ພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 21:33:27
ໃນຕອນເຊົ້າວັນທີ 2 ເມສາ 2025 ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນໍາວຽກງານຂົງເຂດ ເສດຖະກິດ ແລະ ການພົວພັນຮ່ວມມື ກັບຕ່າງປະເທດ ໄດ້ໃຫ້ກຽດເຂົ້າຮ່ວມພິທີວາງສີລາລຶກ ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນເຊກອງ ຂອງກຸ່ມບໍລິສັດ ພອນສັກ ຈຳກັດ ທີ່ເມືອງກະລຶມ, ແຂວງເຊກອງ; ມີທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຈົ້າແຂວງໆເຊກອງ, ທ່ານ ຮອງລັດຖະມົນຕີ ກະຊວງບໍ່ແຮ່ ແລະ ພະລັງງານ ແຫ່ງ ຣາຊະອານາຈັກ ກຳປູເຈຍ; ບັນດາທ່ານ ຮອງລັດຖະມົົນຕີກະຊວງ-ອົງການ, ຜູ້ຕາງໜ້າບັນດາແຂວງໃກ້ຄຽງ, ຄະນະບໍລິຫານໂຄງການ, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ພອນສັກ ວິໄລສັກ, ປະທານກຸ່ມບໍລິສັດ ພອນສັກ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ມີກຳລັງການຜະລິດທັງໝົດ 1,800 ເມກາວັດ, ປະກອບມີ 6 ໂຮງ, ໂຮງລະ 300 ເມກາວັດ, ເຊິ່ງກະແສໄຟຟ້າທີ່ຜະລິດໄດ້ ຈະສົ່ງອອກໄປປະເທດກຳປູເຈຍ ພາຍໃຕ້ສັນຍາຊື້-ຂາຍໄຟຟ້າ (PPA) ກັບລັດວິສາຫະກິດໄຟຟ້າກຳປູເຈຍ. ໂຄງການດັ່ງກ່າວ ມີມູນຄ່າກໍ່ສ້າງທັງໝົດປະມານ 4 ຕື້ໂດລາສະຫະ ລັດ ໂດຍເລີ່ມກໍ່ ສ້າງຢ່າງເປັນທາງການ ໃນວັນທີ 1 ເມສາ 2025 ເຊິ່ງໂຮງໄຟຟ້າຫຼັງທໍາອິດ ຈະເປີດດໍາເນີນການຜະລິດກະແສໄຟຟ້າ ໃນເດືອນມັງກອນ 2028 ແລະ ຈະຜະລິດກະແສໄຟຟ້າເຕັມຮູບແບບທັງ 6 ໂຮງ ໃນເດືອນມັງກອນ 2030; ມີອາຍຸສຳປະທານ 30 ປີ (2030-2060) ເຊິ່ງຈະຕ້ອງນໍາໃຊ້ຖ່ານຫີນ ເພື່ອຜະລິດພະລັງງານໄຟຟ້າ ປະມານ 10-11 ລ້ານໂຕນ/ປີ. ນອກຈາກການກໍ່ສ້າງໂຮງໄຟຟ້າແລ້ວ, ຍັງຈະມີການກໍ່ສ້າງສາຍສົ່ງກະແສໄຟຟ້າ 500 ກິໂລວັດ, ຄວາມຍາວ 253 ກິໂລແມັດ ເຊື່ອມຕໍ່ຈາກໂຮງໄຟຟ້າແຫ່ງນີ້ ຫາ ຊາຍແດນລາວ-ກໍາປູເຈຍ. ສໍາລັບຜູ້ດໍາເນີນການກໍ່ສ້າງໂຮງໄຟຟ້າ ແມ່ນບໍລິສັດ ພີເອັສຈີຊີ ໄທ (PSGC Thai); ສ່ວນຜູ້ສະໜອງອຸປະກອນ ແລະ ເຄື່ອງຈັກຫຼັກ ໃນການກໍ່ສ້າງໂຮງໄຟຟ້າ ແລະ ຜູ້ຮັບເໝົາກໍ່ສ້າງສາຍສົ່ງໄຟຟ້າດັ່ງກ່າວ ແມ່ນບໍລິສັດ ຊີດັບເບີ້ນຢູພີຊີ ຈຳກັດ (CWPC Co., Ltd.).
ໃນໂອກາດນີ້, ທ່ານ ເຈົ້າແຂວງໆເຊກອງ ກໍ່ໄດ້ມີຄຳເຫັນຕໍ່ພິທີວ່າ: ໂຄງການໄຟຟ້າພະລັງງານຄວາມຮ້ອນຖ່ານຫີນແຫ່ງນີ້ ເປັນແຫ່ງທີ່ສອງ ຂອງ ສປປ ລາວ, ເປັນໂຄງການຂະໜາດໃຫຍ່ ເຊິ່ງຈະເປັນປັດໃຈພື້ນຖານໃຫ້ແກ່ການພັດ ທະນາອຸດສາຫະກໍາ, ດຶງດູດການລົງທຶນ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດ ໃຫ້ມີການຂະຫຍາຍຕົວຢ່າງໜັກແໜ້ນ, ເຂັ້ມແຂງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ດີຂຶ້ນເປັນກ້າວໆ. ພ້ອມກັນນັ້ນ, ທ່ານ ເຈົ້າແຂວງໆເຊກອງ ຍັງໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງແຂວງເຊກອງ ແລະ ເມືອງກະລຶມ ເອົາໃຈໃສ່ສ້າງເງື່ອນໄຂເອື້ອອໍານວຍຄວາມສະດວກ ໃຫ້ຜູ້ພັດທະນາໂຄງການ ສາມາດດາໍເນີນໂຄງການຕາມແຜນວຽກທີ່ກຳ ນົດໄວ້; ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ຕິດຕາມ, ກວດກາການຈັດຕັ້ງປະຕິບັດໂຄງການ ໃຫ້ມີຄວາມຄືບໜ້າ ແລະ ຮັບປະກັນຄຸນນະພາບ; ເປັນເຈົ້າການຊຸກຍູ້-ສົ່ງເສີມປະຊາຊົນ, ຜູ້ປະກອບການປູກຝັງ-ລ້ຽງສັດ ເພື່ອເປັນສິນຄ້າ ສະໜອງໃຫ້ໂຄງການ ທັງເປັນການຫຼຸດຜ່ອນການນໍາເຂົ້າສິນຄ້າ ຈາກພາຍນອກ; ໃຫ້ຜູ້ພັດທະນາໂຄງການເອົາໃຈໃສ່ຄຸ້ມຄອງພະນັກງານ-ກຳມະກອນຂອງຕົນ ເຄື່ອນໄຫວວຽກງານຖືກຕ້ອງຕາມລະບຽບ ແລະ ກົດໝາຍ ສປປ ລາວ ຢ່າງເຂັ້ມງວດ; ສຸມທຶນຮອນ, ພາຫະນະ, ກົນຈັກ, ກໍາລັງແຮງ ແລະ ປະສົບປະການ ເພື່ອເຮັດໃຫ້ການກໍ່ສ້າງ ມີຄວາມຄືບໜ້າ, ຮັບ ປະກັນຄວາມປອດໄພ ແລະ ສາໍເລັດຕາມແຜນການທີ່ວາງໄວ້ ບົນພື້ນຖານການພັດທະນາ ໄປຄຽງຄູ່ກັບການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ຜູ້ທີ່ໄດ້ຮັບຜົນກະທົບ ຢ່າງທັນການ ແລະ ທົ່ວເຖິງ.
ໃນໂອກາດດຽວກັນ, ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ມີຄຳເຫັນຕີລາຄາວ່າ: ການກໍ່ສ້າງໂຄງການນີ້ ເປັນການພັດທະນາອຸດສາຫະກໍາທີ່ສໍາຄັນ ແລະ ນອນຢູ່ໃນແຜນຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຮອດປີ 2030, ເປັນໂຄງການໃຫຍ່ ທີ່ມີການລົງທຶນສູງ, ນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ພ້ອມທັງ ມີຄວາມເຊື່ອໝັ້ນວ່າ: ພາຍຫຼັງກໍ່ສ້າງໂຄງການສຳເລັດ ຈະເປັນກາຍເປັນເງື່ອນໄຂທີ່ສໍາຄັນ ໃຫ້ແກ່ການພັດທະນາອຸດສາຫະກໍາພະລັງງານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນສະເພາະໜ້າ ແລະ ຍາວນານ, ສາມາດເຊື່ອມໂຍງພະລັງງານກັບປະເທດໃກ້ຄຽງໄດ້ຫຼາຍຂຶ້ນ, ທັງເປັນການປະຕິບັດທິດທາງ ແລະ ຈຸດໝາຍ ''ຂຸດຄົ້ນທ່າແຮງບົ່ມຊ້ອນ ຂອງແຫຼ່ງຊັບພະຍາກອນທໍາມະຊາດ ເພື່ອຜະລິດພະລັງງານສະອາດ, ມີສະຖຽນລະພາບ, ໝັ້ນຄົງ, ສາມາດສະໜອງກະແສໄຟຟ້າ ໃຫ້ພຽງພໍກັບຄວາມຕ້ອງການຊົມໃຊ້ຢູ່ພາຍໃນ ແລະ ມີການສົ່ງອອກ'' ໃຫ້ປະກົດຜົນເປັນຈິງ.
ໃນຕອນທ້າຍພິທີ, ທ່ານ ຮອງນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດກົດປຸ່ມເປີດພິທີວາງສີລາລຶກ ແລະ ລັ່ນຄ້ອງ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ ຕື່ມອີກ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ