ວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າເນີນ1ຢູ່ເມືອງໜອງແຮດ ແຂວງຊຽງ ຂວາງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 2 ຄັ້ງ | ເວລາ | 2025-05-03 20:56:54
ໃນຕອນເຊົ້າວັນທີ 29 ເມສາ 2025 ໄດ້ມີພິທີວາງສີລາລຶກ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ທີ່ເມືອງໜອງແຮດ, ແຂວງຊຽງຂວາງ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ພ້ອມດ້ວຍການນຳແຂວງຊຽງຂວາງ ແລະ ແຂວງຫົວພັນ, ຄະນະບໍລິຫານບໍລິສັດໄຟຟ້ານໍ້າເນີນ 1, ພະນັກງານທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໃນພິທີ, ທ່ານ ສູນທອນ ຊາບັນດິດ, ປະທານບໍລິສັດ ເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ຈຳກັດຜູ້ດຽວ ໄດ້ກ່າວສະ ແດງຄວາມຍິນດີຕ້ອນຮັບ ບັນດາທ່ານ ການນຳຂັ້ນຕ່າງໆ ແລະ ແຂກ ທີ່ໃຫ້ກຽດເຂົ້າຮ່ວມພິທີໃນຄັ້ງນີ້. ຫຼັງຈາກນັ້ນ, ທ່ານ ສຸລິເດດ ເບົ້າມະນີໂຄດ, ຜູ້ຈັດການໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກນໍ້າເນີນ 1 ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການດັ່ງກ່າວ ຕັ້ງຢູ່ບ້ານພຽງຫົ່ງ, ເມືອງໜອງແຮດ, ແຂວງຊຽງຂວາງ ໂດຍແມ່ນບໍລິສັດ ກໍ່ສ້າງ 47 ຫຸ້ນສ່ວນຈຳກັດ ແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ; ມີກຳລັງຕິດຕັ້ງ 124 ເມກາວັດ; ໄລຍະເວລາກໍ່ສ້າງ 54 ເດືອນ ເຊິ່ງຕາມແຜນຈະສຳເລັດ ແລະ ເປີດນຳໃຊ້ ໃນເດືອນກັນຍາ 2028; ມູນຄ່າໂຄງການ ປະມານ 360 ລ້ານໂດລາສະຫະລັດ; ເປັນເຂື່ອນຄອນກີດເສີມເຫຼັກ, ສັນເຂື່ອນມີຄວາມຍາວ 553 ແມັດ, ຕົວເຂື່ອນມີຄວາມສູງ 138 ແມັດ. ໃນຂະນະດຽວກັນ, ທ່ານ ຟ້າມນາມຟອງ, ປະທານສະພາບໍລິຫານ ບໍລິສັດ ກໍ່ສ້າງ 47 ຫຸ້ນສ່ວນຈຳກັດ ໃນນາມຜູ້ຮັບເໝົາກໍ່ສ້າງໂຄງການ ກໍ່ໄດ້ຂຶ້ນມີຄຳເຫັນຕໍ່ພິທີ ໂດຍໄດ້ລາຍງານໃຫ້ຊາບ ກ່ຽວກັບປະຫວັດການເຄື່ອນໄຫວທີ່ພົ້ນເດັ່ນ ຂອງບໍລິສັດ ໃນໄລຍະຜ່ານມາ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະເອົາໃຈໃສ່ການກໍ່ສ້າງໂຄງການເຂື່ອນໄຟຟ້ານໍ້າເນີນ 1 ຕື່ມ ເປັນຕົ້ນ ຈະຈັດຕັ້ງປະຕິບັດການກໍ່ສ້າງໂຄງການຕາມເຕັກນິກຕ່າງໆ ຢ່າງເຂັ້ມງວດ, ເຄື່ອນໄຫວວຽກງານ ສອດຄ່ອງກັບກົດໝາຍ ແລະ ລະບຽບການຂອງ ສປປ ລາວ; ດຳເນີນການກໍ່ສ້າງໂຄງການ ໃຫ້ຮັບປະກັນທາງດ້ານໜ້າວຽກ, ຄຸນນະພາບ, ເຕັກນິກ, ຄວາມສວຍງາມ, ສິ່ງແວດລ້ອມ ແລະ ຄວາມປອດໄພ, ທັງສຳເລັດ ແລະ ສາມາດມອບ-ຮັບໂຄງການ ຕາມກຳນົດເວລາຂອງສັນຍາທີ່ໄດ້ກຳນົດໄວ້.
ໃນໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ກໍ່ໄດ້ໃຫ້ກຽດມີຄຳເຫັນຕໍ່ພິທີ ໂດຍໄດ້ຕີລາຄາວ່າ: ໂຄງການພັດທະນາເຂື່ອນໄຟຟ້ານໍ້າເນີນ 1 ແມ່ນໂຄງການພັດທະນາອຸດສາຫະກຳພະລັງງານທີ່ສຳຄັນໂຄງການໜຶ່ງ ຊຶ່ງຕິດພັນກັບການຜະລິດ ເພື່ອສົ່ງອອກ ໂດຍສະເພາະແມ່ນ ສົ່ງໃຫ້ ສສ ຫວຽດນາມ, ເປັນໂຄງການທີ່ລົງທຶນສູງ, ນຳໃຊ້ເຕັກນິກທີ່ທັນສະໄໝ, ມີລັກສະນະຄົບວົງຈອນ ຊຶ່ງເຊື່ອໝັ້ນວ່າ ພາຍຫຼັງການກໍ່ສ້າງໂຄງການນີ້ສຳເລັດ ຈະເປັນເງື່ອນໄຂອັນດີ ປະກອບສ່ວນສໍາຄັນ ເຂົ້າໃນການພັດທະນາອຸດສາຫະກໍາພະລັງງານ ກໍຄືການພັດທະນາເສດຖະກິດ-ສັງຄົມຂອງຊາດ ເວົ້າລວມ, ເວົ້າສະເພາະ ການປັບປຸງໂຄງລ່າງພື້ນຖານ ແລະ ຊີວິດການເປັນຢູ່ ຂອງປະຊາຊົນ ຢູ່ທ້ອງຖິ່ນທີ່ໂຄງການຕັ້ງຢູ່ ໃນປະຈຸບັນ ກໍ່ຄືໃນສະເພາະໜ້າ ແລະ ຍາວນານ ໃຫ້ນັບມື້ດີຂຶ້ນເປັນກ້າວໆ.
ໃນຕອນທ້າຍພິທີ, ທ່ານ ນາຍົກລັດຖະມົນຕີ ກໍ່ໄດ້ໃຫ້ກຽດກົດປຸ່ມເປີດພິທີວາງສີລາລຶກ ແລະ ລັ່ນຄ້ອງ ເພື່ອເປັນສິລິມຸງຄຸນ ໃຫ້ແກ່ການກໍ່ສ້າງໂຄງການດັ່ງກ່າວ ຕື່ມອີກ.
ໃນຕອນບ່າຍ ຂອງວັນດຽວກັນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ໄປຕິດຕາມກວດກາເບິ່ງ ສະພາບການຈັດຕັ້ງປະຕິບັດໂຄງການຂຸດຄົ້ນແຮ່ເຫຼັກ, ແຮ່ຫາຍາກ ຂອງກຸ່ມບໍລິສັດ ນິກສັນ ພັດທະນາບໍ່ແຮ່ຈຳກັດ ທີ່ເມືອງຮ້ຽມ, ແຂວງຫົວພັນ ແລະ ໄດ້ຊີ້ນຳບໍລິສັດດັ່ງກ່າວ ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການຂອງຕົນ ໃຫ້ສອດຄ່ອງກັບເຕັກນິກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ; ເອົາໃຈໃສ່ຫຼີກລ່ຽງການພັດທະນາທີ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ; ໃຫ້ບໍລິສັດ ພິຈາລະນາກໍ່ສ້າງໂຮງງານ ເພື່ອປຸງແຕ່ງແຮ່ທາດເປັນຜະລິດຕະພັນສຳເລັດຮູບ-ເຄິ່ງສຳເລັດຮູບ ສົ່ງອອກ ຄຽງຄູ່ກັບການດຳເນີນການຂຸດຄົ້ນ ເພື່ອສ້າງມູນຄ່າເພີ່ມ ກໍ່ຄືລາຍຮັບ ໃຫ້ບໍລິສັດ ກໍ່ຄືປະເທດຊາດຫຼາຍຂຶ້ນ; ໃຫ້ບໍລິສັດ ປະກອບສ່ວນ ເຂົ້າໃນການພັດທະນາທ້ອງຖິ່ນ ໂດຍສະເພາະ ປັບປຸງຊີວິດການເປັນຢູ່ ແລະ ໂຄງລ່າງພື້ນຖານ ຢູ່ທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນເປັນກ້າວໆ; ໃຫ້ອົງການປົກຄອງທ້ອງຖິ່ນທຸກຂັ້ນ ສືບຕໍ່ເປັນເຈົ້າການ ຕິດຕາມ-ຊຸກຍູ້ ການປະຕິບັດໂຄງການ ໃຫ້ສອດຄ່ອງກັບສັນຍາ ກໍ່ຄືກົດໝາຍ ແລະ ລະບຽບການທີ່ກຳນົດໄວ້ ຢ່າງເຂັ້ມງວດ.
ຂ່າວ ແລະ ພາບ: ກົມປະຊາສຳພັນ ຫສນຍ.
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ