ສະຫາຍ ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ ເນັ້ນໃຫ້ຄະນະຊາວໜຸ່ມ ແຕ່ລະຂັ້ນ ສ້າງການຫັນປ່ຽນໃໝ່ໃຫ້ເຂັ້ມແຂງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2025-09-06 22:53:19 ອັບເດດຄັ້ງລ້າສຸດ ໂດຍ: admin ເວລາ 2025-09-06 22:53:19
ຂປລ. ໃນໂອກາດເຂົ້າຮ່ວມ ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໃນວັນທີ 26 ສິງຫາ 2025 ຜ່ານມານີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງ, ຜູ້ປະຈຳການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ ໃຫ້ເອົາໃຈໃສ່ກໍ່ສ້າງປັບປຸງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ, ສ້າງການຫັນປ່ຽນຢ່າງແຂງແຮງ ແລະ ໃຫ້ແທດເໝາະກັບຄຸນລັກສະນະ, ຈຸດພິເສດ ຂອງອົງການຈັດຕັ້ງການເມືອງ-ສັງຄົມ, ຂອງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງຊາວໜຸ່ມເປີດກວ້າງ ໂດຍສະເພາະ ສະມາຄົມ, ສະໂມສອນ ທີ່ເຄື່ອນໄຫວຕິດພັນກັບຜົນປະໂຫຍດຂອງຊາວໜຸ່ມ-ເຍົາວະຊົນ, ຫລຸດຜ່ອນຂອດບໍລິຫານໃນກົງຈັກ ແລະ ຫັນໄປສູ່ຮູບແບບການເຄື່ອນໄຫວ ພັນທະພາບ ລະຫວ່າງ ພາກສ່ວນຕ່າງໆໃນສັງຄົມ.
ພ້ອມນີ້, ສະຫາຍ ບຸນທອງ ຈິດມະນີ ຍັງໄດ້ເນັ້ນ ໃຫ້ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ ຕ້ອງເພີ່ມທະວີການນໍາພາສຶກສາອົບຮົມການເມືອງ-ນໍາພາແນວຄິດ, ເຕົ້າໂຮມກໍາລັງແຮງສັງລວມ, ປຸກລະດົມ ຊາວໜຸ່ມ -ເຍົາວະຊົນລາວບັນດາເຜົ່າ ດ້ວຍເນື້ອໃນ ແລະ ວິທີການທີ່ມີຫລາຍຮູບຫລາຍສີ ເພື່ອສ້າງໃຫ້ມີຄວາມໜັກແໜ້ນດ້ານການເມືອງ-ແນວຄິດ, ມີໂລກະທັດ-ທັດສະນະທີ່ຖືກຕ້ອງ, ມີສະຕິຊາດ, ເອກະລາດເປັນເຈົ້າຕົນເອງ ຄືດັ່ງຄວາມຮຽກຮ້ອງ ແລະ ຄວາມປາຖະໜາຕໍ່ຊາວໜຸ່ມ, ຕໍ່ໄວໜຸ່ມ, ເຍົາວະຊົນລາວ ທີ່ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ສະເໜີອອກໃນພິທີໂຮມຊຸມນຸມວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 70 ປີ ທີ່ວ່າ: “ສຳລັບຊາວໜຸ່ມ-ເຍົາວະຊົນລາວເຮົາ, ສິ່ງທີ່ຈະຕ້ອງມີໄວ້ປະຈຳໃຈ ຄື: ຄວາມຮັກຊາດອັນດູດດື່ມ ທັງໃຫ້ສ້າງຄ່ານິຍົມຂອງຊາດລາວຍຸກໃໝ່ໃສ່ຕົນ, ມີຄວາມຊື່ສັດຕໍ່ປະຊາຊົນ, ຄວາມຈົງຮັກພັກດີຕໍ່ພັກ ຕໍ່ລະບອບປະຊາທິປະໄຕປະຊາຊົນ. ຊາວໜຸ່ມລາວຍຸກໃໝ່ ຕ້ອງເປັນຜູ້ອອກແຮງສ້າງຕົນ ໃຫ້ມີຄວາມຮູ້ວິຊາສະເພາະ, ມີຄວາມສາມາດ ເພື່ອຮັບປະກັນໃຫ້ແກ່ການປະຕິບັດວຽກງານທີ່ຖືກມອບໝາຍ, ມີຄວາມຮູ້ ເພື່ອປະກອບອາຊີບ, ການພັດທະນາຕົນເອງ ແລະ ຄອບຄົວ ຈົນເຖິງການປະກອບສ່ວນເຂົ້າໃນພາລະກິດພັດທະນາ ແລະ ສ້າງສາປະເທດ ຊາດ, ສ້າງຕົນເອງ ໃຫ້ເປັນຜູ້ທີ່ມີລະບຽບວິໄນ, ເຂັ້ມງວດຕໍ່ຕົນເອງ, ສ້າງແບບແຜນດຳລົງຊີວິດລຽບງ່າຍ, ປະຢັດທ່ຽງທໍາ, ຄວາມມີຊີວິດປອດໃສຂອງຊາວໜຸ່ມແຕ່ລະຄົນ ສະແດງອອກເຖິງ ຜູ້ທີ່ມີຈິດໃຈກວ້າງຂວາງ, ຂາວສະອາດ, ເອື້ອເຟື້ອເພື່ອແຜ່, ສຸຂຸມ, ຮອບຄອບ, ຮູ້ຈັກກາລະເທສະ, ຖະໜອມຖ່ອມຕົວ, ມີຄວາມກະຕັນຍູຮູ້ບຸນຄຸນ, ບໍ່ຕົກເຂົ້າໃນເຫວ ທີີ່ມືດມົນຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ແລະ ສະພາບແວດລ້ອມອ້ອມຕົວະໄດ້ງ່າຍ”.
ພ້ອມນີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນ ຕ້ອງເປັນໃຈກາງເຕົ້າໂຮມກໍາລັງແຮງສັງລວມ, ເປັນຈຸດປະສານງານ ໃນການເຄື່ອນໄຫວທາງການເມືອງ-ສັງຄົມ ຂອງຊາວໜຸ່ມ, ເຍົາວະຊົນ-ອະນຸຊົນ ພາຍໃຕ້ການນໍາພາຂອງພັກ ຢ່າງໜັກແໜ້ນ; ສືບຕໍ່ຄົ້ນຄວ້າ ແລະ ດໍາເນີນກອງປະຊຸມໃຫຍ່ສ້າງຕັ້ງສະຫະພັນຊາວໜຸ່ມລາວ ໃຫ້ໄດ້ຮັບຜົນສໍາເລັດ ຕາມທິດຊີ້ນໍາ ຂອງສູນກາງພັກ ໂດຍໄວ; ປັບປຸງ ແລະ ຂະຫຍາຍການຈັດຕັ້ງຊາວໜຸ່ມ ເຂົ້າສູ່ຫົວໜ່ວຍແຮງງານສໍາຄັນຕ່າງໆ ໃຫ້ທົ່ວເຖິງ ເປັນຕົ້ນ ລັດວິສາຫະກິດ, ທຸລະກິດເອກະຊົນ, ຫົວໜ່ວຍການລົງທຶນຂອງຕ່າງປະເທດ ທີ່ເຄື່ອນໄຫວ ຢູ່ ສປປ ລາວ ເພື່ອປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ແລະ ຖືກຕ້ອງຕາມກົດໝາຍ ໃຫ້ແກ່ສະມາຊິກຊາວໜຸ່ມ ແລະ ໄວໜຸ່ມຜູ້ອອກແຮງງານ ໃຫ້ທົ່ວເຖິງ. ພ້ອມທັງ ໃຫ້ປັບປຸງເນື້ອໃນ ແລະ ວິທີການເຄື່ອນໄຫວ ຂອງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ໃຫ້ມີຄວາມເຂັ້ມແຂງ ຕິດພັນກັບການສົ່ງເສີມຕົວແບບທີ່ດີເດັ່ນ, ຜູ້ມີພອນສະຫວັນ, ມີຫົວຄິດປະດິດສ້າງ ໂດຍຜ່ານການເຄື່ອນ ໄຫວຂະບວນການ ຂອງຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ; ນໍາພາ-ຊີ້ນໍາ ຍູ້ແຮງຂະບວນການ ຂອງຊາວໜຸ່ມ-ເຍົາວະຊົນ ໃຫ້ມີຄວາມຟົດຟື້ນປະຕິວັດຢ່າງຕໍ່ເນື່ອງ, ມີເນື້ອໃນຕິດພັນກັບການ ປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ວຽກງານ 3 ສ້າງ, ຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ຂອງເຍົາວະຊົນ ບົນພື້ນຖານຄໍາຂວັນທີ່ວ່າ "ບ່ອນໃດຍາກ ຊາວໜຸ່ມບຸກ ບ່ອນໃດທຸກຊາວໜຸ່ມຜ່ານຜ່າ ເມື່ອໃດຊາດຕ້ອງການ ຊາວໜຸ່ມຂານອາສາ" ແນ່ໃສ່ຝຶກຝົນຫລໍ່ຫລອມຊາວໜຸ່ມ ໃນຂະບວນການຕົວຈິງ ເພື່ອກາຍເປັນກຳລັງແຮງສັງລວມ ທີ່ມີຄຸນນະພາບ ແລະ ເປັນຜູ້ສືບທອດພາລະກິດປະຕິວັດ ໃນສະເພາະໜ້າ ແລະ ຍາວນານ; ເພີ່ມທະວີພັດທະນາຄວາມຮູ້, ດ້ານວັດທະນາທໍາ, ວິທະຍາສາດ, ເຕັກໂນໂລຊີ, ປັນຍາປະດິດ(AI), ຍົກສູງຄຸນນະພາບທາງດ້ານວິຊາຊີບ, ວິຊາສະເພາະທີ່ເກັ່ງ, ສີມືແຮງງານ ໃຫ້ກາຍເປັນຜູ້ຊໍານານງານ, ຊ່ຽວຊານ ເປັນກໍາລັງແຮງຕົ້ນຕໍ ຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ ສົມກັບຄໍາເວົ້າທີ່ວ່າ: ‘‘ຊາວໜຸ່ມເປັນແຂນຂວາ ຂອງພັກ, ເປັນກະດູກສັນຫລັງຂອງຊາດ’’. ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີການປູກຈິດສຳນຶກ, ສ້າງແບບແຜນການດໍາລົງຊີວິດປອດໃສ, ຂາວສະອາດ ແລະ ມີສຸຂະພາບແຂງແຮງ, ຫ່າງໄກຈາກສິ່ງຫຍໍ້ທໍ້ຕ່າງໆ. ພ້ອມດຽວກັນນີ້, ຄະນະພັກ, ອົງການປົກຄອງ, ແນວລາວສ້າງຊາດ, ສະຫະພັນນັກ ຮົບເກົ່າ, ອົງການຈັດຕັ້ງມະຫາຊົນແຕ່ລະຂັ້ນ ຕ້ອງໃຫ້ການຮ່ວມມື, ສ້າງເງື່ອນໄຂໃຫ້ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ສະຫະພັນຊາວໜຸ່ມ ຢູ່ຂັ້ນຂອງຕົນ ໄດ້ສືບຕໍ່ບຳລຸງກໍ່ສ້າງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມ, ເຍົາວະຊົນລາວບັນດາເຜົ່າ ເຮັດໃຫ້ຈັດຕັ້ງຊາວໜຸ່ມ, ເຍົາວະຊົນ ມີຄວາມເຂັ້ມແຂງ, ໜັກແໜ້ນ, ເປັນກໍາລັງປະຈັນບານໃນທຸກຂົງເຂດວຽກງານ, ເປັນແຫລ່ງສະໜອງບຸກຄະລາກອນໜຸ່ມ ທີ່ມີຄຸນນະພາບໃຫ້ການຈັດຕັ້ງໃນລະບົບການເມືອງ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງ, ກໍ່ສ້າງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.
ຂ່າວ: ທະນູທອງ, ພາບ: ເກດສະໜາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ