພາ ສຸກວິໄລ ເປັນກໍາມະການກວດກາ.
ກອງປະຊຸມ ຍັງໄດ້ປ່ອນບັດເລືອກຕັ້ງເອົາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ມີຜູ້ແທນສົມບູນ 06 ສະຫາຍ, ສໍາຮອງ 02 ສະຫາຍ.
ສະຫາຍ ນາງ ສີໃສ ລືເດດມູນສອນ ໄດ້ໃຫ້ກຽດໂອ້ລົມຕໍ່ຄະນະບໍລິຫານງານພັກກະຊວງຍຸຕິທຳຊຸດໃໝ່ ກ່ອນອື່ນສະຫາຍ:
1. ໄດ້ກ່າວຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ໝາກຜົນແຫ່ງຄວາມສຳເລັດໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງຍຸຕິທຳ, ໂດຍຜັນຂະຫຍາຍມາເປັນແຜນງານ, ໂຄງການ;
2. ໄດ້ເນັ້ນໜັກ ໃຫ້ຄະນະບໍລິຫານງານພັກກະຊວງຍຸຕິທຳຊຸດໃໝ່ ສືບຕໍ່ນໍາພາວຽກງານປັບປຸງຮ່າງບົດລາຍງານການເມືອງໃຫ້ຄົບຖ້ວນສົມບູນ ທັງເປັນນິຕິກໍາລະອຽດ ເພື່ອພ້ອມກັນຈັດຕັ້ງປະຕິບັດ;
3. ປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ ໂດຍຢຶດໝັ້ນຫຼັກການລວມສູນ ປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບ, ໜູນໃຊ້ສະຕິປັນຍາລວມໝູ່, ເພີ່ມທະວີຄວາມ ເປັນເອກະພາບ ພາຍໃນພັກ ເພື່ອເສີມຂະຫຍາຍກຳລັງແຮງ ແລະ ຄວາມສາມາດນໍາພາຂອງຄະນະພັກ ໃຫ້ເຂັ້ມແຂງ, ໜັກແໜ້ນ, ຍົກສູງການດໍາເນີກຊີວິດການເມືອງຂອງພັກ, ສ້າງພັກປອດໃສ ເຂັ້ມແຂງ ໜັກແໜ້ນ;
4. ເອົາໃຈໃສ່ກໍ່ສ້າງພະນັກງານກົດໝາຍໃນຂົງເຂດຍຸຕິທຳ ໃຫ້ມີຄຸນນະພາບ, ເພີ່ມທະວີຄວາມເອົາໃຈໃສ່ໃນການປັບປຸງ, ບຳລຸງ-ກໍ່ສ້າງພະນັກງານ ດ້ວຍບາດກ້າວບຸກທະລຸ, ຖືຄຸນນະພາບເປັນກົກ, ອີງໃສ່ແຜນກຳນົດພະນັກງານ ແລະ ຄວາມຮຽກຮ້ອງຕ້ອງການຂອງວຽກງານ, ຖືສໍາຄັນຕໍ່ກັບການສ້າງ ພະນັກງານຢູ່ກັບທີ່;
5. ສຸມໃສ່ຊີ້ນໍາການປະຕິບັດໜ້າທີ່ວິຊາສະເພາະໃຫ້ບັນລຸຄາດໝາຍຢ່າງມີຄຸນນະພາບ ເພື່ອຍົກສູງບົດບາດ ການເປັນເສນາທິການໃຫ້ແກ່ສູນກາງພັກ ແລະ ລັດຖະບານກ່ຽວກັບວຽກງານກົດ ໝາຍ ແລະ ຍຸຕິທຳ ເປັນຕົ້ນສ້າງ ແລະ ປັບປຸງກົດໝາຍ ໃຫ້ຮັດກຸມ, ຄົບຖ້ວນ, ສອດຄ່ອງກັບແນວທາງນະໂຍບາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້;
6. ໂຄສະນາເຜີຍແຜ່ກົດໝາຍໃຫ້ກວ້າງຂວາງ, ທົ່ວເຖິງທຸກພາກສ່ວນຢ່າງເລິກເຊິ່ງ ແລະ ມີຄຸນນະພາບ; ສຸມໃສ່ຊີ້ນໍາວຽກງານປະຕິບັດຄໍາຕັດສິນຂອງສານ ໃຫ້ມີຜົນສໍາເລັດ, ເຂັ້ມງວດ ເດັດຂາດໃນການບັງຄັບປະຕິບັດ, ແກ້ໄຂບັນຫາເລືອກປະຕິບັດ, ປະຕິບັດບໍ່ຖືກຕ້ອງຕາມຄໍາຕັດສິນ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ