ມອບ-ຮັບໜ້າທີ່ ແລະ ປະກາດການຈັດຕັ້ງພະນັກງານນໍາພາຄຸ້ມຄອງ ຂອງກະຊວງການເງິນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: ຄັ້ງ | ເວລາ | 2025-07-08 11:20:43
ໃນວັນທີ 25 ມິຖຸນາ 2025, ກະຊວງການເງິນ ໄດ້ຈັດກອງປະຊຸມ ມອບ-ຮັບ ໜ້າທີ່ ລະຫວ່າງ ຫົວໜ້າກົມຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງປະກາດ ພະນັກງານອອກພັກການ ຮັບອຸດໜູນບໍານານ ແລະ ແຕ່ງຕັ້ງພະນັກງານນໍາພາ ຄຸ້ມຄອງ ຂອງກະຊວງການເງິນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ; ມີບັນດາຮອງລັດຖະມົນຕີ, ຄະນະກົມ, ຄະນະພະແນກ, ບໍລິສັດ ລັດວິສາຫະກິດ ອ້ອມຂ້າງ ແລະ ພະນັກງານລັດຖະກອນເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ອຸບັນ ສຸພິດາ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຜ່ານ ມະຕິຕົກລົງຂອງຄະນະ ເລຂາທິການສູນກາງພັກ ແລະ ດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານ ອອກພັກການ-ຮັບອຸດໜູນບໍານານຂັ້ນຫົວໜ້າກົມ 09 ທ່ານ ເຊິ່ງປະກອບມີ ສະຫາຍ ພຸດທະສິນ ເຮືອງທະວົງ ຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກງ; ສະຫາຍ ບຸນມີ ວິໄລຈິດ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງແຜນການ ແລະ ການລົງທຶນ (ກຜທ); ສະຫາຍ ນາງ ສີສົມບູນ ອຸນາວົງ ຫົວໜ້າກົມຮ່ວມມື ກຜທ; ສະຫາຍ ພູວົງ ພີມມະສອນ ຫົວໜ້າກົມກວດກາ ກຜທ; ສະຫາຍ ນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ກຜທ; ທ່ານ ຄໍາພັນ ຈະເລີນຜົນ ຫົວໜ້າກົມສະຖິຕິເສດຖະກິດ ສູນສະຖິຕິແຫ່ງຊາດ ກຜທ; ທ່ານ ພອນໄຊ ວິໄລສັກ ຫົວໜ້າກົມປະເມີນຜົນ ກຜທ; ທ່ານ ວຽງຊັນ ຈັນທາ ຫົວໜ້າຫ້ອງການ ຄະນະກໍາມະທິການຮ່ວມມື ລາວ-ຫວຽດນາມ ກຜທ; ທ່ານ ນາງ ທິລະຄາ ຈັນທະລານຸວົງ ຫົວໜ້າກົມສະຖິຕິສັງຄົມ ສູນສະຖິຕິແຫ່ງຊາດ ກຜທ ແລະ ພະນັກງານຂັ້ນ ຮອງຫົວໜ້າກົມ ທີ່ໄດ້ພັກການຮັບອຸດໜູນບໍານານ ອີກຈໍານວນໜຶ່ງ.
ພ້ອມນັ້ນ, ຍັງໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງການເງິນ ຈຳນວນ 03 ທ່ານ ເຊິ່ງໄດ້ແຕ່ງຕັ້ງທ່ານ ນາງ ພອນວັນ ອຸທະວົງ; ທ່ານ ພູວົງ ກິດຕະວົງ ແລະ ທ່ານ ສຸລິວັດ ສຸວັນນະຈູມຄໍາ ເປັນຮອງລັດຖະມົນຕີ ກະຊວງການເງິນ.
ນອກຈາກນັ້ນ, ຍັງໄດ້ຜ່ານ ດໍາລັດ ແລະ ຂໍ້ຕົກລົງ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງຂັ້ນຮອງຫົວໜ້າກົມພາຍຫລັງທີ່ໂຮມສອງກະຊວງເຂົ້າກັນ ມີດັ່ງລຸ່ມນີ້: ແຕ່ງຕັ້ງ ທ່ານ ດວງປະເສີດ ທິພົມມະຈັນ, ທ່ານ ວິໄລພອນ ປຸ້ຍດວງແກ້ວ, ທ່ານ ນາງ ນວນລະອອງ ທໍາມະວົງ, ທ່ານ ນາງ ພອນທິບ ພານິພົງ ແລະ ທ່ານ ພົງສະຫວັນ ລາດທີຈັກ ເປັນຮອງຫົວຫນ້າຫ້ອງການ; ແຕ່ງຕັ້ງ ທ່ານ ນາງ ວຽງແກ້ວ ສິດທິວົງ, ທ່ານ ປອ ນິດຖາ ບຸບຜາ, ທ່ານ ນາງ ສາລີກາ ຈັນທະລາວົງ, ທ່ານ ພູວັນ ໄຊຍະວົງ ເປັນຮອງຫົວຫນ້າກົມຈັດຕັ້ງ ແລະ ພະນັກງານ; ແຕ່ງຕັ້ງ ທ່ານ ປອ ສຸວັນຄໍາ ຊຸມພົນພັກດີ, ທ່ານ ສຸພາວັນ ພັນທະວິໄລ, ທ່ານ ນາງ ວຽງຄອນ ຈິນດາວົງ ແລະ ທ່ານ ສຸຂີວັນ ດວງດີ ເປັນຮອງຫົວຫນ້າງົບປະມານແຫ່ງລັດ; ແຕ່ງຕັ້ງທ່ານ ພະນົມພອນ ແກ້ວວົງວິຈິດ, ທ່ານ ດວງໃຈ ແກ້ວມີໄຊ, ທ່ານ ນາງ ສີສະຫວັນ ດີດາຣາວົງ ແລະ ທ່ານ ປອ ນາງ ແສງໄພວັນ ແສງອາພອນ ເປັນຮອງຫົວຫນ້າກົມເສດຖະກິດ ແລະ ການເງິນ; ແຕ່ງຕັ້ງ ທ່ານ ວົງວັນເພັງ ພູມສະຫວັນ, ທ່ານ ກໍລະກັນ ສະຣິດທິລາດ, ທ່ານ ພຸດທະນິກອນ ເຄນນາວົງ ແລະ ທ່ານ ພົມມະຈັກ ສີພັນດອນ ເປັນຮອງຫົວຫນ້າກົມພາສີ; ແຕ່ງຕັ້ງ ທ່ານ ຄໍາພັນ ພັນທຸລັກ, ທ່ານ ສຸພັນ ວິລະວົງ, ທ່ານ ສາຍມະໂນລິນ ສິນບັນດິດ, ທ່ານ ອານຸວົງ ບົວພັນ ແລະ ທ່ານ ເອກກະໄຊ ພູທອນສີ ເປັນຮອງຫົວຫນ້າກົມສ່ວຍສາອາກອນ; ແຕ່ງຕັ້ງ ທ່ານ ສົມບູນ ແກ່ນປະເສີດ, ທ່ານ ທອງປັກ ມະຫາຫິງ, ທ່ານ ວິລະພັນ ດວງທອງຄໍາ ແລະ ທ່ານ ນາງ ອຸດາລອນ ສີໂພວົງ ເປັນຮອງຫົວຫນ້າກົມປະເມີນຜົນ ແລະ ການຈັດຊື້-ຈັດຈ້າງ; ແຕ່ງຕັ້ງ ທ່ານ ນາງ ແພງຄ່ຽມ ໄຊຍະແກ້ວ, ທ່ານ ກູ່ທອງ ສົມມາລາ ແລະ ທ່ານ ສີສົມພອນ ເພັດດາເຮືອງ ເປັນຮອງຫົວຫນ້າກົມຮ່ວມມື ແລະ ການເງິນສາກົນ; ແຕ່ງຕັ້ງ ທ່ານ ປະສົມເພັດ ຄໍາຕັນ, ທ່ານ ສົມໄຊ ແກ້ວວັນດີ ແລະ ທ່ານ ນາງ ນິດຕາ ສຸກຂະເສີມ ເປັນຮອງຫົວຫນ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ; ແຕ່ງຕັ້ງ ທ່ານ ນາງ ບາງທອງ ທິບສົມພັນ, ທ່ານ ນາງ ໄຜ່ຄໍາ ຕຸນາລົມ, ທ່ານ ພູສະຫວັນ ຈັນທະສົມບັດ ແລະ ທ່ານ ວຽງຊໍາ ວິໄລສຸກ ເປັນຮອງຫົວຫນ້າກົມສະຖິຕິສິ່ງແວດລ້ອມ ແລະ ຄວາມໝັ້ນຄົງ; ແຕ່ງຕັ້ງທ່ານ ນາງ ອານຸທິບ ວັນນະບຸບຜາ ແລະ ທ່ານ ອານຸສັກ ສີສະອາດ ເປັນຮອງຫົວຫນ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ; ແຕ່ງຕັ້ງທ່ານ ນາງ ມະນີວອນ ພົນອາມາດ ແລະ ທ່ານ ເທີດທູນ ສຸກອາລຸນ ເປັນຮອງຫົວຫນ້າກົມຄຸ້ມຄອງໜີ້ສິນສາທາລະນະ; ແຕ່ງຕັ້ງ ທ່ານ ຍົມມາລາ ວໍລະຈິດ, ທ່ານ ວົງພະສິດ ສີລາວົງ ແລະ ທ່ານ ວຽງທາ ຈິດດາລາ ເປັນຮອງຫົວຫນ້າກົມຄຸ້ມຄອງຊັບສິນແຫ່ງລັດ; ແຕ່ງຕັ້ງທ່ານ ນິເວດ ຟອງແສງແກ້ວ, ທ່ານ ນາງ ບົວເລີງຄິນ ດວງສະຫວັນ ແລະ ທ່ານ ວັນເພັງ ກ້ານ ເປັນຮອງຫົວຫນ້າຄັງເງິນແຫ່ງລັດ; ແຕ່ງຕັ້ງ ທ່ານ ທອງລິດ ກິ່ງແກ້ວອຸດົມ, ທ່ານ ນາງ ເກສອນ ເທບພະວົງ ແລະ ທ່ານ ວຽງຄອນ ບົວພະຈັນ ເປັນຮອງຫົວຫນ້າສະຖາບັນເສດຖະກິດ-ການເງິນ; ແຕ່ງຕັ້ງ ທ່ານ ນາງ ແສງເດືອນ ໄຊຍະສອນ ເປັນຮອງປະທານຄະນະກໍາມະການຮ່ວມມື ລາວ-ຈີນ, ທັງເປັນຜູ້ປະຈໍາການ ແລະ ຄວບຕໍາແໜ່ງເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວຈີນ, ແຕ່ງຕັ້ງ ທ່ານ ດາວອນ ວົງອ່ອນຈັນ ຮອງຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ເປັນຮັກສາການຫົວໜ້າຫ້ອງການຄະນະກໍາມະການຮ່ວມມື ລາວ-ຫວຽດນາມ, ແຕ່ງຕັ້ງ ທ່ານ ບຸນເກີດ ສຸວັນນະເສນ, ທ່ານ ສຸລິນພອນ ເພັດໄຊສີ, ທ່ານ ປະຫວັດ ພິລາວົງ; ທ່ານ ນາລັດ ບົວດອກທອງ ແລະ ທ່ານ ນະຄອນໄຊ ພິມມະຈັນ ເປັນຮອງຫົວຫນ້າກົມກວດກາລັດ; ແຕ່ງຕັ້ງ ທ່ານ ອຸລາ ສົມຈັນມະວົງ, ທ່ານ ປອ ຈັນຕະນາພອນ ວົງໄຊ ແລະ ທ່ານ ກາລຸນາ ນັນທະວົງດວງສີ ເປັນຮອງຫົວຫນ້າກົມແຜນການ; ແຕ່ງຕັ້ງ ທ່ານ ປອ ນາງ ພິລານີ ພິດສະໄໝ, ທ່ານ ປອ ວິລະໄພ ອຸບົນປະເສີດ ເປັນຮອງຫົວຫນ້າກົມຫົວໜ້າກົມຄຸ້ມຄອງການບັນຊີ; ແຕ່ງຕັ້ງ ທ່ານ ນາງ ຄໍາເມີງ ບັນນາລາດ, ທ່ານ ວິໄລສຸກ ສີສຸລາດ, ທ່ານ ເພັດສະຫວັນ ບຸດລາສີ, ທ່ານ ນາງ ສຸດຈະລິດ ໜໍ່ແກ້ວ ແລະ ທ່ານ ກິ່ງເພັດ ອາສະນາວົງ ເປັນຮອງຫົວຫນ້າກົມສະຖິຕິເສດຖະກິດ ແລະ ສັງຄົມ; ແຕ່ງຕັ້ງ ທ່ານ ສຸບັນ ເພຍສັກຂາ ເປັນຮັກສາການຜູ້ອໍານວຍການ ບໍລິສັດລັດ ວິສາຫະກິດຫວຍພັດທະນາ ແລະ ແຕ່ງຕັ້ງ ທ່ານ ນາງ ສີຟົງ ອຸມາວົງ ຮອງຫົວໜ້າກົມ ກະຊວງການເງິນ ເປັນຮອງຜູ້ອໍານວຍການ ລັດວິສາຫະກິດ ລາວສາກົນ ໂລຈິສຕິກ.
ຈາກນັ້ນ, ໃນກອງປະຊຸມ ກໍໄດ້ມີພິທີມອບ-ຮັບ ໜ້າທີ່ ລະຫວ່າງຫົວໜ້າກົມ ຜູ້ເກົ່າ ແລະ ຜູ້ໃໝ່ ເຊິ່ງປະກອບມີດັ່ງນີ້:
1. ກົມຈັດຕັ້ງ ແລະ ພະນັກງານ ລະຫວ່າງ ທ່ານ ກົງຄຳ ສິດທິວໍລະດາ ຫົວໜ້າກົມ ຜູ້ເກົ່າ ແລະ ທ່ານ ອຸບັນ ສຸພິດາ ຫົວໜ້າກົມຜູ້ໃໝ່;
2. ກົມກວດກາລັດ ລະຫວ່າງ ທ່ານ ອຸບັນ ສຸພິດາ ແລະ ທ່ານ ຂັນຄຳ ໄຊຍະວົງ ຮັກສາການຫົວໜ້າກົມ;
3. ກົມຄຸ້ມຄອງການບັນຊີ ລະຫວ່າງ ທ່ານ ນາງ ດາວອນ ທອງຈັນ ແລະ ທ່ານ ອຸດອນ ທຳມະວົງສາ ຮັກສາການຫົວໜ້າກົມ;
4. ກົມຄຸ້ມຄອງຊັບສິນແຫ່ງລັດ ລະຫວ່າງ ທ່ານ ພຸດທະສິນ ເຮືອງທະວົງ ແລະ ທ່ານ ທຳມະລົດ ຣາຊະພົນ;
5. ກົມນະໂຍບາຍເສດຖະກິດ ແລະການເງິນ ລະຫວ່າງ ທ່ານ ທຳມະລົດ ຣາຊະພົນ ແລະ ທ່ານ ສິດທິຣົດ ຣາຊະພົນ;
6. ກົມແຜນການ ລະຫວ່າງ ທ່ານ ໄພເລີດ ພົນບູລົມ ແລະ ທ່ານ ສີຈັນທາ ທຳມະວົງ ຮັກສາການຫົວໜ້າກົມ;
7. ກົມປະເມີນຜົນ ແລະ ຈັດຊື້-ຈັດຈ້າງ ລະຫວ່າງ ປອ ພອນໄຊ ວິໄລສັກ ແລະ ທ່ານ ອຸຕະແກ້ວ ແກ້ວດວງສິນ;
8. ກົມສະຖິຕິເສດຖະກິດ ແລະ ສັງຄົມ ລະຫວ່າງ ທ່ານ ຄຳພັນ ຈະເລີນຜົນ ແລະ ທ່ານ ລຽນທອງ ສຸພາມີ ຮັກສາການຫົວໜ້າກົມ;
ໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄໍາເຫັນ ແລະ ໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ຊຶ່ງເປັນກອງປະຊຸມທີ່ສໍາຄັນ ພາຍຫຼັງໄດ້ມີການປັບປຸງກົງຈັກການຈັດຕັ້ງ, ເປັນການສືບຕໍ່ໃນການປັບປຸງການຈັດຕັ້ງຂັ້ນກົມ ແລະ ວິຊາການບາງຂົງເຂດ ເພື່ອເປັນການຊຸກຍູ້, ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕິດພັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ. ສະນັ້ນ, ທຸກສະຫາຍ ຈະຕ້ອງໄດ້ສືບຕໍ່ບຸກບືນໃນການຈັດຕັ້ງປະຕິບັດແຜນວຽກ, ແຜນງານ ໃຫ້ບັນລຸຜົນ ແລະ ສຳເລັດຕາມລະດັບຄາດໝາຍທີ່ວາງໄວ້. ນອກຈາກການປັບປຸງການຈັດຕັ້ງຄັ້ງນີ້ ຍັງເປັນການປັບປຸງກົນໄກ ການບໍລິຫານຈັດການຂະແໜງການພາກລັດ ໃຫ້ມີປະສິດທິພາບ ມີຄວາມຮັດກຸມ ແລະ ຫຼຸດຜ່ອນຂອດຂັ້ນໃນການດໍາເນີນງານ ແຕ່ໃຫ້ມີປະສິດທິພາບສູງກວ່າເກົ່າ.
ແຫຼ່ງ: ກະຊວງການເງິນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ