ທາງລົດໄຟ ຈີນ-ຫວຽດນາມ ຈະເພີ່ມພະລັງຂັບເຄື່ອນຢ່າງໃຫຍ່ ຫຼວງໃຫ້ແກ່ການເຊື່ອມໂຍງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 3 ຄັ້ງ | ເວລາ | 2025-05-03 22:50:39
ທາງລົດໄຟ ຈີນ-ຫວຽດນາມ ຈະເພີ່ມພະລັງຂັບເຄື່ອນຢ່າງໃຫຍ່ ຫຼວງໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນ ກໍຄື ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນ
ເມື່ອບໍ່ດົນມານີ້, ສະພາແຫ່ງຊາດຫວຽດນາມ ໄດ້ຮັບຮອງເອົາມະຕິກ່ຽວກັບການລົງທຶນກໍ່ສ້າງໂຄງການທາງລົດໄຟລາວກາຍ-ຮ່າໂນ້ຍ-ໄຮຟອງທີ່ເຊື່ອມຕໍ່ກັບທາງລົດໄຟຈີນ. ຕາມຂ່າວແຈ້ງໃຫ້ຮູ້ວ່າ: ທາງລົດໄຟດັ່ງກ່າວ ມີແຜນຈະລົງມືກໍ່ສ້າງໃນທ້າຍປີນີ້ ແລະ ໄລຍະການກໍ່ສ້າງຢູ່ໃນລະຫວ່າງປີ 2026 ຫາ 2030. ການກໍ່ສ້າງໂຄງ ການທາງລົດໄຟ ຈີນ-ຫວຽດນາມ ບໍ່ພຽງແຕ່ມີຜົນດີຕໍ່ການເພີ່ມຂະໜາດການຄ້າ ລະຫວ່າງຈີນ-ຫວຽດນາມ ເເທົ່ານັ້ນ, ແຕ່ຍັງຈະເພີ່ມການເຊື່ອມໂຍງ-ເຊື່ອມຈອດກັນລະຫວ່າງຈີນກັບບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ແລະ ເພີ່ມພະລັງຂັບເຄື່ອນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງພາກພື້ນ ກໍຄື ການສ້າງປະຊາຄົມຮ່ວມຊາຕາກຳຂອງອາຊຽນ ອີກດ້ວຍ.
ອີງຕາມສື່ມວນຊົນຫວຽດນາມ ລາຍງານວ່າ: ທາງລົດໄຟດັ່ງກ່າວມີຄວາມຍາວທັງໝົດ 391 ກິໂລແມັດ, ແລ່ນຜ່ານ 9 ແຂວງ ແລະ ນະຄອນຂອງຫວຽດນາມ, ມູນຄ່າການລົງທຶນປະມານ 8 ຕື້ 370 ລ້ານໂດລາ, ນຳໃຊ້ລາງລົດໄຟມາດຕະຖານທີ່ເປັນຂະໜາດ 1,435 ແມັດ, ຄວາມໄວທີ່ອອກແບບແມ່ນ 160 ກິໂລແມັດຕໍ່ຊົ່ວໂມງ ແລະ ຈະປະຕິບັດໜ້າທີ່ໃນການຂົນສົ່ງຜູ້ໂດຍສານ ແລະ ສິນຄ້າ. ນັບແຕ່ປີກາຍນີ້ເປັນຕົ້ນມາ, ຈີນ ແລະ ຫວຽດນາມໄດ້ແລກປ່ຽນຄວາມເຫັນຮ່ວມກັນກ່ຽວກັບການຊຸກຍູ້ການເຊື່ອມຕໍ່ກັນຂອງທາງລົດໄຟສອງປະເທດເຊິ່ງເຄີຍປຶກສາຫາລືກັນຜ່ານມາແລ້ວຫຼາຍຄັ້ງ ໂດຍເຫັນດີເປັນເອກະພາບກັນວ່າ ຈະເລັ່ງຈັດຕັ້ງປະຕິບັດວຽກງານສຳຫຼວດຄວາມເປັນໄປໄດ້ ແລະ ການວາງແຜນໂຄງການທາງລົດໄຟທີ່ກ່ຽວຂ້ອງ. ຄາດວ່າຫຼັງຈາກທາງລົດໄຟສ້າງສຳເລັດແລ້ວ ຈະປົກຄຸມປະຊາກອນ 20% ແລະ ເຂດນິຄົມອຸດສາຫະກຳ 25,1% ຂອງທົ່ວປະເທດຫວຽດນາມ ແລະ ຈະຊ່ວຍເພີ່ມລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງຫວຽດນາມ ຂຶ້ນອີກ 25,4%, ພ້ອມທັງຈະປັບປຸງການຄົມມະນາຄົມໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າຂອງຫວຽດ ນາມໃຫ້ດີຂຶ້ນ ແລະ ປະກອບສ່ວນເຂົ້າໃນການຍົກສູງປະສິດທິພາບໃນດ້ານການຂົນສົ່ງຜ່ານທາງລົດໄຟ ທັງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.
ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງຈີນກັບບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ ໃນຂົງເຂດການກໍ່ສ້າງພື້ນຖານໂຄງລ່າງໄດ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ. ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ແລະ ການເລັ່ງການກໍ່ສ້າງທາງລົດໄຟ ຈີນ-ໄທ ຕ່າງກໍໄດ້ສ້າງພະລັງຂັບເຄື່ອນຢ່າງໃຫຍ່ຫຼວງໃຫ້ແກ່ການເຊື່ອມໂຍງ-ເຊື່ອມຈອດກັນຂອງພາກພື້ນ.
ໃນຖານະເປັນໂຄງການສັນຍະລັກຂອງຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ”, ການເປີດນຳໃຊ້ທາງລົດໄຟລາວ-ຈີນ ໄດ້ຊ່ວຍຍົກ ລະດັບດ້ານການຄົມມະນາຄົມຂອງລາວໃຫ້ດີຂຶ້ນແບບກ້າວກະ ໂດດ, ເຮັດໃຫ້ປະເທດລາວຫັນຈາກ “ປະເທດທີ່ບໍ່ມີທາງອອກສູ່ທະເລ” ກາຍເປັນ “ປະເທດເຊື່ອມໂຍງ-ເຊື່ອມຈອດກັບປະເທດອ້ອມຂ້າງ ແລະ ພາກພື້ນ”. ຫຼັງຈາກເປີດນຳໃຊ້ທາງລົດໄຟສາຍນີ້, ເວລາການເດີນທາງຈາກນະຄອນຫຼວງວຽງຈັນ ຫາ ຊາຍແດນລາວ-ຈີນ ໄດ້ຫຼຸດລົງຈາກ 2 ວັນເຫຼືອພຽງ 3,5 ຊົ່ວໂມງ, ຕົ້ນທຶນການຂົນສົ່ງສິນຄ້າຂ້າມຊາຍແດນລະຫວ່າງຈີນ-ລາວກໍໄດ້ຫຼຸດລົງເຊັ່ນກັນ. ນັບແຕ່ເປີດການນຳໃຊ້ເປັນເວລາ 3 ປີມານີ້, ທາງລົດໄຟ ລາວ-ຈີນ ເບື້ອງຢູ່ປະເທດລາວ ໄດ້ຂົນສົ່ງຜູ້ໂດຍສານຫຼາຍກວ່າ 7 ລ້ານ 4 ແສນເທື່ອຄົນ ແລະ ຂົນສົ່ງສິນຄ້າຫຼາຍກວ່າ 4 ລ້ານໂຕນ. ທາງລົດໄຟສາຍນີ້ຍັງໄດ້ຊຸກຍູ້ການພັດທະນາເສດຖະກິດ ໂດຍສະເພາະການທ່ອງທ່ຽວຢູ່ລຽບຕາມເສັ້ນທາງລົດໄຟດັ່ງກ່າວ ຄື: ໃນປີ 2024, ລັດຖະບານລາວໄດ້ວາງຄາດໝາຍດຶງດູດນັກທ່ອງທ່ຽວໃຫ້ໄດ້ 3 ລ້ານເທື່ອຄົນ. ການເປີດນຳໃຊ້ທາງລົດໄຟ ລາວ-ຈີນ ໄດ້ປະກອບສ່ວນສໍາຄັນເຮັດໃຫ້ເປົ້າໝາຍນີ້ບັນລຸຜົນເປັນຈິງ.
ການກໍ່ສ້າງ ແລະ ການເປີດນຳໃຊ້ຂອງທາງລົດໄຟ ລາວ-ຈີນ ຍັງໄດ້ສ້າງໂອກາດການຫາວຽກເຮັດງານທຳຢ່າງຫຼວງຫຼາຍໃຫ້ແກ່ປະເທດລາວ. ຍົກຕົວຢ່າງ: ນັບມາຮອດປີ 2024, ມີຄົນຂັບລົດໄຟລາວຈຳນວນ 66 ຄົນໄດ້ຜ່ານການສອບເສັງ ແລະ ກາຍເປັນຄົນຂັບລົດໄຟຊຸດທຳອິດຂອງທາງລົດໄຟລາວ-ຈີນ ຢ່າງເປັນທາງການ. ນອກນີ້, ທາງລົດໄຟລາວ-ຈີນຍັງສາມາດເຊື່ອມຕໍ່ໄທ, ມາເລເຊຍ, ສິງກະໂປ ແລະ ປະເທດອື່ນໆໃນອາຊີຕາເວັນອອກສຽງໃຕ້ ໂດຍຜ່ານ “ທາງລົດໄຟດ່ວນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ+ການຄ້າເອເລັກໂຕຣນິກຂ້າມຊາດ” “ທາງລົດໄຟລາວ-ຈີນ+ຂະບວນລົດໄຟຈີນ-ເອີຣົບ” ແລະ ຮູບແບບອື່ນໆ ເຊິ່ງໄດ້ຊຸກຍູ້ການເຊື່ອມໂຍງເຂົ້າກັນຂອງເສດຖະກິດໃນພາກພື້ນ.
ຕາມຂ່າວແຈ້ງວ່າ: ທາງລົດໄຟ ຈີນ-ໄທ ໄລຍະທີໜຶ່ງ (ບາງ ກອກ-ນະຄອນຣາຊສີມາ) ຄາດວ່າຈະສ້າງສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການໃນປີ 2028, ສ່ວນໄລຍະທີສອງ (ນະຄອນຣາຊສີມາ-ໜອງຄາຍ) ກໍໄດ້ຮັບການອະນຸມັດໃນເດືອນກຸມພາປີ 2025 ແລະ ຄາດວ່າຈະສຳເລັດການກໍ່ສ້າງໃນປີ 2031; ເມື່ອຮອດເວລານັ້ນ ຈະເຮັດໃຫ້ເວລາໃນການເດີນທາງຈາກນະຄອນຫຼວງບາງກອກຫາ ນະຄອນຣາຊສີ ຫຼຸດລົງຈາກ 4 ຊົ່ວໂມງເຫຼືອງພຽງ 1 ຊົ່ວໂມງ;
ພາຍຫຼັງທາງລົດໄຟຈີນ-ໄທ ໄດ້ຮັບການກໍ່ສ້າງ ແລະ ເຊື່ອມຕໍ່ກັບທາງລົດໄຟລາວ-ຈີນສຳເລັດແລ້ວ ຈະກາຍເປັນ “ເສັ້ນທາງຄຳດ້າການຂົນສົ່ງ” ທີ່ເຊື່ອມຕໍ່ນະຄອນຄຸນໝິງຂອງຈີນ, ນະຄອນຫຼວງວຽງຈັນຂອງລາວ ແລະ ນະຄອນຫຼວງບາງກອກຂອງໄທ, ທັງຈະປະກອບສ່ວນຊຸກຍູ້ການພັດທະນາການຄ້າໃນພາກພື້ນຕື່ມອີກ.
ສໍາລັບ ທາງລົດໄຟ ຈີນ-ຫວຽດນາມ, ໃນອະນາຄົດຍັງສາມາດເຊື່ອມຕໍ່ກັບທາງລົດໄຟ ລາວ-ຈີນ ແລະ ທາງລົດໄຟຈີນ-ໄທ ເຊິ່ງຈະເປັນການບັນລຸແນວຄິດທີ່ເຮັດໃຫ້ທາງລົດໄຟຢູ່ອາຊີເຊື່ອມຈອດກັນ. ໂດຍຜ່ານການເຊື່ອມຕໍ່ກັນຂອງເຄືອຂ່າຍທາງລົດໄຟ ຈະເຮັດໃຫ້ການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານ, ລວມເຖີງການແລກປ່ຽນຂໍ້ມູນຂ່າວສານຕ່າງໆ ມີຄວາມສະດວກສະບາຍກວ່າເກົ່າ ແລະ ຊຸກຍູ້ການພັດທະນາຮ່ວມ ກັນຂອງເສດຖະກິດໃນພາກພື້ນ; ຂະນະດຽວກັນ ການຊຸກຍູ້ການເຕີບໂຕດ້ານການຄ້າ ລະຫວ່າງ ຈີນ-ຫວຽດນາມ, ຈະເປັນການປະ ກອບສ່ວນສໍາຄັນໃນການສ້າງໂອກາດໃຫ້ແກ່ການພັດທະນາເສດຖະກິດໃນພາກພື້ນໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການສ້າງປະຊາຄົມຮ່ວມຊາຕາກຳ ຈີນ-ອາຊຽນ ໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.
ທີ່ມາ: CMG
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ