ວາງສີລາລຶກ ໂຄງການກໍ່ສ້າງຕຶກອະເນກປະສົງ "ແຄນຄູ່" ຢູ່ເຂດເສດຖະກິດໃໝ່ ສີທັນດອນ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 4 ຄັ້ງ | ເວລາ | 2025-05-04 04:22:47
ວັນທີ 22 ກຸມພາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປລາວ ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງຕຶກອາເນກປະສົງແຄນຄູ່ (ໄລຍະທີ 01 ຕຶກຕິບເຂົ້າ) ນອນຢູ່ໃນໂຄງການເຂດພັດທະນາເສດຖະກິດໃໝ່ສີທັນດອນ, ເມືອງໂຂງ ແຂວງຈຳປາສັກ".
(1). ໃນໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ, ຮອງປະທານສະພາ ຜູ້ຖືຮຸ້ນບໍລິສັດ ຮ່ວມພັດທະນາສີທັນດອນ ຈໍາກັດ ໄດ້ລາຍງານໃຫ້ຮູ້ວ່າ:
1. ໂຄງການກໍ່ສ້າງຕຶກອະເນກປະສົງແຄນຄູ່ (ໄລຍະທີ 01 ຕຶກຕິບເຂົ້າ) ແມ່ນໜຶ່ງໃນບັນດາໂຄງການ ທີ່ນອນຢູ່ໃນແຜນ ການກໍ່ສ້າງ ແລະ ພັດທະນາໂຄງການເຂດພັດທະນາເສດຖະກິດໃໝ່ ສີທັນດອນ, ຕັ້ງຢູ່ເຂດ A ຂອງໂຄງການ (ເຂດບ້ານທ່າຄໍ້, ເມືອງໂຂງ, ແຂວງ ຈໍາປາສັກ) ໂດຍໄດ້ເຊັນສັນຍາກັບລັດຖະບານແຫ່ງ ສປປ !ລາວ ໃນວັນທີ 30 ມິຖຸນາ 2018, ມີເນື້ອທີ່ສໍາປະທານທັງໝົດ 9.846 ເຮັກຕາ, ແບ່ງອອກເປັນ 11 ເຂດ ແລະ 06 ໄລຍະການພັດທະນາ;
2. ຕຶກຕິບເຂົ້າ ແມ່ນນອນຢູ່ໃນໄລຍະທີ 01, ມີຈຳນວນ 02 ຕຶກ, ແຕ່ລະຕຶກສູງ 62 ແມັດ ແລະ ມີ 13 ຊັ້ນ, ມີເນື້ອທີ່ປຸກສ້າງທັງໝົດ 6,7 ເຮັກຕາ, ມູນຄ່າການກໍ່ສ້າງ ປະມານ 200 ລ້ານໂດລາສະຫະລັດ,ຈະໃຊ້ເວລາການກໍ່ສ້າງປະມານ 03 ປີ, ເມື່ອສ້າງສຳເລັດຈະສາ ມາດຮອງຮັບນັກທ່ອງທ່ຽວໄດ້ຫຼາຍກວ່າ 2.000 ຄົນ/ມື້;
3. ສ່ວນການກໍ່ສ້າງໄລຍະທີ 02 ແມ່ນຕຶກແຄນຄູ່ ມີ 02 ຕຶກ, ແຕ່ລະຕຶກສູງ 248.98 ແມັດ ແລະ ມີ 63 ຊັ້ນ, ມູນຄ່າການກໍ່ສ້າງ ປະມານ 800 ລ້ານໂດລາສະຫະລັດ;
4. ເມື່ອການກໍ່ສ້າງສຳເລັດທັງ 02 ໄລຍະ ຈະເຮັດໃຫ້ເຂດດັ່ງກ່າວ ກາຍເປັນໃຈກາງທາງດ້ານໂຮງແຮມ, ທຸລະກິດ, ການຄ້າ, ວັດທະນະທໍາ, ຄວາມບັນເທີງ ແລະ ສັນຍາລັກ ຂອງເຂດສີ່ພັນດອນ ກໍ່ຄື ສປປລາວ ອີກໜຶ່ງແຫ່ງເວົ້າລວມ;
5. ເວົ້າສະເພາະ, ຈະເປັນໂຮງແຮມ 05 ດາວ ລະດັບສາກົນແບບສະໄໝ ທີ່ກວມລວມເປັນສະຖານທີ່ພັກຜ່ອນ, ທຸລະກິດ, ການຄ້າ, ການປະຊຸມ, ຄວາມບັນເທີງ, ການສະແດງ, ໂຮງແຮມ ແລະ ອື່ນໆ ປະກອບສ່ວນດຶງດູດເອົານັກທ່ອງທ່ຽວ ເຂົ້າມາທ່ຽວ ສປປລາວ, ສ້າງວຽກເຮັດງານທຳ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນທ້ອງຖິ່ນ ກໍ່ຄືການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນ;
(2). ໃນໂອກາດດຽວກັນ, ທ່ານນາຍົກລັດ ຖະມົນຕີ ກໍ່ໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້:
1. ສະແດງຄວາມຍ້ອງຍໍຊົມເຊີຍ ພາກສ່ວນຮັບຜິດຊອບໂຄງການ ທີ່ໄດ້ເສຍສະຫຼະ, ສຸມສະຕິປັນຍາ ແລະ ເຫື່ອແຮງ ໃນການກະກຽມ ແລະ ລິເລີ່ມໂຄງການນີ້ ແຕ່ປີ 2018 ມາຮອດປະຈຸບັນ ໄດ້ຮັບຜົນສໍາເລັດຈຳນວນໜຶ່ງ ທີ່ໜ້າຊື່ນຊົມຍິນດີ ເປັນກ້າວໆມາ;
2. ພ້ອມທັງໄດ້ຕີລາຄາວ່າ ໂຄງການນີ້ ແມ່ນໜຶ່ງໃນບັນດາຄວາມພະຍາຍາມ ແລະ ຄວາມມຸ້ງມາດປາຖະໜາ ຂອງລັດຖະບານ ກໍຄືທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າ ໃນການພັດທະນາເຂດດັ່ງກ່າວ ໃຫ້ກາຍເປັນເຂດຕົວເມືອງໃໝ່ທີ່ທັນສະໄໝຮອບດ້ານ, ມີຄວາມສະຫງົບ -ປອດໄພ, ເປັນເຂດສີຂຽວ, ມີພື້ນຖານເສດຖະກິດທີ່ເຂັ້ມແຂງ, ສັງຄົມສີວິໄລ, ຍຸຕິທຳ, ເສີມສ້າງອະລິຍະທຳ ແລະ ວັດທະນະທຳຂອງຊາດ;
3. ຮັບປະກັນການພັດທະນາແບບຍືນຍົງ ແລະ ຕິດພັນກັບການປົກປັກຮັກສາຊີວະນາໆພັນ, ລວມທັງ ການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນຸປະໂພກ;
4. ພ້ອມກັນນັ້ນ ກໍ່ເປັນໂຄງການໜຶ່ງ ທີ່ນອນຢູ່ໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 05 ປີ ຄັ້ງທີ IX (2021-2025) ກໍ່ຄືການຈັດຕັ້ງປະຕິ ບັດຍຸດທະສາດການພັດທະນາເສດຖະກິດສັງຄົມ ໄລຍະ 10 ປີ (2016-2025) ແລະ ວິໄສທັດຮອດປີ 2030;
5. ອີກດ້ານໜຶ່ງ ກໍ່ຍັງເປັນການຊຸກຍູ້, ສົ່ງເສີມການລົງທຶນໃຫ້ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາລົງທຶນຢູ່ພາຍໃນແຂວງຈຳປາສັກ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ເຮັດໃຫ້ເສດຖະກິດພາຍໃນແຂວງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ແລະ ເປັນໄປຕາມໂຄງປະກອບເສດຖະກິດ ທີ່ຫັນປ່ຽນຕາມທິດຫັນເປັນອຸດສາຫະກໍາ ແລະ ທັນສະໄໝ;
6. ອັນສໍາຄັນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນ, ຜູ້ພັດທະນາ, ນັກລົງທຶນ ແລະ ປະຊາຊົນທຸກທົ່ວໜ້າ ຈົ່ງໄດ້ຮ່ວມແຮງຮ່ວມໃຈກັນ ເຂົ້າຮ່ວມ, ອຳນວຍຄວາມສະດວກ ແລະ ປະຕິບັດໂຄງການໃຫ້ມີຜົນສຳເລັດຕົວຈິງ ໄວຂຶ້ນ ແລະ ຫຼາຍກິດຈະການຕາມແຜນການທີ່ວາງໄວ້;
7. ຫຼັງຈາກນັ້ນ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດວາງສີລາລຶກ, ຕັດແຖບຜ້າ ແລະ ລັ່ນຄ້ອງ 09 ບາດ ເພື່ອເປີດການກໍ່ສ້າງ ຢ່າງເປັນທາງການ;
(3). ໃນໂອກາດທີ່ເດີນທາງເຂົ້າຮ່ວມພິທີຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໄປຕິດຕາມກວດກາເບິ່ງໂຄງການນິຄົມອຸດສາຫະກຳການປະມົງປາສະຫວາຍແມ່ນໍ້າຂອງ ທີ່ບ້ານບຶງງາມ, ເມືອງໂຂງ;
(4). ປະຊຸມພົບປະໂອ້ລົມ ແລະ ໃຫ້ທິດຊີ້ນຳ ຕໍ່ຜູ້ພັດທະນາເຂດເສດຖະກິດໃໝ່ສີທັນດອນ ແລະ ຂະແໜງການກ່ຽວຂ້ອງຂອງລັດ ເປັນຕົ້ນ:
1. ໃຫ້ເອົາໃຈໃສ່ຕໍ່ການຊົດ ເຊີຍຜົນກະທົບ ຕໍ່ປະຊາຊົນ ທີ່ຖືກຜົນກະທົບຈາກໂຄງການ ຢ່າງສົມເຫດສົມຜົນ, ຮັບປະກັນຄວາມສະຫງົບ ແລະ ຍຸຕິທຳ, ລວມທັງ ການສ້າງອາຊີບ ແລະ ຈັດສັນທີ່ຢູ່ອາໄສ ໃຫ້ແກ່ເຂົາເຈົ້າ ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແລະ ຍືນຍົງ;
2. ກວດກາ ແລະ ປັບປຸງຄືນ ແຜນການພັດທະນາ ກໍ່ຄືບົດວິພາກເສດຖະກິດ, ສັນຍາ ແລະ ເອກະສານອື່ນໆ ທີ່ກ່ຽວ ຂ້ອງຂອງໂຄງການ ໃຫ້ສອດຄ່ອງກັບຕົວຈິງ ທັງດ້ານເງື່ອນໄຂ, ກົດໝາຍ ແລະ ລະບຽບການຕ່າງໆ; ພິຈາລະນາ ປັບປຸງໄລຍະການກໍ່ສ້າງໃຫ້ສັ້ນ ຫຼື ໄວຂຶ້ນກວ່າເກົ່າ;
3. ປັບປຸງລະບົບການຈັດຕັ້ງ ຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງຈຳປາສັກ ໃຫ້ແທດເໝາະກັບຕົວຈິງກວ່າເກົ່າ;
4. ເອົາໃຈໃສ່ພັດທະນາບັນດາແຫຼ່ງທ່ອງທ່ຽວ ໃນແຂວງຈຳປາສັກ ໃຫ້ຫຼາຍຂຶ້ນ;
5. ກວດກາ ແລະ ຂຶ້ນທະບຽນທີ່ດິນ ໂຄງການພັດທະນາຕ່າງໆ ເພື່ອຈັດເກັບລາຍຮັບຈາກທີ່ດິນດັ່ງກ່າວ ຢ່າງຖືກຕ້ອງ ແລະ ຄົບຖ້ວນ (ຂໍ້ມູນ ກົມປະຊາສຳພັນ ຫສນຍ).
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ