ນາຍົກລັດຖະມົນຕີ ລາວ ແລະ ຈີນ ເຂົ້າຮ່ວມເປີດປ້າຍສຳເລັດການກໍ່ສ້າງອາຄານ ໂຮງໝໍມະໂຫສົດ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-04 00:32:30
ໃນວັນທີ 12 ຕຸລາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີ ເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມີບັນດາ ລັດຖະມົນຕີ ຮອງລັດຖະມົນຕີຫົວໜ້າກົມຮອງກົມກະຊວງກ່ຽວຂ້ອງ, ທູດຈີນ ປະຈຳ ລາວ ພ້ອມດ້ວຍແຂກຖືກເຊີນທັງ ລາວ ແລະ ຈີນ ເຂົ້າຮ່ວມ.
ທ່ານ ຫຼີ ສຽງ ຂຶ້ນກ່າວສະແດງຄວາມຊົມເຊີຍມາຍັງຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ໃນປີ 2017 ການນຳສູງສຸດຂອງຈີນ ແລະ ລາວໄດ້ວາງສີລາລຶກໂຄງການດ້ວຍຄວາມເອົາໃຈໃສ່ຂອງສອງປະເທດ ຜ່ານຜ່າຄວາມຫຍຸ້ງຍາກນາໆປະການມາຮອດປັດຈຸບັນ ເຮັດໃຫ້ການກໍ່ສ້າງອາຄານໂຮງໝໍມະໂຫສົດສຳເລັດ ເຊິ່ງໂຮງໝໍແຫ່ງນີ້ໄດ້ກາຍມາເປັນໂຮງໝໍກວມລວມ ແລະ ມີຄວາມທັນສະໄໝ ເປັນບ່ອນສຶກສາການແພດທີ່ໃຫຍ່ທີ່ສຸດ ແລະ ເງື່ອນໄຂດີທີ່ສຸດໃນທົ່ວປະເທດລາວ, ມີບົດດບາດສຳຄັນໃນການປິ່ນປົວ ແລະ ສ້າງຜົນປະໂຫຍດຫຼາຍສຸດໃຫ້ປະຊາຊົນລາວບັນດາເຜົ່າ. ອາຄານໂຮງໝໍມີຄວາມສວຍງາມປະສົມປະສານກັບວັດທະນະທຳ ລາວ-ຈີນ ແລະ ສະແດງໃຫ້ເຫັນເຖິງມິດຕະພາບ ລາວ-ຈີນຈົ່ງໝັ້ນຍືນ ເປັນໜຶ່ງໃນໂຄງການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ລະຫວ່າງ ຈີນ ກັບ ລາວ ໃນຜ່ານມາພາຍໃຕ້ການຊີ້ນຳແຜນຍຸດທະສາດ ຂອງສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ປະທານປະເທດຈີນ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ປະທານປະເທດລາວ ສອງປະເທດພວກເຮົາໄດ້ພ້ອມກັນສ້າງສາ ຄູ່ຮ່ວມຊາຕາກຳ ຈີນ-ລາວ ແລະ ລາວ-ຈີນ ທີ່ໄດ້ມາດຕະຖານສູງ ຄຸນນະພາບສູງ ແລະ ລະດັບສູງ ໄດ້ເພີ່ມທະວີການເຊື່ອມໂຍງທາງດ້ານຍຸດທະສາດ ພະຍາຍາມສ້າງໂຄງການພື້ນຖານໂຄງລ່າງເປັນຈຳນວນຫຼາຍ ເຊິ່ງໄດ້ປະກອບສ່ວນເຂົ້າໃນຊຸກຍູ້ພັດທະນາເສດຖະກິດ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ.
ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກລັດຖະບານ ແລະ ປະ ຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດແຫ່ງນີ້, ໂຮງໝໍມະໂຫສົດ ເປັນໂຮງໝໍທີ່ມີປະຫວັດສາດອັນຍາວນານ ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງລາວ ນັບແຕ່ມີການສ້າງຕັ້ງໂຮງ ໝໍປີ 1903 ແລະ ໄດ້ຖືກກໍານົດເປັນໂຮງໝໍສູນກາງນັບແຕ່ສະຖາປະນາ ສປປ ລາວ ປີ 1975 ເປັນຕົ້ນມາ ໂຮງໝໍແຫ່ງນີ້ໄດ້ກາຍເປັນສະຖານທີ່ອັນສໍາຄັນ ໃນການຮັກສາປິ່ນປົວຄົນເຈັບຂອງລາວ ເຊິ່ງລວມທັງຄົນລາວ ແລະ ຄົນຕ່າງປະເທດ ຖືເປັນໜຶ່ງໃນໂຮງໝໍສູນກາງທີ່ສໍາຄັນທີ່ສຸດຂອງປະເທດລາວ ພາຍໃຕ້ນະໂຍບາຍການຊ່ວຍເຫຼືອລ້າຂອງພັກ ແລະ ລັດຖະບານຈີນທີ່ເນັ້ນໃສ່ຊ່ວຍເຫຼືອໃນການປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການແກ້ໄຂຄວາມທຸກຍາກ ລັດຖະບານຈີນ ໄດ້ກໍານົດເອົາໂຄງການກໍ່ສ້າງປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດ ເປັນໂຄງການຊ່ວຍເຫຼືອລ້າ ເຊິ່ງໄດ້ວາງສີລາລຶກໂຄງການໃນເດືອນ ພະຈິກ 2017 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດລາວ ໃນເວລານັ້ນໂຄງການເປັນໂຄງການທີ່ມີມູນຄ່າຊ່ວຍເຫຼືອລ້າທີ່ສູງທີ່ສຸດ ຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດທີ່ ລາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນ ຂ້າພະເຈົ້າເຊື່ອວ່າພາຍຫຼັງໂຄງການສໍາເລັດຈະກາຍເປັນສະຖານທີ່ການປິ່ນປົວ ຮັກສາຄົນເຈັບທີ່ທັນສະໄໝທີ່ສຸດ ລະບົບວິທະຍາການປິ່ນປົວທີ່ຄົບຊຸດທີ່ສຸດ ທັງມີປະສິດທິຜົນສູງທີ່ສຸດ ໃນການຮັບໃຊ້ປະຊາຊົນ ທັງກາຍເປັນສັນຍາລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືຂອງສອງຊາດລາວ ແລະ ຈີນ ນໍາອີກ.
ພ້ອມນີ້ ທ່ານສະແດງຄວາມຫວັງວ່າລັດຖະບານຈີນ ຈະສືບ ຕໍ່ໃຫ້ສະໜັບສະໜັນຊ່ວຍເຫຼືອການພັດທະນາເສດຖະກິດ- ສັງຄົມຂອງລາວໃນຖານະທີ່ເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ບົນຈິດໃຈ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ ຮ່ວມ ກັນ ສະເພາະວຽກງານສາທາລະນະສຸກ ນອກຈາກການຍົກລະດັບດ້ານໂຄງລ່າງພື້ນຖານ ແລະ ອຸປະກອນເຄື່ອງມີແລ້ວ ການຍົກລະດັບຂີດຄວາມສາມາດດ້ານບຸກຄະລາກອນການແພດ ໃຫ້ສົມຄູ່ ຍັງແມ່ນບັນຫາສໍາຄັນທີ່ຕ້ອງໄດ້ເອົາໃຈໃສ່ ສະນັ້ນເພື່ອຮັບປະກັນການປົກປັກຮັກສາ ແລະ ນໍາໃຊ້ຢ່າງມີປະສິດທິຜົນສູງ ແລະ ຍືນຍົງນັ້ນ ຫວັງວ່າຈະໄດ້ຮັບການສະໜັບສະໜູນຈາກສະຫາຍຈີນ ຕື່ມອີກ ເຊິ່ງລວມທັງໃຫ້ໂຮງໝໍຕ່າງໆຂອງສອງປະເທດ ໃຫ້ມີໂອກາດໃນການຮ່ວມມືກັນດ້ານວິຊາການ ຍົກລະດັບບຸກຄະລາກອນການຄຸ້ມຄອງ ແລະ ເຕັກນິກການປິ່ນປົວຮັກສາໃຫ້ນັບມືນັບຫຼາຍຂຶ້ນ, ພ້ອມທັງສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ມອບຂອງຂວັນອັນລໍ້າຄ່ານີ້ໃຫ້ປະຊາຊົນລາວ.
-----
©LNR
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ