ຖວທ ປະດັບຫຼຽນກາລະນຶກ 70 ປີ ພັກປະຊາຊົນ ປະຕິວັດລາວ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 18 ຄັ້ງ | ເວລາ | 2025-05-03 17:25:55
ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຂຶ້ນໃນວັນທີ 29 ເມສາ ຜ່ານມາ ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍການເປັນປະທານຂອງ ສະຫາຍ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງ ຖວທ, ມີສະມາຊິກພັກປະຈຳການ ແລະ ບຳນານ ເຂົ້າຮ່ວມຮັບຫຼຽນກາລະນຶກ ຈຳນວນ 79 ສະຫາຍ.
ຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກ ເປັນຫຼຽນກາກຽດຕິຄຸນອັນສູງສົ່ງຂອງພັກປະຊາຊົນ ປະຕິວັດລາວ ມອບໃຫ້ແກ່ບັນດາສະຫາຍສະມາຊິກພັກປະຈໍາການ ແລະ ບໍານານ ທີ່ມີຜົນງານອັນໃຫຍ່ ຫຼວງ, ມີວິລະກໍາອັນລ້ຳເລີດ, ເປັນແບບຢ່າງອັນປະເສີດໃຫ້ແກ່ຮຸ່ນຄົນສືບທອດ ໂດຍໄດ້ປະກອບສ່ວນອຸທິດເຫື່ອແຮງ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ປະເທດຊາດ.
ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄຳເຫັນວ່າ: ການຈັດຕັ້ງພິທີປະດັບຫຼຽນກາລະນຶກ 70 ປີ ໃຫ້ສະມາຊິກພັກປະຈຳການ ແລະ ບຳນານ ເປັນການສະແດງໃຫ້ເຫັນເຖິງຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ເປັນການຍ້ອງຍໍສັນລະເສີນ, ເປັນຄວາມທະນົງໃຈຂອງພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຕໍ່ບັນດາສະຫາຍ. ຜົນງານຄຸນງາມຄວາມດີ ແລະ ວິລະກໍາອັນລໍ້າເລີດຂອງບັນດາສະຫາຍ ຍັງສະຫວ່າງສະໄຫວຢູ່ໃນດວງໃຈ ຂອງພະນັກງານທົ່ວກະຊວງ ຖວທ, ຈະຖືກຈາລຶກໄວ້ໃນປະຫວັດຂອງກະຊວງ ຖວທ ແລະ ໃນໜ້າປະຫວັດສາດຄໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ປະຫວັດສາດຂອງຊາດລາວຕະຫຼອດໄປ. ພວກເຮົາຜູ້ທີ່ເປັນຄົນຮຸ່ນສືບທອດ ຈະຮ່ຳຮຽນເອົາແບບຢ່າງຄຸນສົມບັດສິນທໍາປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະລະເຫື່ອແຮງ ແລະ ທຸ້ມເທຈິດໃຈເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງບັນດາສະຫາຍ; ຄວາມຊື່ສັດບໍລິສຸດ ຈົງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນໍາພາຂອງພັກຂອງບັນດາສະຫາຍໄວ້ເປັນແວ່ນແຍງ ບົນເສັ້ນທາງແຫ່ງການກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຈະສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນ ເຊື້ອອັນດີງາມນີ້ຕະຫຼອດໄປ. ພວກເຮົາຈະພ້ອມກັນຍຶດໝັ້ນໃນອຸດົມການ, ຮັກສາທາດແທ້, ລັກສະນະຊົນຊັ້ນຂອງພັກ; ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກໃຫ້ ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກໍານົດໄວ້.
ແຫຼ່ງ: ປະຊາຊົນ, ຂ່າວ-ພາບ: ຂັນໄຊ
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ