ວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 21:16:35
ພິທີວາງສີລາລຶກການກໍ່ສ້າງອູ່ລົດເມ, ສູນບຳລຸງຮັກສາ ແລະ ສູນບັນຊາລົດເມຂອງໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງນະຄອນຫຼວງວຽງຈັນ (ນວ) ໂດຍໄດ້ຮັບທຶນຊ່ວຍເຫຼືອ ແລະ ທຶນກູ້ຢືມຈາກທະນາຄານພັດທະ ນາອາຊີ OPEC Fund, EIB, EU-AIF & GEF ອີງຕາມສັນຍາຮັບເໝົາກໍ່ສ້າງລະຫວ່າງກົມຂົນສົ່ງກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ຮ່ວມກັບບໍລິສັດ Dangkhoa General Service Trading ຈຳກັດຄັ້ງວັນທີ 1 ພະຈິກ 2023 ໄດ້ຈັດຂຶ້ນໃນວັນທີ 5 ມັງກອນນີ້, ທີ່ບ້ານໂພນຄໍາ ຫຼັກ 16 ຖະໜົນ 13 ໃຕ້ເມືອງໄຊທານີ ນວ ໂດຍການເປັນກຽດເຂົ້າຮ່ວມ ແລະ ຕັດແຖບຜ້າຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງ ນວ, ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ຍທຂ, ທ່ານ ຈັນ ວັນ ເທຣ ປະທານບໍລິສັດ Dangkhoa General Service Trading ຈໍາກັດ ພ້ອມຄະນະປະທານ ແລະ ແຂກຖືກເຊີນ, ພະນັກງານກ່ຽວຂ້ອງເຂົ້າຮ່ວມ.
ຜູ້ຕາງໜ້າໂຄງການຂົນສົ່ງແບບຍືນຍົງໃນຕົວເມືອງ ນວ ໄດ້ລາຍງານຫຍໍ້ກ່ຽວກັບໂຄງການວ່າ: ໂຄງການກໍ່ສ້າງອູ່ລົດ, ບຳລຸງຮັກສາ ແລະ ສູນບັນຊາລົດເມ ລວມມີໜ້າວຽກຕົ້ນຕໍຄື: ກໍ່ສ້າງລານຈອດລົດເມຮອງຮັບ 80 ຄັນ, ໜ້າທາງປູດ້ວຍຢາງອາດສະຟານບໍລິເວນບ່ອນຈອດລົດ, ອາຄານຫ້ອງການມີ 4 ຊັ້ນ, ກໍ່ສ້າງ ແລະ ຕິດຕັ້ງອຸປະກອນໃນກາລ່າທາງພາຍໃນ ແລະ ເຂົ້າ-ອອກ, ຕິດຕັ້ງໄຟຟ້າ (Transformer), ລະບົບບໍາບັດນໍ້າເປື້ອນ, ລ້າງ-ອັດສິດລົດ, ສາຍໄຍແກ້ວ (fiber optic), ນໍ້າປະປາ ແລະ ອື່ນໆ. ໃນນັ້ນ, ສະເພາະການກໍ່ສ້າງລານຈອດລົດເມ BRT ຈະໃຫ້ສໍາເລັດພາຍໃນເດືອນມິຖຸນາ 2024 ເພື່ອຮອງຮັບລົດເມໄຟຟ້າຈະມາເຖີງ. ຊຶ່ງຕອນດິນທີ່ໃຊ້ໃນການກໍ່ສ້າງອູ່ລົດເມ BRT ແມ່ນດິນຂອງກະຊວງ ຍທຂ ທີ່ໄດ້ມອບໃຫ້ໂຄງການເພື່ອເປັນການປະກອບສ່ວນ ໃນການພັດທະນາ ແລະ ສົ່ງເສີມການຂົນສົ່ງສາທາລະນະໃນຕົວເມືອງ ນວ ໂດຍທີ່ດິນມີເນື້ອທີ່ປະມານ 29,179 m² ໂດຍບໍລິສັດທີ່ຊະນະການປະມູນໃນການກໍ່ສ້າງແມ່ນບໍລິສັດ Dangkhoa General Service Trading ຈໍາກັດຈາກ ສສ ຫວຽດນາມໃນມູນຄ່າສັນຍາ 7.003.343,60 ໂດລາ (ເຈັດລ້ານສາມພັນສາມຮ້ອຍສີ່ສິບສາມໂດລາແລະ ຫົກສິບເຊັນ). ຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 12 ເດືອນຈຶ່ງຈະສຳເລັດ ແລະ ຈະສົ່ງມອບໃຫ້ເຈົ້າຂອງໂຄງການ ຊຶ່ງໂຄງການກໍ່ສ້າງດັ່ງກ່າວຕັ້ງຢູ່ຫຼັກ 16 ຖະໜົນ 13 ໃຕ້ບ້ານໂພນຄໍາ ເມືອງໄຊທານີ ນະ ຄອນຫຼວງວຽງຈັນ.
(ແຫຼ່ງ: ປະຊາຊົນ, ຂ່າວ: ວັນເພັງ, ພາບ: ພູວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ