ພິທີວາງສີລາລຶກກໍ່ສ້າງສາຍສົ່ງໄຟຟ້າ 115/22 ກິໂລໂວນ.
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 03:32:07
ວັນທີ 21 ພະຈິກນີ້, ທີ່ສະຖານີໄຟຟ້ານາໄຫ ນະຄອນຫຼວງວຽງຈັນ, ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ Wang Wentien ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ສປ ຈີນ ປະຈຳລາວ, ທ່ານ ໂຈງຢຽນໜິງ ຜູ້ອຳນວຍການໃຫຍ່ບໍລິສັດ TBEA, ພ້ອມນັ້ນ ຍັງມີທູດເສດຖະກິດ ແລະ ການຄ້າ ສປ ຈີນ ປະຈຳລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ດວງສີ ພາຣາຍົກ ຮອງຜູ້ອຳນວຍການໃຫຍ່ ບໍລິສັດໄຟຟ້າລາວ (ຟຟລ) ກ່າວວ່າ: ໂຄງການກໍ່ສ້າງສາຍສົ່ງ ແລະ ສະຖານີໄຟຟ້າ 115/22 ກິໂລໂວນ ນາໄຫ-ດົງໂພສີ ແມ່ນແຜນງານໜຶ່ງທີ່ສຳຄັນ ແລະ ນອນຢູ່ໃນແຜນແມ່ບົດ ເພື່ອພັດທະນາລະບົບໄຟຟ້າຢູ່ປະເທດລາວ ແຕ່ນີ້ຮອດປີ 2030 ແນໃສ່ສ້າງເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ເພື່ອເຮັດໃຫ້ຂະແໜພະລັງງານໄຟຟ້າໄດ້ຮັບການຈັດຕັ້ງປະຕິບັດດ້ວຍຈັງຫວະທີ່ຕໍ່ເນື່ອງ ແລະ ໝັ້ນທ່ຽງ ກາຍເປັນກຳລັງແຮງເພື່ອຍູ້ການຂັບເຄື່ອນເສດຖະກິດແຫ່ງຊາດທັງໃນສະເພາະໜ້າ ແລະ ໄລຍະຍາວ, ປະກອບສ່ວນສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການພັດທະນາປະເທດຊາດກ້າວຂຶ້ນຕາມທິດສັງຄົມນິຍົມ, ພ້ອມນັ້ນ ໂຄງການດັ່ງກ່າວຍັງເປັນໂຄງການໜຶ່ງທີ່ສະໜອງພະລັງງານໄຟຟ້າໃຫ້ຂົງເຂດນະຄອນຫຼວງວຽງຈັນດ້ານໃຕ້, ພ້ອມກັບເຂດເສດຖະກິດໃໝ່ ແລະ ເຂດອຸດສາຫະກຳບໍລິເວນໃກ້ຄຽງ ທີ່ກວມເອົາສອງເມືອງຄື: ຫາດຊາຍຟອງ ແລະເມືອງໄຊເສດຖາ, ໂດຍການກໍ່ສ້າງສາຍສົ່ງ 115 ກິໂລໂວນ ຈາກສະຖານີດົງໂພສີ ຫາ ສະຖານີນາໄຫ ມີໄລຍະ 10 ກິໂລແມັດ, ໃນນີ້ ສະເພາະສະຖານີນາໄຫ ຊຶ່ງເປັນສະຖານີໃໝ່ທີ່ມີກຳລັງຕິດຕັ້ງ ລວມທັງໝົດ 100 ເມກາວັດອຳເປ (MVA) ແລະ ສະຖານີດົງໂພສີ ແມ່ນສ້າງ Bays 115 ກິໂລໂວນ 4 Bays ພ້ອມອຸປະກອນ ແລະ ເຄື່ອງອື່ນໆຄົບຊຸດ ລວມມູນຄ່າທັງໝົດ 76 ລ້ານໂດລາ ຊຶ່ງເປັນເງິນກູ້ນະໂຍບາຍພິເສດຈາກທະນາຄານ Exim Bank of China.
ໂອກາດດຽວກັນນັ້ນ ທ່ານ ຄຳມະນີ ອິນທິລາດ ກໍໄດ້ມີຄຳເຫັນບາງຕອນຊີ້ອອກ ວ່າ: ໃນຊຸມປີຜ່ານມາ, ກະຊວງພະລັງງານ ແລະ ບໍ່ແຮ່ໃນຖານະທີ່ເປັນເສນາທິການໃຫ້ແກ່ລັດຖະບານ ກໍໄດ້ວາງວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາອຸດສາຫະກຳພະລັງງານໄຟຟ້າ ໂດຍສະເພາະການຂຸດຄົ້ນທ່າແຮງບົ່ມຊ້ອນແຫຼ່ງນ້ຳທຳມະຊາດເພື່ອຜະລິດ ແລະ ສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການໃນການຊົມໃຊ້ຢູ່ພາຍໃນປະເທດ ແລະ ເພີ່ມທະວີການສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ, ບົນພື້ນຖານຮັບປະກັນການພັດທະນາພະລັງງານໄຟຟ້າ ທີ່ເປັນມິດກັບສິ່ງແວດລ້ອມ, ຜະລິດພະລັງງານທີ່ສະອາດ, ມີລັກສະນະຍືນຍົງ ແລະ ສູ້ຊົນເພື່ອເຮັດໃຫ້ ສປປ ລາວ ກາຍເປັນໃຈກາງດ້ານພະລັງງານຂອງອາຊຽນເທື່ອລະກ້າວ, ມາຮອດປະຈຸບັນລາວ ມີເຂື່ອນຜະລິດພະລັງງານໄຟຟ້າ ທັງໝົດ 47 ແຫ່ງ, ດ້ວຍກຳລັງຕິດຕັ້ງ 6.465 ເມກາວັດ ແລະ ສາມາດຜະລິດພະລັງງານໄຟຟ້າໄດ້ເຖິງ 35.120 ກິກະວັດໂມງຕໍ່ປີ, ພ້ອມນັ້ນ ຍັງມີ 53 ແຫ່ງ ທີ່ກໍາລັງກໍ່ສ້າງ, ຊຶ່ງຄາດວ່າຮອດປີ 2020-2021 ທີ່ຈະມາເຖິງ ລາວຈະມີແຫຼ່ງຜະລິດພະລັງງານໄຟຟ້າທັງໝົດ 100 ແຫ່ງ ດ້ວຍກໍາລັງຕິດຕັ້ງ 13.120 ເມກາວັດ ແລະ ມີກຳລັງການຜະລິດ 66.944 ກິໂລວັດໂມງຕໍ່ປີ, ໃນນັ້ນ 85% ແມ່ນສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ, ສະນັ້ນ ຖ້າໂຄງການນີ້ສຳເລັດກໍ່ຈະກາຍເປັນສ່ວນປະກອບທີ່ສຳຄັນ ແລະ ເປັນພື້ນຖານເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ໃນຂອບເຂດນະຄອນຫຼວງວຽງຈັນ ຊຶ່ງເປັນເຂດຍຸດທະສາດທີ່ສໍາຄັນໃນການຜະລິດກະສິກໍາ, ອຸດສາຫະກຳ, ການຜະລິດເປັນສິນຄ້າ, ເຂດໃຫ້ບໍລິການ ແລະ ອື່ນໆ ໃຫ້ມີຄວາມສະດວກ, ເພາະໂຄງການດັ່ງກ່າວ ຈະເນັ້ນຜ່ານເຂດຊຸມຊົນທີ່ເປັນເຂດພວມພັດທະນາໃນທຸກດ້ານຂອງເຂດເມືອງຫາດຊາຍຟອງ ເພື່ອຮັບປະກັນທາງດ້ານກະສິກຳແບບຄົບວົງຈອນ, ດ້ານອຸດສາຫະກຳ, ການຂົນສົ່ງ, ການປຸງແຕ່ງ, ການບໍລິການ ແລະ ອື່ນໆ ທີ່ພວມຂະຫຍາຍຕົວຢ່າງວ່ອງໄວຢູ່ໃນປະຈຸບັນນີ້.
ແຫຼ່ງ: ຊີອາໄອ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ