ກອງປະຊຸມ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7
ເຜີຍແຜ່ໂດຍ: admin|ຢ້ຽມຊົມ: 82 ຄັ້ງ | ເວລາ | 2024-12-22 00:00:00
ກົມເຄຫາ ແລະຜັງເມືອງ, ກະຊວງໂຍທາທິການ ແລະ ຂົນສົ່ງ(ຍທຂ) ແລະ ເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ (ASEAN Smart Cities Network (ASCN)) ໄດ້ຈັດກອງປະຊຸມປະຈຳປີວຽກງານເຄືອຂ່າຍຕົວເມືອງອັດສະລິຍະອາຊຽນຄັ້ງທີ 7ຂຶ້ນໃນວັນທີ 30 ກໍລະກົດ 2024 ທີ່ແຂວງຫຼວງພະບາງ ໂດຍການເປັນປະທານຂອງ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີ ຍທຂ; ມີບັນດາປະເທດສະມາຊິກເຂົ້າຮ່ວມ.
ທ່ານ ງາມປະສົງ ເມືອງມະນີ ໄດ້ກ່າວວ່າ: ການພັດທະນາການເຕັກໂນໂລຊີທີ່ທັນສະໄໝ ຈຳເປັນຕ້ອງມີການລົງທຶນຈຳນວນຫຼາຍ ໃນລະບົບໂຄງລ່າງພື້ໜຖານ ແລະການສ້າງຂີດຄວາມສາມາດ, ນອກຈາກນັ້ນ ການຄຸ້ມຄອງຂໍ້ມູນທີ່ເຂັ້ມແຂງ ແມ່ນມີຄວາມຈຳເປັນ ເພື່ອຮັບປະກັນຄວາມເປັນສ່ວນຕົວ ແລະ ຄວາມປອດໄພຂອງຂໍ້ມູນຂ່າວສານ, ຄວາມຮັບຮູ້ ແລະເຂົ້າໃຈຂອງປະຊາຊົນ ແລະ ການຍອມຮັບວິທີແກ້ໄຂທີ່ສະຫຼາດ ແມ່ນມີຄວາມສຳຄັນຢ່າງຍິ່ງ ເພື່ອຮັບປະກັນການຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດ. ກອງປະຊຸມໄດ້ແລກປ່ຽນປະສົບການໃນການຈັດຕັ້ງປະຕິບັດໂຄງການເມືອງອັດສະລິຍະຂອງຕົນ ແລະປຶກສາຫາລື ກ່ຽວກັບຄວາມພະຍາຍາມຂອງພາກພື້ນ ໃນການເສີມຂະຫຍາຍທາງເລືອກດ້ານການເງິນໃຫ້ແກ່ບັນດາຕົວເມືອງອັດສະລິຍະ ໃນການຈັດຕັ້ງປະຕິບັດໂຄງການຕ່າງໆ ລວມທັງການເພີ່ມທະວີການສະໜັບ ສະໜູນທາງດ້ານເຕັກນິກ ແລະ ການສ້າງຂີດຄວາມສາມາດໃຫ້ແກ່ຕົວເມືອງ, ພິຈາລະນາທິດທາງ ແລະຄວາມພະຍາຍາມຂອງອາຊຽນ ຫຼັງຈາກປີ 2025 ໃນການສ້າງຕົວເມືອງອັດສະລິຍະ ແລະ ຍືນຍົງແລະ ການເຂົ້າຮ່ວມຂອງບັນດາຄູ່ຮ່ວມພັດທະນາຂອງອາຊຽນ ໃນການລະດົມແຫຼ່ງຊັບພະຍາກອນຕ່າງໆ.
ທ່ານ ວຽງນາມ ດວງພະຈັນ, ຫົວໜ້າກົມເຄຫາ ແລະຜັງເມືອງ ກະຊວງ ຍທຂໄດ້ໃຫ້ຮູ້
ວ່າ: ຄວາມຕ້ອງການດ້ານນະວັດຕະກໍາ ແລະການແກ້ໄຂບັນຫາແບບຍືນຍົງ ກຳລັງຂະຫຍາຍຕົວເພີ່ມຂຶ້ນ ເນື່ອງຈາກບັນດາຕົວເມືອງຂອງພວກເຮົາຂະຫຍາຍຕົວຢ່າງຕໍ່ເນື່ອງ.ກອງປະຊຸມຄັ້ງນີ້ ແມ່ນເວທີປາໄສທີ່ສຳຄັນໃນການຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານແລະຄວາມພະຍາຍາມຂອງພວກເຮົາເພື່ອສ້າງອະນາຄົດທີ່ດີກວ່າສໍາລັບເຄືອຂ່າຍຕົວເມືອງອັດສະລິຍະຂອງອາຊຽນ.ໂອກາດນີ້ ຜູ້ຕາງໜ້າຈາກອົງການ UN-ESCAP, UN-Habitat, ທະນາຄານພັດທະນາອາຊີ (ADB), ສູນພັດທະນາຕົວເມືອງ ສປ ຈີນ, ກະຊວງ ທີ່ດິນໂຄງລ່າງພື້ນຖານຂົນສົ່ງ ແລະ ທ່ອງທ່ຽວ ປະເທດຍີ່ປຸ່ນ, ກະຊວງ ທີ່ດິນ, ໂຄງລ່າງພື້ນຖານ ແລະ ຂົນສົ່ງ ປະເທດ ສ.ເກົາຫຼີ ແລະກະຊວງ ຄົມມະນາຄົມຂົນສົ່ງ ຂອງ ສ. ອາເມລິກາໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ເພື່ອປຶກສາຫາລື ກ່ຽວກັບການຮ່ວມມືໃນການພັດທະນາຕົວເມືອງອັດສະລິຍະ ແລະແບບຍືນຍົງ.ພ້ອມນັ້ນໃນວັນທີ 31 ກໍລະກົດ 2024 ກໍໄດ້ມີກອງປະຊຸມ ປຶກສາຫາລືກ່ຽວກັບບົດຮຽນ, ແນວຄວາມຄິດ ແລະ ການແກ້ໄຂນະວັດຕະກຳ ກ່ຽວກັບການພັດທະນາຕົວເມືອງທີ່ອັດສະລິຍະ ແລະ ຍືນຍົງ, ໂດຍຄໍານຶງເຖິງກາລະໂອກາດ ແລະສິ່ງທ້າທາຍ ຈາກການຫັນເປັນຕົວເມືອງຢ່າງວ່ອງໄວໃນບັນດາປະເທດອາຊຽນ
(ແຫຼ່ງ: ປະຊາຊົນ, ຂ່າວ: ຍທຂ)
- =>ຜົນສໍາເລັດ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI
- =>ສະຫາຍ ທອງລຸນ ສີສຸລິດ ພົບປະໂອ້ລົມການນຳ ກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນສະຫງົບ
- =>ຜົນສຳເລັດ ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ຄັ້ງທີ 05 ສະໄໝທີ XI
- =>ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ
- =>ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ, ປະທານປະເທດແຫ່ງ ສປປ ລາວ ຢ້ຽມຢາມສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ
- =>ສະຫາຍ ເລຂາທິການໃຫຍ່ຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານ-ນັກຮົບກອງພົນທີ 5
- =>ປະທານປະເທດ ຮັບທູດຕ່າງປະເທດເຂົ້າຍື່ນສານຕາຕັ້ງ ແລະ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈຳຢູ່ຕ່າງປະເທດ
- =>ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ
- >>Keynote Speech by President of the Lao PDR on the Occasion of the 48th Anniversary of the Founding of the Lao People’s Democratic Republic and the forthcoming New Year 2024
- >>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- >>ຊີວະປະຫວັດຫຍໍ້ ຂອງທ່ານ ໜູຮັກ ພູມສະຫວັນ
- >>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- >>ສະຫຼຸບວຽກງານ ປະຈໍາປີ 2022 ແລະ ວາງທິດທາງແຜນການ ປະຈໍາປີ 2023 ຂອງຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ.
- >>ບໍ່ແຕນ ສະຫຼຸບວຽກງານກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ
- >>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- >>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- >>ປີນີ້ການທ່ອງທ່ຽວຂອງຈີນ ຈະສ້າງລາຍຮັບເຖິງ 4.000 ຕື້ຢວນ
- >>ສຳເລັດກອງປະຊຸມແພດທະຫານອາຊຽນຄັ້ງທີ 10
- =>ເສື້ອຜ້າເທດສະການປີໃໝ່ລາວໄດ້ຮັບຄວາມນິຍົມ
- =>ມອບໂອນວຽກ-ບຸກຄະລາກອນ ສູນສະຖິຕິ ຂຶ້ນກັບພະແນກ ຜທ ສາລະວັນ
- =>ຜ່ານມາ ນະຄອນຫຼວງວຽງຈັນ ສາມາດປະຕິບັດໄດ້ 74 ຄາດໝາຍ
- => ບໍລິສັດ ເອັມຈີ ລາວ ແນະນຳລົດໄຟຟ້າ NEW MG4 ELECTRIC
- =>ທ່ານ ກາກມາກ ນັກທິດສະດີຂອງຊົນຊັ້ນກຳມະກອນ
- =>ປະທານ ໄກສອນ ພົມວິຫານ ຖືເອົາການສຶກສາ ແລະ ການຮຽນຮູ້ເປັນບຸລິມະສິດໃນການພັດທະນາ
- =>ສະຫາຍເລຂາທິການໃຫຍ່ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ
- =>ປະທານ ສພຊ ເນັ້ນໃຫ້ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້
- =>ຮອງປະທານປະເທດ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ເຈືອງ ມີ ຮົວ
- =>ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນຂັ້ນສູງນະຄອນໂຮ່ຈິມິນ
- =>ສະເຫຼີມສະຫຼອງວັນສ້າງຕັ້ງແຂວງ ບໍ່ແກ້ວ ຄົບຮອບ 40 ປີ ຢ່າງຄຶກຄື້ນ
- =>ປະທານປະເທດ ພ້ອມຄະນະ ຢ້ຽມຢາມຊຸກຍູ້ ປະຊາຊົນ ກຸ່ມການຜະລິດກະສິກຳ ແລະ ສະຫະກອນການຜະລິດ ຫັດຖະກຳຈັກສານໄມ້ປ່ອງ ທີ່ເມືອງໂຂງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ
- =>ເສີມຂະຫຍາຍມູນເຊື້ອ, ທາດແທ້ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ປະກົດຜົນເປັນຈິງ