ສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 15 ຄັ້ງ | ເວລາ | 2025-03-19 17:36:30
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 18 ມີນານີ້ ທີ່ຫໍສະພາແຫ່ງຊາດ ໄດ້ດຳເນີນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ, ກອງປະຊຸມໃນມື້ນີ້ ໄດ້ມີການສະເໜີປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2015 ເພື່ອໃຫ້ມີຄວາມຮັດກຸມ, ສອດຄ່ອງ ແນໃສ່ແກ້ໄຂບາງບັນຫາທີ່ຄົ້ງຄ້າງ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ.
ໃນກອງປະຊຸມ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ ໄດ້ລາຍງານເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ວ່າ: ພາຍຫຼັງທີ່ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2015 ໄດ້ຖືກຮັບຮອງ ແລະ ປະກາດໃຊ້, ກະຊວງພາຍໃນ ໃນນາມທີ່ເປັນເສນາທິການໃຫ້ລັດຖະບານ ກໍໄດ້ເອົາໃຈໃສ່ເຜີຍແຜ່, ເຊື່ອມຊຶມ ແລະ ແຈກຢາຍ ໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃນຂອບເຂດທົ່ວປະເທດ, ໄດ້ຜັນຂະຫຍາຍເປັນນິຕິກຳລຸ່ມກົດໝາຍຈໍານວນ 13 ສະບັບ; ບັນດາອົງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຕັ້ງໜ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດກົດໝາຍສະບັບດັ່ງກ່າວ ເຂົ້າໃນການຄຸ້ມຄອງບໍລິຫານລັດໃນດ້ານຕ່າງໆ ຂອງອົງການປົກຄອງແຕ່ລະຂັ້ນ ແລະ ໄດ້ຮັບຜົນສໍາເລັດເປັນຢ່າງດີໂດຍພື້ນຖານ.
ນັບແຕ່ປີ 2021 ເປັນຕົ້ນມາ, ກະຊວງພາຍໃນ ໄດ້ມີການປະເມີນການຈັດຕັ້ງປະຕິບັດ ແລະ ພ້ອມທັງທາບທາມທິດທາງໃນການປັບປຸງກົດໝາຍດັ່ງກ່າວ ຢູ່ທ້ອງຖິ່ນຈໍານວນໜຶ່ງ. ຜ່ານການຕີລາຄາການຈັດຕັ້ງປະຕິບັດກົດໝາຍ ຊຶ່ງເຫັນວ່າ ມີບາງບັນຫາທີ່ຄ້າງຄາ ແລະ ບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ເທົ່າທີ່ຄວນ. ນອກນັ້ນ, ຍັງມີກຸ່ມບ້ານ ຊຶ່ງຖືກສ້າງຕັ້ງຂຶ້ນຕາມມະຕິ 09/ກມສພ, ເປັນຂອດລະຫວ່າງກາງ ລະຫວ່າງ ເມືອງ ກັບ ບ້ານ ເຮັດວຽກຄ້າຍຄືຂັ້ນການປົກຄອງ, ແຕ່ບໍ່ແມ່ນຂັ້ນຂອງການປົກຄອງ; ພ້ອມດຽວກັນນັ້ນ, ໃນຕົວເນື້ອໃນຂອງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປີ 2015 ມີບາງມາດຕາ ຍັງບໍ່ທັນສອດຄ່ອງກັບກົດໝາຍອື່ນທີ່ກ່ຽວຂ້ອງ. ສັງລວມແລ້ວ, ການບໍລິຫານຂັ້ນຮາກຖານ ຍັງບໍ່ທັນເຂັ້ມແຂງດີເທົ່າທີ່ຄວນ, ການບໍລິຫານລັດຂັ້ນຮາກຖານ ຍັງມີລັກສະນະເຄິ່ງໆກາງໆ ຊອດກະຈາ ລະຫວ່າງອົງການບໍລິຫານລັດຂັ້ນລຸ່ມສຸດ ກັບການຈັດຕັ້ງຊຸມຊົນ.
ການສະເໜີປັບປຸງກົດໝາຍດັ່ງກ່າວ ກໍເພື່ອໃຫ້ສອດຄ່ອງນິຕິກໍາຈໍານວນໜຶ່ງ ທີ່ສູນກາງວາງອອກນັ້ນ ເປັນຕົ້ນແມ່ນ ມະຕິ ວ່າດ້ວຍສືບຕໍ່ຍູ້ແຮງການຜັນຂະຫຍາຍແນວທາງປ່ຽນແປງໃໝ່ ສູ່ລ່ວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ ໃນການນໍາພາຂອງພັກ ສະບັບເລກທີ 05/ຄບສພ, ຄໍາສັ່ງ ວ່າດ້ວຍການຄາດຄະເນແບ່ງຄວາມຮັບຜິດຊອບຂອງຄະນະປະຈຳພັກ ແຕ່ລະຂັ້ນ ສະບັບເລກທີ 173/ຄລສພ, ແຈ້ງການກ່ຽວກັບການແບ່ງງານໃຫ້ສະຫາຍຮອງເລຂາຄະນະບໍລິຫານງານພັກເມືອງ-ນະຄອນ ສະບັບເລກທີ 56/ຄຈສພ, ແຈ້ງການກ່ຽວກັບທິດຊີ້ນໍາ ກ່ຽວກັບການສ້າງຕາແສງ ໃນຂອບເຂດທົ່ວປະເທດ ສະບັບເລກທີ 04/ຫສພ ແລະ ຮ່າງລັດຖະທຳມະນູນສະບັບປັບປຸງ ປີ 2025. ໂດຍອີງໃສ່ທິດນໍາດັ່ງກ່າວ, ລັດຖະບານໄດ້ຄົ້ນຄວ້າປັບປຸງກົດໝາຍດັ່ງກ່າວ ເປັນຕົ້ນແມ່ນການຄົ້ນຄວ້າອົງການປົກຄອງຕາແສງ ເປັນກົງຈັກການປົກຄອງຂັ້ນລຸ່ມສຸດຢູ່ຮາກຖານ, ຫັນບ້ານ ໃຫ້ເປັນການຈັດຕັ້ງຂອງຊຸມຊົນ. ພ້ອມນັ້ນ, ກໍໄດ້ຄົ້ນຄ້ວາຊື່ເອີ້ນຕຳແໜ່ງບໍລິຫານ ຊຶ່ງໄດ້ລະບຸຊື່ເອີ້ນຂອງຫົວໜ້າອົງການປົກຄອງຂັ້ນແຂວງ ຈະແຈ້ງວ່າແມ່ນ ປະທານຄະນະກຳມະການປົກຄອງແຂວງ, ນະຄອນຫຼວງວຽງຈັນ; ຂັ້ນເມືອງ ແມ່ນ ປະທານຄະນະກຳມະການປົກຄອງເມືອງ, ນະຄອນ, ຂັ້ນຕາແສງ ແມ່ນ ປະທານຄະນະກຳມະການປົກຄອງຕາແສງ.
ທ່ານ ວິໄລວົງ ບຸດດາຄໍາ ກ່າວຕື່ມວ່າ: ບັນດາບັນຫາທີ່ຄ້າງຄາ ແລະ ນິຕິກຳຂອງຂັ້ນເທິງ ດັ່ງກ່າວມານັ້ນ, ແມ່ນເຫດຜົນຄວາມຈໍາເປັນ ທີ່ສໍາຄັນ ໃນການຄົ້ນຄວ້າປັບປຸງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນໃນຄັ້ງນີ້. ສໍາລັບດ້ານໂຄງສ້າງ ຮ່າງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ທີ່ນໍາສະເໜີພິຈາລະນາຄັ້ງນີ້ ປະກອບມີທັງໝົດ 8 ພາກ, 21 ໝວດ, 81 ມາດຕາ. ໃນນີ້, ເພີ່ມເຂົ້າໃໝ່ ຈໍານວນ 16 ມາດຕາ, ປັບປຸງ ຈໍານວນ 62 ມາດຕາ ແລະ ບໍ່ໄດ້ປັບປຸງ ຈໍານວນ 3 ມາດຕາ.
ຄາດຄະເນຜົນໄດ້ຮັບພາຍຫຼັງ ກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ຖືກຮັບຮອງ ແລະ ປະກາດໃຊ້ ຈະເປັນບ່ອນອີງອັນສໍາຄັນ ໃຫ້ແກ່ອົງການປົກຄອງທ້ອງຖິ່ນ ໃນການປັບປຸງຂັ້ນການປົກຄອງໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບສະພາບເງື່ອນໄຂຕົວຈິງໃນແຕ່ລະທ້ອງຖິ່ນ ໂດຍສະເພາະການສ້າງຕາແສງ ເປັນການປົກຄອງຂັ້ນລຸ່ມສຸດ ເພື່ອເອື້ອອໍານວຍໃຫ້ບ້ານເປັນຫົວໜ່ວຍບໍລິຫານຊຸມຊົນຢ່າງແທ້ຈິງ; ເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການທີ່ກ່ຽວຂ້ອງ ໃນການປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ໃຫ້ສອດຄ່ອງຕາມແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ເປັນການແບ່ງຄວາມຮັບຜິດຊອບ, ແບ່ງຂັ້ນຄຸ້ມຄອງ ໃຫ້ອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ໃຫ້ແທດເຖິງ; ຮັບປະກັນບົດບາດການນໍາພາຂອງພັກ ຢ່າງໜັກແໜ້ນ ເຮັດໃຫ້ການນໍາພາຂອງພັກ ຢັ່ງເລິກເຖິງຫົວໜ່ວຍຮາກຖານຂອງປະເທດ; ສ້າງໃຫ້ເປັນກົງຈັກການປົກຄອງ ທີ່ຕິດແທດກິ້ງເກືອກລີເລືອ, ເປັນທີ່ເພິ່ງຂອງປະຊາຊົນບັນດາເຜົ່າ; ສາມາດນໍາເອົາແນວທາງນະໂຍບາຍ, ການບໍລິການຂອງລັດ ຫຍັບເຂົ້າເຖິງປະຊາຊົນໄດ້ຢ່າງທົ່ວເຖິງ; ຍົກລະດັບການປົກຄອງລັດ ດ້ວຍກົດໝາຍ ໃຫ້ໜັກແໜ້ນຍິ່ງຂຶ້ນ ຕາມຈຸດພິເສດ ແລະ ເງື່ອນໄຂຂອງ ສປປ ລາວ ເພື່ອສ້າງເງື່ອນໄຂໃຫ້ທ້ອງຖິ່ນນັບມື້ນັບມີຄວາມເຂັ້ມແຂງ, ມີການພັດທະນາ ຊຶ່ງເປັນປັດໄຈສໍາຄັນຕົ້ນຕໍ ໃຫ້ກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ກໍຄືການສ້າງຄວາມຢູ່ດີກິນດີ ແຕ່ຮາກຖານຂຶ້ນມາ ເພື່ອກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.
(ແຫຼ່ງ: ປະຊາຊົນ, ຂ່າວ: ວັນເພັງ, ພາບ: ສຸກສະຫວັນ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ