ສສຊ ເຂດ 14 ສະເໜີບາງມາດຕາໃຫ້ໃຊ້ຄໍາສັບສອດຄ່ອງ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 28 ຄັ້ງ | ເວລາ | 2025-03-19 17:47:11
ພາຍຫຼັງ, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ຮັບຟັງສະເໜີກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025, ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນານີ້ ທີ່ ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ. ຈາກນັ້ນ, ບັນດາ ສສຊ ກໍໄດ້ສຸມໃສ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍດັ່ງກ່າວ ໃນບາງມາດຕາ ເພື່ອໃຫ້ໃຊ້ຄໍາສັບມີຄວາມກົມກຽວກັນ, ຮັດກຸມ ແລະ ສອດຄ່ອງ.
ທ່ານ ປະເດີມພອນ ສົນທະນີ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ມີຄໍາເຫັນວ່າ: ຕໍ່ມາດຕາ 3 ກ່ຽວກັບຫຼັກການຈັດຕັ້ງ ແລະ ການເຄື່ອນໄຫວ ໂດຍມີ 3 ຫຼັກການ ຊຶ່ງການຂຽນຢາກໃຫ້ຕື່ມຄໍາສັບ ໃນຫຼັກການທີ 1 ເວົ້າຮອດແຕ່ຂັ້ນແຂວງ ບໍ່ຮອດນະຄອນ ຄວນຕື່ມຄໍາວ່າ: ມີການແບ່ງຂັ້ນຄຸ້ມຄອງຕາແສງຂຶ້ນກັບເມືອງ, ຂັ້ນເມືອງຂຶ້ນກັບແຂວງ, ນະຄອນ ເນື່ອງຈາກນະຄອນກັບແຂວງຂຶ້ນກັບລັດຖະບານ. ສໍາລັບຂໍ້ 2 ໃນຫຼັກການ “ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ ເພີ່ມຄວາມຮັບຜິດ ຊອບຂອງອົງການປົກຄອງທ້ອງຖິ່ນ ຢາກໃຫ້ປ່ຽນຄໍາວ່າ: ເພີ່ມຄວາມຮັບຜິດຊອບຂອງອົງການປົກຄອງທ້ອງຖິ່ນ ເປັນຍົກສູງຂອງອົງການປົກຄ້ອງທ້ອງຖິ່ນ ຈະສອດຄ່ອງກວ່າ, ເຮົາບໍ່ໄດ້ວັດກັນດ້ວຍປະລິມານ ເຮົາເວົ້າເລື່ອງຄຸນນະພາບ. ສໍາລັບຂໍ້ 3 “ຮັບຜິດຊອບບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍ” ຢາກປ່ຽນມາເປັນເຄື່ອນໄຫວບົນພື້ນຖານລັດຖະທໍາມະນູນ ແລະ ກົດໝາຍ.
ຕໍ່ມາດຕາ 4 ທີ່ຕັ້ງ “ອົງການປົກຄອງທ້ອງຖິ່ນ ແມ່ນອົງການບໍລິຫານຂັ້ນທ້ອງຖິ່ນ” ເຫັນວ່າມີຄໍາສັບອົງການຊໍ້າກັນ. “ອົງການປົກຄອງທ້ອງຖິ່ນ ແມ່ນອົງກອນ ຫຼື ການຈັດຕັ້ງການບໍລິຫານຂັ້ນທ້ອງຖິ່ນຈະມີຄວາມສອດຄ່ອງກວ່າ. ສໍາລັບມາດຕາ 6 ສິດ ແລະ ໜ້າທີ່ ຂອງອົງການປົກຄອງທ້ອງຖິ່ນ ເຫັນວ່າວຽກໜຶ່ງຂາດໄປ ວຽກຈັດຕັ້ງຜັນຂະຫຍາຍນະໂຍບາຍຂອງພັກ, ຂອງລັດ ກໍມີຄວາມຈໍາເປັນຢາກໃຫ້ໄປໃສ່ຂໍ້ 1. ຕໍ່ມາດຕາ 40 ເຮົາໃຊ້ຄໍາວ່າ: ສິດຂອງປະທານຄະນະກໍາມະການປົກຄອງເມືອງ ແລະ ມາດຕາ 48 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນ ເຫັນວ່າມີຄວາມແຕກຕ່າງວິທີການຂຽນຂອງປະໂຫຍກ ຖ້າປະທານ ກໍໃຫ້ໃສ່ປະທານ ຫຼື ຄະນະກໍາມະການ ກໍຢາກໃສ່ໃຫ້ຄະນະກໍາມະການນໍາກັນ. ໃນນັ້ນ, ສິດ ແລະ ໜ້າທີ່ຂອງເມືອງກໍຍັງມີແຕ່ 13 ຂໍ້ເຫັນວ່າຍັງມີໜ້ອຍກວ່າ ສິດ ແລະ ໜ້າທີ່ຂອງນະຄອນມີ 27 ຂໍ້. ສະນັ້ນ, ໃຫ້ຮຽບຮຽງຄືນໃໝ່ ເພື່ອໃຫ້ສອດຄ່ອງ ແລະ ກົມກຽວກັນ.
ທ່ານ ນາງ ພອນເພັດ ອຸ່ນແກ້ວ ສສຊ ເຂດເລືອກຕັ້ງທີ 14 ແຂວງສາລະວັນ ຍັງມີຄໍາເຫັນວ່າ: ໂດຍລວມເຫັນວ່າເນື້ອໃນປັບປຸງກົດໝາຍດັ່ງກ່າວ ແມ່ນມີຄວາມຮັດກຸມ, ຈະແຈ້ງເປັນສ່ວນຫຼາຍ, ຕໍ່ມາດຕາ 11, ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ. ໃນຂໍ້ 1: ສະເໜີໃຫ້ສັບຊ້ອນເນື້ອໃນຄືນ ເພື່ອໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກໍາ. ໃນນັ້ນ, ຂໍ້ 8 ທີ່ກໍານົດເນື້ອໃນວ່າ: ແບ່ງໜ້າທີ່ຮັບຜິດຊອບ, ສິດຕັດສິນບັນຫາ ແລະ ຜົນປະໂຫຍດແກ່ເມືອງ-ນະຄອນ ເນື່ອງຈາກການຂຽນເນື້ອໃນດັ່ງກ່າວໃນກົດໝາຍຍັງບໍ່ເໝາະສົມ. ສະນັ້ນ, ສະເໜີແລກປ່ຽນໃຫ້ແບ່ງໜ້າທີ່, ຂອບເຂດສິດ, ຄວາມຮັບຜິດຊອບ ແລະ ງົບປະມານຕາມແຜນງົບປະມານ ທີ່ກອງປະຊຸມສະພາຂັ້ນແຂວງພິຈາລະນາຮັບຮອງເອົາ.
ໂອກາດນີ້, ບັນດາ ສສຊ ຈາກເຂດເລືອກຕັ້ງຕ່າງໆ ກໍໄດ້ສຸມໃສ່ປະກອບຄໍາເຫັນໃນການໃຊ້ຄໍາສັບໃສ່ບາງມາດຕາຕື່ມອີກ ເພື່ອໃຫ້ກົດໝາຍສະບັບນີ້ ມີເນື້ອໃນຮັດກຸມ, ກົມກຽວ ແລະ ສອດຄ່ອງຂຶ້ນຕື່ມ.
(ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ