ວາງສີລາລຶກໂຄງການກໍ່ສ້າງອານຸສາວະລີຮູບຫຼໍ່ເຄິ່ງຄີງຂອງປະທານໄກສອນ ພົມວິຫານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 03:57:28
ຫວ່າງບໍ່ດົນມານີ້, ທ່ານ ນາງ ຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຊີ້ນໍາວຽກງານວັດທະນະທໍາ-ສັງຄົມແຂວງ ໄດ້ຮ່ວມວາງສີລາລຶກໂຄງການກໍ່ສ້າງອານຸສາວະລີຮູບຫຼໍ່ເຄິ່ງຄີງຂອງປະທານໄກສອນພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ທີ່ເດີ່ນສວນສາທາລະນະຂອງເມືອງ ໄຊພູທອງ ແຂວງສະຫວັນນະເຂດ, ມີຍາທ່ານ ທອງ ດໍາຈັນທະວົງ ເຈົ້າຄະນະ ອພສ ເມືອງໄຊພູທອງ ພ້ອມດ້ວຍການນໍາຂັ້ນສູງຂອງເມືອງ ແລະ ຜູ້ທີ່ມີຈິດໃຈເຫຼື້ອມໃສສັດທາເຂົ້າຮ່ວມ
ໃນພິທີ ທ່ານ ນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ ໄດ້ຂຶ້ນລາຍງານໃນພິທີວາງສີລາລຶກໂຄງການກໍ່ສ້າງອານຸສາວະລີຮູບຫຼໍ່ເຄິ່ງຄີງຂອງປະທານໄກສອນພົມວິຫານ ຜູ້ນໍາທີ່ແສນຄົບລົບຮັກຂອງປວງຊົນລາວທັງຊາດ ທີ່ເປັນບັນພະບູລຸດ ທີ່ມີຄວາມອົງອາດກ້າຫານ ກອບກູ້ເອົາເອກະລາດ ປະຊາທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນມາສູ່ປະຊາຊົນບັນດາເຜົ່າ ໄດ້ຮໍ່າຮຽນເອົາຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ຜູ້ທີ່ອຸທິດຕົນ ເພື່ອພາລະກິດປະຕິວັດ ປົດປ່ອຍຊາດ ແລະ ປະຊາຊົນບັນດາເຜົ່າ, ເພີ່ນໄດ້ສຸມສະຕິປັນຍາຄວາມຮູ້-ຄວາມສາມາດ ແລະ ຄວາມສະຫຼາດສະຫຼຽວຂອງຕົນຢ່າງບໍ່ຮູ້ອິດເມື່ອຍໃນພາລະກິດກອບກູ້ເອກະລາດຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ທີ່ຍືດເຍື້ອຍາວນານ, ທັງເປັນຜູ້ກໍ່ຕັ້ງກອງລາດຊະວົງ ຊຶ່ງເປັນຕົ້ນກໍາເນີດຂອງກອງທັບປະຊາຊົນລາວ ແລະ ເປັນຜູ້ສ້າງຕັ້ງພັກປະຊາຊົນລາວ ຫຼື ພັກ ປະຊາຊົນ ປະຕິວັດລາວ ໃນປັດຈຸບັນ.
ສໍາລັບໂຄງການກໍ່ສ້າງອານຸສາວະລີຂອງປະທານໄກສອນ ພົມວິຫານ ແມ່ນຈະໄດ້ລົງມືກໍ່ສ້າງຕາມແຜນຜັງ,ເຕັກນິິກວິຊາການ, ຂະໜາດຮູບຫຼໍ່ເຄິ່ງຄີງສູງ 0,75 ແມັດ ຂອງປະທານໄກສອນ ພົມວິຫານ ແລະ ປະກອບມິການການຕົບແຕ່ງປະດັບປະດາຖືກກັບການກໍານົດຂອງອານຸສອນສະຖານສູນກາງກໍານົດອອກໃນທົ່ວປະເທດ, ສ່ວນໂຄງສ້າງເສດຕະສັດປະກອບມີລະບົບໄຟຟ້າ, ນໍ້າປະປາ, ມີຮົ້ວອ້ອມຮອບ ແລະ ໜ້າວຽກອື່ນໆ. ສ່ວນງົບປະມານຂອງແຂວງປະກອບ 300 ລ້ານກີບ ແລະ ທຶນປະກອບສ່ວນຈາກການຈັດງານບຸນຜ້າປ່າສາມັກຄີພາຍໃນເມືອງ ຈໍານວນ 84,550,000 ກີບ.
(ຂ່າວ: ສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ