5 ປີ ຜ່ານມາ ການປະຕິບັດແຜນພັດທະນາ ຊາວໜຸ່ມ-ເຍົາວະຊົນ ມີຜົນສຳເລັດຫລາຍດ້ານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 11 ຄັ້ງ | ເວລາ | 2025-09-06 22:45:32
ຂປລ. ຜ່ານການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຕ່ລະຂັ້ນ ໄດ້ມີຜົນສໍາເລັດໃນຫລາຍດ້ານ, ເຖິງ ວ່າສະພາບການພາຍໃນ ແລະ ພາກພື້ນ-ສາກົນ ຈະພົບຄວາມຫຍຸ້ງຍາກສັບສົນກໍຕາມ ແຕ່ພາຍໃຕ້ການ ນໍາພາຂອງພັກ, ຄະນະຊາວໜຸ່ມແຕ່ລະຂັ້ນ ກໍໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ເເຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເເຕ່ລະຂັ້ນ, ຈັດຕັ້ງຜັນຂະຫຍາຍ 2 ວາລະແຫ່ງຊາດ ຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ, ເນື້ອໃນຂໍ້ເເຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ແລະ 3 ດີ 4 ຮູ້ ຂອງເຍົາວະຊົນ ຢ່າງເປັນຂະ ບວນການຟົດຟື້ນ.
ທ່ານ ນາງ ແກ້ວອຸດອນ ແສງມະນີ ຄະນະເລຂາທິການ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ລາຍງານໃນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ເມື່ອບໍ່ດົນມາ ໂດຍທ່ານ ໄດ້ຍົກໃຫ້ເຫັນຜົນສໍາເລັດຫລາຍດ້ານ ການຈັດຕັ້ງປະຕິບັດແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ II (2021-2025) ເປັນຕົ້ນ ໄດ້ຍົກສູງຄຸນນະພາບ ວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ຊາວໜຸ່ມລາວ, ປັບປຸງການຈັດຕັ້ງ ແລະ ກໍ່ສ້າງຖັນແຖວພະນັກງານຄະນະຊາວໜຸ່ມແຕ່ລະຂັ້ນໃຫ້ມີປະສິດທິພາບ, ປະສິດທິຜົນ; ພັດທະນາຄວາມຮູ້, ວິທະຍາສາດເຕັກໂນໂລຊີ, ວິຊາຊີບ ແລະ ສີມືແຮງງານ; ເພີ່ມທະວີການປູກຈິດສໍານຶກ, ການຈັດຕັ້ງແບບແຜນ ແລະ ສົ່ງເສີມພອນສະຫວັນຂອງເຍົາ ວະຊົນ-ອະນຸຊົນ; ເອົາໃຈໃສ່ການສົ່ງເສີມສຸຂະພາບ ແລະ ການດໍາລົງຊີວິດທີ່ປອດໃສ ຂອງຊາວໜຸ່ມ, ເຍົາວະຊົນ; ຍົກສູງປະສິດທິພາບຂະບວນການຕະລຸມບອນ ຂອງຊາວໜຸ່ມເຂົ້າໃນການປົກປັກຮັກສາ ແລະ ການພັດທະນາປະເທດຊາດ (ປ້ອງກັນປະເທດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະ ນະທໍາ, ສັງຄົມ ແລະ ຫລຸດຜ່ອນປະກົດການຫຍໍ້ທໍ້); ຈັດຕັ້ງປະຕິບັດວຽກງານປົກປ້ອງສິດຜົນປະ ໂຫຍດຂອງຊາວໜຸ່ມ, ເຍົາວະຊົນໃຫ້ມີກິດຈະກໍາຕົວຈິງ ແລະ ມີຫລາຍມາດຕະການຈັດຕັ້ງປະຕິບັດ; ຈັດຕັ້ງປະຕິບັດວຽກງານປົກປ້ອງສິດຜົນປະໂຫຍດຂອງຊາວໜຸ່ມ, ເຍົາວະຊົນໃຫ້ມີກິດຈະກໍາຕົວຈິງ ແລະ ມີຫລາຍມາດຕະການຈັດຕັ້ງປະຕິບັດ; ສືບຕໍ່ປັບປຸງຂະຫຍາຍສູນຝຶກອົບຮົມວິຊາຊີບ ແລະ ສູນກິດຈະກໍາຊາວໜຸ່ມ, ເຍົາວະຊົນ; ປັບປຸງຮູບການ ແລະ ວິທີການເຄື່ອນໄຫວວຽກງານພົວພັນ-ຮ່ວມມືກັບຕ່າງປະເທດຂອງ ຄຊປປລ.
ໄລຍະຜ່ານມາ, ຄະນະຊາວໜຸ່ມເເຕ່ລະຂັ້ນ ໄດ້ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເສີມຂະຫຍາຍບົດບາດປະຈັນບານຂອງຕົນ ເຂົ້າໃນການບູລະນະ ລະ ບອບການເມືອງ, ຄວາມໝັ້ນຄົງຂອງຊາດ ເປັນຕົ້ນ ໄດ້ນໍາພາຊາວໜຸ່ມອາສາສະໝັກ ເຂົ້າຕ້ານໄພພິບັດ ໄດ້ 1.789 ຄັ້ງ, ສະກັດກັ້ນປະກົດການຫຍໍ້ທໍ້, ການປ້ອງກັນເວນຍາມຕາມຊາຍແດນ, ປ້ອງກັນທີ່ຕັ້ງສໍານັກງານ-ອົງການ, ປ້ອງກັນການນໍາ, ຮ່ວມຂະບວນການບໍລິຈາກເລືອດ ເພື່ອຊ່ວຍເຫລືອສັງຄົມ ໄດ້ 189.395 ຖົງ ແລະ ມີອາສາສະໝັກ ຊາວໜຸ່ມຕະລຸມບອນ 26.997 ຄົນ. ພ້ອມນີ້, ຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ກັບບັນດາປະເທດເພື່ອນມິດຍຸດທະສາດ, ປະເທດເພື່ອນມິດ, ພາກພື້ນ, ສາກົນ, ບັນດາອົງການຈັດຕັ້ງສາກົນ ທັງພາຍໃນ ແລະ ຕ່າງປະເທດ, ຍາດແຍ່ງການຊ່ວຍເຫລືອທາງດ້ານງົບປະມານ, ອຸປະກອນ, ວິຊາການ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ພະນັກງານ, ສະມາຊິກຊາວໜຸ່ມ ແລະ ອື່ນໆ.
ຂ່າວ: ທະນູທອງ, ພາບ: ເກດສະໜາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ