ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 30 ຄັ້ງ | ເວລາ | 2025-05-26 20:01:00
ໃນວັນທີ 25 ພຶດສະພານີ້, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ກອງປະຊຸມຄະນະກຳມະການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 34 ແລະ ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ-ສະພາການຮ່ວມມືເຂດອ່າວ ໂດຍການເປັນປະທານຂອງ ລັດຖະມົນຕີຕ່າງປະເທດ ມາເລເຊຍ ໃນນາມປະທານ ອາຊຽນ ປີ 2025.
ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ໄດ້ຮັບຊາບຄວາມຄືບໜ້າຂອງການຮ່ວມມືດ້ານຕ່າງໆ ພາຍໃຕ້ ປະຊາຄົມອາຊຽນ ແລະ ການຈັດຕັ້ງປະຕິບັດບັນດາບຸລິມະສິດການເປັນປະທານອາຊຽນຂອງ ມາເລເຊຍ ໃນປີ 2025 ພາຍໃຕ້ຄໍາຂວັນ “ການມີສ່ວນຮ່ວມຢ່າງທົ່ວເຖິງ ແລະ ຍືນຍົງ” ຊຶ່ງເຫັນວ່າມີຄວາມຄືບໜ້າເປັນຢ່າງດີ. ກອງປະຊຸມ ໄດ້ປຶກສາຫາລືກ່ຽວກັບການສະເໜີເປັນພາຄີສົນທິສັນຍາໄມຕີຈິດ ແລະ ການຮ່ວມມື ໃນອາຊີຕາເວັນອອກສ່ຽງໃຕ້ ຂອງບັນດາປະເທດນອກພາກພື້ນ. ນອກນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຄວາມຄືບໜ້າການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນໍາອາຊຽນ ກ່ຽວກັບ ມຽນມາ. ພ້ອມນັ້ນ, ໄດ້ປຶກສາຫາລື ກ່ຽວກັບຄວາມຄືບໜ້າຂອງການກະກຽມເຂົ້າເປັນສະມາຊິກອາຊຽນຂອງ ຕີມໍແລັດສະເຕ.
ກອງປະຊຸມຄະນະກຳມະການ ເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຮອງເອົາ ເອກະສານ ເພີ່ມເຕີມ ເພື່ອດັດແກ້ ສົນທິສັນຍາເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ ເພື່ອໃຫ້ສາມາດດຳເນີນຂະບວນການໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີສົນທິສັນຍາດັ່ງກ່າວ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກຳ ແລະ ວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ລວມທັງການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້້ນຄົງອາຊຽນ 2025.
ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 36 ໄດ້ປຶກສາຫາລືການກະກຽມດ້ານຕ່າງໆ ສໍາລັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 46 ແລະ ບັນດາກອງປະຊຸມສຸດຍອດທີ່ກຽວຂ້ອງ ທີ່ຈະຈັດຂຶ້ນໃນວັນທີ 26-27 ພຶດສະພາ 2025, ລວມທັງບັນດາເອກະສານຜົນຂອງບັນດາກອງປະຊຸມສຸດຍອດເຫຼົ່ານັ້ນ. ໃນນີ້, ກອງປະຊຸມ ໄດ້ເຫັນດີຮັບຮອງເອົາເອກະສານວິໄສທັດປະຊາຄົມອາຊຽນ 2045 ແລະ ແຜນຍຸດທະສາດທະສາດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ, ແຜນຍຸດທະສາດປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ແຜນຍຸດທະສາດການເຊື່ອມຈອດອາຊຽນ ເພື່ອນໍາສະເໜີໃຫ້ຜູ້ນໍາອາຊຽນ ຮັບຮອງເອົາຢ່າງເປັນທາງການໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 46 ເພື່ອເປັນທິດທາງການຮ່ວມມືອາຊຽນສໍາລັບ 20 ປີຂ້າງໜ້າ. ພ້ອມນີ້, ກອງປະຊຸມ ກໍໄດ້ຮັບຊາບ ແລະ ຮັບຮອງເອົາບົດລາຍງານຕ່າງໆທີ່ກ່ຽວຂ້ອງ ເປັນຕົ້ນ ບົດລາຍງານຂອງເລຂາທິການໃຫຍ່ອາຊຽນ ກ່ຽວກັບວຽກງານອາຊຽນ ຕໍ່ກອງປະຊຸມສຸດຍອດອາຊຽນຄັ້ງທີ 46, ບົດລາຍງານຂອງຄະນະກໍາມະການຜູ້ຕາງໜ້າຖາວອນປະຈໍາອາຊຽນ, ບົດລາຍງານຂອງຄະນະສະເພາະກິດວຽກງານຂໍ້ລິເລີ່ມເພື່ອການເຊື່ອມໂຍງອາຊຽນ ແລະ ບົດລາຍງານຂອງຄະນະກຳມະການປະສານງານການເຊື່ອມຈອດອາຊຽນ.
ກອງປະຊຸມລັດຖະມົນຕີອາຊຽນ-ສະພາການຮ່ວມມືເຂດອ່າວ ໄດ້ປຶກສາຫາລື ແລະ ຕີລາຄາສູງຕໍ່ຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຂອບວຽກການຮ່ວມມືອາຊຽນ-ຈີຊີຊີ (2024-2028), ຊຶ່ງເປັນເອກະສານພື້ນຖານ ສຳລັບ ການເສີມຂະຫຍາຍການພົວພັນຮ່ວມມືອາຊຽນ-ຈີຊີຊີ. ພ້ອມນີ້, ກອງປະຊຸມ ຍັງໄດ້ຊຸກຍູ້ໃຫ້ສອງພາກພື້ນຮັດແໜ້ນການຮ່ວມມື ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນການສົ່ງເສີມການຮ່ວມມືດ້ານເສດຖະກິດ ໂດຍການຊອກຫາຊ່ອງທາງໃນການເພີ່ມທະວີດ້ານການຄ້າ ແລະ ການລົງທຶນ ແລະ ການຮ່ວມມືທາງດ້ານພະລັງງານ ແລະ ອື່ນໆ. ກອງປະຊຸມ ຍັງໄດ້ຢ້ຳຄືນຄວາມສໍາຄັນຂອງການການຮ່ວມມືທາງດ້ານເສດຖະກິດດີຈີຕອນ, ການຫັນເປັນດີຈີຕອນ, ປັນຍາປະດິດ, ການເຊື່ອມໂຍງ-ເຊື່ອມຈອດ, ການໄປມາຫາສູ່ ລະຫວ່າງ ປະຊາຊົນ ແລະ ການທ່ອງທ່ຽວ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ ຄັ້ງທີ 2 ແລະ ກອງປະຊຸມສຸດຍອດອາຊຽນ-ຈີຊີຊີ-ຈີນ ທີ່ຈະຈັດຂຶ້ນໃນວັນທີ 27 ພຶດສະພາ 2025.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ກະຊວງການຕ່າງປະເທດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ