ປະກາດແຕ່ງຕັ້ງ ພົຈວ ນາງ ລີວົງ ລາວລີ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: ຄັ້ງ | ເວລາ | 2025-07-08 18:09:09
ວັນທີ 27 ມິຖຸນາ 2025, ທີ່ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດການຍົກຍ້າຍ, ແຕ່ງຕັ້ງ ແລະ ເລື່ອນຊັ້ນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ພົນເອກ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີບັນດາທ່ານຮອງລັດຖະມົນຕີ, ກຳມະການສູນກາງພັກ, ຄະນະປະຈຳພັກ-ຄະນະພັກກະຊວງ, ບັນດາຫົວໜ້າກົມ-ຮອງກົມໃຫຍ່, ຫ້ອງວ່າການກະຊວງ, ກົມ, ກອງບັນຊາການ, ວິທະຍາຄານ, ປກສ ນະຄອນຫຼວງວຽງຈັນ ພ້ອມດ້ວຍນາຍຕຳຫຼວດຂັ້ນນຳພາ-ບັນຊາ ອ້ອມຂ້າງກະຊວງ ເຂົ້າຮ່ວມຢ່າງສົມກຽດ.
ໃນພິທີ, ພົນຈັດຕະວາ ຄອນສະຫວັນ ສົມພາໄຊ ຄະນະພັກກະຊວງ, ເລຂາຄະນະພັກ ຫົວໜ້າໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານ ຄໍາສັ່ງ ຄະນະເລຂາທິການສູນກາງພັກ ສະບັບເລກທີ 546/ຄລສພ ແລະ ຄໍາສັ່ງ ຂອງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ວ່າດ້ວຍການຍົກຍ້າຍພະນັກງານຂັ້ນນສູງ ໄປຮັບໜ້າທີ່ໃໝ່: ໃນນີ້, ຄະນະເລຂາທິການສູນກາງພັກ ແລະ ນາຍົກລັດຖະມົນຕີ ຕົກລົງ: ຍົກຍ້າຍ ສະຫາຍ ພັນເອກ ນາງ ລີວົງ ລາວລີ ກຳມະການສໍາຮອງສູນກາງພັກ, ກຳມະການປະຈຳພັກກະຊວງ ພາຍໃນ ໄປຮັບໜ້າທີ່ໃໝ່ຢູ່ ກະຊວງປ້ອງກັນຄວາມສະຫງົບ; ຜ່ານມະຕິຕົກລົງ ຄະນະເລຂາທິການສູນກາງພັກ ສະບັບ ເລກທີ 547/ຄລສພ, ວ່າດ້ວຍການແຕ່ງຕັ້ງກໍາມະການປະຈໍາພັກກະຊວງ ແລະ ດໍາລັດ ນາຍົກລັດຖະມົນຕີ ສະບັບ ເລກທີ 320/ນຍ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ໃນນີ້, ຕົກລົງ ແຕ່ງຕັ້ງ ສະຫາຍ ພັນເອກ ນາງ ລີວົງ ລາວລີ ກຳມະການສໍາຮອງສູນກາງພັກ, ເປັນກຳມະການປະຈຳພັກກະຊວງປ້ອງກັນຄວາມສະຫງົບ ພ້ອມທັງ ເປັນຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແລະ ໄດ້ຜ່ານລັດຖະດໍາລັດ ປະທານປະເທດ ສະບັບເລກທີ 108/ປປທ, ວ່າດ້ວຍການເລື່ອນຊັ້ນ ສະຫາຍ ພັນເອກ ນາງ ລີວົງ ລາວລີ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຂຶ້ນເປັນຊັ້ນ ພົນຈັດຕະວາ, ການກະກາດຍົກຍ້າຍແຕ່ງຕັ້ງ ແລະ ເລື່ອນຊັ້ນ ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ທັງນີ້ກໍເພື່ອເປັນການປະຕິບັດຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.
ໂອກາດທີ່ມີຄວາມໝາຍສຳຄັນນີ້, ພົນເອກ ວິໄລ ຫຼ້າຄຳຟອງ ໄດ້ໃຫ້ກຽດປະດັບຊັ້ນ ແລະ ໂອ້ລົມຕໍ່ພິທີ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຜູ້ໃໝ່ ທີ່ໄດ້ຮັບການເຊື່ອໝັ້ນ ແລະ ໄວ້ວາງໃຈຈາກການຈັດຕັ້ງພັກ-ລັດ ຂັ້ນເທິງ, ຖືກແຕ່ງຕັ້ງໃຫ້ດຳລົງຕຳແໜ່ງໃໝ່ທີ່ມີກຽດສູງສຸດໃນກຳລັງປ້ອງກັນຄວາມສະຫງົບ ແລະ ເປັນເພດຍິງ ຄົນທຳອິດໃນກຳລັງຕຳຫຼວດ ທີ່ໄດ້ຮັບການເລື່ອນຊັ້ນ ພົນຈັດຕະວາ ແລະ ມີຄວາມເຊື່ອໝັ້ນວ່າ ທ່ານຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຄົນໃໝ່ ຈະສຸມສະຕິປັນຍາ, ນຳໃຊ້ຄວາມຮູ້-ຄວາມສາມາດ ແລະ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານການເມືອງຂອງຕົນ, ເປັນຄັນທຸງນໍາໜ້າ, ເປັນແບບຢ່າງນຳພາວຽກງານປ້ອງກັນຄວາມສະຫງົບ ໃຫ້ບັນລຸຜົນສຳເລັດ, ນຳພາ-ຊີ້ນຳວຽກງານປ້ອງກັນຄວາມສະຫງົບ, ຄວາມໝັ້ນຄົງຂອງຊາດ, ຈັດຕັ້ງຜັນຂະຫຍາຍແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ.
ພາບ-ຂ່າວ: ແຕັນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ