ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ຢູ່ເຂດເມືອງວາປີ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 1 ຄັ້ງ | ເວລາ | 2025-05-03 21:21:43
ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ ແລະ ກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ, ພ້ອມດ້ວຍການນໍາແຂວງສາລະວັນ ແລະ ເມືອງວາປີ ໄດ້ຈັດພິທີວາງສີລາລຶກໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ຂຶ້ນເມື່ອບໍ່ດົນມານີ້ ຢູ່ສໍານັກງານຫ້ອງການພາກສະໝາມຂອງບໍລິສັດ (ສາມແຍກທາງເຂົ້າແກ້ງກຸ-ປາກເສັດ) ບ້ານພູມສະຫວັນ ເມືອງວາປີ ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ, ທ່ານ ນາງ ສຸກສະຫວັນ ຄໍາສະຫວັນສຸກ ປະທານ ບໍລິສັດ ເຊເສັດ-ຫ້ວຍຕະປຸງ ພາວເວີ ຈໍາກັດ, ທ່ານ ຢາດອາລຸນ ລໍວັນໄຊ ປະທານກຸ່ມບໍລິສັດ ໂຊກພູນຊັບ ອິນເຕີມາຍນິງ ຈໍາກັດ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ແມ່ນໄດ້ສຶກສາສໍາຫຼວດຄວາມເປັນໄປໄດ້, ເຫັນວ່າມີຄວາມຖືກຕ້ອງທາງດ້ານເສດຖະກິດ-ເຕັກນິກ ແລະ ເງື່ອນໄຂອື່ນໆ, ມີກໍາລັງຕິດຕັ້ງ 13 ເມກາວັດ, ໂຄງການດັ່ງກ່າວໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນຄັ້ງວັນທີ 24 ກຸມພາ 2011 ແລະ ໄດ້ຮ່ວມເຊັນສັນຍາກັບບັນດາໂຄງການຕ່າງໆ ເປັນຕົ້ນ: ສັນຍາການພັດທະນາໂຄງການ, ສັນຍາຄຸ້ມຄອງໂຄງການ, ສັນຍາຊື້-ຂາຍໄຟຟ້າ ແລະ ອື່ນໆ. ມາໃນວັນທີ 2 ກຸມພາ 2024 ບໍລິສັດເຊເສັດ-ຫ້ວຍຕະປຸງ ພາວເວີ ຈຳກັດ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບກຸ່ມບໍລິສັດໂຊກພູນຊັບ ອິນເຕີມາຍນິ້ງ ຈຳກັດ ເພື່ອເປັນຄູ່ຮ່ວມທຸລະກິດໃນການພັດທະນາເຂື່ອນໄຟຟ້າເຊເສັດ-ແກ້ງຊັນ.
ພາຍຫຼັງສໍາເລັດການວາງສີລາລຶກແລ້ວ, ໃນໄລຍະປີ 2024-2025 ນີ້ ທາງໂຄງການຈະໄດ້ລົງມືຈັດຕັ້ງປະຕິບັດການກໍ່ສ້າງ ໃຫ້ສໍາເລັດຕາມກອບວຽກທີ່ວາງໄວ້ ເປັນຕົ້ນ: ການກໍ່ສ້າງຫົວງານຝາຍນໍ້າລົ້ນ, ກໍ່ສ້າງຄອງສົ່ງນໍ້າ ແຕ່ຫົວງານໄປຫາອ່າງພັກນໍ້ານອນ ແລະ ກໍ່ສ້າງຫ້ອງການພາກສະໝາມ, ຖ້າຫາກວ່າໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ສໍາເລັດ, ແຂວງສາລະວັນຈະໄດ້ຮັບຜົນປະໂຫຍດຫຼາຍດ້ານ ເປັນຕົ້ນ: ຊ່ວຍປະຊາຊົນໄດ້ມີວຽກເຮັດງານທໍາ ແລະ ອື່ນໆ. ຈານນັ້ນ, ໃນຕອນທ້າຍ ການນໍາຂອງແຂວງ, ເມືອງ ພ້ອມດ້ວຍ ບໍລິສັດ ແລະ ຄູ່ຮ່ວມພັດທະນາໂຄງການ ໄດ້ຮ່ວມກັນວາງສີລາລືກ, ລັ່ນຄ້ອງ ເພື່ອເປີດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ ເຊເສັດ-ແກ້ງຊັນ ຢູ່ເມືອງວາປີ ຢ່າງເປັນທາງການ.
(ພາບ-ຂ່າວ: ທິດລານີ ໂຄດໂຍທາ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ