ເຈາະຈີ້ມໃຫ້ ສສຊ ປະກອບຄໍາເຫັນຢ່າງມີຈຸດສຸມ ຕໍ່ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 13 ຄັ້ງ | ເວລາ | 2025-03-19 17:43:41
ເຈາະຈີ້ມໃຫ້ ສສຊ ປະກອບຄໍາເຫັນຢ່າງມີຈຸດສຸມ ຕໍ່ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ
............
ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ໃນນາມປະທານກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ດຳເນີນໃນວັນທີ 18 ມີນານີ້ ຢູ່ຫໍສະພາແຫ່ງຊາດ ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ສະມາຊິກສະພາແຫ່ງຊາດ (ສສຊ) ປະກອບຄໍາເຫັນຢ່າງມີຈຸດສຸມ ຕໍ່ 9 ມາດຕາໃນຮ່າງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ພ້ອມດຽວກັນກໍເນັ້ນວ່າຖ້າມີມາດຕາອື່ນທີ່ເນື້ອໃນບໍ່ທັນລະອຽດ, ບໍ່ສອດຄ່ອງ ກໍສາມາດມີຄໍາເຫັນເພີ່ມຕື່ມໄດ້.
ພາຍຫຼັງການສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ໂດຍ ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ; ທ່ານ ຄໍາໃບ ດຳລັດ ໄດ້ມີຄໍາເຫັນເຈາະຈີ້ມ ເພື່ອໃຫ້ ສສຊ ປະກອບຄໍາເຫັນຢ່າງມີຈຸດສຸມ ໂດຍເນັ້ນໃສ່ 9 ມາດຕາດັ່ງນີ້:
ມາດຕາ 11 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ; ມາດຕາ 30 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງເມືອງ; ມາດຕາ 48 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງນະຄອນ; ມາດຕາ 65 ສິດ ແລະ ໜ້າທີ່ຂອງຄະນະກໍາມະການປົກຄອງຕາແສງ. ຕໍ່ການກໍານົດເນື້ອໃນຂອງບັນດາມາດຕາດັ່ງກ່າວ, ບັນດາທ່ານເຫັນວ່າ ຄົບຖ້ວນ ແລະ ສອດຄ່ອງແລ້ວບໍ່ ຫຼື ຄວນປັບປຸງຄືແນວໃດຕື່ມ?.
ມາດຕາ 20 ສິດ ແລະ ໜ້າທີ່ຂອງປະທານຄະນະກໍາມະການປົກຄອງນະຄອນຫຼວງ, ແຂວງ ເນື້ອໃນ ຂໍ້ 5, 6, 8, 9, 10, 11, 12, 13, 20 ແລະ 21 ທີ່ໄດ້ມີການປັບປຸງ ແລະ ເພີ່ມເຂົ້າໃໝ່ນັ້ນ ບັນດາທ່ານເຫັນວ່າ ຄົບຖ້ວນ, ຮັດກຸມແລ້ວບໍ່ ຫຼື ຄວນກໍານົດຄືແນວໃດໃຫ້ມີຄວາມຊັດເຈນ?.
ມາດຕາ 62 ການສ້າງຕັ້ງຕາແສງ ເນື້ອໃນວັກທີໜຶ່ງ ທີ່ວ່າ “ຕາແສງ ຖືກ ສ້າງຕັ້ງ, ຍຸບເລີກ, ແຍກອອກ, ໂຮມ ເຂົ້າ ແລະ ກໍານົດເຂດແດນ ຕາມການຕົກລົງ ຂອງຄະນະກໍາມະການປົກຄອງຂັ້ນແຂວງ ພາຍຫຼັງສະພາປະຊາຊົນ ທ້ອງຖິ່ນ ໄດ້ຮັບຮອງເອົາ”. ບັນດາທ່ານເຫັນວ່າ ມີຄວາມເໝາະສົມແລ້ວບໍ່ ຫຼື ຄວນໃຫ້ມີການເຫັນດີຂອງລັດຖະບານກ່ອນ ເພື່ອໃຫ້ສູນກາງສາມາດຄຸ້ມຄອງດ້ານຈໍານວນໃນຂອບເຂດທົ່ວປະເທດ ຫຼື ຄວນຈະກໍານົດແນວໃດ ຈຶ່ງມີຄວາມ ເໝາະສົມ ແລະ ສອດຄ່ອງກັບສະພາບຕົວຈິງ?.
ມາດຕາ 86 ໂຄງປະກອບກົງຈັກການປົກຄອງຂັ້ນຕາແສງ ມີ “ຈຸງານ ຕາມການສະເໜີຂອງທ່ານ ລັດຖະມົນຕີກະຊວງພາຍໃນ” ເຫດຜົນເອີ້ນ ຈຸງານ ກໍເນື່ອງຈາກວ່າ ລະບົບກົງຈັກມີຊື່ເອີ້ນສະເພາະທີ່ແຕກຕ່າງກັນ ຄືຂັ້ນສູນກາງ ກົງຈັກລຸ່ມສຸດ ເອີ້ນວ່າ ພະແນກ, ຂັ້ນແຂວງ ກົງຈັກລຸ່ມສຸດ ເອີ້ນວ່າ ຂະແໜງ, ຂັ້ນເມືອງ ກົງຈັກລຸ່ມສຸດ ເອີ້ນວ່າ ໜ່ວຍງານ. ສະນັ້ນ, ຂັ້ນຕາແສງ ຈຶ່ງເອີ້ນວ່າ ຈຸງານ, ຖ້າເອີ້ນວ່າໜ່ວຍງານ ຈະຊໍ້າຊ້ອນ ກັບ ຂັ້ນເມືອງ ແລະ ບໍ່ໄປຕາມການກໍານົດຕໍາແໜ່ງງານ. ໃນກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນຄັ້ງ ວັນທີ 14 ມີນາ 2025 ມີທ່ານຜູ້ແທນ ຈໍານວນໜຶ່ງສະແດງຄວາມເຫັນດີເປັນເອກະພາບ, ແຕ່ກໍຍັງມີຫຼາຍຄໍາເຫັນ ສະເໜີໃຫ້ປ່ຽນ ຈາກຈຸງານ ເປັນ ໜ່ວຍງານ; ສະນັ້ນ, ສະເໜີບັນດາທ່ານ ສສຊ ຈົ່ງໄດ້ຄົ້ນຄວ້າ, ປະກອບຄໍາເຫັນຕື່ມ ຄວນກໍານົດຄືແນວໃດ ເພື່ອໃຫ້ມີຄວາມສອດຄ່ອງ ແລະ ສາມາດຈັດຕັ້ງປະຕິບັດ ເມື່ອກົດໝາຍສະບັບນີ້ ໄດ້ຮັບການປະກາດໃຊ້?.
ມາດຕາ 68 ການແຕ່ງຕັ້ງ, ຍົກຍ້າຍ ຫຼື ປົດຕໍາແໜ່ງ ປະທານຄະນະກໍາມະການປົກຄອງຕາແສງ ໂດຍ ປະທານຄະນະກໍາມະການປົກຄອງເມືອງ, ນະຄອນ ພາຍຫຼັງໄດ້ຮັບການເຫັນດີຈາກປະທານຄະນະກໍາມະການປົກຄອງຂັ້ນແຂວງ. ກອງປະຊຸມຍົກສູງຄຸນນະພາບທາງດ້ານເນື້ອໃນ ຄັ້ງວັນທີ 14 ມີນາ 2025 ບັນດາທ່ານຜູ້ແທນໄດ້ປະກອບຄໍາເຫັນຫຼາຍ ເຖິງຈະບໍ່ໄດ້ສະເໜີໃຫ້ ສະພາປະຊາຊົນທ້ອງຖິ່ນຮັບຮອງເອົາ ແຕ່ກໍຄວນຜ່ານການເຫັນດີຈາກ ປະທານຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງຂັ້ນເມືອງກ່ອນ; ຕໍ່ຄໍາເຫັນດັ່ງກ່າວ, ສະເໜີ ບັນດາທ່ານຄົ້ນຄວ້າ, ປະກອບຄໍາເຫັນຕື່ມ ຈະກໍານົດໄວ້ໃນກົດໝາຍບໍ່ ຫຼື ໃຫ້ເປັນກົນໄກໃນການປະຕິບັດ ແລ້ວກໍານົດທິດທາງໃນຕໍ່ໜ້າ ສໍາລັບປະທານຄະນະສະມາຊິກສະພາປະຊາຊົນຂັ້ນແຂວງ ປະຈໍາເຂດເລືອກຕັ້ງຂັ້ນເມືອງ ຢ່າງໜ້ອຍຕ້ອງໃຫ້ເປັນກໍາມະການຄະນະກໍາມະການປົກຄອງຂັ້ນເມືອງ ຊຶ່ງກໍຈະເປັນຜູ້ທີ່ຄົ້ນຄວ້າກ່ຽວກັບການສະເໜີແຕ່ງຕັ້ງ, ຍົກຍ້າຍ ແລະ ປົດຕໍາແໜ່ງປະທານຄະນະກໍາມະການປົກຄອງຂັ້ນຕາແສງ. ບັນດາທ່ານເຫັນວ່າ ສອດຄ່ອງ ແລະ ເໝາະສົມແລ້ວບໍ່?.
ມາດຕາ 78 ການເງິນ, ທີ່ກໍານົດວ່າ “ການເງິນ ຂອງອົງການປົກຄອງທ້ອງຖິ່ນ ແບ່ງອອກເປັນ 3 ຂັ້ນຫົວໜ່ວຍງົບປະມານ ຄື ຫົວໜ່ວຍງົບປະມານຂັ້ນແຂວງ, ຫົວໜ່ວຍງົບປະມານຂັ້ນເມືອງ ແລະ ຫົວໜ່ວຍງົບປະມານຂັ້ນຕາແສງ”. ການກໍານົດໃຫ້ ຂັ້ນຕາແສງເປັນຫົວໜ່ວຍງົບປະມານຂັ້ນໜຶ່ງນັ້ນ ກໍເພື່ອໃຫ້ຕາແສງມີຄວາມເປັນເຈົ້າຕົນເອງ, ມີກໍາລັງແຮງໃນການພັດທະນາ ຊຶ່ງກໍຕິດພັນກັບທິດຊີ້ນໍາກອງປະຊຸມຄະນະບໍລິຫານງານສູນກາງພັກ ແລະ ການປັບປຸງຮ່າງລັດຖະທໍາມະນູນ ສະບັບປີ 2025; ແຕ່ຜ່ານການຄົ້ນຄວ້າ, ປະກອບຄໍາເຫັນຫຼາຍກອງປະຊຸມ ຍັງບໍ່ມີຄວາມເປັນເອກະພາບ ກັບເນື້ອໃນດັ່ງກ່າວ ເນື່ອງຈາກວ່າ ປັດຈຸບັນ ແຕ່ລະເມືອງຍັງຂາດດຸນງົບປະມານ ແລະ ບຸກຄະລາກອນ ຖ້າໃຫ້ຂັ້ນຕາແສງ ເປັນຫົວໜ່ວຍງົບປະມານຂັ້ນໜຶ່ງຕື່ມ ກໍຈະເພີ່ມຄວາມຫຍຸ້ງຍາກຕື່ມອີກ. ສະນັ້ນ, ຈຶ່ງສະເໜີບັນດາທ່ານ ມີຄໍາເຫັນຕື່ມ ເພື່ອໃຫ້ເນື້ອໃນມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້.
(ຂ່າວ-ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ