ຫໍຫຼັກເມືອງ ແຂວງບໍ່ແກ້ວ ແມ່ນມີຄວາມໝາຍສໍາຄັນ ໃນການສ້າງສາພັດທະນາ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2025-05-03 23:02:12
# ຫໍຫຼັກເມືອງ ແຂວງບໍ່ແກ້ວ ແມ່ນມີຄວາມໝາຍ, ຄວາມສໍາຄັນ ເຊິ່ງເປັນນິມິດຫມາຍໃນການສ້າງສາພັດທະນາປະເທດຊາດ ກໍຄື ແຂວງບໍ່ແກ້ວ.ໂຄງສ້າງມີຄວາມກ້ວາງ 14 ແມັດ, ສູງ 16 ແມັດ ມີລັກສະນະຮູບຊົງທາງດ້ານສະຖາປັດຕະຍະກຳຂອງອານາຈັກເມືອງເກົ່າສຸວັນນະໂຄມຄຳ, ເຊິ່ງເສົາຫລັກເມືອງມີຂະໜາດ ເທົ່າໜຶ່ງວາ ຂອງທ່ານເຈົ້າແຂວງບໍ່ແກ້ວ.ໄດ້ຄວັດແກະສະລັກດ້ວຍໄມ້ດູ, ຕົບແຕ່ງລວດລາຍ ສິລະປະແບບລາວບູຮານ,ຫລັກເມືອງຟອກດ້ວຍນໍ້າສີຄໍາ ເປັນຮູບຊົງກົມ ເໝືອນລໍາທຽນ,ສ່ວນໜຶ່ງເປັນຮູບສວຍປະດັບລວດລາຍ ຢ່າງປານີຈົບງາມ,ຈອມສຸດຂອງຫໍຫລັກເມືອງ ເປັນຮູບແກ້ວ ຢອງຢູ່ບົນແທນຮູບແອວຂັນ ທີ່ສູງເດັ່ນສະຫງ່າມີແສງແວວວາວຮຸ່ງເຮືອງຕະຫຼອດເວລາຢູ່ບົນທ້ອງຟ້າ.ແລະ ເປັນຮູບແບບທາດຫລວງ ເພື່ອຮອງຮັບເສົາຫລັກເມືອງ ຕັ້ງຢູ່ບົນແທນກໍ່ປູນດ້ວຍຫີນອ່ອນເປັນຮູບ 4 ຫລ່ຽມຫຍໍ້ມູມ ແບ່ງເປັນ 3 ຖານ, ເຊິ່ງໝາຍເຖິງ ມະນຸດສະໂລກ, ເທວະໂລກ ແລະ ສະຫວັນນະໂລກ.ເປັນສິລະປະທີ່ເປັນເອກກະລັກທາງພາກເໜືອຂອງລາວ.
# ການຝັງຫລັກບ້ານ ຫລັກເມືອງ ເພື່ອເປັນນິມິດໝາຍໃນການກໍ່ສ້າງ ບ້ານໃໝ່ເມືອງໃໝ່ ເປັນປະເພນີຂອງປະຊາຊົນລາວ ທີ່ໄດ້ນັບຖືກັນມາ ແຕ່ບູຮານຈົນຮອດປັດຈຸບັນ.ປະຊາຊົນລາວກ່ອນຈະປຸກເຮືອນໃໝ່ ກໍຕ້ອງຈັດພິທີທາງ ສາສະໜາຝັງເສົາ ແຮງຫລືເສົາທຳອິດກ່ອນ,ກ່ອນຈະສ້າງຕຶກອາຄານກໍ່ຈັດ ພິທີ ຝັງລາສີລຶກເຊັ່ນດຽວກັນ, ກ່ອນຈະສ້າງສິມກໍມີ ພິທີປ່ອຍບີສິມ ຫລື ຝັງບີສິມ ແລະ ກ່ອນຈະສ້າງບ້ານ, ສ້າງເມືອງ ກໍຕ້ອງມີການ ເຕົ້າໂຮມສະຕິປັນຍາຈິດໃຈ ແລະ ຄວາມສາມັກຄີເປັນປຶກແຜນແໜ້ນໜາ. ພ້ອມພຽງກັນຝັງຫລັກບ້ານ, ຫລັກເມືອງ ເພື່ອເປັນສັນຍາລັກຂອງຊາວບ້ານ, ຊາວເມືອງ, ກໍຄືຊາວແຂວງບໍ່ແກ້ວ. ຫໍຫລັກເມືອງບໍ່ແກ້ວນິ້ ໄດ້ຢັ້ງຢືນຄວາມເປັນຊາດລາວ, ຄົນລາວເວົ້າລວມ ແມ່ນປະຊາຊົນແຂວງບໍ່ແກ້ວ.ທັງເປັນປະຫວັດສາດອັນຍາວນານມາແຕ່ສະໄໝ ເມືອງເກົ່າສຸວັນນະໂຄມຄໍາ ສະໄໝປົດປ່ອຍ ປະເທດຊາດ ແລະ ໄດ້ຢັ້ງຢືນເຖິງ, ຄວາມສາມັກຄີ, ຄວາມເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວບັນດາເຜົ່າ, ຄວາມອົງອາດກ້າຫານ ຂອງຄົນລາວສະໄໝກ່ອນ ກໍຄືສະໄໝປັດຈຸບັນ.ໃນການຕໍ່ສູ້ ເພື່ອປົກປ້ອງຜືນແຜນດິນ ອັນແສນຮັກຂອງຊາດ,ຂອງປະຊາຊົນລາວ ແລະ ສ່ອງແສງເຖິງຄວາມຮຸ່ເຮືອງເຫລືອງເຫລື້ມສີວິໄລ ຄວາມຫມັ້ນຄົງຖາວອນ ແລະ.ຢູ່ດ້ານໃນຂອງຫໍຫຼັກເມືອງບ່ອນປະດິດສະຖານຫຼັກເມືອງ ແມ່ນເຮັດດ້ວຍແທ່ນ 3 ຊັ້ນ ປະດັບດອກດວງສິລະປະບໍ່ແກ້ວ, ສັງລວມໄດ້ວ່າການອອກແບບຫໍຫຼັກເມືອງແມ່ນໄດ້ນໍາເອົາສະຖາປັດຕະຍະກໍາທີ່ເປັນເອກະລັກຄວາມອຸດົມຮັ່ງມີທາງດ້ານວັດທະນະທຳບັນດາເຜົ່າມາລວມຢູ່ໃນຫໍຫຼັກເມືອງແຫ່ງນີ້.
# ພິທີ ວາງສີລາຈາລຶກການໂຄງການກໍ່ສ້າງຫໍຫລັກເມືອງ ໃນວັນທີ 15 ສິງຫາ 2012, ໂດຍແມ່ນບໍລິສັດສອນອາໄພ ອອກແບບ ແລະ ກໍ່ສ້າງ ຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ ມີມູນຄ່າກໍ່ສ້າງໃນເບື້ອງຕົ້ນແມ່ນ 7 ຕື້ ກີບ. ລວມມີ 3 ໜ້າວຽກໃຫຍ່ຄື: ຫໍຫຼັກເມືອງ, ປະຕູໂຂງ ແລະ ສວນຍ່ອມ (ສາມແຍກບ້ານປ່າອ້ອຍ) ການກໍ່ສ້າງແມ່ນດໍາເນີນຕາມແຜນ ແລະ ສໍາເລັດລົງໃນເດືອນ ທັນວາ 2013 (ສະເພາະໜ້າວຽກຫໍຫຼັກເມືອງ ແລະ ສວນອ້ອມຫໍຫຼັກເມືອງ) ແລະໄດ້ມີການດັດແກ້ຕ່າງໆເປັນຕົ້ນແມ່ນວຽກຖົມດິນເພີ່ມ,ຕ້ານເຈື່ອນ ແລະ ດັດແກ້ຍອດແກ້ວຫໍຫຼັກເມືອງ ລວມມູນຄ່າ 2.036.000.000 ກີບ (ສອງຕື້ ສາມສິບຫົກລ້ານກີບ) ວັນທີ 27-28 ພະຈິກ 2014 ຈຶ່ງໄດ້ຈັດ ພິທີ ສົມໂພດຫໍຫລັກເມືອງຢ່າງເປັນທາງການ. ມາຮອດປັດຈຸບັນແມນ ຄົບຮອບ 11 ປີ (2024)
# ສະນັ້ນເມື່ອຮອດເດືອນທັນວາ ຂອງທຸກໆປີ ທາງອຳນາດການປົກຄອງແຂວງບໍ່ແກ້ວ,ຈະໄດ້ພ້ອມກັນຈັດ ພິທີ ໄຫວ້ບູຊາຫໍຫຼັກເມືອງ.ເພື່ອເປັນການສືບທອດຕາມວັດທະນະທຳຮີດ 12 ຄອງ 14 ປະເພນີອັນດີງາມຂອງລາວ ໃຫ້ບ້ານເມືອງຢູ່ເຢັນ ເປັນສຸກ ຕະຫຼອດໄປ.
ແຫຼ່ງ: ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ ## ສັງລວມບົດຂ່າວ: ເງິນຫຼົງ ຈິດພູວົງ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ