ວາງສີລາລຶກໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ຈະໃຫ້ສຳເລັດ ປີ 2026
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 22:00:57
ພິທີວາງສີວາງສີລາລຶກ ໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ ໄດ້ຈັດຂຶ້ນໃນວັນທີ 26 ມີນານີ້, ທີສະໜາມກິລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ, ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງປະເທດຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ນ. ມິຢາໂກະ ໂຄບາຢາຊິ ຫົວໜ້າຜູ້ຕາງໜ້າອົງການຮ່ວມມືສາກົນຍີ່ປຸ່ນ ປະຈໍາ ສປປ ລາວ ພ້ອມດ້ວຍອາດີດການນຳ ແລະ ແຂກຖືກເຊີນເຂົ້າຮ່ວມ
ທ່ານ ພຸດ ສິມມາລາວົງ ກ່າວວ່າ:: ຈຸດປະສົງຂອງໂຄງການກໍ່ສ້າງປັບປຸງສະໜາມກິລາເຈົ້າອານຸວົງ ແມ່ນຈະສ້າງສະໜາມກິລາແບບມີສ່ວນຮ່ວມ ແຫ່ງທຳອິດໃນ ສປປ ລາວ ໃຫ້ມີການນໍາໃຊ້ສະໜາມກິລາໃຫ້ເກີດປະໂຫຍດສູງສຸດ ແລະ ເໝາະສົມກັບການຈັດກິດຈະກໍາທີ່ຫຼາກຫຼາຍປະເພດກິລາ, ເປັນສະຖານທີ່ຝຶກແອບ-ຝຶກຊ້ອມ-ແຂ່ງຂັນໃຫ້ນັກກິລາຄົນພິການ ແລະ ບໍ່ພິການ ໃນລະດັບພາກພື້ນ ແລະ ພາຍໃນປະເທດ, ທັງເປັນສະຖານທີ່ເຕົ້າໂຮມມວນຊົນ ຊາວນະຄອນຫຼວງວຽງຈັນ ກໍຄືຊາວລາວທົ່ວປະເທດ ມີສະໜາມກິລາອອກກຳລັງກາຍ ຫຼິ້ນກິລາ, ເປັນການປະກອບສ່ວນສ້າງສະພາບແວດລ້ອມທີ່ດີໃນນະຄອນຫຼວງວຽງຈັນ, ສ້າງວຽກເຮັດງານທໍາໃນຊຸມຊົນ ໂດຍສະເພາະ ການສ້າງວຽກເຮັດງານທໍາໃຫ້ຄົນພິການ ເພື່ືອປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ກໍ່ຄືການພັດທະນາວຽກງານກິລາ-ກາຍຍະກໍາ ທີ່ເປັນລະບົບຄົບຊຸດ.
ອີກເທື່ອໜຶ່ງ ໃນນາມຕາງໜ້າກະຊວງສຶກສາທິການ ແລະ ກິລາ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ອົງການ JICA ແລະ ທຸກພາກສວ່ນ ທີ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນໂຄງການປັບປຸງສະໜາມກິລາເຈົ້າອານຸວົງໃນຄັ້ງນີ້ ຊຶ່ງຈະກາຍເປັນສັນຍາລັກແຫ່ງສາຍພົວພັນມິດຕະພາບຂອງສອງຊາດລາວ-ຍີ່ປຸ່ນ, ຍີ່ປຸ່ນ-ລາວ ທີ່ ຫາກໍຍົກລະດັບເປັນ ຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປະກອບສ່ວນສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້. ກໍຄື 60 ປີ ແຫ່ງການສົ່ງ ອາສາສະໝັກມາຊ່ວຍເຫຼືອລາວ ຂອງອົງການ JICA.
ໂຄງການປັບປຸງສະໜາມກິລາເຈົ້າອານຸວົງ ຫຼື ເປັນພາສາອັງກິດວ່າ-The Project for The Reconstruction of The Chao Anouvong Stadium ມີມູນຄ່າ 4,171,000,000 ເຢັນ ໂດຍມີໄລຍະເວລາໃນການຈັດຕັ້ງປະຕິບັດໂຄງການ ເລີ່ມແຕ່ເດືອນມັງກອນ 2025 ຈົນເຖິງ ເດືອນຕຸລາ 2026 (22 ເດືອນ) ຊຶ່ງແມ່ນບໍລິສັດທີ່ປຶກສາ AZUSA SEKKEI CO., LTD ແລະ ບໍລິສັດກໍ່ສ້າງ HAZAMA ANDO-TOA ROAD JV.
(ຂ່າວ: ຕຸໄລເພັດ )
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ