ວາງສີລາລືກ ໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-03 21:09:02
ພິທີວາງສີລາລຶກໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 26 ທັນວາຜ່ານມາ ທີ່ສູນດັ່ງກ່າວ ຊຶ່ງມີທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ (ຮສສ), ມີທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງໆອຸດົມໄຊ, ທ່ານ ຫວາງ ຊາງ ອຸປະທູດສະຖານທູດ ສປ ຈີນປະຈຳລາວ ພ້ອມດ້ວຍແຂກຖືກເຊີນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງສູນພັດທະນາສີມືແຮງງານແຂວງອຸດົມໄຊ ເປັນໂຄງການຊ່ວຍເຫຼືອຂອງສປຈີນ ຊຶ່ງມີສະຖານທີ່ຕັ້ງຢູ່ບ້ານບໍ່ ເປັນສູນພັດທະນາສີມືແຮງງານລະດັບການສຶກສາຊັ້ນກາງ, ການກໍ່ສ້າງປະກອບດ້ວຍອຸປະກອນໃນການຝຶກຕົວຈິງ, ພັດທະນາວິຊາຮຽນ ແລະ ຄູສອນ, ຝຶກອົບຮົມຄູ-ອາຈານ, ສ້າງການຮ່ວມມືດ້ານການຮຽນ-ການສອນ ແລະ ຄັດເລືອກນັກຮຽນເກັ່ງໄປແລກປ່ຽນຢູ່ ສປ ຈີນ. ການກໍ່ສ້າງປະກອບມີ: ອາຄານຮຽນ-ອາຄານສອນ, ອາ ຄານຫ້ອງການ, ໂຮງອາຫານ, ສູນຝຶກອົບຮົມ, ຫໍພັກນັກຮຽນຍິງ 1 ຫຼັງ-ຊາຍ 1 ຫຼັງ, ຫໍພັກອາຈານ, ປ້ອມຍາມອາຄານເສີມ (ລວມມີຫ້ອງກະຈາຍແມ່ໄຟ, ອ່າງເກັບນໍ້າດັບເພີງ) ຍັງມີເດີ່ນບານບ້ວງ 1 ເດີ່ນ, ເດີ່ນບານສົ່ງ 1 ເດີ່ນ ປະກອບມີສິ່ງປຸກສ້າງທີ່ຕິດພັນກັນ ແລະ ສິ່ງອໍານວຍຄວາມສະດວກອື່ນໆ ລວມມູນຄ່າການກໍ່ສ້າງທັງໝົດ 147,26 ລ້ານຢວນ.
ທ່ານ ບຸນຄົງ ຫຼ້າຈຽມພອນ ກ່າວວ່າ: ໂຄງການກໍ່ສ້າງສູນພັດທະນາສີມືແຮງງານດ້ວຍທຶນຊ່ວຍເຫຼືອຂອງລັດຖະບານ ສປ ຈີນ ແຫ່ງນີ້ ເປັນການຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງຝ່າຍ ພ້ອມທັງເປັນການເສີມຂະຫຍາຍການເປັນຄູ່ຮ່ວມຊະຕາກຳລະຫວ່າງລາວ-ຈີນ, ຈີນ-ລາວໃຫ້ຫັນເຂົ້າສູ່ລວງເລິກເທື່ອລະກ້າວ ຄຽງຄູ່ກັບການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນການປະສານເຊື່ອມໂຍງ, ເຊື່ອມຈອດທີ່ສໍາຄັນລະຫວ່າງລາວ-ຈີນ ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການໄປມາຫາສູ່ກັນຂອງປະຊາຊົນສອງຊາດ ລວມທັງນັກທ່ອງທ່ຽວຕ່າງປະເທດນັບມື້ຫຼາຍຂຶ້ນ ເປັນການເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນແບບຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງ, ຍາວນານ ຕາມທິດ 4 ດີ (ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ) ແລະ ການເປັນຄູ່ຮ່ວມຊະຕາກຳລາວ-ຈີນ, ຈີນ-ລາວ ເປັນຂີດໝາຍທີ່ມີຄວາມໝາຍສໍາຄັນໃນການຝຶກ ແລະ ພັດທະນາສີມືແຮງງານໃຫ້ຜູ້ບໍ່ມີອາຊີບ, ຜູ້ຕ້ອງການປ່ຽນອາຊີບ, ຜູ້ຫວ່າງງານ ແລະ ຜູ້ທີ່ຈະເຂົ້າສູ່ຕຳແໜ່ງງານໃໝ່ໃຫ້ແກ່ຊາວໜຸ່ມ, ລູກຫຼານ, ປະຊາຊົນຊາວແຂວງອຸດົມໄຊ ກໍຄືບັນດາແຂວງພາກເໜືອຂອງລາວໃຫ້ມີທັກສະ, ມີມາດຕະຖານສີມື ແລະ ມີລະບຽບໃນການອອກແຮງງານທີ່ດີ ສາ ມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດແຮງງານຢູ່ພາຍໃນປະເທດ ແລະ ສາມາດເຊື່ອມໂຍງກັບພາກພື້ນສາກົນ ເຮັດໃຫ້ແຮງງານພາຍໃນມີວຽກເຮັດງານທໍາທີ່ໝັ້ນຄົງ, ມີລາຍຮັບສູງຂຶ້ນ, ແກ້ໄຂຄວາມທຸກຍາກຂອງປະ ຊາຊົນ ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ໃຫ້ມີການພັດທະນາດີຂຶ້ນເທື່ອລະກ້າວ.
ທ່ານນາງ ໃບຄໍາ ຂັດທິຍະ ກ່າວວ່າ: ໂດຍເຫັນໄດ້ຄວາມສໍາຄັນຂອງສອງລັດຖະບານລາວ-ຈີນ, ໃນປີ 2017 ໄດ້ຮັບຂ່າວດີວ່າສູນພັດທະນາສີມືແຮງງານແຂວງອຸດົມໄຊ ແມ່ນໜຶ່ງໃນສິບໂຮງຮຽນທີ່ລັດຖະບານສປຈີນ ໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງ ແລະ ຝ່າຍຈີນກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ສູງ, ລັດຖະບານ ສປ ຈີນ ຍິນດີຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອກໍ່ສ້າງສູນພັດທະນາສີມືແຮງງານແຫ່ງນີ້ ເປັນການຊ່ວຍເຫຼືອທີ່ນໍາໃຊ້ຮູບແບບການກໍ່ສ້າງທີ່ຝ່າຍຈີນຮັບຜິດຊອບຄົບຊຸດ ທັງຝຶກອົບຮົມຄູຝຶກສີມືແຮງງານ, ຄູທົດສອບ, ການສະໜອງອຸປະ ກອນການຮຽນ-ການສອນ, ການປະຕິບັດງານ, ຫໍພັກຄູ, ຫໍພັກນັກຮຽນ ແລະ ສິ່ງອຳນວຍຄວາມສະດວກ ແລະ ອື່ນໆ. ພາຍຫຼັງສ້າງສຳເລັດສູນພັດທະນາສີມືແຮງງານແຫ່ງນີ້ ຈະເປັນອາຄານທີ່ທັນສະໄໝສວຍງາມ ແລະ ໄດ້ມາດຕະຖານ ຖືວ່າເປັນສູນພັດທະນາສີມືແຮງງານຂະໜາດໃຫຍ່ເປັນລະບົບຄົບຊຸດ ແລະ ທັນສະໄໝສາມາດຮອງຮັບຜູ້ເຂົ້າຝຶກຫຼາຍກວ່າ 1.200 ຄົນ.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ໄມພອນ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ