ສສຊ ເຂດ 13 ສະເໜີໃຫ້ກຳນົດເນື້ອໃນຂອງມາດຕາ 54 ໃຫ້ມີຄວາມຮັດກຸມ
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 6 ຄັ້ງ | ເວລາ | 2025-03-19 17:31:51
ເນື້ອໃນຂໍ້ 3 ມາດຕາ 54 ໃນຮ່າງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ມີເນື້ອໃນສໍາຄັນ ຕໍ່ກັບນະໂຍບາຍພື້ນຖານດ້ານການເງິນ, ເງິນຕາ ... ຊຶ່ງຕ້ອງໄດ້ມີການກຳນົດໃຫ້ຮັດກຸມ ແລະ ເປີດໂອກາດໃຫ້ສະພາແຫ່ງຊາດ ໄດ້ມີສ່ວນຮ່ວມໃນການເຂົ້າໄປກຳນົດ ແລະ ຕິດຕາມກວກາ.
ກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ທີ່ເປີດຂຶ້ນ ແລະ ດຳເນີນໃນວັນທີ 17 ມີນານີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໃນກອງປະຊຸມມື້ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄໍາເຫັນ ຕໍ່ຮ່າງລັດຖະທໍາມະນູນ ສະບັບປັບປຸງ ປີ 2025 ຊຶ່ງໃນໂອກາດນີ້ ທ່ານ ໄຊຍະເດດ ຜຸຍຍະວົງ ເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ກໍໄດ້ມີຄໍາເຫັນວ່າ: ຜ່ານການຄົ້ນຄວ້າມາຫຼາຍຫຼົບຫຼາຍຕ່າວ ເຫັນວ່າ 122 ມາດຕາ ໃນຮ່າງລັດຖະທໍາມະນູນນີ້ ມີຄວາມຮັດກຸມຫຼາຍແລ້ວ, ມີແຕ່ຈຸດດຽວ ທີ່ຢາກຂໍແລກປ່ຽນນຳຄື: “ຂໍ້ 3 ມາດຕາ 54” ຊຶ່ງມັນຕັດສິນຊີ້ຂາດຊາຕາກໍາຂອງລະບົບເສດຖະກິດ ຂອງ ສປປ ລາວ; ໃນຈຸດນີ້, ສະເໜີໃຫ້ມີການກຳນົດໃຫ້ມີຄວາມຮັດກຸມຂຶ້ນຕື່ມ ເພື່ອໃຫ້ສະພາແຫ່ງຊາດ ຊຶ່ງເປັນຕົວແທນແຫ່ງສິດເປັນເຈົ້າຂອງປະຊາຊົນລາວບັນດາເຜົ່າ ເຂົ້າໄປມີສ່ວນຮ່ວມໃນການກຳນົດນະໂຍບາຍ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດນະໂຍບາຍເງິນຕາ ໃຫ້ມີຄວາມແຂງແຮງຂຶ້ນຕື່ມ.
ທ່ານ ໄຊຍະເດດ ຜຸຍຍະວົງ ກ່າວຕື່ມວ່າ: ຕາມການຄົ້ນຄວ້າຕິດຕາມໃນຫຼາຍສິບປີຜ່ານມາ, ການຜະລິດເປັນສິນຄ້າຂອງພວກເຮົາມັນບໍ່ແຂງແຮງ ຍ້ອນດອກເບ້ຍທະນາຄານສູງເກີນໄປ ເມື່ອທຽບໃສ່ປະເທດເພື່ອນບ້ານ; ອັດຕາດອກເບ້ຍທະນາຄານສູງເກີນໄປ ເຮັດໃຫ້ຕົ້ນທຶນການຜະລິດສູງເກີນໄປ ແລະ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງປະເທດເພື່ອນບ້ານອ້ອມຂ້າງ ທີ່ມີດອກເບ້ຍໂດຍສະເລ່ຍ 3%. ສ່ວນ ສປປ ລາວ 13% ບວກຄ່າສິ້ນເປືອງຕ່າງໆ 3-5% ລວມເປັນ 16-18% ເຮັດໃຫ້ການຜະລິດກະສິກໍາເປັນສິນຄ້າ ຂອງ ສປປ ລາວ ບໍ່ສາມາດແຂ່ງຂັນທາງດ້ານລາຄາ ກັບສິນຄ້າຂອງປະເທດເພື່ອນບ້ານ ເຮັດໃຫ້ການຜະລິດພາຍໃນບໍ່ມີການຂະຫຍາຍຕົວ ມີແຕ່ການຜະລິດແບບປະຖົມປະຖານຂອງປະຊາຊົນ ສາມາດຄົງຕົວໄດ້ ແຕ່ບໍ່ສາມາດແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ດັ່ງຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ: “ກະສິກຳຂະໜາດນ້ອຍ ບໍ່ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າ”.
ສະນັ້ນ, ຈຶ່ງສະເໜີໃຫ້ກຳນົດເນື້ອໃນມາດຕາດັ່ງກ່າວ ໃຫ້ມີຄວາມຮັດກຸມ ແນໃສ່ເປີດໂອກາດໃຫ້ສະພາແຫ່ງຊາດ ເຂົ້າມາມີສ່ວນຮ່ວມແກ້ໄຂບັນຫາດອກເບ້ຍທະນາຄານ ທີ່ສູງຢ່າງຕໍ່ເນື່ອງມາຫຼາຍສິບປີ ໃຫ້ຫຼຸດລົງ ເພື່ອເອື້ອອຳນວຍແກ່ການດຳເນີນທຸລະກິດ ສ້າງວຽກເຮັດງານທຳ ແກ້ໄຂຄວາມທຸກຍາກຂອງປະຊາຊົນລາວບັນດາເຜົ່າໄດ້ ເທື່ອລະກ້າວ ແລະ ກາຍເປັນຖານລາຍຮັບງົບປະມານທີ່ຍືນຍົງ.
(ແຫຼ່ງ: ປະຊາຊົນ, ຂ່າວ: ວັນເພັງ, ພາບ: ຕຸໄລເພັດ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ