ມ.ສ ລຽວໂຕວ໌ ກຽມສ້າງອາຄານຫຼັງໃໝ່ບັນຈຸນັກຮຽນໄດ້ 1.200 ກວ່າຄົນ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 03:37:18
11 ກຸມພາ 2022 ນີ້ ທີ່ໂຮງຮຽນ ມ.ສ ລຽວໂຕວ໌ ນະຄອນຫຼວງວຽງຈັນ ໄດ້ມີພິທີວາງສີລາລຶກ ໂຄງການປຸກສ້າງອາຄານຮຽນໃໝ່ທີ່ໃຫຍ່ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສົມປະສົງ ຈັນທະວົງ ຕາງໜ້າໂຮງຮຽນ ມ.ສ ລຽວໂຕວ໌, ທ່ານ ເລັ່ງ ສະຫວັນວາລີ ຕາງໜ້າຜູ້ອາວຸໂສຊາວຈີນ ແລະຄະນະກໍາມະການປຸກສ້າງ, ທ່ານ ທອງດີ ແກ້ວມະນີທອງ ຫົວໜ້າພະແນກສຶກສານະຄອນຫຼວງວຽງຈັນ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ເລັ່ງ ສະຫວັນວາລີ ໄດ້ກ່າວວ່າ: ທຶນປຸກສ້າງອາຄານໃໝ່ຫຼັງນີ້ລວມມີ 800.000 ໂດລາສະຫະລັດ ຫຼື 9 ຕື້ກວ່າກີບ,ໄດ້ຮັບການປຸກລະດົມມາໄດ້ຫຼາຍປີແລ້ວຈາກລູກສິດເກົ່າຂອງໂຮງຮຽນລຽວໂຕວ໌ທີ່ຢູ່ລາວ ແລະຕ່າງປະເທດ ລວມເຖິງປະຊາຊົນທົ່ວໄປໃນສັງຄົມ.ນອກນັ້ນ, ລັດຖະບານຈີນຍັງຈະຊ່ວຍເຫຼືອອຸປະກອນການຮຽນ,ລວມເຖິງສົ່ງຄູອາຈານສອນມາຊ່ວຍເຫຼືອຕື່ມອີກ.ປັດຈຸບັນໂຮງຮຽນລຽວໂຕວ໌ມີນັກສຶກສາ 3000 ກວ່າຄົນ, ລູກຫຼານນັກຮຽນລາວມີ 2000 ກວ່າຄົນ ເຫຼືອນັ້ນແມ່ນນັກຮຽນຕ່າງປະເທດ.
ທ່ານ ສະໝານ ບົວຜາວົງ ອາຈານໂຮງຮຽນ ມ.ສ ລຽວໂຕວ໌ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ພວກເຮົາຮູ້ສຶກດີໃຈຫຼາຍເພາະພວກເຮົາໄດ້ຄອງຄອຍມາເປັນເວລາຫຼາຍປີ.ຫາກສ້າງສຳເລັດອາຄານ
ໃໝ່ຫຼັງນີ້ຈະສາມາດຮັບນັກຮຽນໄດ້ອີກ1.000 ກວ່າຄົນ ເຊິ່ງຈະເປັນໂຮງຮຽນຈີນທີ່ໃຫຍ່ທີ່ສຸດໃນປະເທດລາວ.ອັນນີ້ກໍຖືວ່າເປັນສິ່ງທີ່ທ້າທາຍແລະພວກເຮົາຕ້ອງໄດ້ສຸມກຳລັງເພື່ອເຮັດໃຫ້ໄດ້,ເມື່ອມີອາຄານຮຽນດີແລ້ວພວກເຮົາກໍຕ້ອງມີຄວາມຮູ້ຄວາມສາມາດໄປສິດສອນເພື່ອໃຫ້ເກີດດອກອອກຜົນໃຫ້ສົມກັບນັກຮຽນຢາກມາຮຽນກັບພວກເຮົາ.
ໂອກາດນີ້, ຜູ້ປົກຄອງນັກຮຽນໄດ້ໃຫ້ສໍາພາດຕໍ່ນັກຂ່າວ CRI ວ່າ: ໂຮງຮຽນນີ້ເປັນໂຮງຮຽນສອນ2ພາສາກໍຄື: ພາສາລາວ ແລະພາສາຈີນ ເຊິ່ງທາງຄອບຄົວກໍ່ມີຈຸດປະສົງຢາກໃຫ້ລູກຫຼານໄດ້ຮຽນພາສາຈີນ. ເພາະພາສາຈີນໃນທຸກມື້ນີ້ກໍເປັນພາສາສາກົນພາສາໜຶ່ງຂອງໂລກທີ່ມີຄົນໃຊ້ຫຼາຍ ແລະນອກຈາກຈະຮຽນ 2 ພາສາເປັນຫຼັກແລ້ວ ກໍ່ຍັງມີພາສາອັງກິດເພີ່ມອີກ. ແຕ່ສໍາລັບພາສາອັງກິດແມ່ນ ປ3 ຈຶ່ງຈະໄດ້ຮຽນ ແລະນີ້ກໍເທົ່າກັບວ່າໄດ້ຮຽນ3ພາສາ.ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ ແລະລູກທີ່ມາຮຽນຢູ່ນີ້ກໍມີຄວາມດີໃຈຫຼາຍທີ່ຈະໄດ້ມີຕຶກອາຄານໃໝ່, ເດີ່ນໂຮງຮຽນກໍກວ້າງຂວາງ. ໃນອະນາຄົດຢາກເຊີນຊວນລູກຫຼານໃຫ້ເຂົ້າມາຮຽນຢູ່ໂຮງຮຽນແຫ່ງນີ້ ເພາະວ່າທາງໂຮງຮຽນແມ່ນມີການຮັບປະກັນເລື່ອງການສອນທີ່ໄດ້ມາດຕະຖານ, ຄູ-ອາຈານ ສອນກໍມີຄຸນນະພາບມີທັງຄູ່ສອນຄົນຈີນແລະລາວ.
ອີງຕາມຂໍ້ມູນໃຫ້ຮູ້ວ່າ: ອາຄານຮຽນຫຼັງໃໝ່ນີ້ມີ 4 ຊັ້ນ, 28 ຫ້ອງຮຽນ,ກວມເອົາເນື້ອທີ່ 3.400 ຕາຕະລາງແມັດ ເຊິ່ງຜູ້ຮັບເໝົາກໍ່ເປັນບໍລິສັດຄົນລາວ,ກຳນົດເວລາການກໍ່ສ້າງໃຫ້ສຳເລັດຕາມສັນຍາແມ່ນ 1 ປີ, ໃນອາຄານຫຼັງນີ້ປະກອບມີອະນຸບານຈົນຮອດມັດທະຍົມຕອນປາຍ ແລະໃນອະນາຄົດຍັງຈະມີແຜນສ້າງມະຫາວິທະຍາໄລຕື່ມອີກ,ຊຶ່ງຈະເປັນເງື່ອນໄຂດີໃຫ້ແກ່ຜູ້ປົກຄອງເດັກແລະນັກຮຽນເອງທີ່ສົນໃຈຢາກຮຽນຢູ່ພາຍໃນປະເທດ.
ແຫຼ່ງ: ຊີອາໄອ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ