ວາງສີລາລຶກ ໂຄງການກໍ່ສ້າງສໍານັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-04 03:23:43
ໂດຍປະຕິບັດຕາມແຜນການເຄື່ອນໄຫວຈັດຕັ້ງງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2, ດັ່ງນັ້ນ ໃນວັນທີ 23 ຕຸລາ ນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານວັນຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ໄດ້ເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງສໍານັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ, ເຊິ່ງເປັນຂອງຂວັນຈາກກອງທັບປະຊາຊົນຫວຽດນາມ.
ໃນພິທີ, ສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄຸນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ຫົວພັນ ໄດ້ລາຍງານ ໃຫ້ຮູ້ວ່າ: ກອງຮ້ອຍທະຫານຊາຍແດນ 214 ປະກາດສ້າງຕັ້ງຂຶ້ນໃນວັນ 24 ສິງຫາ 2011 ເຊິ່ງໃນເມື່ອ ກ່ອນເປັນກອງຮ້ອຍປ້ອງກັນຊາຍແດນ ຂຶ້ນກັບກອງບັນຊາການທະຫານເມືອງສົບເບົາ. ຕໍ່ມາໃນປີ 2012 ກົມໃຫຍ່ເສນາທິການກອງທັບ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 1026/ກສນ, ລົງວັນທີ 16 ກໍລະກົດ 2012 ວ່າດ້ວຍການຫັນເອົາກອງຮ້ອຍປ້ອງກັນຊາຍແດນ ຂອງບັນດາເມືອງລຽບຕາມຊາຍແດນ ມາເປັນກອງຮ້ອຍທະຫານຊາຍແດນ ຂຶ້ນກັບກອງບັນຊາການທະຫານແຂວງ, ສະນັ້ນ ກອງບັນຊາການທະຫານແຂວງຫົວພັນ ຈິ່ງຕົກລົງຫັນເອົາກອງຮ້ອຍທະຫານຊາຍແດນຈຳນວນ 08 ກອງຮ້ອຍ ມາເປັນກອງຮ້ອຍທະຫານຊາຍແດນ ຂື້ນກັບກອງບັນຊາການທະຫານແຂວງ, ຊຶ່ງກອງຮ້ອຍທະຫານຊາຍແດນ 214 ກໍ່ແມ່ນໜຶ່ງ ໃນ 08 ກົມກອງ ດັ່ງກ່າວ ເຊິ່ງມີສໍານັກຕັ້ງຢູ່ບ້ານປ້ອງ, ເມືອງສົບເບົາ, ແຂວງຫົວພັນ ເພື່ອຮັບປະກັນໃຫ້ແກ່ການຊີ້ນໍາບັນຊາ ກໍາລັງເຮັດໜ້າທີ່ເຄື່ອນໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ໃຫ້ມີປະສິດທິຜົນ, ປະກອບສ່ວນສ້າງຊາຍແດນລາວ-ຫວຽດນາມ ໃຫ້ເປັນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ.
ໃນໂອກາດດັ່ງກ່າວ, ສະຫາຍ ພົນເອກ ຟານວັນຢາງ ໄດ້ມີຄຳເຫັນຕໍ່ພິທີວ່າ: ໂຄງການກໍ່ສ້າງສຳນັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ, ແມ່ນໂຄງການໜຶ່ງທີ່ເປັນສັນຍາລັກ ລະຫວ່າງສອງກະຊວງປ້ອງກັນປະເທດ ທີ່ໄດ້ຮ່ວມມືຜັນຂະຫຍາຍໄດ້ໄລຍະທີ່ຜ່ານມາ. ສະແດງອອກເຖິງໄມຕີຈິດ, ມິດຕະພາບ ຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍສະເພາະແມ່ນວຽກງານການຮ່ວມມືປົກປັກຮັກສາຊາຍແດນ ເພື່ອຮັບປະກັນຄວາມໝັ້ນຄົງ ທາງດ້ານການເມືອງ, ສັງຄົມຢູ່ເຂດຊາຍແດນມີຄວາມເຂັ້ມແຂງ, ສ້າງເງື່ອນໄຂຄວາມສະດວກ, ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການຂົນສົ່ງສິນຄ້າ ແລະ ພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ. ເວົ້າສະເພາະກໍ່ຄືກໍາລັງຄຸ້ມຄອງປ້ອງກັນຊາຍແດນລາວ-ຫວຽດນາມ ເປັນການສ້າງເງື່ອນໄຂຄວາມສະດວກໃຫ້ແກ່ພະນັກງານ-ນັກຮົບ ເຮັດສໍາເລັດໜ້າທີ່ ທີ່ພັກ- ລັດ, ປະຊາຊົນ ແລະ ກອງທັບ ມອບໝາຍໃຫ້.
ຈາກນັ້ນ, ສອງລັດຖະມົນຕີກະຊວງປ້ອງກັນປະເທດລາວ-ຫວຽດນາມ ກໍ່ໄດ້ໃຫ້ກຽດຂຶ້ນມອບຂອງຂວັນທີ່ລະນຶກ ໃຫ້ກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ ແລະ ກົດປຸ່ມ ເພື່ອວາງສີລາລຶກ ໂຄງການກໍ່ສ້າງສໍານັກກອງຮ້ອຍດັ່ງກ່າວຢ່າງເປັນທາງການ.
ໂດຍ: ເຄນໄຊ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ