ສປ ຈິນຊ່ວຍເຫຼືອ ສປປ ລາວກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 17:39:18
ສະຖານບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ຂອງ ສປປ ລາວໄດ້ເລີ່ມກໍ່ສ້າງຂຶ້ນຢ່າງເປັນທາງການ ໂດຍມີພິທີວາງສີລາລຶກໂຄງການກໍ່ສ້າງສະຖາບັນດັ່ງກ່າວໃນວັນທີ 25 ເມສາ 2022 ທີ່ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະການສື່ສານ ແລະທ່ານ ຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ພ້ອມດ້ວຍບັນດາຄະນະກໍາມະການຮ່ວມມືລາວ-ຈີນ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບໍ່ວຽງຄໍາ ວົງດາລາ ໄດ້ຕາງໜ້າລັດຖະບານລາວກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ພັກລັດ ແລະປະຊາຊົນຈີນອ້າຍນ້ອງຄູ່ຮ່ວມຊາຕາກໍາ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອຢ່າງຈິງໃຈ ຕໍ່ລັດຖະບານລາວ, ເວົ້າລວມກໍ່ຄື ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານຫຼັງໃໝ່ນີ້. ທ່ານລັດຖະມົນຕີເວົ້າອີກວ່າ: ໂຄງການກໍ່ສ້າງສະຖາບັນດັ່ງກ່າວມີຄວາມສໍາຄັນຫຼາຍຕໍ່ປະເທດລາວ ເພາະວ່າປັດຈຸບັນນີ້, ລັດຖະບານລາວກໍາລັງເອົາໃຈໃສ່ຕໍ່ການຫັນປະເທດເຂົ້າສູ່ລະບົບເປັນດີຈິຕອນ (Digital) ແຕ່, ວຽກງານການພັດທະນາດັ່ງກ່າວພັດມີຄວາມຫຍຸ້ງຍາກຫຼາຍດ້ານ. ສະນັ້ນ, ໂຄງການກໍ່ສ້າງດັ່ງກ່າວໄດ້ສ້າງເງື່ອນໄຂທີ່ດີຕໍ່ການການພັດທະນາຊັບພະຍາກອນມະນຸດແບບຍືນຍົງໃຫ້ແກ່ ສປປ ລາວ.
ໂອກາດດຽວກັນທ່ານເອກອັກຄະລັດຖະທູດຈີນປະຈໍາລາວໄດ້ກ່າວວ່າ: ປະເທດລາວມີທ່າແຮງທາງດ້ານຊັບພະຍາກອນຫຼາຍຢ່າງທີ່ບົ່ມຊ້ອນ ແຕ່ຫາກມີອຸປະສັກເລັກໜ້ອຍຕໍ່ການພັດທະນາ, ສະນັ້ນ, ປະເທດຈີນໄດ້ມີການຮ່ວມມືກັບປະເທດລາວ ເພື່ອເພີ່ມຂີດຄວາມສາມາດ ເຮັດໃຫ້ປະເທດລາວສາມາດພັດທະນາດ້ວຍຕົນເອງ ໂດຍສະເພາະໂຄງການທາງລົດໄຟລາວ-ຈີນ, ທາງດ່ວນລາວ-ຈີນ ທີ່ຊ່ວຍໃນການພັດທະນາດ້ານກະສິກໍາໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ ແລະໂຄງການອື່ນໆອີກ. ອັນທີ່ສໍາຄັນທີ່ສຸດ ແມ່ນການຫັນຄວາມສາມາດບົ່ມຊ້ອນ ໃຫ້ກາຍເປັນຜົນປະໂຫຍອັນແທ້ຈິງມາສູ່ປະຊາຊົນ.
ໂຄງການສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນເປັນການຈັດຕັ້ງປະຕິບັດຕາມແນວຄິດລິເລີ່ມຂອງ “ຫນຶ່ງແລວຫນຶ່ງເສັ້ນທາງ” ແຫ່ງ ສປ ຈີນ ແລະເປັນໂຄງການທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ເຊິ່ງໄດ້ອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີເປັນອາຄານ 5 ຊັ້ນ ຈໍານວນ 1 ຫຼັງ, ໃນເນື້ອທີ່ 5.000 ກວ່າຕາແມັດ ປະກອບດ້ວຍຫ້ອງຮຽນ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະຫມຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ ລວມເຖິງອຸປະກອນການຮຽນ-ການສອນທີ່ຈໍາເປັນ ແລະອື່ນໆ. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ, ຄູອາຈານ ແລະນັກສຶກສາຈໍານວນ 312 ຄົນ ຈະໄດ້ຮັບການຝຶກອົບຮົມ ແລະສອບເສັງວັດລະດັບໃນ 4 ຫຼັກສູດ ເພື່ອກຽມພ້ອມຮອງຮັບໃນການເປີດສະຖາບັນ. ຄາດວ່າການກໍ່ສ້າງຈະສໍາເລັດພາຍໃນ 20 ເດືອນ.
ແຫຼ່ງ: ຊີອາໄອ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ