ຄຳມ່ວນ ວາງສີລາລືກໂຄງການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບ ມິດຕະພາບລາວ-ຫວຽດນາມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2025-05-04 04:13:37
ວັນທີ 5 ມັງກອນ 2022 ຜ່່ານມາ ທີ່ໂຮງຮຽນ ມ.ສ ສອງເໜືອງ ເມືອງໜອງບົກ ແຂວງຄຳມ່ວນ ໄດ້ວາງສີລາລືກໂຄງການກໍ່ສ້າງໂຮງຮຽນມັດທະຍົມ - ວິຊາຊີບ ຕົວແບບມິດຕະພາບລາວ - ຫວຽດນາມ, ໃຫ້ກຽດເຂົ້າຮ່ວມໃນພິທີໂດຍ ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີປະທານສະພາປະຊາຊົນແຂວງ, ທ່ານ ນາງ ຫວູ ຕູ ແອງ ທີ່ປຶກສາສະຖານເອກອັກຄະລັດຖະທູດແຫ່ງ ສສ ຫວຽດນາມ ປະຈຳລາວ, ມີກົມທີ່ກ່ຽວຂ້ອງ ຕະຫຼອດຮອດອຳນາດການປົກຄອງບ້ານເຂົ້າຮ່ວມ.
ໂຄງການກໍ່ສ້າງໂຮງຮຽນດັ່ງກ່າວ, ແມ່ນໄດ້ຮັບທຶນຊ່ວຍເຫຼືອ ແລະ ເປັນຂອງຂວັນຈາກ ທ່ານ ຫງຽນ ຊວນ ຟຸກ ປະທານປະເທດ ແຫ່ງ ສສ ຫວຽດນາມ ຊຶ່ງໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນເດືອນສິງຫາ 2021 ຜ່ານມາ ແລະ ໃນໂອກາດດັ່ງກ່າວ ທ່ານປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ມອບທຶນໃນການກໍ່ສ້າງໂຮງຮຽນມັດທະຍົມ-ວິຊາຊີບຢູ່ແຂວງຄຳມ່ວນ 5 ລ້ານໂດລາ. ໃນນີ້, ໄດ້ຈັດສັນງົບປະມານເຂົ້າໃນການປັບປຸງພື້ນຖານໂຄງລ່າງ 3 ລ້ານໂດລາ, ນຳໃຊ້ເຂົ້າໃນການສະໜອງອຸປະກອນເຕັກນິກ ແລະ ວັດສະດຸ 1 ລ້ານກວ່າໂດລາ ແລະ ວຽກງານວິຊາການ, ຝຶກອົບຮົມ, ບໍລິຫານ 5 ແສນໂດລາ ໂດຍມອບໃຫ້ ບໍລິສັດ ຈິດຈະເລີນ ກໍ່ສ້າງຈຳກັດເປັນຜູ້ຮັບເໜົາກໍ່ສ້າງໃນມູນຄ່າ 2 ລ້ານກວ່າໂດລາ ຊຶ່ງປະກອບມີການກໍ່ສ້າງອາຄານຮຽນ 4 ຫຼັງ, ອາຄານບໍລິຫານ 1 ຫຼັງ, ກໍ່ສ້າງຫໍພັກ 2 ຊັ້ນ 3 ຫຼັງ, ຫ້ອງທົດລອງ 1 ຫຼັງ, ຫ້ອງບໍລິຫານ 1 ຫຼັງ, ໂຮງຊ່າງ 4 ຫຼັງ (ໄຟຟ້າ, ສ້ອມແປງ, ກໍ່ສ້າງເຄຫາສະຖານ ແລະ ກະສິກໍາ), ກໍ່ສ້າງລະບົບຫ້ອງນໍ້າຊາຍ - ຫ້ອງນໍ້າຍິງ, ກໍ່ສ້າງລະບົບເສັ້ນທາງສັນຈອນພາຍໃນໂຮງຮຽນ, ກໍ່ສ້າງລະບົບນໍ້າໃຊ້ - ນໍ້າເສຍ ແລະ ອື່ນໆ ແລະ ຈະໃຫ້ສຳເລັດການກໍ່ສ້າງ ພາຍໃນ 11 ເດືອນ ຕາມແຜນການຂອງໂຄງການ.
ທ່ານ ນາງ ຫວູ ຕູແອງ ໄດ້ກ່າວວ່າ: ການກໍ່ສ້າງໂຮງຮຽນແບບພິເສດຄັ້ງນີ້ ແມ່ນສະແດງໃຫ້ເຫັນເຖິງຄວາມຍິ່ງໃຫຍ່ແຫ່ງການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນທັງສອງປະເທດຫວຽດນາມ - ລາວ, ລາວ - ຫວຽດນາມ ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງການນຳທັງສອງປະເທດ ສຳລັບພາລະກິດໃນການສຶກສາ ແລະ ພັດທະນາໂຄງລ່າງພື້ນຖານ ແລະ ບຸກຄະລາກອນຂອງລາວ ເວົ້າສະເພາະກໍຄືແຂວງຄຳມ່ວນ ສະແດງໃຫ້ເຫັນເຖິງຄວາມສະໜິດຕິດພັນ ແລະ ຄວາມຮັກແພງຂອງ ທ່ານ ຫງຽນ ຊວນ ຟຸກ ທີ່ມີຕໍ່ຄົນຮຸ່ນໃໝ່ຂອງລາວ ເພື່ອສືບຕໍ່ໃນການຮັກສາຄວາມສາມັກຄີ ອັນຍິ່ງໃຫຍ່ໃນການພົວພັນຮ່ວມມື. ໂຄງການນີ້ຈະສຳເລັດ ແລະ ເປີດການນຳໃຊ້ໃນທ້າຍປີ 2022 ເພື່ອເປັນການສະເຫຼີມສະຫຼອງ ແລະ ຂໍ່ານັບຊົມເຊີຍ 2 ວັນປະຫວັດສາດ ຄື: 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຫວຽດນາມ - ລາວ ແລະ 45 ປີ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ-ລາວ ແລະ ລາວ-ຫວຽດນາມ.
ໂອກາດນີ້, ທ່ານ ວັນໄຊ ພອງສະຫວັນ ໄດ້ກ່າວຕໍ່ພິທີວ່າ: ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບມິດຕະພາບ - ລາວຫວຽດນາມ ແມ່ນໂຄງການທີ່ມີຄວາມໝາຍ ຄວາມສໍາຄັນ ທີ່ສຸດຕໍ່ແຜນພັດທະນາຂະແໜງການສຶກສາທິການ ແລະ ກິລາ ກໍຄືແຜນພັດທະນາເສດຖະກິດ - ສັງຄົມ ຂອງແຂວງດ້ວຍທຶນຊວຍເຫຼືອ ເປັນຂອງຂວັນຈາກພັກກອມມູນິດ ແລະ ລັດຖະບານຫວຽດນາມ ຊຶ່ງໄດ້ກຳນົດເອົາໂຮງຮຽນມັດທະຍົມສອງເໜືອງ ເປັນບ່ອນສ້າງຕັ້ງຕິດພັນກັບສະຖານທີ່ປະຫວັດສາດການເຄື່ອນໄຫວຂອງ ປະທານ ໂຮ່ຈິມິນ. ໂຄງການກໍ່ສ້າງໂຮງຮຽນວິຊາຊີບຕົວແບບແຫ່ງນີ້ເປັນໂຮງຮຽນແຫ່ງທຳອິດ ຂອງແຂວງທີ່ປະຕິບັດ 2 ຫຼັກສູດ ການຮຽນ - ການສອນຄວບຄູ່ກັນໄປ.
(ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ມະນີວັນ).
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ