ຄວາມເປັນມາຂອງການກໍ່ສ້າງທາງລົດໄຟລາວ-ຈີນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 22:48:02
ຮອງລັດຖະມົນຕີກະຊວງໂຍທາທິການແລະຂົງສົ່ງກ່າວໃນກອງປະຊຸມເຜີຍແຜ່ເອກະສານຂໍ້ມູນນຳພາແນວຄິດກ່ຽວກັບການກໍ່ສ້າງທາງລົດໄຟລາວ-ຈີນເມືອມໍ່ໆມານີ້ວ່າ:ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາເປັນ ສປປ ລາວ, ສູນກາງພັກ ແລະ ລັດຖະບານ ອັນມີປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ໄດ້ວາງແຜນພັດທະນາເສດຖະກິດ-ສັງຄົມຂອງຊາດເຮົາໃນໄລຍະໃໝ່ ແນໃສ່ຮຳບາດແຜສົງຄາມ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ກັບຄືນສູ່ສະພາບປົກກະຕິ. ພ້ອມດຽວກັນນັ້ນ ສູນກາງພັກ ແລະ ລັດຖະບານ ກໍໄດ້ຄົ້ນຄວ້າວາງຍຸດທະສາດການພັດທະນາປະເທດເຮົາໃນສະເພາະໜ້າ ແລະ ຍາວນານ ໃນນີ້ຍຸດທະສາດທີ່ສຳຄັນອັນໜຶ່ງແມ່ນການສ້າງພື້ນຖານໂຄງລ່າງດ້ານຄົມມະນາຄົມຂົນສົ່ງ, ເຮັດໃຫ້ປະເທດເຮົາມີເສັ້ນທາງເຊື່ອມຈອດກັບບັນດາປະເທດສັງຄົມນິຍົມຕາມຈິດໃຈຊີ້ນຳທີ່ວ່າ: ຕ້ອງຫັນໄປທິດຕາເວັນອອກ. ອີງຕາມຍຸດທະສາດດັ່ງກ່າວນັ້ນ, ສູນກາງພັກ ແລະ ລັດຖະບານພວກເຮົາ ຈຶ່ງໄດ້ເຈລະຈາກັບບັນດາປະເທດສັງຄົມນິຍົມອ້າຍນ້ອງ, ກ່ອນອື່ນໝົດແມ່ນສຸມໃສ່ສ້າງເສັ້ນທາງລົດ, ໃນນັ້ນຈຸດສຸມນ້ຳເບີໜຶ່ງແມ່ນທາງເລກ 9. ພ້ອມກັນນັ້ນ ກໍຍົກລະດັບເສັ້ນທາງເລກ 12, ເລກ 8, ເລກ 7 ແລະ 6. ໃນເວລາດຽວກັນນັ້ນ ສູນກາງພັກ ກໍໄດ້ຄົ້ນຄວ້າກ່ຽວກັບການສ້າງເສັ້ນທາງລົດໄຟ ຍ້ອນເຫັນວ່າປະເທດເຮົາເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລຈະອີງໃສ່ແຕ່ການຂົນສົ່ງທາງລົດເຫັນວ່າຈະມີການສິ້ນເປືອງຫລາຍ. ຈາກນັ້ນ ພວກເຮົາຈຶ່ງໄດ້ມີແຜນສົ່ງຄົນໄປຮຽນກ່ຽວກັບທາງລົດໄຟນີ້ຕັ້ງແຕ່ຫົວທີ, ແຕ່ເປັນໜ້າເສຍດາຍວ່າໃນເວລານັ້ນບໍ່ມີປະເທດສັງຄົມນິຍົມໃດຕົກລົງໃຫ້ການຊ່ວຍເຫລືອພວກເຮົາໃນການສ້າງເສັ້ນທາງລົດໄຟ ຈຳເປັນພວກເຮົາກໍຕ້ອງໄດ້ໂຈະໂຄງການທາງລົດໄຟນີ້ໄວ້ກ່ອນ.
ພາຍຫລັງແນວຄວາມຄິດຂອງການນຳພວກເຮົາກ່ຽວກັບການສ້າງທາງລົດໄຟບໍ່ສາມາດປາກົດເປັນຈິງໄດ້ໃນໄລຍະຕົ້ນຂອງ ສປປ ລາວ, ພວກເຮົາກໍໄດ້ສຸມໃສ່ພັດທະນາພື້ນຖານໂຄງລ່າງທາງບົກ ເຊິ່ງອັນນີ້ໄດ້ມີຄຸນປະໂຫຍດອັນໃຫຍ່ຫລວງຕໍ່ການຊຸກຍູ້ການຜະລິດ, ການຈໍລະຈອນ ແລະ ການເຊື່ອມຈອດກັບບັນດາປະເທດໃກ້ຄຽງ. ອີງໃສ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ ແລະ ການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນທີ່ນັບມື້ນັບຂະຫຍາຍຕົວນັ້ນ, ສູນກາງພັກ ແລະ ລັດຖະບານພວກເຮົາ ຈຶ່ງໄດ້ມີນະໂຍບາຍຫັນປະເທດພວກເຮົາຈາກສະຖານະພາບທີ່ເປັນປະ ເທດບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດກັບບັນດາປະເທດໃກ້ຄຽງ. ອັນນີ້ແມ່ນຍຸດທະສາດທີ່ເຫັນກວ້າງມອງໄກຂອງພັກ ແລະ ລັດເຮົາ, ທັງສອດຄ່ອງກັບວິວັດທະນາການແຫ່ງການພັດທະນາຂອງສັງຄົມມະນຸດ. ການນຳຂອງພັກ ແລະ ລັດເຮົາເຫັນວ່າ: ໃນສະພາບການໃໝ່ແຫ່ງການຂະຫຍາຍຕົວຢູ່ໃນປະເທດເຮົາ ກໍຄືການພົວພັນກັບຕ່າງປະເທດນັບມື້ນັບຂະຫຍາຍຕົວຄືດັ່ງທີ່ກ່າວນັ້ນ, ສູນກາງພັກ ແລະ ລັດຖະບານ ຈຶ່ງໄດ້ມີແຜນນະໂຍບາຍສະເໜີກັບ ສປ ຈີນ ເພື່ອສ້າງທາງລົດໄຟເຊື່ອມຕໍ່ກັນ. ໃນເວລານັ້ນ (ລະຫວ່າງປີ 2001-2002) ການນຳຂອງຈີນໄດ້ມີຄວາມເຫັນວ່າ: ໃນເວລານີ້ຍັງບໍ່ທັນເໝາະສົມເທື່ອ. ເຖິງຢ່າງນັ້ນກໍຕາມ, ຫລາຍປີຕໍ່ມາ ການນຳຂອງພັກ ແລະ ລັດເຮົາຍັງໄດ້ສືບຕໍ່ສະເໜີ ແລະ ການນຳຈີນກໍໄດ້ສະເໜີໃຫ້ສອງຝ່າຍຄົ້ນຄວ້າຄວາມເປັນໄປໄດ້ຂອງໂຄງການນີ້ສາກ່ອນ. ຝ່າຍຈີນຈຶ່ງໄດ້ເລີ່ມມີການເກັບກຳຂໍ້ມູນຕ່າງໆ ເພື່ອເປັນພື້ນຖານບ່ອນອີງໃຫ້ແກ່ການສ້າງບົດວິພາກເສດຖະກິດ-ເຕັກນິກຂອງໂຄງການລົດໄຟ. ໃນທີ່ສຸດ ມາເຖິງປີ 2009, ສະຫາຍອະດີດເລຂາທິການໃຫຍ່ ຈູມມາລີ ໄຊຍະສອນ ແລະ ສະຫາຍອະດີດເລຂາທິການໃຫຍ່ ຫູຈິນທາວ ໄດ້ເປັນເອກະພາບກັນຍົກລະດັບການພົວພັນລະຫວ່າງສອງປະເທດລາວ ແລະ ຈີນ ຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບດ້ານ. ອີງໃສ່ແນວຄິດຊີ້ນຳດັ່ງກ່າວ, ໃນວັນທີ 7 ເມສາ 2010 ລັດຖະບານ ສປປ ລາວ ແລະ ສປ ຈີນ ໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືໃນໂຄງການສ້າງທາງລົດໄຟ ເຊິ່ງບົດບັນທຶກຄວາມເຂົ້າໃຈດັ່ງກ່າວໄດ້ລະບຸວ່າ: ໃນຂັ້ນຕົ້ນນີ້ແມ່ນສ້າງທາງລົດໄຟເຊື່ອມຕໍ່ແຕ່ຊາຍແດນ ລາວ-ຈີນ, ຈຸດບໍ່ຫ່ານ-ບໍ່ເຕ່ນ ເຂົ້າຫານະຄອນຫລວງວຽງຈັນ ແລ້ວເຊື່ອມຕໍ່ໃສ່ປະເທດໄທ, ຂັ້ນຕໍ່ໄປຈຶ່ງຂະຫຍາຍແຕ່ນະຄອນຫລວງວຽງຈັນລົງໄປທ່າແຂກ ຕໍ່ໃສ່ຊາຍແດນ ລາວ-ຫວຽດ ນາມ ສູ່ທ່າເຮືອວຸ່ງອາງ ແລະ ຂະຫຍາຍຕໍ່ຈາກທ່າແຂກລົງໄປພາກໃຕ້ຕໍ່ໃສ່ຊາຍແດນ ລາວ-ກຳປູ ເຈຍ. ພ້ອມກັນນັ້ນ ຝ່າຍຈີນກໍຍິນດີສຳຫລວດຂະຫຍາຍເສັ້ນທາງລົດໄຟໃນທົ່ວປະເທດລາວ.
ພາຍຫລັງການເຊັນບົດບັນທຶກຄວາມເຂົ້າໃຈສອງຝ່າຍແລ້ວ, ແຕ່ລະຝ່າຍກໍໄດ້ດຳເນີນການກະກຽມດ້ານຕ່າງໆຢ່າງເຄັ່ງຮ້ອນ ໃນນີ້ວຽກງານສຳຫລວດ-ອອກແບບແລວທາງ ແລະ ການກະ ກຽມບົດວິພາກເສດຖະກິດ-ເຕັກນິກໂຄງການແມ່ນເປັນວຽກງານອັນຈຳເປັນຮີບດ່ວນ. ຈິດໃຈຊີ້ນຳຂອງການສຶກສາຄວາມເປັນໄປໄດ້ຂອງໂຄງການແມ່ນຕ້ອງຮັບປະກັນການຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມຂອງລາວ, ຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ ລາວ-ຈີນ, ປະກອບສ່ວນເຂົ້າໃນການເພີ່ມທະວີການຮ່ວມມືລະ ຫວ່າງອາຊຽນກັບຈີນ, ເຮັດໃຫ້ ສປປ ລາວ ເປັນໃຈກາງເຊື່ອມຈອດກັບບັນດາປະເທດອ້ອມຂ້າງ ແລະ ເຊື່ອມຈອດກັບປະເທດອື່ນໆ.ເມື່ອສອງຝ່າຍໄດ້ມີການກະກຽມດ້ານຕ່າງໆສຳເລັດໂດຍພື້ນຖານແລ້ວ, ສອງຝ່າຍໄດ້ພ້ອມກັນຈັດພິທີວາງສີລາລືກໂຄງການສ້າງທາງລົດ ໄຟ ລາວ-ຈີນ ຂຶ້ນໃນວັນທີ 2 ທັນວາ 2015 ເພື່ອເປັນຂອງຂວັນສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 40 ປີ ໂດຍການເຂົ້າຮ່ວມຂອງການນຳຂັ້ນສູງຂອງສອງປະເທດ ແລະ ມາຮອດປັດຈຸບັນແມ່ນພວມຢູ່ໃນຂັນຕອນກະກຽມຄວາມພ້ອມຕ່າງໆຄາດວ່າການກໍ່ສ້າງທາງລົດໄຟລາວ-ຈີນ ຈະເປັນຈິງໃນໄວໆນີ້.
ແຫຼ່ງ: ໜັງສືພິມ ລາວພັດທະນາ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ