ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 8 ຄັ້ງ | ເວລາ | 2025-09-06 23:59:15 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-06 23:59:15
ແຂວງຊຽງຂວາງ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ ວັນທີ 28-29 ສິງຫາ 2025".
ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX, ພາຍໃຕ້ການເປັນປະທານຂອງ ສະຫາຍ ບຸນຈັນສີວົງພັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຊຽງຂວາງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດ ຖະມົນຕີ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຈັດຕັ້ງສູນກາງພັກ ແລະ ບັນດາສະຫາຍຜູ້ແທນສົມບູນ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກ ເຂົ້າຮ່ວມ 260 ສະຫາຍ (ຍິງ 36 ສະຫາຍ).
ສະຫາຍ ບຸນຈັນ ສີວົງພັນ ໄດ້ກ່າວໄຂກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກແຂວງຊຽງຂວາງ ຄັ້ງທີ IX ຢ່າງເປັນທາງການ ແລະ ຜ່ານຮ່າງລາຍງານການເມືອງ ຂອງຄະນະບໍລິຫານງານ ພັກແຂວງຊຽງຂວາງ ສະໄໝທີ VIII.
ຕະຫລອດໄລຍະ 5 ປີຜ່ານມາ, ຄະນະບໍລິຫານງານພັກແຂວງ ພ້ອມກັບປະຊາຊົນບັນດາເຜົ່າໃນທົ່ວແຂວງ ໄດ້ເອົາໃຈໃສ່ຕັ້ງໜ້າເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີເປັນເອ ກະພາບ ບຸກບືນກ້າວຂຶ້ນ, ເຊີດຊູນ້ຳໃຈຮັກຊາດ, ຮັກລະບອບໃໝ່, ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະຕິບັດແນວທາງປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ ພາຍໃຕ້ການນຳພາ-ຊີ້ນຳຂອງຄະນະບໍລິຫານງານສູນກາງພັກ.
ແຂວງຊຽງຂວາງ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ໄດ້ຮັບການພັດທະນາດີຂຶ້ນ, ຮີດຄອງປະເພນີອັນດີງາມຂອງຊາດ, ຂອງເຜົ່າ ໄດ້ຮັບການອະນຸລັກຮັກສາເສີມຂະຫຍາຍ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ, ຮາກຖານພັກແຕ່ລະຂັ້ນໄດ້ຮັບການປັບປຸງ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບົບການເມືອງ ປະຊາທິປະໄຕ ປະຊາຊົນ ຢູ່ຂັ້ນຮາກຖານມີຄວາມເຂັ້ມແຂງ ສາມາດນຳພາປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ, ແກ້ໄຂໄດ້ຄວາມທຸກຍາກ ຂອງປະຊາຊົນ ເຮັດໃຫ້ຄອບຄົວທຸກຍາກຫລຸດລົງເທື່ອລະກ້າວ.
ພ້ອມນີ້, ຄະນະພັກ-ຄະນະບັນຊາທຸກຂັ້ນ ໄດ້ປຸກລະດົມທົ່ວສັງຄົມ ເຂົ້າຮ່ວມວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ, ກວ້າງຂວາງ ສາມາດສະກັດກັ້ນ, ທັບມ້າງແຜນການ ເຄື່ອນໄຫວຂອງສັດຕູ, ອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ຫວັງດີ ເຮັດໃຫ້ທົ່ວແຂວງ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ມີຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍ ສ້າງເງື່ອນໄຂໃຫ້ແກ່ການພັດທະນາ ແລະ ດຳລົງຊີວິດຂອງປະຊາຊົນ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ແລະ ເມືອງ ໄດ້ຮັບການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ, ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງ.
ສ້າງບ້ານປ່ອມໝັ້ນໄດ້ 29 ບ້ານ, ກຸ່ມບ້ານສູ້ຮົບຕິດລຽນໄດ້ 03 ກຸ່ມ, ບ້ານປ້ອງກັນຄວາມສະຫງົບດີ 127 ບ້ານ, ບ້ານປ້ອງກັນຊາດເຂັ້ມແຂງ 296 ບ້ານ, ຄອບຄົວປ້ອງກັນຄວາມສະຫງົບດີ 12.894 ຄອບຄົວ, ຄອບຄົວປ້ອງກັນຊາດເຂັ້ມແຂງ 33.913 ຄອບຄົວ, ບ້ານປອດຢາເສບຕິດ 96 ບ້ານ, ໂຮງຮຽນປອດຢາເສບຕິດ 93 ແຫ່ງ, ຂົງເຂດພັດທະນາເສດຖະກິດ-ສັງຄົມ ປັດຈຸບັນ ສາມາດຮັກສາໄດ້ ສະພາບໝັ້ນທ່ຽງເຕີບໂຕຢູ່ໃນລະດັບ 5,2% ຕໍ່ປີ ລວມຍອດພະລິດຕະພັນພາຍໃນໄດ້ 28.031,41 ຕື້ກີບ, ສະເລ່ຍລາຍຮັບ 1.205 ໂດລາຕໍ່ຄົນຕໍ່ປີ, ຂະບວນການຜະລິດກະສິກໍາເປັນສິນຄ້າ (ປູກຝັງ-ລ້ຽງສັດ) ໄດ້ຮັບການສົ່ງເສີມຢ່າງກວ້າງຂວາງ ແລະ ຟົດຟື້ນ ຖືກຕ້ອງຕາມລະບຽບກົດໝາຍ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ODOP) ໄດ້ຮັບການຢັ້ງຢືນເພີ່ມຂຶ້ນ 50%, ໄດ້ປະກາດເມືອງພົ້ນທຸກ 01 ເມືອງ, ບ້ານພົ້ນທຸກ 289 ບ້ານ, ບ້ານພັດທະນາ 96 ບ້ານ, ປະກາດບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 01 ບ້ານ, ຄອບຄົວພົ້ນທຸກ 32.677 ຄອບຄົວ ແລະ ຄອບຄົວພັດທະນາ 28.234 ຄອບຄົວ.
ກອງປະຊຸມ ໄດ້ຄົ້ນຄວ້າລົງເລິກຕີລາຄາບັນດາຈຸດດີ-ຈຸດອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດ ຮຽນທີ່ຖອດຖອນໄດ້ ແລະ ຈະໄດ້ຮັບຮອງເອົາທິດທາງ, ແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ໃນຕໍ່ໜ້າ.
ພ້ອມກັນນັ້ນ, ຍັງຈະໄດ້ຮັບຟັງການປະກອບຄໍາຄິດເຫັນ ຂອງບັນດາຕົວແທນຈາກກົມກອງອ້ອມຂ້າງແຂວງ ແລະ ຄອບຄົວຕົວແບບຈຳນວນໜຶ່ງຕື່ມອີກ. ບັນຫາສຳຄັນໃນກອງປະຊຸມຄັ້ງນີ້, ບັນ ດາຜູ້ແທນກອງປະຊຸມຈະໄດ້ໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຸດໃໝ່ ເພື່ອເປັນຜູ້ນຳພາຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງໃຫ້ໄດ້ຮັບຜົນສຳເລັດ, ປ່ອນບັດເລືອກເອົາຜູ້ແທນໄປຮ່ວມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້.
ກອງປະຊຸມໃຫຍ່ຄັ້ງນີ້, ຈະໄດ້ຮັບຟັງຄຳເຫັນໂອ້ລົມຈາກ ສະຫາຍ ກິແກ້ວ ໄຂຄຳພິທູນ ທີ່ໄດ້ຕາງໜ້າກົມການເມືອງສູນກາງພັກ ເພື່ອເປັນເຂັມຊີ້ທິດໃນການຈັດຕັ້ງປະຕິບັດ ໃຫ້ເຮັດສໍາເລັດໜ້າທີ່ການເມືອງທີ່ຊາດ ແລະ ປະຊາຊົນມອບໝາຍໃຫ້ ກໍຄື ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາແຂວງຊຽງຂວາງ ໃຫ້ໜັກແໜ້ນ, ເຂັ້ມແຂງ ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ແຂວງຊຽງຂວາງ ຄັ້ງທີ IX, ພາຍຫຼັງໄດ້ດໍາເນີນມາ 28 -29 ສິງຫາ 2025".
ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຽງຂວາງຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ, ທັງຖືກຕ້ອງສອດຄ່ອງກັບມາດຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້, ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ ທັງໝົດ 38 ສະຫາຍ (ຍິງ 06 ສະຫາຍ), ເລືອກໄດ້ 33 ສະຫາຍ (ຍິງ 05 ສະຫາຍ) ຄື:
1. ສະຫາຍ ບຸນຈັນ ສີວົງພັນ
2. ສະຫາຍ ບົວເງິນ ຫຸມໄຊຍະພົມ
3. ສະຫາຍ ບຸນເຮືອງ ສຸລິໄຊ
4. ສະຫາຍ ນາງ ຈັນທະສອນ ພູນສຸກ
5. ສະຫາຍ ຄໍາພາ ພິລາວົງ
6. ສະຫາຍ ເພັດສະຫມອນ ດາວົງສອນ
7. ສະຫາຍ ຫົງຄໍາ ພິມມະກອນ
8. ສະຫາຍ ພົນຈັດຕະວາ ວັນທອງ ພົງສະຫວັນ
9. ສະຫາຍ ພົນຈັດຕະວາ ສີວັນທາ ເພຍສະຂາ
10. ສະຫາຍ ຫວາຢ່າ ໝອກພູເຂົາ
11. ສະຫາຍ ສີວອນ ອ່ອນລາວົງ
12. ສະຫາຍ ນາງ ພວງພະຈັນ ມູນທະວົງ
13. ສະຫາຍ ຄໍາຜຸຍ ໂນລາ
14. ສະຫາຍ ວັນໄຊ ກືຫວັງເນັ້ງ
15. ສະຫາຍ ຄໍາກ້ອນ ອົ້ວນວນສາ
16. ສະຫາຍ ຄໍາຫຼ້າ ສີດວງໄຊ
17. ສະຫາຍ ວັນໄຊ ອິນປັນຍາ
18. ສະຫາຍ ຄໍາຫຼ້າ ແກ້ວດາວັນ
19. ສະຫາຍ ສອນໄຊ ພໍລະສິມ
20. ສະຫາຍ ນາງ ສາຍພູເງິນ ອຸດົມສຸກ
21. ສະຫາຍ ບຸນເພັງ ສິນນະວົງ
22. ສະຫາຍ ຄອນແກ້ວ ພູນທອງໃສ
23. ສະຫາຍ ບຸນຄົງ ດວງພະວັນ
24. ສະຫາຍ ສົມສະໝອນ ຜະລີຈັນ
25. ສະຫາຍ ນາງ ສົມພອນ ໂສພິລາວັນ
26. ສະຫາຍ ເພັດສະໝອນ ສຸລິຍະແສງ
27. ສະຫາຍ ພັນເອກ ມີສຸກ ຂັນທະຍົງທອງ
28. ສະຫາຍ ນາງ ສີພອນ ສີລາວົງ
29. ສະຫາຍ ສີພອນໄຊ ທິບດາລາ
30. ສະຫາຍ ຄໍາວຽນ ສີຫານາດ
31. ສະຫາຍ ເພັດສະໝອນ ດວງປະເສີດ
32. ສະຫາຍ ມົນຕີ ສີອຸດົມ
33. ສະຫາຍ ສຸດແສນແພງ ສິງດາລາ.
ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຊຽງຂວາງ ສະໄໝທີ IX ໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 09 ສະຫາຍ (ຍິງ 01 ສະຫາຍ) ຄື:
1. ສະຫາຍ ບຸນຈັນ ສີວົງພັນ,
2. ສະຫາຍ ບົວເງິນ ຫຸມໄຊຍະພົມ,
3. ສະຫາຍ ບຸນເຮືອງ ສຸລິໄຊ,
4. ສະຫາຍ ນາງ ຈັນທະສອນ ພູນສຸກ,
5. ສະຫາຍ ຄຳພາ ພິລາວົງ,
6. ສະຫາຍ ເພັດສະໝອນ ດາວົງສອນ,
7. ສະຫາຍ ຫົງຄຳ ພິມມະສານ,
8. ສະຫາຍ ພົຈວ ວັນທອງ ພົງສະຫວັນ,
9. ສະຫາຍ ພົຈວ ສີວັນທາ ເພຍສະຂາ.
ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ:
1. ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ;
2. ສະຫາຍ ບົວເງິນ ຫຸມໄຊຍະພົມ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ;
3. ສະຫາຍ ບຸນເຮືອງ ສຸລິໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ.
ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາ ຄະນະກວດກາພັກແຂວງ:
1. ສະຫາຍ ຄຳພາ ພິລາວົງ ເປັນປະທານຄະນະກວດກາພັກແຂວງ;
2. ສະຫາຍ ຄຳເພັດ ເພັງມະແສງ ເປັນຮອງປະທານຄະນະກວດກາພັກແຂວງ;
3.ສະຫາຍ ນາງ ວັນໄຊ ສິງດາລາ ເປັນຮອງປະທານຄະນະກວດກາພັກແຂວງ;
4. ສະຫາຍ ພອນສັກ ແສງມີລະທີ ເປັນຮອງປະທານຄະນະກວດກາພັກແຂວງ.
ພ້ອມດຽວກັນນັ້ນ, ໃນກອງປະຊຸມ ຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 30 ສະຫາຍ (ຍິງ 05 ສະຫາຍ) ແລະ ຜູ້ແທນສໍາຮອງ ຈໍານວນ 05 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້:
1. ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດທີ VIII ຜ່ານມາທີ່ໄດ້ນຳພາ-ຊີ້ນຳ ພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນຳເອົາທິດນຳ ທີ່ເປັນເອກະພາບໃນກອງປະຊຸມໃຫຍ່ຄັ້ງນີ້ ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ;
2. ຄະນະບໍລິຫານງານພັກແຂວງຊຸດໃໝ່ ຕ້ອງໄດ້ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍ ໃນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກ ລະອຽດ, ຈະແຈ້ງ ປະຕິບັດກົນໄກປະສານງານຂັ້ນເທິງ-ຂັ້ນລຸ່ມ, ສາຍຕັ້ງ-ສາຍຂວາງ;
3. ພ້ອມທັງ ຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດ ບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງ ຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເອົາໃຈໃສ່ແກ້ໄຂ ຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ;
4. ສືບຕໍ່ປະຕິບັດແຜນນະໂຍບາຍ ສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ກໍ່ສ້າງພັກທັງ 04 ດ້ານ ຄື: ສ້າງພັກທາງດ້ານການເມືອງ, ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ປະຕິບັດຢ່າງເຂັ້ມງວດຕາມ 05 ຫຼັກການ 03 ທິດນໍາ;
5. ເພີ່ມທະວີການນໍາພາປະຕິບັດ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນທີ່ແຂງແຮງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ;
6. ກຳແໜ້ນເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 04 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ;
7. ສືບຕໍ່ປະຕິບັດຍຸດທະສາດ ແລະ ປະຕິບັດບັນດາຄາດໝາຍທາງດ້ານການສຶກສາ, ສາທາ ລະນະສຸກ ໃຫ້ບັນລຸຕາມແຜນທີ່ວາງໄວ້;
8. ເສີມຂະຫຍາຍສົ່ງເສີມຄຸນຄ່າ ທາງດ້ານວັດທະນະທຳ ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ຍືນຍົງ;
9. ແກ້ໄຂບັນຫາຂາດແຄນແຮງງານ ແລະ ຍົກລະດັບການຕອບສະໜອງແຮງງານ ໃຫ້ແກ່ການພັດທະນາໃນໄລຍະໃໝ່;
10. ຍົກສູງບົດບາດ ຂອງອົງການອຳນາດລັດໃຫ້ເຂັ້ມແຂງ;
11. ກະກຽມຄວາມພ້ອມໃນການສ້າງຕັ້ງຕາແສງ ແລະ ສືບຕໍ່ປັບປຸງການຈັດຕັ້ງລະບົບການເມືອງຢູ່ຂັ້ນຕາແສງ, ບ້ານ ໃຫ້ຖືກທິດ ແລະ ເຂົ້າສູ່ລວງເລິກ;
12. ເສີມຂະຫຍາຍບົດບາດອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີຄວາມສາມັກຄີບັນດາເຜົ່າ, ສາສະໜາ ທຸກຊັ້ນຄົນໃນສັງຄົມ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ;
13. ຕັ້ວໜ້າຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງມີຈຸດສຸມ ແລະ ເພີ່ມທະວີການພົວພັນຮ່ວມມື ກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກ;
14. ເຮັດໃຫ້ທຸກຂົງເຂດວຽກງານ ຮັບປະກັນມີການນຳພາ-ຊີ້ນຳ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ ດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແຂວງຊຽງຂວາງວິລະຊົນ;
15. ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ບຸກບືນສູ້ຊົນ ປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ IX ນີ້ ໃຫ້ປະກົດຜົນເປັນຈິງ.
ສະຫາຍ ບຸນຈັນ ສີວົງພັນ ໄດ້ຮັບການເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງ.
------------------------
ພາຍຫຼັງໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຊຽງຂວາງຄັ້ງທີ IXມາແຕ່ວັນທີ28 ສິງຫາ 2025ບັນດາຜູ້ແທນສົມບູນ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກແຂວງຊຽງຂວາງ ຊຸດໃໝ່, ບົນພື້ນຖານການໃຊ້ສິດປະຊາທິປະໄຕ,ທັງຖືກຕ້ອງສອດຄ່ອງກັບມາດຖານ ແລະ ເງື່ອນໄຂ ທີ່ກຳນົດໄວ້,ເຊິ່ງມີຜູ້ອອກສະໝັກຮັບເລືອກຕັ້ງ ຈໍານວນ 38 ສະຫາຍ, ເລືອກໄດ້33ສະຫາຍ;ຍິງ 5 ສະຫາຍ.ມາຮອດຕອນເຊົ້າວັນທີ29 ສິງຫາ 2025ສະຫາຍນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ,ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກໄດ້ແຈ້ງຜົນກອງປະຊຸມຄັ້ງປະຖົມມະລຶກ ໃຫ້ຮູ້ວ່າ: ຜ່ານການດໍາເນີນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກແຂວງຊຽງຂວາງສະໄໝທີ IXໄດ້ປ່ອນບັດເລືອກຕັ້ງຢ່າງປະຊາທິປະໄຕ ແລະ ເປັນເອກະພາບ ເລືອກເອົາຄະນະປະຈໍາພັກແຂວງ ຈໍານວນ 9ສະຫາຍ,ຍິງ 1 ສະຫາຍຄື: ສະຫາຍ ບຸນຈັນ ສີວົງພັນ, ສະຫາຍ ບົວເງິນ ຫຸມໄຊຍະພົມ, ສະຫາຍ ບຸນເຮືອງ ສຸລິໄຊ, ສະຫາຍ ນາງ ຈັນທະສອນ ພູນສຸກ, ສະຫາຍ ຄຳພາ ພິລາວົງ, ສະຫາຍ ເພັດສະໝອນ ດາວົງສອນ, ສະຫາຍ ຫົງຄຳ ພິມມະສານ, ສະຫາຍ ພົຈວ ວັນທອງ ພົງສະຫວັນ ແລະ ສະຫາຍ ພົຈວ ສີວັນທາ ເພຍສະຂາ;ກອງປະຊຸມຍັງໄດ້ເອກະສັນຢ່າງສົມບູນ ເລືອກເອົາ ສະຫາຍ ບຸນຈັນ ສີວົງພັນ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບົວເງິນ ຫຸມໄຊຍະພົມ ແລະ ສະຫາຍ ບຸນເຮືອງ ສຸລິໄຊ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ; ກອງປະຊຸມໄດ້ປ່ອນບັດເລືອກຕັ້ງເອົາສະຫາຍຄຳພາ ພິລາວົງ ເປັນປະທານຄະນະກວດກາພັກແຂວງ; ເລືອກເອົາ ສະຫາຍ ຄຳເພັດ ເພັງມະແສງ, ສະຫາຍ ນາງ ວັນໄຊ ສິງດາລາ ແລະ ສະຫາຍ ພອນສັກ ແສງມີລະທີ ເປັນຮອງປະທານຄະນະກວດກາພັກແຂວງ.ພ້ອມດຽວກັນນັ້ນ, ໃນກອງປະຊຸມຍັງໄດ້ປ່ອນບັດເລືອກເອົາຜູ້ແທນສົມບູນ ຈໍານວນ 30 ສະຫາຍ, ຍິງ 5 ສະຫາຍ ແລະ ຜູ້ແທນສໍາຮອງ ຈໍານວນ 5 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.
ໃນໂອກາດນີ້, ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງພັກ ກໍໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄະນະພັກຊຸດທີ VIIIຜ່ານມາທີ່ໄດ້ນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ ເປັນເຈົ້າການປະຕິບັດໜ້າທີ່ການເມືອງຂອງຕົນ, ຍາດໄດ້ຜົນສຳເລັດໃນຫຼາຍດ້ານ, ພ້ອມກັນນັ້ນ, ກໍໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຊຸດໃໝ່ ສືບຕໍ່ປັບປຸງ, ແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ແລະ ນຳເອົາທິດນຳທີ່ເປັນເອກະພາບໃນກອງປະຊຸມໃຫຍ່ຄັ້ງນີ້ໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ ເປັນຕົ້ນ ຄະນະບໍລິຫານງານພັກແຂວງຊຸດໃໝ່ ຕ້ອງໄດ້ຮີບຮ້ອນຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IXຂອງອົງຄະນະພັກແຂວງ ໃຫ້ກາຍເປັນແຜນການ, ແຜນງານ, ໂຄງການ, ແບ່ງຄວາມຮັບຜິດຊອບ ໃຫ້ແຕ່ລະສະຫາຍໃນຄະນະບໍລິຫານງານພັກແຂວງ, ຄະນະປະຈຳພັກ ລະອຽດ,ຈະແຈ້ງ ປະຕິບັດກົນໄກປະສານງານຂັ້ນເທິງ-ຂັ້ນລຸ່ມ, ສາຍຕັ້ງ-ສາຍຂວາງ, ພ້ອມທັງຢຶດໝັ້ນ ແລະ ປະຕິບັດຢ່າງເຂັ້ມງວດບັນດາຫຼັກການ, ລະບອບແບບແຜນວິທີນຳພາຂອງພັກ ແລະ ມີຄວາມຮັບຜິດຊອບໂດຍກົງຕໍ່ຜົນໄດ້ຜົນເສຍຂອງວຽກງານທີ່ຖືກມອບໝາຍ, ເອົາໃຈໃສ່ແກ້ໄຂຕໍ່ການປະພຶດແບບອາດຍາສິດ, ສໍ້ລາດບັງຫຼວງ, ເສື່ອມທາດຂາດຄຸນ ແລະ ອື່ນໆ; ສືບຕໍ່ປະຕິບັດແຜນນະໂຍບາຍສ້າງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ ກໍ່ສ້າງພັກທັງ 4 ດ້ານ ຄື: ສ້າງພັກທາງດ້ານການເມືອງ, ເປັນເຈົ້າການກໍ່ສ້າງພັກທາງດ້ານແນວຄິດ, ກໍ່ສ້າງພັກທາງດ້ານການຈັດຕັ້ງ, ແບບແຜນວິທີເຮັດວຽກ ແລະ ປະຕິບັດຢ່າງເຂັ້ມງວດຕາມ 5 ຫຼັກການ 3 ທິດນໍາ; ເພີ່ມທະວີການນໍາພາປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເປັນຂະບວນທີ່ແຂງແຮງ, ສຸມໃສ່ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃນສັງຄົມໃຫ້ຫຼຸດລົງຢ່າງຈະແຈ້ງ; ກຳແໜ້ນເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ 4 ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ ໃນໄລຍະໃໝ່ໃຫ້ເຂົ້າສູ່ລວງເລິກ; ສືບຕໍ່ປະຕິບັດຍຸດທະສາດ ແລະ ປະຕິບັດບັນດາຄາດໝາຍທາງດ້ານການສຶກສາ, ສາທາລະນະສຸກໃຫ້ບັນລຸຕາມແຜນທີ່ວາງໄວ້; ເສີມຂະຫຍາຍສົ່ງເສີມຄຸນຄ່າທາງດ້ານວັດທະນະທຳຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າໃຫ້ຍືນຍົງ; ແກ້ໄຂບັນຫາຂາດແຄນແຮງງານ ແລະ ຍົກລະດັບການຕອບສະໜອງແຮງງານໃຫ້ແກ່ການພັດທະນາໃນໄລຍະໃໝ່; ຍົກສູງບົດບາດຂອງອົງການອຳນາດລັດໃຫ້ເຂັ້ມແຂງ; ກະກຽມຄວາມພ້ອມໃນການສ້າງຕັ້ງຕາແສງ ແລະ ສືບຕໍ່ປັບປຸງການຈັດຕັ້ງລະບົບການເມືອງຢູ່ຂັ້ນຕາແສງ, ບ້ານໃຫ້ຖືກທິດ ແລະ ເຂົ້າສູ່ລວງເລິກ, ເສີມຂະຫຍາຍບົດບາດອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ, ເພີ່ມທະວີຄວາມສາມັກຄີບັນດາເຜົ່າ, ສາສະໜາ ທຸກຊັ້ນຄົນໃນສັງຄົມ ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາແຂວງ; ຕັັ້ງໜ້າຫັນລົງກໍ່ສ້າງຮາກຖານ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຢ່າງມີຈຸດສຸມ ແລະ ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ຕາມແນວທາງການຕ່າງປະເທດຂອງພັກ ເພື່ອເຮັດໃຫ້ທຸກຂົງເຂດວຽກງານຮັບປະກັນມີການນຳພາ-ຊີ້ນຳ ຢ່າງມີປະສິດທິພາບ ແລະ ປະສິດທິຜົນດ້ວຍການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງແຂວງຊຽງຂວາງວິລະຊົນ, ສືບຕໍ່ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ບຸກບືນສູ້ຊົນປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີIXນີ້ ໃຫ້ປະກົດຜົນເປັນຈິງ. ຂ່າວໂດຍ: ກົມປະຊາສຳພັນ, ຫສນຍ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ