ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາ ຄັ້ງທີ IX ໄຂຂຶ້ນຢ່າງເປັນທາງການ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 7 ຄັ້ງ | ເວລາ | 2025-09-06 23:17:16
ກອງປະຊູມໃຫ່ຍຜູ້ແທນອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 25 ສິງຫານີ້ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ວຽງສະຫວັດ ສີພັນດອນ ກຳມະການສຸນກາງພັກ ເລຂາຄະນະບໍລີຫານງານພັກແຂວງ ເຈົ້າແຂວງຫຼວງນໍ້າທາ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງ ເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ, ມີການນຳຂັ້ນສຸນກາງ. ຂັ້ນແຂວງ, ແຂກຖືກເຊີນ, ແລະ ຜູ້ແທນສົມບູນເຂົ້າຮ່ວມ ທັງໝົດມີ 261 ສະຫາຍ ຍິງ 34 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊີກພັກທົ່ວແຂວງຫຼວງນໍ້າທາ.
ກອງປະຊຸມໃຫຍ່ຜຸ້ແທນອົງຄະນະພັກແຂວງຫຼວງນໍ້າທາຄັ້ງທີ IX ໄດ້ມີຄວາມໝາຍສໍາຄັນທີ່ສຸດໃນຊີວິດການເມືອງຂອງທົ່ວແຂວງຫຼວງນໍ້າທາ, ຊຶ່ງເປັນໂອກາດອັນລ້ຳຄ່າໃນການຕີລາຄາໝາກຜົນແຫ່ງການນຳພາ-ຊີ້ນຳ, ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ໃນໄລຍະ 5 ປີຜ່ານມາ ເພື່ອສະຫຼຸບຖອດຖອນບົດຮຽນພ້ອມທັງວາງທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ໃນຊຸມປີຕໍ່ໜ້າ. ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຄັ້ງທີ VIII ໃນ 5 ປີຜ່ານມາ (2021 -2025) ທິດທາງແຜນການ, ຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ 5 ປີຕໍ່ໜ້າ (2026-2030), ພ້ອມກັນຕີລາຄາ ການການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ກຳນົດທິດທາງລວມ, ແຜນນະໂຍບາຍ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ເພື່ອເຮັດໃຫ້ແຂວງຫຼວງນໍ້າທາ ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍສຸມໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ພື້ນຖານເສດຖະກິດຂອງແຂວງ ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ-ຖືກທິດ ໃນລະດັບ 6,2% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ລວມ 5 ປີບັນລຸໄດ້ 44,582.07 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນບັນລຸ 2,347 ໂດລາສະຫະລັດ/ຄົນ/ປີ, ທຽບໃສ່ປີ 2020 ເພີ່ມຂຶ້ນ 449 ໂດລາສະຫະລັດ, ໄດ້ຕິດຕາມ-ຊຸກຍູ້ ແລະ ຄຸ້ມຄອງໂຄງການລົງທຶນຂອງລັດຕາມກົດໝາຍ ແລະ ລະບຽບການ;ດຶງດູດການລົງທຶນພາຍໃນ ແລະ ຕ່າງປະເທດໃນແຕ່ລະຂົງເຂດ ເພື່ອຍູ້ແຮງການພັດທະນາ ເປັນຕົ້ນແມ່ນ: ໂຄງການສົ່ງເສີມປູກຢາງພາລາ, ພືດກະສິກຳ ແລະ ອື່ນໆ. ໄດ້ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານ, ພັດທະນາເຕັກນິກກະສິກຳ ຢ່າງຕໍ່ເນື່ອງ.
ໃນກອງປະຊູມ, ໄດ້ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຊູດເກົ່າ. ຜ່ານມາດຖານເງື່ອນໄຂຜູ້ສະມັກເລືອກຕັ້ງເປັນຄະນະບໍລິຫານງານພັກແຂວງສະໄໝທີ IX ແລະ ໄດ້ປະກາດລາຍຊື່ຜູ້ອອກສະໝັກຮັບເລືອກຕັ້ງຄະນະບໍລີຫານງານພັກແຂວງສະໄໝທີ IX ຕື່ມອີກ.
(ແຫຼ່ງ: ປະຊາຊົນ, ຂ່າວ: ແກ້ວ ກວ໋າງບັນແຄັດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ