ວາງສີລາລືກການກໍ່ສ້າງຕົວເມືອງອັດສະລິຍະ (Smart city) ທີ່ເປັນຕົວແບບ ແຫ່ງ ທໍາອິດ ໃນ ສປປ ລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 04:05:55
ພິທີວາງສີລາລືກການກໍ່ສ້າງຕົວເມືອງອັດສະລິຍະ (Smart city) ເຂດນິຄົມອຸດສາຫະກຳ ເມືອງ ໄຊເສດຖາ ນະຄອນຫລວງວຽງຈັນ ຂອງກຸ່ມບໍລິສັດພົງສະຫວັນ ຈຳກັດ ໄດ້ມີຂຶ້ນໃນວັນທີ 13 ມັງກອນ 2022 ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງ, ມີທ່ານ ພົນໂທ ໄອ່ ສຸລິຍະແສງ, ປະທານ ກຸ່ມບໍລິສັດ ພົງສະຫວັນ ແລະ ຮອງປະທານກຸ່ມບໍລິສັດ ພົງສະຫວັນ ຈຳກັດພ້ອມດ້ວຍກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພບູນ ພົງສະຫວັນ ຄະນະຂາຮຸ້ນກຸ່ມ ບໍລິສັດພົງສະຫວັນ ຈຳກັດ, ຜູ້ອຳນວຍການໃຫຍ່ ທະນາຄານພົງສະຫວັນ ຈຳກັດ ກ່າວໃນພິທີວ່າ: ໂດຍອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 (2021-2025) ຂອງນະຄອນຫລວງວຽງຈັນ ທີ່ເນັ້ນໃສ່ສົ່ງເສີມ ແລະ ນໍາໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ, ສົ່ງເສີມການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ ໃຫ້ຂະຫຍາຍຕົວຕໍ່ເນື່ອງ ແລະ ມີປະສິດທິພາບ ປະສິດທິຜົນສູງ; ສ້າງພື້ນຖານການຜະລິດໃນໂຄງປະກອບເສດຖະກິດທີ່ເປັນທ່າແຮງຂອງນະຄອນຫລວງວຽງຈັນ ໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ສະອາດ ເປັນມິດກັບສິ່ງແວດລ້ອມ; ສ້າງຮູບແບບການພັດທະນາທີ່ທີ່ມີຄວາມສົມດຸ່ນ ແລະ ຄວາມຍືນຍົງ.
ພາຍຫລັງທີ່ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ສະບັບລົງວັນທີ 28 ກໍລະກົດ 2017, ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບໂຄງການຕາມຂໍ້ຕົກລົງເລກທີ 0730/ຈນວ, ລົງວັນທີ 31 ສິງຫາ 2017 ເຊິ່ງຄະນະດັ່ງກ່າວເປັນຄະນະຮັບຜິດຊອບຊີ້ນຳການລົງຕິດຕາມກວດກາ ແລະ ຊຸກຍູ້ການດຳເນີນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອເກັບກຳຂໍ້ມູນ, ອອກແບບ ແລະ ສຶກສາຄວາມເປັນໄປໄດ້ໃນການລົງທຶນພັດທະນາໂຄງການຕ່າງໆຢູ່ເຂດນິຄົມອຸດສາຫະກຳນະຄອນຫລວງວຽງຈັນ, ໂດຍໂຄງການພັດທະນາເມືອງອັດສະລິຍະ “Smart city” ນີ້ ເກີດຂຶ້ນ ໂດຍສອດຄ່ອງກັບນະໂຍບາຍພັດທະນາ ແລະ ຂະຫຍາຍຕົວເມືອງໃໝ່ ຕາມແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫລວງວຽງຈັນ ຊຶ່ງກຸ່ມບໍລິສັດພົງສະຫວັນຈໍາກັດ ໄດ້ຮັບມອບຫມາຍ ແລະ ອະນຸຍາດຈາກການນໍາພັກ-ລັດ ກໍຄືນະຄອນຫລວງວຽງຈັນ ໃຫ້ເຂົ້າມາມີສ່ວນຮ່ວມໃນການອອກແບບ ແລະ ພັດທະນາ ໂຄງການເມືອງອັດສະລິຍະ “ Smart city “ ໃນຂອບເຂດເນື້ອທີ່ 300 ເຮັກຕາ ໃນເຂດນິຄົມອຸດສາຫະກໍາ ທີ່ມີເນື້ອທີ່ທັງໝົດ 1,552 ເຮັກຕາ ຕາມບົດບັນທຶກຄວາມເຂົ້າໃຈ ທີ່ໄດ້ເຊັນຮ່ວມກັນລະຫວ່າງ ນະຄອນຫລວງວຽງຈັນ ແລະ ກຸ່ມບໍລິສັດພົງສະຫວັນ ຈຳກັດ ໃນຄັ້ງວັນທີ 28 ກໍລະກົດ 2017, ເຊິ່ງຈາກການເກັບກຳຂໍ້ມູນ ສຶກສາອອກແບບແລະ ຄິດໄລ່ງົບປະມານໃນການລົງທຶນໂຄງການແມ່ນມີມູນຄ່າທັງໝົດ 580 ລ້ານໂດລາ.
ແຜນໂຄງການນີ້ ຈະພັດທະນາເປັນ ເມືອງອັດສະລິຍະ “ Smart city “ ໂດຍໃນຂັ້ນຕອນພັດທະນາຈະແບ່ງອອກເປັນຫຼາຍໄລຍະ. ໃນໄລຍະທຳອິດ ແມ່ນການພັດທະນາໃນເນື້ອທີ່ 20 ເຮັກຕາ ເຊິ່ງທາງກຸ່ມບໍລິສັດພົງສະຫວັນຈໍາກັດ ໄດ້ມອບໝາຍວຽກງານການອອກແບບແຜນຜັງການກໍ່ສ້າງໂຄງການ ໃຫ້ແກ່ບໍລິສັດ SURBANA JURONG ຈາກປະເທດສິງກະໂປ ເຊິ່ງເປັນບໍລິສັດອອກແບບທີ່ມີຊື່ສຽງໃນລະດັບສາກົນ ໃຫ້ເປັນຜູ້ອອກແບບໂຄງການນີ້, ເຊິ່ງແຜນຈັດສັນຂອງໂຄງການພັດທະນາ ແບ່ງອອກເປັນ 6 ເຂດ ຄື :
1. ເຂດທີ່ພັກອາໄສ ແລະ ການຄ້າ,
2. ເຂດສາທາລະນະ ແລະ ຂົນສົ່ງໂດຍສານ,
3. ເຂດການຄ້າ, ໂຮງແຮມ ແລະ ບໍລິການຕ່າງໆ,
4. ເຂດການຄ້າສາກົນ,
5. ເຂດພື້ນທີ່ສີຂຽວ
6. ເຂດອຸດສາຫະກໍາຂະໜາດເບົາ.
ໂຄງການພັດທະນາເມືອງອັດສະລິຍະ “ Smart city “ ນີ້ ຈະເປັນໂຄງການ ເມືອງທັນສະໄໝ ທີ່ເປັນຕົວແບບ ແຫ່ງ ທໍາອິດ ໃນ ສປປ ລາວ, ໂດຍຂໍເລີ້ມຕົ້ນຈາກຄວາມຫມາຍ ແລະ ຄວາມສໍາຄັນຂອງຕົວເມືອງອັດສະລິຍະ “ Smart city “ ແມ່ນສ້າງເປັນສູນລວມທາງດ້ານການພັດທະນາເສດຖະກິດ, ວັດທະນາທໍາ, ຮັກສາສິ່ງແວດລ້ອມ, ສ້າງພື້ນຖານໂຄງລ່າງ ຢ່າງມີລະບົບຄົບຊຸດ, ເປັນຕົ້ນ ຖະນົນຫົນທາງ, ລະບົບນໍ້າປະປາ, ໄຟຟ້າ, ໂທລະຄົມມະນາຄົມ ແລະ ການສື່ສານ, ໂຮງຫມໍ, ໂຮງຮຽນ, ຮ້ານຄ້າ ທີ່ທັນສະໄໝ, ໂດຍການນໍາໃຊ້ເຕັກໂນໂລຢີທີ່ທັນສະໄໝ ເຂົ້າຊ່ວຍໃນຄຸ້ມຄອງ ບໍລິຫານ ຈັດການ ທີ່ມີປະສິກທິພາບ ປະສິດທິຜົນສູງ, ຕອບສະໜອງການພັດທະນາແບບສົມດຸ່ນ ແລະ ຍືນຍົງ ສອດຄ່ອງກັບຍຸດທະສາດ ແຜນພັດທະນາໄລຍະຍາວຂອງ ສປປ ລາວ ເວົ້າລວມ ກໍຄືແຜນພດທະນາຂອງນະຄອນຫລວງວຽງຈັນ ເພື່ອເຮັດໃຫ້ຊີວິດການເປັນຢູ່ ຂອງສັງຄົມລາວ ໃຫ້ດີຂຶ້ນ ໂດຍມີເປົ້າໝາຍໃຫ້ສາມາດດຶງດູດນັກທ່ອງທ່ຽວຈາກພາຍໃນ ແລະ ຕ່າງປະເທດໃຫ້ໄດ້ຫລາຍຂຶ້ນໃນໜຶ່ງຫາສອງປີຂ້າງໜ້າ, ຫລຸດຜ່ອນຄ່າຄອງຊີບພາຍໃນນະຄອນຫລວງວຽງຈັນ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນຊາວນະຄອນຫລວງວຽງຈັນມີອາຊີບທີ່ແນ່ນອນອີກດ້ວຍ.
ແຫຼ່ງ: ໜັງສືພິມ ລາວພັດທະນາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ