ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງ ຫຼວງນໍ້າທາ ຄັ້ງທີ IX
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 9 ຄັ້ງ | ເວລາ | 2025-09-06 23:23:18 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-06 23:23:18
ໃນວັນທີ 25-26 ສິງຫາ 2025 ນີ້ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ IX ຂຶ້ນ ທີ່ຫໍວັດທະນະທຳແຂວງ ໂດຍການເປັນປະທານຂອງສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ປອ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ, ຜູ້ຊີ້ນຳແຂວງ ຫຼວງນໍ້າທາ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງສູນກາງພັກ, ຫ້ອງວ່າການສູນກາງພັກ, ຄະນະກວດກາສູນກາງພັກ, ບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ພະນັກງານອະວຸໂສບຳນານ, ຜູ້ແທນສົມບູນ ແລະ ແຂກຖືກເຊີນເຂົ້າຮ່ວມທັງໝົດ 315 ສະຫາຍ, ຍິງ 45 ສະຫາຍ, ໃນນີ້ມີຜູ້ແທນສົມບູນ 261 ສະຫາຍ, ຍິງ 34 ສະຫາຍ.
ໃນກອງປະຊຸມ ສະຫາຍ ວຽງສະຫວັດ ສີພັນດອນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຫຼັງຈາກນັ້ນ ກໍໄດ້ຜ່ານບັນດາເອກກະສານຕ່າງໆເປັນຕົ້ນແມ່ນ ຮ່າງລາຍງານການເມືອງ; ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຂອງແຂວງ; ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VIII; ບົດປະກອບຄໍາເຫັນ ໃນຫົວຂໍ້ “ບົດຮຽນການຮັບມື ແລະ ການແກ້ໄຂຜົນກະທົບໄພພິບັດນໍ້າຖ້ວມ 2024”; “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ”; “ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (ການຈັດເກັບລາຍຮັບເຂົ້າງົບປະມານ)”; “ບົດຮຽນການລ້ຽງປາເປັນສິນຄ້າ”. ຈາກນັ້ນ ສະຫາຍ ດອນ ໄພວົງ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງ ແລະ ປະກາດລາຍຊຶ່ຜູ້ອອກສະໝັກເລືອກຕັ້ງຄະນະບໍລິຫານງານພັກແຂວງຊຸດໃໝ່ ແລະ ສະຫາຍ ປອ ຄຳພັນ ພົມມະທັດ ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເຊິ່ງສະຫາຍໄດ້ຮຽກຮ້ອງໃຫ້ຜູ້ແທນກອງປະຊຸມໃຫ້ເບິ່ງເປົ້າໝາຍທີ່ຕົນເອງຈະເລືອກເອົາດ້ວຍຄວາມຮັບຜິດຊອບສູງ, ຄົ້ນຄວ້າພິຈາລະນາຢ່າງພາວະວິໄສ, ເລືອກເອົາດ້ວຍຄວາມບໍລິສຸດຈິງໃຈ ແລະ ຈົງຮັກພັກດີ ຫຼີກລ້ຽງແນວຄິດອັກຄະຕິ, ໃຫ້ຖືເອົາຜົນປະໂຫຍດສ່ວນລວມເປັນຫຼັກ.
ຈາກນັ້ນ ກອງປະຊຸມກໍ່ໄດ້ດໍາເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກແຂວງຫຼວງນໍ້າທາຊຸດໃໝ່ ເຊິ່ງມີຜູ້ອອກສະໝັກເລືອກຕັ້ງທັງໝົດ 38 ສະຫາຍ, ຍີງ 07 ສະຫາຍ. ບັນດາສະຫາຍຜູ້ແທນສົມບູນໄດ້ໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລຶອກຕັ້ງເອົາຄະນະບໍລິຫານງານພັກແຂວງສະໄໝທີ IX ຈໍານວນ 33 ສະຫາຍ, ຍິງ 4 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລຶຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ, ຍິງ 0 ສະຫາຍ, ເລືອກເອົາສະຫາຍ ວຽງສະຫວັດ ສີພັນດອນ ເປັນເລຂາຄະນະບໍລິຫານງານພັກແຂວງ, ເລຶອກເອົາສະຫາຍ ຄໍາຟອງ ອິນມານີ ແລະ ສະຫາຍ ອ່ອນຈັນ ຄໍາພາວົງ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ, ເລືອກເອົາສະຫາຍ ບຸນທອນ ສີສະຫວັນ ເປັນປະທານ ຄະນະກວດກາພັກແຂວງ; ເລືອກເອົາສະຫາຍ ຈັນທະໜອມ ຂັນທະລາດ, ສະຫາຍ ພຸດທະສອນ ສີຫານາກ, ສະຫາຍ ແຝງທາ ຮັກບຸນໂຮມ ເປັນຮອງປະທານຄະນະກວດກາພັກແຂວງ. ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 17 ສະຫາຍ, ຍິງ 1 ສະຫາຍ ແລະ ສຳຮອງ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ຕອນທ້າຍຂອງກອງປະຊຸມສະຫາຍ ປອ ຄຳພັນ ພົມມະທັດ ກໍ່ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ກ້ອງປະຊຸມ ແລະ ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ເພີ່ມທະວີຄວາມສາມັກຄີ ແລະ ຄວາມເປັນເອກະພາບສູງໃນຄະນະບໍລິຫານງານພັກ (ສະໄໝທີIX) ເພື່ອເປັນຄັນທຸງອັນເຂັ້ມແຂງໃຫ້ແກ່ຄວາມສາມັກຄີເອກະພາບໃນທົ່ວອົງຄະນະພັກ,ໄດ້ຮັບການສະໜັບສະໜູນ, ເຫຼື່ອມໄສສັດທາຈາກປະຊາຊົນບັນດາເຜົ່າທຸກຊັ້ນຄົນ, ເປັນກອງນໍາໜ້າ ແລະ ສູນບັນຊາການໃນການລະດົມທຸກກຳລັງແຮງຂອງສັງຄົມໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ໃຫ້ປະກົດຜົນເປັນຈິງ; ເຊີດຊູຄວາມຮັບຜິດຊອບການເມືອງຂອງຄະນະພັກ ແລະ ຍົກສູງຄວາມຮັບຜິດຊອບການປະຕິບັດໜ້າທີ່ຂອງແຕ່ລະສະຫາຍ, ສຸມໃສ່ແກ້ໄຂບັນຫາຕົວຈິງ, ສ້າງການຫັນປ່ຽນແຂງແຮງເລິກເຊິ່ງ ແລະ ຮອບດ້ານ, ການນໍາພາຈັດຕັ້ງປະຕິບັດວຽກງານຂອງຄະນະພັກຕ້ອງປະສານສົມທົບຢ່າງກົມກຽວລະຫວ່າງບັນຫາທີ່ພື້ນຖານຍາວນານ ແລະ ເປັນຍຸດທະສາດກັບວຽກງານເຄັ່ງຮ້ອນຮີບດ່ວນ, ຫຼີກເວັ້ນການປະຕິບັດແບບຕຳອັນໃດເຮັດອັນນັ້ນ; ຄະນະພັກແຂວງ ແລະ ການຈັດຕັ້ງແຕ່ລະຂັ້ນຕ້ອງຮຽນຮູ້ກຳສະພາບແຕ່ລະຂົງເຂດ, ປຶກສາຫາລື, ຕົກລົງ ແລະ ຊີ້ນຳປະຕິບັດຢ່າງຕໍ່ເນື່ອງ, ເປັນລະບົບແທດເໝາະຕົວຈິງສອດຄ່ອງກັບຈິດໃຈ ແລະ ຄາດໝາຍມະຕິກອງປະຊຸມໃຫຍ່, ສ້າງການຫັນປ່ຽນຕົວຈິງທີ່ຕັ້ງໜ້າ ແລະ ພົ້ນເດັ່ນ, ພ້ອມນັ້ນປະຕິບັດແບບແຜນນໍາພາທີ່ວ່າ “ເຮັດຮອດໃສກວດກາປະເມີນຜົນຮອດຫັ້ນ” ເຫັນປັດໄຈຕັ້ງໜ້າຕ້ອງສົ່ງເສີມ ເຫັນຄວາມອືດອາດຊັກຊ້າ ຫຼື ຄວາມຜິດພາດຕ້ອງແກ້ໄຂທັນການ”; ເອົາໃຈໃສ່ປຸກລະດົມຂະບວນການແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ຕິດພັນກັບການປັບປຸງຍົກລະດັບປະສິດທິຜົນການເຄື່ອນໄຫວຂອງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ເຮັດໃຫ້ການເຊື່ອມຊືມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນໍ້າທາໃນຄັ້ງນີ້ສອດຫ້ອຍໃນທຸກການເຄື່ອນໄຫວການເມືອງ, ການນໍາພາແນວຄິດ; ຍູ້ແຮງການເຄື່ອນໄຫວປັບປຸງໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ເພື່ອຮັບປະກັນປະສິດທິຜົນໃນການເຄື່ອນໄຫວນຳພາ-ຊີ້ນຳຂອງການຈັດຕັ້ງພັກແຕ່ລະຂັ້ນ, ເພີ່ມທະວີວຽກງານກວດກາການເມືອງຂອງພັກນັບແຕ່ການຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍບັນດາມະຕິ, ຄຳສັ່ງ ຈົນຮອດກວດກາຄວາມຮັບຜິດຊອບການເມືອງກໍ່ຄືການປະເມີນຄວາມຮູ້, ຄວາມສາມາດຂອງພະນັກງານ, ສະມາຊິກພັກ; ຜັນຂະຫຍາຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ IX ໃຫ້ແຂງແຮງແຕ່ຫົວທີ ແລະ ເປັນລະບົບຕໍ່ເນື່ອງ, ປະຊາສໍາພັນຢ່າງກວ້າງຂວາງທົ່ວສັງຄົມ ສືບຕໍ່ປຸກບັນຍາກາດ ແລະ ຂະບວນການການເມືອງໃຫ້ຟົດພື້ນ ເພື່ອກ້າວເຖິງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ຮີບຮ້ອນຮັບຮອງແຜນດໍາເນີນງານຂອງຄະນະບໍລິຫານງານ, ແບ່ງງານໃຫ້ແຕ່ລະສະຫາຍຄຽງຄູ່ກັບການສ້າງ ແລະ ປັບປຸງແບບແຜນນຳພາວິທີເຮັດວຽກໃນຄະນະພັກເພື່ອເຮັດໃຫ້ທຸກຂົງເຂດວຽກງານຮັບປະກັນມີການນຳພາຂອງຄະນະພັກ ແລະ ເລີ່ມຈັດຕັ້ງຜັນຂະຫຍາຍມະຕິ IX ຢ່າງເປັນຂະບວນແຕ່ຫົວທີ.
ແຫຼ່ງ: ວາລະສານກວດກາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ