ກະຊວງ ຜທ ປະກາດການຈັດຕັ້ງ ຫຼາຍຕຳແໜ່ງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-07-08 16:14:06
ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີປະກາດການຈັດຕັ້ງຫຼາຍຕຳແໜ່ງ ຊຶ່ງພິທີດັ່ງກ່າວ ໄດ້ຈັດຂຶ້ນວັນທີ 3 ກຸມພາ ນີ້ ຢູ່ກະຊວງດັ່ງກ່າວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີໄດ້ປະກາດແຕ່ງຕັ້ງ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ຜທ ເປັນຄະນະປະຈໍາພັກ ກະຊວງ ຜທ, ທ່ານນາງ ພອນສະຫຼີ ສຸກສະຫວັດ ຫົວໜ້າສູນສະຖິຕິແຫ່ງຊາດ ເປັນຄະນະປະຈໍາພັກ ກະຊວງ ຜທ, ທ່ານ ວຽງຊັນ ຈັນທາ ເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຫວຽດນາມ, ທ່ານນາງ ພັນຈິນດາ ເລັ່ງສະຫວັດ ເປັນຫົວໜ້າຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ, ທ່ານ ໄພເລີດ ພົນບູລົມ ເປັນຫົວໜ້າກົມແຜນການ ກະຊວງ ຜທ, ທ່ານ ຟອງສະມຸດ ຄໍາວານວົງສາ ເປັນຫົວໜ້າຫ້ອງການສູນສະຖິຕິແຫ່ງຊາດ ກະຊວງ ຜທ, ທ່ານ ສອນປະເສີດ ດາລາວົງ ເປັນຫົວໜ້າຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ ກະຊວງ ຜທ, ທ່ານ ສິດທີຣົດ ຣາຊະພົນ ເປັນຫົວໜ້າສູນຄົ້ນຄວ້ານະໂຍບາຍການພັດທະນາ ກະຊວງ ຜທ, ທ່ານ ບຸນມີ ວິໄລຈິດ ເປັນຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງ ຜທ, ທ່ານ ວັດທະນາ ນໍລິນທາ ເປັນວ່າການຫົວໜ້າຫ້ອງການ ກະຊວງ ຜທ, ທ່ານນາງ ພອນທິບ ພານິພົງ ເປັນຮອງຫົວໜ້າຫ້ອງການ ກະຊວງ ຜທ ແລະ ທ່ານ ໂຄສະດາ ວົງຊະນະ ເປັນຮອງຫົວໜ້າກົມ ແລະ ເປັນເລຂາທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງ ຜທ.
ທ່ານ ສອນໄຊ ສີພັນດອນ ໄດ້ກ່າວວ່າ: ການແຕ່ງຕັ້ງ-ປັບປຸງກົງຈັກການຈັດຕັ້ງຄັ້ງນີ້ ເພື່ອໃຫ້ແທດ ເໝາະ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານ ເຮັດໃຫ້ວຽກງານຂອງບັນດາກົມກອງພາຍໃນ ກະຊວງ ຜທ ມີກົງຈັກທີ່ສົມບູນ ມີຄວາມໜັກແໜ້ນເຂັ້ມແຂງ ແລະ ສາມາດຈັດຕັ້ງຜັນຂະຫຍາຍແນວທາງ ຂອງພັກ-ລັດ ແບບແຜນຍຸດທະສາດຂອງຂະແໜງ ຜທ ໃຫ້ປະສົບຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້ ແລະ ອີກອັນໜຶ່ງ ກໍສະແດງຄວາມຊົມເຊີຍບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ແລະ ສັບຊ້ອນໜ້າທີ່ໃໝ່ ຊຶ່ງບັນດາສະຫາຍ ກໍໄດ້ຜ່ານຂະບວນການຝຶກຝົນຫຼໍ່ຫຼອມ ແລະ ຜ່ານບັ້ນທົດສອບ ໃນຊີວິດວຽກງານຕົວຈິງມາຫຼາຍ ແລະ ລ້ວນແຕ່ເປັນພະນັກງານທີ່ໄດ້ຮັບຄວາມໄວ້ເນື້່ອເຊື່ອໃຈຈາກມະຫາຊົນ ແລະ ການຈັດຕັ້ງຂັ້ນເທິງ, ມີຄວາມບຸກບືນຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ ແລະ ມີຜົນສຳເລັດເປັນກ້າວໆມາ, ອີກດ້ານໜຶ່ງ ພວກສະຫາຍກໍເປັນພະນັກງານທີ່ມີຄວາມຮູ້ ຄວາມສາມາດ ມີປະສົບການຕົວຈິງສົມຄູ່ກັບໜ້າທີ່ວຽກງານ ທາງດ້ານຄຸນສົມບັດ ຄຸນທາດການເມືອງກໍມີຄວາມໜັກແໜ້ນ ເປັນຜູ້ທີ່ຢຶດໝັ້ນຫຼັກການນຳພາຂອງພັກ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄວາມດຸໝັ່ນອົດທົນ ມີຄວາມສາມັກຄີ ມີລະບຽບວິໄນ ແລະ ເຄົາລົບກົດລະບຽບຂອງພັກ-ກົດໝາຍຂອງລັດ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍທີ່ໄດ້ຮັບການສັບຊ້ອນ ແຕ່ງຕັ້ງ ຄັ້ງນີ້ ຈະສືບຕໍ່ຜັນຂະຫຍາຍບົດຮຽນ ປະສົບການ ແລະ ຄວາມຮູ້ຄວາມສາມາດຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ແລະ ສຸມທຸກສະຕິປັນຍາຄົ້ນຄວ້າວຽກງານທີ່ຕົນຮັບຜິດຊອບ ໃຫ້ເກີດດອກອອກຜົນ ແລະ ມີປະສິດທິຜົນສູງຂຶ້ນເລື້ອຍໆ.
ຂ່າວ-ພາບ: ວຽງຈັນໃໝ່
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ