ເປີດກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2025-09-06 21:56:32
ຂປລ. ກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ IX ໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 25 ສິງຫາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ, ເລຂາຄະນະບໍລິຫານງານພັກ, ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ, ກຽດເຂົ້າຮ່ວມມີ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ມີບັນດາການນໍາພັກ-ລັດ, ພະນັກງານອາວຸໂສ-ບໍານານ, ພ້ອມດ້ວຍ ຜູ້ແທນສົມບູນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໂອກາດນີ້, ສະຫາຍ ມອນໄຊ ລາວມົວຊົ່ງ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈະໄດ້ສຸມໃສ່ປຶກສາຫາລື ແລະ ຮັບຮອງຫລາຍເນື້ອໃນທີ່ສໍາຄັນ ເປັນຕົ້ນ ພ້ອມກັນຕີລາຄາຄືນຢ່າງ ຮອບດ້ານເລິກເຊິ່ງ ກ່ຽວກັບຜົນສໍາເລັດ ຂອງການຈັດຕັ້ງປະຕິບັດທິດທາງ, ຄາດໝາຍ, ຈຸດສຸມ ທີ່ໄດ້ວາງອອກໃນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ VIII, ພ້ອມທັງ ຍົກໃຫ້ເຫັນສາເຫດ, ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ. ພ້ອມນີ້, ກອງປະຊຸມຈະໄດ້ພິຈາລະນາຮັບຮອງເອົາແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030), ກົດລະບຽບ ຄຊປປລ ແລະ ກົດລະບຽບ ການຈັດຕັ້ງເຍົາວະຊົນທັນວາ ສະໄໝທີ IX (ສະບັບປັບປຸງ) ເພື່ອໃຫ້ສອດຄ່ອງກັບການຈັດຕັ້ງ ແລະ ການເຄື່ອນໄຫວຕົວຈິງ. ພ້ອມທັງ ຕີລາຄາຄືນການດໍາເນີນການສໍາຫລວດກວດກາ ການນໍາພາ-ຊີ້ນໍາ ຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຊຸດທີ VIII. ພ້ອມກັນນີ້, ໃນກອງປະຊຸມຜູ້ແທນສົມບູນ ຍັງໄດ້ໃຊ້ສິດຂອງຕົນປ່ອນບັດຂັດເລືອກ ເອົາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຊຸດທີ IX ເພື່ອສືບຕໍ່ນຳພາຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງນີ້ ໃຫ້ປະກົດຜົນເປັນຈິງ.
ໃນໂອກາດດຽວກັນ, ສະຫາຍ ທອງລີ ສີສຸລິດ ຮອງເລຂາຄະນະບໍລິຫານງານພັກ, ປະທານກວດກາພັກ, ຮອງເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຂຶ້ນຜ່ານຮ່າງລາຍງານການເມືອງ ໂດຍໄດ້ຍົກໃຫ້ເຫັນການເຄື່ອນໄຫວວຽກງານ ໃນໄລຍະ 5 ປີຜ່ານມາ ເຊິ່ງ ຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຕ່ລະຂັ້ນໄດ້ນຳພາ-ຊີ້ນຳ ການຈັດຕັ້ງຊາວໜຸ່ມ, ສະມາຊິກຊາວໜຸ່ມ, ເຍົາວະຊົນ ແລະ ອະນຸຊົນ ປະຕິບັດໜ້າທີ່ພາລະບົດບາດຂອງຕົນ ດ້ວຍຄວາມຟົດຟື້ນຫ້າວ ຫັນ, ໄດ້ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດຄັ້ງທີ VIII ຕະຫລອດໄລຍະ 5 ປີ ຜ່ານມາ ມີຜົນສຳເລັດຕາມລະດັບຄາດໝາຍທີ່ໄດ້ກຳນົດໄວ້, ເຮັດໃຫ້ຊາວໜຸ່ມລາວບັນດາເຜົ່າ ມີນ້ຳໃຈຮັກຊາດອັນດູດດື່ມ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ມີຄວາມກະຕັນຍູກະຕະເວທີຕໍ່ຜູ້ມີຜົນງານຄວາມດີ, ມີຄວາມກະຕືລືລົ້ນໃນການສະແຫວງຫາຄວາມກ້າວໜ້າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ການປັບປຸງການຈັດຕັ້ງກົງຈັກເສນາທິການຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ເປັນໄປຕາມທິດກະທັດລັດ ແລະ ມີປະສິດທິພາບ, ການສ້າງສະມາຊິກຊາວໜຸ່ມໃຫ້ກາຍເປັນສະມາຊິກພັກໃຫ້ກາຍເປັນກຳລັງແຮງ ແລະ ເປັນພະນັກງານສືບທອດຂັ້ນການນຳຂອງສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ຂັ້ນສູນກາງ, ແຂວງ, ນະຄອນຫລວງວຽງຈັນ, ກະຊວງ ແລະ ອົງການຢ່າງຫລວງຫລາຍ. ນອກຈາກນີ້, ສະຫາຍ ຍັງໄດ້ຍົກໃຫ້ເຫັນຜົນງານພົ້ນເດັ່ນໃນຫລາຍດ້ານ, ລວມທັງຈຸດອ່ອນ ແລະ ຂໍ້ຄົງຄ້າງ, ສາເຫດຕົ້ນຕໍທີ່ພາໃຫ້ມີຈຸດອ່ອນ ແລະ ຂໍ້ຄົງຄ້າງ, ບາງບົດຮຽນທີ່ຖອດຖອນໄດ້, ທິດທາງ ແລະ ວຽກງານຈຸດສຸມຂອງຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໃນ 5 ປີຕໍ່ໜ້າ ນັບແຕ່ ປີ 2026-2030.
ແຫຼ່ງ: ຂປລ, ພາບ: ເກດສະໜາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ