ວາງສີລາລຶກໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບປະຊາຊົນລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 22:05:22
ຂປລ. ໃນວັນທີ 19 ມັງກອນ 2018, ທີ່ບ້ານນາຄວຍ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ, ໄດ້ຈັດພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງຮຽນທິດສະດີ ການເມືອງການປົກຄອງ ກອງທັບປະຊາຊົນລາວ ໂດຍການເປັນປະທານ ຂອງທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ທ່ານ ຫງວຽນ ບາຮຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈໍາລາວ, ການນໍາກະຊວງ ປ້ອງກັນປະເທດ, ນາຍ ແລະ ພົນທະຫານ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ໃນໂອກາດດັ່ງກ່າວ, ທ່ານ ພົນໂທ ວິໄລ ຫລ້າຄໍາຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບກ່າວວ່າ: ການກໍ່ສ້າງໂຮງຮຽນທິດສະດີ ການເມືອງ-ການປົກຄອງ ຂອງກອງທັບປະຊາຊົນລາວ ໃນຄັ້ງນີ້, ແມ່ນຄວາມຮຽກຮ້ອງຕ້ອງການ ທີ່ຈໍາເປັນພາວະວິໄສສໍາລັບກອງທັບ, ເປັນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ທິດນໍາຂອງພັກ ໃນການປັບປຸງກໍ່ສ້າງກອງທັບ ໃຫ້ການເປັນກອງທັບປະຕິວັດ ມີຄວາມໜັກແໜ້ນ ທາງດ້ານແນວຄິດການເມືອງ, ມີແບບແຜນທັນສະໄໝ ຮັບປະກັນກຽມພ້ອມສູ້ຮົບ ໃນສະໜາມຮົບແນວຄິດ ແລະ ທິດສະດີຂອງພັກ ໃນກອງທັບໃຫ້ມີຄຸນນະພາບໃໝ່.
ສໍາລັບໂຄງການກໍ່ສ້າງໂຮງຮຽນ ທິດສະດີການເມືອງ-ການປົກຄອງ ກອງທັບປະຊາຊົນລາວ ໄດ້ຮັບທຶນຊ່ວຍເຫລືອລ້າ ຈາກ ກະຊວງປ້ອງກັນປະເທດ ຫວຽດນາມ, ເຊິ່ງມອບໃຫ້ ກຸ່ມບໍລິສັດ 36 ສາຂາປະຈໍາ ລາວ-ບໍລິສັດ ນາວີນາໂກ ຈາກປະເທດຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ, ໂດຍແມ່ນກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ເປັນເຈົ້າຂອງໂຄງການ ປະກອບມີ 10 ກວ່າອາຄານ, ພ້ອມດ້ວຍເຄື່ອງອໍານວຍ ຄວາມສະດວກດ້ານຕ່າງໆ ຄົບຊຸດ, ນໍາໃຊ້ງົບປະມານໃນການສ້າງ ທັງຫມົດ 274 ຕື້ດົ້ງ ແລະ ຄາດວ່າຈະສໍາເລັດ 100% ໃນທ້າຍປີ 2019.
ຂ່າວ: ສົມຫວັງ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ