ວາງສີລາຈາລຶຶກ ກໍ່ສ້າງສະຖານີໄຟຟ້າ 115/22 ກິໂລໂວນ ໂພນຕ້ອງໃໝ່ ເພື່ອປ່ຽນແທນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 14:26:06
ວາງສີລາຈາລຶຶກ ກໍ່ສ້າງສະຖານີໄຟຟ້າ 115/22 ກິໂລໂວນ ໂພນຕ້ອງໃໝ່ ເພື່ອປ່ຽນແທນ
-------------
ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີວາງສີລາຈາລຶກ ໂຄງການກໍ່ສ້າງສະຖານີ 115/22 ກິໂລໂວນ ໂພນຕ້ອງ ແຫ່ງໃໝ່ (ໃກ້ກັບສະຖານີເກົ່າ) ເພື່ອປ່ຽນແທນ ສະຖານີໂພນຕ້ອງທີ່ນໍາໃຊ້ໃນປັດຈຸບັນ ທີ່ອຸປະກອນພາຍໃນ ມີສະພາບເກົ່າແກ່ຊຸກໂຊມເປ່ເພ, ມິຄວາມລໍາບາກໃນການບໍາລຸງຮັກສາ ແລະ ບໍ່ສາມາດທີ່ຈະປັບປຸງໄດ້. ນີ້ກໍເພື່ອຮັບປະກັນການສະໜອງໄຟຟ້າໃນນະຄອນຫຼວງວຽງຈັນ ໃຫ້ພຽງພໍ ແລະ ມີິຄວາມໝັ້ນຄົງ ປະກອບສ່ວນເຂົ້າໃນນະໂຍບາຍການຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງພັກ-ລັດ.
ພິທີວາງສີລາຈາລຶກໂຄງການດັ່ງກ່າວ ໄດ້ຈັດຂຶ້ນຢ່າງເປັນທາງກາງ ໃນວັນທີ 25 ກຸມພາ 2023 ທີ່ບ້ານໂພນສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍບັນດາທ່ານຈາກທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ຟຟລ ກ່າວວ່າ: ຟຟລ ມີທັງໜ້າທີ່ປະຕິຮູບ ແລະ ປັບປຸງການບໍລິການ ແລະ ສະໜອງພະລັງງານໃຫ້ທົ່ວສັງຄົມ ໃຫ້ມີຄຸນນະພາບ, ມີສະຖຽນລະພາບສູງຂຶ້ນ ຊຶ່ງການກໍ່ສ້າງສະຖານີໂພນຕ້ອງໃໝ່ນີ້ ກໍເປັນໜຶ່ງໃນແຜນຂອງວຽກງານປະຕິຮູບ ຟຟລ. ດັ່ງທີ່ຮັບຊາບນໍາກັນວ່າ ສະຖານີຮັບ ແລະ ຈ່າຍໄຟຟ້າ ແມ່ນໝາກຫົວໃຈຂອງການບໍລິການ ສະໜອງໄຟຟ້າ ຮັບໃຊ້ຜູ້ຕ້ອງການໃຊ້ໄຟຟ້າຂະໜາດກາງ, ນ້ອຍ ລວມທັງການດຳລົງຊີວິດ ແລະ ການຜະລິດ ແລະ ການບໍລິການຕ່າງທ ໃນທົ່ວສັງຄົມ, ທັງເປັນປັດໄຈຫຼັກໃນການທີ່ຈະດຶງດູດການລົງທຶນ. ໃນໄລຍະຜ່ານມາ, ຟຟລ ພາຍໃຕ້ການສະໜັບສະໜູນຂອງລັດຖະບານ ຈະໄດ້ມີການລົງທຶນມະຫາສານເຂົ້າໃນວຽກລະບົບສົ່ງ ແລະ ສະຖານີໄຟຟ້າ ໃນຂອບເຂດທົ່ວປະເທດ 76 ແຫ່ງ ແຕ່ກໍຍັງບໍ່ພຽງພໍກັບຄວາມຕ້ອງການ ແລະ ບໍ່ທົ່ວບໍ່ເຖິງ. ຂະນະທີ່ສະຖານີເກົ່າ ກໍຍັງຂາດການປັບປຸງທີ່ເໝາະສົມ ເຮັດໃຫ້ສະຖຽນລະພາບ ກໍຄືຄຸນນະພາບຂອງການສະໜອງໄຟຟ້າ ບໍ່ທັນໄດ້ມາດຕຖານ.
ສໍາລັບ, ສະຖານີໄຟຟ້າໂພນຕ້ອງ ໄດ້ຮັບການກໍ່ສ້າງໃນປີ 1967 ແລະ ໄດ້ເປີດນໍາໃຊ້ ພ້ອມກັບການສົ່ງໄຟຟ້າແຮງສູງ 115 ກິໂລໂວນ ຈາກວຽງຈັນ-ໜອງຄາຍ ໃນວັນທີ 16/12/1968 ຊຶ່ງໄລຍະທໍາອິດມີພຽງສາຍສົ່ງ 1 ວົງຈອນເຊື່ອມຕໍ່ ແລະ ກຳລັງຕິດຕັ້ງໝໍ້ແປງ 44 ແມັກກາໂວນອໍາເປ (MVA) ເພື່ອຮັບພະລັງງານຈາກ ຣາຊະອານາຈັກໄທ ມາຮັບໃຊ້ການກໍ່ສ້າງເຂື່ອນໄຟຟ້ານໍ້າເງື່ມ 1 ພ້ອມທັງສະໜອງໄຟຟ້າໃຫ້ຜູ້ຊົມໃຊ້ພາຍໃນຈໍານວນໜຶ່ງ. ພາຍຫຼັງເຂື່ອນໄຟຟ້ານໍ້າງື່ມ 1 ກໍ່ສ້າງສຳເລັດ, ໃນວັນທີ15/12/1971 ສະຖານີໄຟຟ້າໂພນຕ້ອງນີ້ ໄດ້ສືບຕໍ່ເຮັດໜ້າທີ່ກະຈາຍໄຟຟ້າໃຫ້ພາຍໃນ ໂດຍຮັບຈາກເຂື່ອນໄຟຟ້ານໍ້າງື່ມ 1 ສົ່ງຕໍ່ພະລັງງານສ່ວນທີ່ເຫຼືອໄປປະເທດໄທ ຈົນເຖິງປັດຈຸບັນ ຊຶ່ງຕະຫຼອດໄລຍະ 60 ປີ ຜ່ານມາ ການນໍາໃຊ້ສະຖານີດັ່ງກ່າວເຖິງຈະມີການປັບປຸງ ແລະ ຂະຫຍາຍກຳລັງຕິດຕັ້ງ ມາເປັນໄລຍະ. ມາຮອດປັດຈຸບັນ ມີກຳລັງຕິດຕັ້ງໝໍ້ແປງເຖິງ 200 MVA ແລະ ເປັນສະຖານີຫຼັກໃນການສົ່ງໄຟຟ້າໃຫ້ກັບອີກ 4 ສະຖານີຍ່ອຍຄື: ສະຖານີສີສະເກດ, ສະຖານີທາດຫຼວງ, ໂສກປ່າຫຼວງ ແລະ ສະຖານີດົງນາໂຊກ. ແຕ່ຍ້ອນການເວລາ, ອຸປະກອນພາຍໃນສະຖານີມີສະພາບທີ່ເກົ່າແກ່ຊຸດໂຊມເປເພ, ມີຄວາມລໍາບາກໃນການບໍາລຸງຮັກສາ ແລະ ບໍ່ສາມາດທີ່ຈະປັບປຸງໄດ້ອີກ. ສະນັ້ນ, ຟຟລ ຈຶ່ງຈໍາເປັນຕ້ອງໄດ້ສ້າງສະຖານີໃໝ່ເພື່ອປ່ຽນແທນ ສະຖານີໃນປັດຈຸບັນ ທັງນີ້ກໍເພື່ອຮັບປະກັນການສະໜອງໄຟຟ້າໃນນະຄອນຫຼວງວຽງຈັນ ໃຫ້ພຽງພໍ ແລະ ມີຄວາມໝັ້ນຄົງ ປະກອບສ່ວນເຂົ້ານະໂຍບາຍ ຫັນເປັນອຸດສາຫະກຳ ແລະ ທັນສະໄໝຂອງພັກ-ລັດ.
ທ່ານ ຜູ້ອໍານວຍການໃຫຍ່ ຟຟລ ກ່າວໃຫ້ຮູ້ອີກວ່າ: ຟຟລ ໄດ້ມີການກະກຽມໂຄງການນີ້ມາເປັນເວລາ 2 ປີແລ້ວ ຊຶ່ງໄດ້ມີການອອກແບບໃຫ້ຮັບປະກັນການສະໜອງໄຟຟ້າແບບຕໍ່ເນື່ອງ ເຖິງຈະມີການສ້ອມແປງ ກໍໃຫ້ມີຄວາມສະດວກປອດໄພໃນການຄວບຄຸມ. ໂຄງການນີ້, ໄດ້ມີການກະກຽມງົບປະມານ, ການກະກຽມການປະມູນ ແລະ ຄັດເລືອກຜູ້ຮັບເໝົາຕາມລະບຽບການ ຊຶ່ງຄາດວ່າການກໍ່ສ້າງຈະໃຊ້ເວລາ 1 ປີ ເລີ່ມແຕ່ 1/1/2023-1/1/2024; ປະກອບມີໜ້າວຽກຄື: ພາກກໍ່ສ້າງສາຍສົ່ງ 115 ກິໂລໂວນ ເບື້ອງເຂົ້າສະຖານີ 7 ວົງຈອນ (Bays) ລວງຍາວ 250 ແມັດ; ພາກກໍ່ສ້າງສະຖານີ 115/22 ກິໂລໂວນ ມີຫ້ອງຄວບຄຸມ, ກໍ່ສ້າງເບສາຍສົ່ງ 115 ກິໂລໂວນ 7 Bays, ກໍ່ສ້າງເບໝໍ້ແປງ 115/22 ກິໂລໂວນ 4 Bays, ກໍ່ສ້າງເບ 22 ກິໂລໂວນ 17 Bays, ກໍ່ສ້າງຕາຂ່າຍ 22 ກິໂລໂວນ ເຊື່ອມຕາຂ່າຍເດີມ; ພາກກໍ່ສ້າງສາງເກັບເຄື່ອງ 2 ຫຼັງ ຂະໜາດ 40x60 ແມັດ ແລະ ປັບປຸງອາຄານຄວບຄຸມສະຖານີເກົ່າເປັນຫ້ອງການ ແລະ ສູນຮຽນຮູ້ໃນອະນາຄົດ.
(ຂ່າວ: ສຸກສະຫວັນ, ພາບ: ສອນທະວີ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ