ແຕ່ງຕັ້ງສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຮອງປະທານ ສສຍລ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: ຄັ້ງ | ເວລາ | 2025-07-08 08:59:04
ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ຖືກແຕ່ງຕັ້ງເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ (ສສຍລ)ຊຶ່ງພິທິປະກາດການແຕ່ງຕັ້ງໄດ້ຈັດຂຶ້ນໃນວັນທີ 7 ກໍລະກົດ ນີ້ ທີ່ສູນກາງສະຫະພັນແມ່ຍິງລາວ. ໂດຍການເຂົ້າຮ່ວມມີ ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກຳມະການສູນກາງພັກ ປະທານສູນກາງສະຫະພັນແມ່ຍິງລາວ, ມີບັນດາຄະນະບໍລິຫານງານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານ ຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ເປັນຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ກະຊວງ - ອົງການຂັ້ນສູນກາງ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ ຈົ່ງຮັບຮູ້.
ໃນໂອກາດນີ້: ສະຫາຍ ນາງ ອາລີ ວົງໜໍ່ບຸນທຳ ກໍໄດ້ໂອ້ລົມເພື່ອເປັນເຂັ້ມທິດເຍື່ອງທາງ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຂອງສູນກາງສະຫະພັນແມ່ຍິງລາວ ໃຫ້ຄະນະພັກແຕ່ລະຂັ້ນ ສືບຕໍ່ເປັນເຈົ້າການນໍາພາແນວຄິດ ສະມາຊິກພັກ, ພະນັກງານ-ລັດຖະກອນ ໃຫ້ມີຄວາມເຂົ້າໃຈ ແລະ ເປັນເອກະພາບສູງ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບ, ຮັບປະກັນຄວາມສະຫງົບທາງການເມືອງ ແລະ ສັງຄົມ ຢ່າງໜັກແໜ້ນ; ຍົກສູງສະຕິລະວັງຕົວຕໍ່ຄົນບໍ່ດີ, ເອົາໃຈໃສ່ປຶກສາຫາລື ແບ່ງຄວາມຮັບຜິດຊອບໃຫ້ຈະແຈ້ງ; ມີຄວາມເປັນເຈົ້າການ, ມີຄວາມສາມາດປະຕິບັດພາລະບົດບາດ, ໜ້າທີ່ຂອງຕົນຕາມທິດຫັນເປັນມືອາຊີບ; ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ປະດິດສ້າງ, ແກ້ໄຂວຽກວ່ອງໄວ ແລະ ທັນການ, ຮັບປະກັນປະສິດທິຜົນ ໂດຍຫຼຸດຜ່ອນຂອດຂັ້ນ, ສິ່ງກົດໜ່ວງ, ວຽກທີ່ຊໍ້າຊ້ອນ, ຫຼຸດຜ່ອນຊ່ອງວ່າງ ແລະ ບັນຫາຫຍໍ້ທໍ້, ປັບປຸງກົງຈັກໃຫ້ເປັນລະບົບ ສາມາດຜັນຂະຫຍາຍແນວທາງ, ແຜນນະໂຍບາຍ, ກົດໝາຍ ແລະ ນິຕິກໍາທີ່ກ່ຽວຂ້ອງ ໄດ້ເປັນຢ່າງດີ; ສືບຕໍ່ຍູ້ແຮງຂະບວນການປະຕິບັດມະຕິ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ໃນໄລຍະທ້າຍສະໄໝ ໃຫ້ແຂງແຮງ ແລະ ກາຍເປັນຂະບວນການຕົວຈິງ ຕິດພັນກັບການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX, ກອງປະຊຸມໃຫຍ່ຂອງໜ່ວຍພັກ ແລະ ກອງປະຊຸມໃຫຍ່ອົງຄະນະພັກ ສສຍລ ຄັ້ງທີ V ໃຫ້ທັນຕາມກໍານົດເວລາ; ສືບຕໍ່ຍູ້ແຮງຂະບວນການດ້ານຕ່າງໆ ໂດຍສະເພາະການຈັດຕັ້ງສະເຫຼີມສະຫຼອງ 70 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຕິດພັນກັບ 3 ວັນປະຫວັດສາດ; ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ 5 ປີ (2021-2025) ທີ່ຕິດພັນກັບການປັບປຸງຄຸນນະພາບທາງດ້ານວິຊາສະເພາະ ໃຫ້ຮັບປະກັນປະສິດທິພາບ, ປະສິດທິຜົນ. ເອົາໃຈໃສ່ຕິດຕາມກວດກາປະເມີນຜົນການຈັດຕັ້ງປະຕິບັດວຽກງານໃນແຕ່ລະໄລຍະ ພ້ອມນີ້ສະເໜີໃຫ້ມີການຖ່າຍຖອດບົດຮຽນຊຶ່ງກັນ ແລະ ກັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນ ແລະ ມີຜົນສໍາເລັດທີ່ຍິ່ງໃຫຍ່ກວ່າເກົ່າ.
ຂ່າວ-ພາບ: ບຸນຕອມ - ບຸນອຸ້ມ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ສະເຫຼີມສະຫຼອງຄູ່ຮ່ວມພັດທະນາລະຫວ່າງ ອິນເດຍ ແລະ ສປປ ລາວ
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ